ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌
ການໂຕ້ວາທີ ລະຫວ່າງຜູ້ນຳສອງພັກໃຫຍ່.
ນະໂຍບາຍ ເລື່ອງທີ່ຢູ່ອາສັຍ ແລະບັນຫາເລື່ອງຄວາມໝັ້ນຄົງຂອງຊາດ ໄດ້ເປັນຫົວຂໍ້ໃຫຍ່ ໃນການໂຕ້ວາທີ ລະຫວ່າງ ນາຍົກຣັຖມົນຕີ Anthony Albanese ແລະຜູ້ນໍາຝ່າຍຄ້ານ Peter Dutton.
ໂດຍສະເພາະຢ່າງຍິ່ງ ເລື້ອງຄວາມສາມາດ ໃນການຈ່າຍຄ່າທີ່ຢູ່ອາສັຍ ໄດ້ເປັນບັນຫາສໍາຄັນ ໃນການຣົນນະຣົງທາງການເມືອງ, ໂດຍທີ່ ທັງສອງຝ່າຍ ໄດ້ເຈາະຈົງ ໃສ່ນະໂຍບາຍທີ່ສໍາຄັນ ຕໍ່ຜູ້ຊື້ເຮືອນຫຼັງທໍາອິດ ໃນບໍ່ດົນມານີ້.
Tee Mitchell ລາຍງານ.
ຜູ້ນໍາຂອງທັງສອງພັກໃຫຍ່ ໄດ້ພົບກັນ ໃນການໂຕ້ວາທີ ຂອງຜູ້ນໍາຄັ້ງທີສອງ ທີ່ຈັດຂຶ້ນໂດຍ ABC.
Peter Dutton ຜູ້ນໍາຝ່າຍຄ້ານ ໄດ້ກ່າວຄໍາຖາມທີ່ຄຸ້ນເຄີຍ ໃນການໂນ້ມນ້າວຜູ້ອອກສຽງ.
"ມື້ນີ້ ສະຖານະການຂອງທ່ານ ດີກວ່າສາມປີທີ່ຜ່ານມາຫຼືບໍ່?"
ຄໍາຕອບແມ່ນ:
"ຂນະທີ່ຂ້າພະເຈົ້າ ໄດ້ໄປທົ່ວປະເທດ ແລະເວົ້າລົມກັບຊາວອອສເຕຣເລັຍຫລາຍພັນຄົນ-ຄອບຄົວຊາວຫນຸ່ມ, ຜູ້ກິນບໍານານ, ຜູ້ຄົນທີ່ມີທຸຣະກິດຂນາດນ້ອຍ-ເຫັນໄດ້ຢ່າງຊັດແຈ້ງວ່າ ຜູ້ຄົນບໍ່ຮູ້ສຶກວ່າ ມີຫຍັງດີຂຶ້ນ."
ແຕ່ Anthony Albanese ນາຍົກຣັຖມົນຕີກ່າວວ່າ ນັ້ນບໍ່ເປັນຄວາມຈິງ-ແລະເພິ່ນ ມີວິສັຍທັດໃນທາງບວກ ກ່ຽວກັບອະນາຄົດ ຂອງ.
ລາວກ່າວວ່າ Labor ຈະຕັດພາສີ, ຊຸກຍູ້ການຜລິດ, ເພີ່ມຄວາມເຂັ້ມແຂງ ໃຫ້ແກ່ການດູແລສຸຂະພາບ, ຫລຸດຫນີ້ສິນຂອງນັກຮຽນ ລົງເປັນ 20 ເປີເຊັນ ແລະຫລຸດຈໍານວນເງິນມັດຈຳ ຈາກຜູ້ຊື້ເຮືອນຫຼັງທໍາອິດ ມາເປັນ 5 ເປີເຊັນ.
