ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌
ປັນຫາເລື້ອງຄວາມອ່ອນໃນວິຊາເລກ ໃນໂຮງຮຽນ
ສະຖາບັນ Grattan ກ່າວວ່າ ນັກຮຽນຫນຶ່ງໃນສາມຄົນ ໃນໂຮງຮຽນ ອອສເຕຣເລັຍ ບໍ່ສາມາດຜ່ານການທົດສອບ ຄວາມຊໍານານໃນວິຊາເລກ.
ໃນລາຍງານໃຫມ່, ສະຖາບັນກ່າວວ່າ ອອສເຕຣເລັຍ ໄດ້ຫລຸດຄວາມສໍາຄັນ ຂອງວິຊາເລກ, ໂດຍທີ່ຣັຖບານ ຊ້າເກີນໄປ ທີ່ຈະກໍາຈັດວິທີການສອນທີ່ "ຮັບຄວາມນິຍົມ".
Tanya Dendrinos ແລະ Tee Mitchell ລາຍງານ.
ສະຖາບັນ Grattan ກ່າວວ່າ ນັກຮຽນຂອງອອສເຕຣເລັຍ ກໍາລັງຫຼ້າຫຼັງໃນວິຊາເລກ-ຫນຶ່ງໃນແປດສາຂາວິຊາ ທີ່ສໍາຄັນ ໃນຫລັກສູດຂອງປະເທດ.
ລາຍງານພົບວ່າ ນັກຮຽນຫນຶ່ງໃນສາມຄົນ ບໍ່ເກັ່ງໃນການຄິດໄລ່ ຈາກການທົດສອບ NAPLAN ປີ 2024.
ໃນຈໍານວນນັກຮຽນ ທີ່ໄດ້ຮັບການທົດສອບ NAPLAN, 36 ເປີເຊັນ ຂອງເດັກນ້ອຍຜູ້ຍິງ ຖືວ່າບໍ່ຊ່ຽວຊານ, ເມື່ອປຽບທຽບໃສ່ກັບ 43 ເປີເຊັນ ຂອງນັກຮຽນ ທີ່ໂຮງຮຽນຢູ່ນອກເມືອງໃຫຍ່.
ນອກຈາກນີ້ 67 ເປີເຊັນ ຂອງນັກຮຽນຊາວພື້ນເມືອງ, ແລະ 28 ເປີເຊັນຂອງນັກຮຽນ ທີ່ບໍ່ເວົ້າພາສາອັງກິດ ທີ່ຖືວ່າບໍ່ຊ່ຽວຊານດ້ານວິຊາເລກ.
Amy Haywood ຜູ້ອໍານວຍການໂຄງການສຶກສາ ຂອງສະຖາບັນ Grattan, ກ່າວວ່າ ຜົນສະທ້ອນເຫລົ່ານີ້ ເຮັດໃຫ້ນັກຮຽນເສັຍປຽບ ທັງທາງສ່ວນຕົວ ແລະທາງສັງຄົມໂດຍຮວມ.
"ພວກເຮົາຮູ້ວ່າ ມັນສົ່ງຜົນກະທົບຕໍ່ບຸກຄົນ-ວິຊາເລກ ເປັນສິ່ງສໍາຄັນແທ້ໆ ສໍາລັບຊີວິດປະຈໍາວັນ, ຮວມເຖິງອາຊີບໃນອະນາຄົດ ແລະມັນກໍມີຜົນກະທົບ ຕໍ່ປະເທດຊາດນໍາອີກ. ເມື່ອເຮົາເບິ່ງຜົນສະທ້ອນຂອງນັກຮຽນ ທີ່ມີຄວາມຊໍານານໃນວິຊາເລກຕ່ຳ, ເຮົາຮູ້ວ່າ ເຂົາເຈົ້າຮັບຜົນສະທ້ອນ ໃນຊີວິດທີ່ບໍ່ເຂັ້ມແຂງ. ຍົກຕົວຢ່າງ, ໃນດ້ານວຽກງານ ແລະດ້ານລາຍໄດ້ເຊັ່ນກັນ. ສະນັ້ນ, ພວກເຮົາຈຶ່ງຮູ້ວ່າ ຖ້າຫາກພວກເຮົາບໍ່ບັນລຸເປົ້າຫມາຍນັ້ນ, ແລະບັນລຸຄວາມສາມາດຂອງພວກເຮົາແທ້ໆ, ມັນຈະມີຜົນກະທົບອັນໃຫຍ່ຫລວງ ຕໍ່ການເຕີບໂຕໃນອະນາຄົດຂອງອອສເຕຣເລັຍ."
