ຂໍ້ມູນທີ່ຜິດ-ຂໍ້ມູນທີ່ບໍ່ຖືກຕ້ອງ-ໃນການເລືອກຕັ້ງ.

FUYANG, CHINA - AUGUST 7, 2020 - Users' mobile phones display the WeChat logo. Fuyang city, Anhui Province, China, August 7, 2020. (Photo by Lu Junming / Costfoto/Sipa USA)

ໂທຣະສັບມືຖືທີ່ມີ ແອັປ ຂອງ WeChat. Source: SIPA USA / Lu Junming / Costfoto/Sipa USA

ລາຍງານໂດຍ the Australian Curriculum, Assessment and Reporting Authority ສະແດງໃຫ້ເຫັນວ່າ ພຽງແຕ່ຫນຶ່ງໃນສີ່ຄົນ ຂອງນັກຮຽນ ປີ 10 ທີ່ຊ່ຽວຊານ ໃນດ້ານໜ້າທີ່ພົນລະເມືອງ, ຊຶ່ງຮວມເຖິງ ແນວຄິດ ເຊັ່ນລະບອບປະຊາທິປະໄຕ, ວິທີການອອກກົດຫມາຍ ແລະບົດບາດຂອງຣັຖບານ. ນັບຕັ້ງແຕ່ ການເລືອກຕັ້ງຂອງຣັຖບານກາງ ໃນປີ 2016, ມີຄວາມເປັນຫ່ວງວ່າ WeChat ນັ້ນເຕັມໄປດ້ວຍ ຂໍ້ມູນທີ່ບິດເບືອນ ກ່ຽວກັບພັກການເມືອງໃຫຍ່, ນະໂຍບາຍ ແລະແມ່ນແຕ່ ວິທີທີ່ຈະອອກສຽງ ເລືອກຕັ້ງ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌
ຂໍ້ມູນທີ່ຜິດ-ຂໍ້ມູນທີ່ບໍ່ຖືກຕ້ອງ-ໃນການເລືອກຕັ້ງ.

ໃນປີ 2016, WeChat ແອັປດັງຂອງຈີນ ໄດ້ດຶງດູດຄວາມສົນໃຈ ຂອງສື່ອອສເຕຣເລັຍ ຫລັງຈາກພົບວ່າ ຜູ້ເລືອກຕັ້ງຊາວຈີນອອສເຕຣເລັຍ ມີສ່ວນຮ່ວມ ໃນການເລືອກຂອງ ໃນຖານ (Platform) ນີ້

ຕັ້ງແຕ່ນັ້ນມາ, ມີການສົນທະນາ ກ່ຽວກັບຂໍ້ມູນ ທີ່ບໍ່ຖືກຕ້ອງຫລາຍຢ່າງ ທີ່ເຈາະຈົງໃສ່ຊຸມຊົນຫຼາຍວັດທະນະທັມ ໃນອິນເຕີເນັດ ທີ່ບໍ່ແມ່ນພາສາອັງກິດ ເຊັ່ນ WeChat.

ເຖິງແມ່ນ ຈະມີຄວາມຮັບຮູ້ໃນຊຸມຊົນຫລາຍຂຶ້ນ, ແຕ່ອອສເຕຣເລັຍ ອາດບໍ່ພ້ອມ ທີ່ຈະແກ້ໄຂບັນຫາ ໃນການເລືອກຄັ້ງນີ້, ຕາມທີ່ Wing Kuang ລາຍງານ.

ຕັ້ງແຕ່ປີ 2019, Dr Fan Yang ຈາກ the University of Melbourne ໄດ້ທີ່ຜິດ-ຂໍ້ມູນທີ່ບໍ່ຖືກຕ້ອງ-ກ່ຽວກັບການເລືອກຕັ້ງຂອງອອສເຕຣເລັຍ ໃນ WeChat ຊຶ່ງເປັນແອັປດັງ ຂອງປະເທດຈີນ,.

WeChat ເປັນເຈົ້າຂອງໂດຍ ບໍຣິສັດເທັກໂນໂລຈີຍັກໃຫຍ່ Tencent, ມັນເປັນ App ຂອງທຸກສິ່ງ-ຊຶ່ງທ່ານ ບໍ່ພຽງແຕ່ສາມາດສົ່ງຂໍ້ຄວາມໄປຫາຫມູ່ເພື່ອນເທົ່ານັ້ນ, ແຕ່ຍັງແບ່ງປັນບົດຄວາມ, ຕິດຕາມ ແລະເບິ່ງວິດີໂອສັ້ນໆ ໄດ້ອີກດ້ວຍ.