"ພວກເຮົາກໍາລັງຈະດີຂຶ້ນ. ເຮົາມີອັດຕາເງິນເຟີ້ທີ່ຫລຸດລົງ. ພວກເຮົາມີຄ່າຈ້າງທີ່ແທ້ຈິງ ທີ່ເພີ່ມຂຶ້ນ. ເຮົາມີການຕົກງານທີ່ຕ່ຳ...ພຽງແຕ່ສີ່ຈຸດນຶ່ງເປີເຊັນ, ແລະອັດຕາດອກເບັ້ຍ ກໍເລີ່ມຫຼຸດລົງ. ເຂົາເຈົ້າໄດ້ເລີ່ມຕົ້ນສູງຂຶ້ນ ກ່ອນການເລືອກຄັ້ງສຸດທ້າຍ. ແຕ່ເຮົາຮູ້ວ່າ ຍັງມີວຽກງານຫລາຍຢ່າງທີ່ຕ້ອງເຮັດ. ແລະດ້ວຍເຫດນີ້ ພວກເຮົາຈຶ່ງໄດ້ວາງແຜນໄວ້."
ທີ່ຢູ່ອາສັຍ ເປັນບັນຫາສໍາຄັນທໍາອິດ ທີ່ຖືກກ່າວ ເຖິງໃນການໂຕ້ວາທີ, ແລະມັນໄດ້ຮັບເວລາຫລາຍທີ່ສຸດ, ຫລັງຈາກນະໂຍບາຍສໍາຄັນ ທີ່ຖືກເປີດເຜີຍໃນບໍ່ດົນມານີ້.
David Speers, ຜູ້ຈັດລາຍການ ໄດ້ຖາມກ່ຽວກັບການວິເຄາະ ຂອງນັກເສດຖະສາດ ທີ່ຊີ້ໃຫ້ເຫັນວ່າ ນະໂຍບາຍຂອງທັງສອງຝ່າຍ ອາດເຮັດໃຫ້ລາຄາຂອງບ້ານເຮືອນ ສູງຂຶ້ນ.
Anthony Albanese ກ່າວວ່າ ແຜນຂອງຣັຖບານ ຈະບໍ່ເຮັດໃຫ້ສະພາບການຮ້າຍແຮງຂຶ້ນ.
"ພວກເຮົາມີແຜນ Homes for Australia ມູນຄ່າ 43 ພັນລ້ານໂດລາ,ເພື່ອໃຫ້ແນ່ໃຈວ່າ, ບໍ່ວ່າ ຈະເປັນເລື່ອງກ່ຽວກັບການເພີ່ມຂຶ້ນ ຂອງທີ່ພັກອາສັຍສັງຄົມ (Social Housing), ການເພີ່ມຂຶ້ນ ເຮືອນເຊົ່າສ່ວນຕົວ ຫລືການເພີ່ມຂຶ້ນ ຂອງການເປັນເຈົ້າຂອງບ້ານເຮືອນ, ພ້ອມທັງໂຄງການຊ່ອຍເຫລືອ ໃນການຊື້ເຮືອນ (Help to Buy) ຂອງເຮົາ, ທັງຫມົດນີ້ ກໍຈະຊ່ອຍເຫລືອໄດ້. ແນ່ນອນວ່າ ຈຸດສໍາຄັນ ແມ່ນທີ່ຢູ່ອາສັຍ, ແລະສະນັ້ນ ມີພຽງແຕ່ Labor ເທົ່ານັ້ນ ທີ່ຈະສເນີແຜນ ໃນການເລືອກຕັ້ງຄັ້ງນີ້, ເພື່ອເພີ່ມຈຳນວນຂອງທີ່ພັກອາສັຍ."
Peter Dutton ໄດ້ກ່າວໂທດວ່າ ລາຄາຂອງບ້ານເຮືອນທີ່ສູງຂຶ້ນ ດ້ວຍສາເຫດມາຈາກ ການຍ້າຍຖິ່ນຖານທີ່ສູງຂຶ້ນ ໃນບໍ່ດົນມານີ້.
ລາວເວົ້າວ່າ the Coalition ກໍາລັງສເນີງົບປະມານ 5 ພັນລ້ານໂດລາ ເພື່ອຊອກຫາ ການປ່ອຍທີ່ດິນ ທີ່ຖືກຢຸດໄວ້ ເພາະການຂາດໂຄງສ້າງພື້ນຖານ ເຊັ່ນການຖ່າຍເທຂອງເສັຍ (Sewage) ຫລືຖນົນຫົນທາງ, ແລະຫລຸດຜ່ອນ ການຍ້າຍຖິ່ນຖານລົງ 25 ເປີເຊັນເປັນເວລາສອງປີ,ໃນຂນະທີ່ຫ້າມຄົນຕ່າງຊາດ ບໍ່ໃຫ້ຊື້ເຮືອນໃນໄລຍະນັ້ນ.