Ms Haywood ຍັງເວົ້າອີກວ່າ ຈຳນວນນັກຮຽນຊາວອອສເຕຣເລັຍ ທີ່ເກັ່ງໃນວິຊາເລກນັ້ນ ບໍ່ພຽງພໍ.
ລາຍງານ ໄດ້ປຽບທຽບຜົນງານ ຂອງນັກຮຽນອອສເຕຣເລັຍ ກັບແນວໂນ້ມ ໃນການປະເມີນລະດັບໂລກ ທີ່ເອີ້ນວ່າ ການສຶກສາວິຊາເລກ ແລະວິທະຍາສາດ ນາໆຊາດ (the International Mathematics and Science Study).
ໃນປີ 2023, 13 ເປີເຊັນ ຂອງນັກຮຽນປີທີ 4 ໄດ້ຖືກຈັດວ່າດີເລີດ, ແລະໂຕເລກນີ້ ໄດ້ຫລຸດຈໍານວນລົງ ເປັນ 11 ເປີເຊັນສໍາລັບ ປີ 8.
ຄະແນນເຫລົ່ານັ້ນ ແມ່ນສູງກວ່າຄ່າສເລັ່ຍ 7 ເປີເຊັນ ໃນລະດັບນາໆຊາດ, ແຕ່ຕ່ຳກວ່າບາງປະເທດ ຮວມທັງ ປະເທດອັງກິດ ແລະ Singapore.
ການສໍາຫລວດ ທີ່ດໍາເນີນ ເພື່ອໃຫ້ຂໍ້ມູນແກ່ລາຍງານພົບວ່າ ຄູສອນບາງຄົນ ຂາດຄວາມຫມັ້ນໃຈ ໃນຄວາມສາມາດຂອງເຂົາເຈົ້າທີ່ ຈະສອນວິຊາເລກ, ເຊັ່ນດຽວກັນກັບ ເພື່ອນຮ່ວມງານຂອງເຂົາເຈົ້າ.
ມັນເປັນການຄົ້ນພົບ ທີ່ສອດຄ່ອງກັບຄວາມຄິດຂອງ Steven Capp ທ່ານຄູໃຫຍ່ ຂອງໂຮງຮຽນປະຖົມ Chelsea Heights.
"ຄວາມແຕກຕ່າງ ຂອງຄວາມຫມັ້ນໃຈ ຂອງຄູສອນ ໃນການສອນວິຊາເລກ ແລະຄວາມເຂົ້າໃຈແທ້ໆ ກ່ຽວກັບລໍາດັບ ທີ່ທ່ານຕ້ອງການ ຈາກພື້ນຖານ ຈົນເຖິງຫ້ອງ ປ.6, ເປັນການທ້າທາຍ ຂອງການເປັນຜູ້ນໍາ ທີ່ພວກເຮົາຕ້ອງຂຸດຄົ້ນກັບຄູສອນບາງຄົນ ແລະຝຶກຝົນເຂົາເຈົ້າ."
ແຕ່ຜູ້ຊ່ຽວຊານບາງຄົນກ່າວວ່າ ລາຍງານນັ້ນ ບໍ່ໄດ້ໃຫ້ພາບຮວມທີ່ຖືກຕ້ອງ ຂອງຄູສອນໂຮງຮຽນປະຖົມ-ເພາະວ່າ ມີການສຳຫຼວດຫນ້ອຍກວ່າ 1,800 ຄົນ.
Karen Yager ເປັນປະທານຂອງ the Australian Professional Teachers Association.