ແຕ່ສໍາລັບ Dr Yang, ຜູ້ທີ່ຈະເຝົ້າຕິດຕາມ ການເລືອກຕັ້ງຂອງຣັຖບານກາງ ເປັນເທື່ອທີສາມຕິດຕໍ່ກັນ, ມັນເປັນບ່ອນ ສໍາລັບຂໍ້ມູນທີ່ບິດເບືອນ-ຂໍ້ມູນທີ່ບໍ່ຖືກຕ້ອງ ໂດຍເຈດຕະນາ.

"ພວກເຮົາ ບໍ່ມີຄວາມຕຽມພ້ອມ ທີ່ຈະຈັດການ ຫລືແຊກແຊງ ຂໍ້ມູນທີ່ບິດເບືອນ ແລະຂໍ້ມູນຜິດ ທີ່ແພ່ຂຍາຍໄປທົ່ວຊຸມຊົນ ທີ່ເວົ້າພາສາຈີນຫລືຊຸມຊົນ ທີ່ບໍ່ເວົ້າພາສາອັງກິດ."

ນັບຕັ້ງແຕ່ ການເລືອກຕັ້ງຂອງຣັຖບານກາງ ໃນປີ 2016, ມີຄວາມເປັນຫ່ວງວ່າ WeChat ນັ້ນເຕັມໄປດ້ວຍ ຂໍ້ມູນທີ່ບິດເບືອນ ກ່ຽວກັບພັກການເມືອງໃຫຍ່, ນະໂຍບາຍ ແລະແມ່ນແຕ່ ວິທີທີ່ຈະອອກສຽງ ເລືອກຕັ້ງ.

ມີລາຍງານ ກ່ຽວກັບການບິດເບືອນຂໍ້ມູນ.

ອີງຕາມການສໍາຫລວດ ປີ 2021, ເກືອບຫນຶ່ງໃນຫ້າຄົນ ຂອງຊາວອອສເຕຣເລັຍ ເວົ້າພາສາອື່ນ ນອກຈາກພາສາອັງກິດຢູ່ບ້ານ.

ຫລາຍຄົນ ໃຊ້ຖານສື່ສານມວນຊົນ (Social Media Platforms) ທີ່ບໍ່ແມ່ນພາສາອັງກິດ ເຊັ່ນ WeChat.

ລາຍງານປີ 2023 ໂດຍສະຖາບັນ Lowy ສະແດງໃຫ້ເຫັນວ່າ ຫຼາຍກວ່າເຄິ່ງຫນຶ່ງ ຂອງຄົນຈີນ-ອອສເຕຣເລັຍ ອາຍຸ 18 ເຖິງ 44 ປີໃຊ້ WeChatທຸກມື້.

ໃນຫລາຍປີບໍ່ດົນມານີ້, ແອັປສັງຄົມ (Social App) ອີກຢ່າງຫນຶ່ງຂອງຈີນ , ຊື່ວ່າ RedNote, ໄດ້ຮັບຄວາມນິຍົມ, ແລະຫລາຍກວ່າເຄິ່ງຫນຶ່ງ ຂອງຈໍານວນຄົນຈີນ ໃນອອສເຕຣເລັຍ ໃຊ້ແອັປນີ້.

Dr Yang ກ່າວວ່າ ເຖິງແມ່ນຈະມີແອັປສັງຄົມ (Social App) ທີ່ບໍ່ແມ່ນພາສາອັງກິດ ເພີ່ມຂຶ້ນໃນອອສເຕຣເລັຍ, ແຕ່ຍັງບໍ່ມີວິທີ ຄວບຄຸມຢ່າງເປັນລະບົບ.

"ຂໍ້ມູນທີ່ຜິດ ແລະຂໍ້ມູນບິດເບືອນ ທາງອິນເຕີເນັດ, ແພ່ໄປທົ່ວຊຸມຊົນ ທີ່ບໍ່ເວົ້າພາສາອັງກິດ, ຫລືແພ່ໄປທົ່ວ ຊ່ອງທາງໃກ້ຊິດສ່ວນຕົວ, ທີ່ໄດ້ຖືກມອງຂ້າມ ເປັນເວລານານແລ້ວ ໂດຍຫນ່ວຍການຄວບຄຸມຂອງອອສເຕຣເລັຍ ແລະສື່ລະດັບຊາດ."