ຈຸດສໍາຄັນອີກຢ່າງຫນຶ່ງ ຂອງນະໂຍບາຍຂອງ the Coalition ທີ່ຈະ ສນັບສນູນ ການເປັນເຈົ້າຂອງບ້ານເຮືອນຫຼັງທໍາອິດ ແມ່ນ-
"ສໍາລັບ ຫົກຮ້ອຍຫ້າສິບພັນໂດລາທໍາອິດ ຂອງການຊື້ເຮືອນ ຂອງທ່ານ ນັ້ນ ຈະເປັນດອກເບັ້ຍ ທີ່ທ່ານສາມາດຮຽກຮ້ອງຄືນ ຈາກລາຍໄດ້ຂອງທ່ານ. ສະນັ້ນ ສໍາລັບຄູ່ຜົວເມັຍທົ່ວໄປ ຈະມີເງິນປະມານ 11 ຫລື 12,000ໂດລາຕໍ່ປີ, ເປັນເວລາຫ້າປີ."
ຜູ້ນໍາທັງສອງ ໄດ້ປິດໂອກາດ ຂອງການປະຕິຮູບຂອງ Negative Gearing, ຊຶ່ງຫລາຍຄົນເຫັນວ່າ ເປັນເລື້ອງທີ່ຖືກເບິ່ງຂ້າມ ໃນການໂຕ້ວາທີ ເລື່ອງທີ່ພັກອາສັຍໃນອອສເຕຣເລັຍ.
ແຕ່ເລື້ອງທີ່ຖືກເບິ່ງຂ້າມ ອີກອັນຫນຶ່ງ ທີ່ເບິ່ງຄືວ່າໃຫຍ່ກວ່ານັ້ນ ກໍແມ່ນ Donald Trump.
Peter Dutton ໄດ້ຖືກຖາມວ່າ ລາວໄວ້ວາງໃຈ Trump ຫລືບໍ່:
DUTTON: "ພວກເຮົາໄວ້ວາງໃຈ ສະຫະຣັດອາເມຣິກາ ແລະຂ້າພະເຈົ້າ ບໍ່ຮູ້ຈັກປະທານາທິບໍດີ, ຂ້າພະເຈົ້າ ບໍ່ເຄີຍພົບເພິ່ນ, ແຕ່ນາຍົກຣັຖມົນຕີເຄີຍພົບ, ເຫັນໄດ້ຢ່າງຊັດແຈ້ງວ່າ ສາມາດເຮັດເຊັ່ນນັ້ນໄດ້."
SPEERS "ສະນັ້ນ ທ່ານບໍ່ເຕັມໃຈ ທີ່ຈະເວົ້າວ່າທ່ານໄວ້ວາງໃຈ Donald Trump?"
DUTTON "ຂ້າພະເຈົ້າ ບໍ່ຮູ້ຈັກ Donald Trump, ນີ້ແມ່ນ ສິ່ງທີ່ຂ້າພະເຈົ້າເວົ້າ. ຈຸດສໍາຄັນຂອງຂ້າພະເຈົ້າຄື ຜູ້ທີ່ຂ້າພະເຈົ້າໄວ້ວາງໃຈ ແມ່ນຊາວອອສເຕຣເລັຍ ແລະວຽກງານຂອງຂ້າພະເຈົ້າ ແມ່ນທີ່ຈະຢືນຂຶ້ນ ເພື່ອຜົນປໂຍດ ຂອງປະເທດເຮົາ."
Anthony Albanese ກໍເວົ້າແບບ ທາງການທູດຄືກັນ.