"ຄູສອນ ບໍ່ເຖິງ 10 ເປີເຊັນ ທີ່ຖືກສໍາຫລວດ-ໂດຍສະເພາະ ໃນ Tasmania ມີພຽງແຕ່ສອງເປີເຊັນ, Northern Territory ແມ່ນພຽງຫນຶ່ງເປີເຊັນ."
Ms Yager ກ່າວວ່າ ຊຸມຊົນໂຮງຮຽນ ຕ້ອງການການສນັບສນູນຫລາຍຂຶ້ນກວ່າເກົ່າ.
"ພວກເຮົາ ຕ້ອງເບິ່ງຄວາມຈິງທີ່ວ່າ, ໃນເຂດພູມີພາກ ແລະເຂດຫ່າງໄກ ຂອງອອສເຕຣເລັຍ, ມີການສນັບສນູນພຽງພໍ ສໍາລັບເດັກນ້ອຍແລະຄູສອນຫຼືບໍ່? ຂ້າພະເຈົ້າ ຫມາຍຄວາມວ່າ, ພວກເຮົາມີການຂາດແຄນຄູສອນ ແລະເຮົາມີຄູທີ່ສອນ ຢູ່ນອກວິຊາຄະນິດສາດ. ມັນເປັນບັນຫາສໍາລັບປະເທດນີ້-ແລະລາຍງານແບບນີ້ ທີ່ກ່າວໂທດຄູສອນຈະບໍ່ສາມາດຊ່ອຍຫຍັງໄດ້."
Amy Haywood ກ່າວວ່າ ສະຖາບັນ Grattan ກໍາລັງຮຽກຮ້ອງ ໃຫ້ມີການລົງທຶນປະຈໍາປີ ເປັນຈໍານວນ 152 ລ້ານໂດລາ ເພື່ອເປັນເງິນສນັບສນູນ ແກ່ຍຸດທະວິທີ 10 ປີ ທີ່ຮວມເຖິງ ການສອນຢ່າງຊັດເຈນ, ບົດບາດຂອງຄູສອນຊັ້ນປະຖົມ ແລະສູນກາງວິຊາຄະນິດສາດພິເສດ (Special Maths Hubs).
"ພວກເຮົາ ຢາກໃຫ້ຣັຖບານ ແລະລະບົບຂອງທຸກຣັດ ຮັບເອົາສິ່ງນັ້ນ, ຖ້າບໍ່ດັ່ງນັ້ນ ຫນ້າເສັຍໃຈ ທີ່ຈະເຮັດໃຫ້ພວກເຮົາ ເປັນຄົນທີ່ອ່ອນໃນວິຊາຄະນິດສາດຕໍ່ໄປ."
Jason Clare ຣັຖມົນຕີ ກະຊວງສຶກສາ ຂອງຣັຖບານກາງ ກ່າວວ່າ ຣັຖບານ ໄດ້ຕົກລົງກັນ ເລື່ອງງົບປະມານໃຫມ່ ກັບທຸກຣັດ ແລະເຂດປົກຄອງ ແລະສິ່ງນີ້ ເຮັດໃຫ້ໂຮງຮຽນສາທາຣະນະ ທັງຫມົດ ຢູ່ໃນເສັ້ນທາງ ທີ່ຈະໄດ້ຮັບງົບປະມານຢ່າງເຕັມທີ່ ແລະຍຸດຕິທັມ.
ລາວກ່າວຕື່ມວ່າ ຂໍ້ຕົກລົງເຫລົ່ານັ້ນ ມີເປົ້າຫມາຍ, ຮວມທັງການຫລຸດສັດສ່ວນ ຂອງນັກຮຽນ ໃນລະດັບຄວາມຊໍານານຂອງ NAPLAN ທີ່ 'ຕ້ອງການຄວາມຊ່ອຍເຫລືອເພີ່ມເຕີມ' ລົງເປັນ 20 ເປີເຊັນໃນປີ 2030.
ເນື້ອເລື່ອງໂດຍ Tanya Dendrinos ແລະ Tee Mitchell ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