"ຂ້າພະເຈົ້າ ບໍ່ມີເຫດຜົນ ທີ່ຈະບໍ່ໄວ້ວາງໃຈ. ຂ້າພະເຈົ້າ ໄດ້ສົນທະນາສອງສາມເທື່ອກັບລາວ. ໃນການສົນທະນາຄັ້ງສຸດທ້າຍ, ພວກເຮົາ ໄດ້ຕົກລົງກັນ ກ່ຽວກັບຖ້ອຍຄໍາ ທີ່ເພິ່ນຈະພິຈາຣະນາ, ນັ້ນແມ່ນຄໍາທີ່ເພິ່ນໃຊ້ ແລະເພິ່ນກໍໄດ້ເຮັດເຊັ່ນນັ້ນ. ໃນທີ່ສຸດ, ເພິ່ນໄດ້ຕັດສິນໃຈວ່າ ເປັນສ່ວນຫນຶ່ງຂອງຣັຖບານ ຂອງສະຫະຣັດອາເມຣິກາ ທີ່ຈະເກັບພາສີເຫລົ່ານີ້ ກັບທຸກປະເທດ. ພວກເຮົາຖືກເກັບຈໍານວນຫນ້ອຍທີ່ສຸດ ແຕ່ພວກເຮົາ ໄດ້ບອກຢ່າງຊັດເຈນວ່າ ນັ້ນເປັນການທໍາຮ້າຍຕົວເອງ ຂອງສະຫະຣັດອາເມຣິກາ."
ໃນຫົວຂໍ້ ຂອງຄວາມສໍາພັນລະຫວ່າງປະເທດ, Mr Dutton ໄດ້ຖືກບັງຄັບໃຫ້ຍອມຮັບຜິດ ໃນລະຫວ່າງການໂຕ້ວາທີ ຫລັງຈາກກ່ອນນັ້ນ ໄດ້ປະຕິເສດ ທີ່ຈະຖອນຄຳເວົ້າ ຈາກຂໍ້ອ້າງທີ່ຜິດພາດຂອງເພິ່ນ ທີ່ວ່າປະທານາທິບໍດີ ອິນໂດເນເຊັຍ Prabowo Subianto ໄດ້ປະກາດຢ່າງເປີດເຜີຍ ເຖິງຄໍາຂໍຮ້ອງ ຂອງຣັສເຊັຍ ທີ່ຈະມີຖານທັບອາກາດ ຢູ່ໃນດິນແດນອິນໂດເນເຊັຍ.
Peter Dutton ກ່າວວ່າລາວເຮັດຜິດພາດ.
"ມັນເປັນຄວາມຜິດພາດ."
ແຕ່ຜູ້ນໍາຝ່າຍຄ້ານຢືນຢັນວ່າ ນາຍົກຣັຖມົນຕີກໍບໍ່ຮູ້ຕົວ
"ສິ່ງທີ່ເຮົາໄດ້ເຫັນ ໃນ 12 ຊົ່ວໂມງຜ່ານມານີ້ ແມ່ນວ່າ ທູດຂອງຣັສເຊັຍປະຈຳອິນໂດເນເຊັຍ ໄດ້ຢືນຢັນວ່າ ມີການສົນທະນາກັນ, ແລະເຫັນໄດ້ຢ່າງຊັດແຈ້ງວ່າ ມີຄວາມໃກ້ຊິດ ທີ່ໜ້າເປັນຫ່ວງ ໃນຄວາມສໍາພັນນັ້ນ. ແລະຂ້າພະເຈົ້າຄິດວ່າ ຈຸດສໍາຄັນໃນທີ່ນີ້ ແມ່ນວ່າ ນາຍົກຣັຖມົນຕີບໍ່ຮູ້ຫຍັງເລີຍກ່ຽວກັບເລື່ອງນີ້."
ນາຍົກຣັຖມົນຕີ ໄດ້ສວຍໂອກາດ ໃນການຍອມຮັບຂອງຄູ່ແຂ່ງຂອງເພິ່ນ.
"Peter ເວົ້າວ່າ ເປັນຫຍັງພວກເຮົາຈຶ່ງບໍ່ຮູ້ ບາງສິ່ງທີ່ບໍ່ມີຢູ່ຈິງ, ແລະສິ່ງທີ່ບໍ່ມີຢູ່ຈິງ, ແລະອິນໂດເນເຊັຍ ກໍໄດ້ຢືນຢັນ, ຄວາມຄິດຂອງຖານທັບອາກາດ (Base) ທີ່ຖືກໃຊ້ໂດຍກອງທະຫານອາກາດ ຂອງຣັສເຊັຍ ແມ່ນທີ່ປາປົວຕາເວັນຕົກ (West Papua)."
SPEERS: "Mr Dutton ທ່ານຍອມຮັບສິ່ງນັ້ນຫຼືບໍ່?"
"ບໍ່, ຂ້າພະເຈົ້າບໍ່ຍອມຮັບສິ່ງນັ້ນ. ຂ້າພະເຈົ້າຄິດວ່າ ນາຍົກຣັຖມົນຕີເວົ້າເອົາໜ້າໂຕເອງຊື່ໆຢູ່ທີ່ນີ້."
Mr Albanese ກ່າວວ່າ ອອສເຕຣເລັຍ ມີຄວາມສໍາພັນທີ່ເຂັ້ມແຂງ ກັບອິນໂດເນເຊັຍ.
"ຄວາມຄິດທີ່ວ່າ ທ່ານພຽງແຕ່ໂຍນຄວາມຄິດເຫັນເຫລົ່ານີ້ອອກມາ, ມັນເປັນສິ່ງທີ່ບໍ່ທັມມະດາ. ແລະຄວາມຈິງທີ່ວ່າ ພວກເຮົາ ກຳລັງໄດ້ເຫັນການປີ້ນຄວາມເວົ້າ ວ່າບໍ່ມີຫຍັງໃຫ້ເຫັນຢູ່ທີ່ນີ້ ສະແດງໃຫ້ເຫັນວ່າ ບໍ່ມີຄວາມເຂົ້າໃຈ ເຖິງຄວາມຈໍາເປັນ ຂອງການທູດເລີຍ."
ເມື່ອຖືກຖາມ ໃຫ້ບອກເຖິງການປະຕິຮູບ ທາງເສດຖະກິດທີ່ສໍາຄັນ ທີ່ເພິ່ນຢາກ ໃຫ້ເປັນທີ່ຈື່ຈໍາຫລາຍທີ່ສຸດ, Mr Dutton ໄດ້ຊີ້ໄປທີ່ການປ່ຽນແປງໂຄງຮ່າງ ຂອງຕລາດພລັງງານ (Energy Markets), ເລີ່ມຕົ້ນດ້ວຍການຍັງໃຊ້ແກັສຕໍ່ໄປ ແລະຕໍ່ມາ ກໍແມ່ນການເສີມໃຫ້ເຂັ້ມແຂງຂຶ້ນ ໂດຍໂຮງງານໄຟຟ້າ ນິວເຄລັຍ..
"ພະລັງງານຄືເສດຖະກິດ. ທຸກສິ່ງທີ່ເຮົາໃຊ້, ທຸກສິ່ງທີ່ຢູ່ຮອບໂຕເຮົາ ທີ່ກໍາລັງທຳງານ ຫລືຖືກສ້າງຂຶ້ນ ດ້ວຍການໃຊ້ພະລັງງານ, ການກະສິກັມ ,ປຸ໋ຍ, ຫ້ອງເຢັນ. ທຸກສິ່ງທີ່ເຮົາເພິ່ງພາ ໃນສັງຄົມຂອງເຮົາ, ໃນສັງຄົມ ສມັຍ ໃຫມ່ຂອງເຮົາ ຕ້ອງອາສັຍພະລັງງານ."
Anthony Albanese ໄດ້ຊີ້ໃຫ້ເຫັນ ເຖິງການດູແລລູກ ທີ່ມີລາຄາບໍ່ແພງ ວ່າເປັນການປ່ຽນແປງ ອັນຍິ່ງໃຫຍ່ຂອງລາວ, ໂດຍກ່າວວ່າ Labor ຮັບປະກັນ ສາມມື້ ສໍາລັບພໍ່ແມ່ໃນວາຣະທໍາອິດ.
"ພວກເຮົາຢາກໃຫ້ມີການດູແລເດັກນ້ອຍ ທີ່ມີລາຄາບໍ່ແພງທົ່ວໄປ ເພື່ອວ່າ ມັນເປັນເລື່ອງທັມມະດາ ທີ່ຈະໃຫ້ລູກຫຼານຂອງທ່ານ ສາມາດເຂົ້າເຖິງການດູແລເດັກ ເຊັ່ນດຽວກັບການເຂົ້າເຖິງ ໂຮງຮຽນສາທາຣະນະ."
ເນື້ອເລື່ອງໂດຍ Tee Mitchell ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