ແລະເຖິງແມ່ນວ່າ ຣັຖບານກາງໄ ດ້ພິຈາຣະນາການຄວບຄຸມຂໍ້ມູນ ທີ່ບໍ່ຖືກຕ້ອງ, ແຕ່ມັນ ກໍຍັງບໍ່ໄດ້ຂຍາຍອອກໄປຫາເວບໄຊ້ ທີ່ບໍ່ແມ່ນພາສາອັງກິດ.

"ພວກເຮົາ ໄດ້ປຽບທຽບຮ່າງກົດຫມາຍ ການຕໍ່ສູ້ກັບຂໍ້ມູນ ທີ່ບໍ່ຖືກຕ້ອງ, ຂໍ້ມູນບິດເບືອນ ໃນປີ 2023 ແລະ 2025 ແລະພວກເຮົາພົບວ່າ ຂໍ້ມູນທີ່ບໍ່ຖືກຕ້ອງ ທີ່ບໍ່ເປັນພາສາອັງກິດ, ແຫລ່ງຂໍ້ມູນບິດເບືອນ ບໍ່ໄດ້ຖືກລວມເຂົ້າ ໃນຮ່າງກົດຫມາຍເລີຍ, ແລະຮ່າງກົດຫມາຍ ກໍບໍ່ໄດ້ເຈາະຈົງ ໃສ່ການບໍຣິການ ສື່ສານມວນຊົນ ທີ່ບໍ່ແມ່ນຂອງອາເມຣິກາ ຫຼືບໍ່ເປັນທີ່ນິຍົມ ຫລືບໍຣິການສື່ສານມວນຊົນ ທີ່ບໍ່ເປັນທີ່ນິຍົມເຊັ່ນ WeChat, RedNote, ແລະອື່ນໆ. ແລະຣັຖບານ ໄດ້ຍົກເລີກຮ່າງກົດຫມາຍນັ້ນ ໃນເດືອນພະຈິກປີ 2024."

ສະນັ້ນ ມັນຍາກຫລາຍປານໃດ ທີ່ຈະຫລຸດຜ່ອນຜົນກະທົບ ຂອງຂໍ້ມູນທີ່ບໍ່ຖືກຕ້ອງນັ້ນ?

ຫລັງຈາກໄດ້ກວດເບິ່ງ ບົດຄວາມຫລາຍພັນຂໍ້ ທີ່ມີຂໍ້ມູນຜິດ, Dr Yangກ່າວວ່າ ສ່ວນຫລາຍແລ້ວ ມີຫົວຂໍ້ທີ່ຄ້າຍຄືກັນ.

"ການເລົ່າເລື່ອງຂໍ້ມູນທີ່ບໍ່ຖືກຕ້ອງຫລາຍຢ່າງ ທີ່ເຮົາໄດ້ສັງເກດເຫັນ ແລະໄດ້ຮວບຮວນໄວ້, ມັນເປັນເລື່ອງທີ່ເກີດຂຶ້ນເລື້ອຍໆ, ຊຶ່ງຫມາຍຄວາມວ່າ ຖ້າຫາກເຮົາຢາກວາງແຜນ ທີ່ຈະເຕືອນຜູ້ຄົນລ່ວງຫນ້າ ກ່ຽວກັບເລື່ອງທີ່ບໍ່ຖືກຕ້ອງ, ເຮົາກໍສາມາດເຮັດໄດ້. ແຕ່ຈົນເຖິງເວລານີ້, ຂ້າພະເຈົ້າ ບໍ່ເຫັນຫລາຍແຫລ່ງຊ່ອຍເຫລືອ ທີ່ອຸທິດຕົນ ຫລືລົງທຶນໃນການແກ້ໄຂ ຫລືເຕືອນ ກ່ຽວກັບຂໍ້ມູນທີ່ບໍ່ຖືກຕ້ອງ ໃນຕອນນີ້."

Dr Yang ກ່າວວ່າ ສະມາຊິກໃນຊຸມຊົນຫລາຍຄົນ ອາສັຍຄອບຄົວຂອງເຂົາເຈົ້າ ເພື່ອກວດກາເບິ່ງຂໍ້ມູນ ທາງອິນເຕີເນັດ, ຕາມປົກກະຕິແລ້ວ ຈະອາສັຍສະມາຊິກໃນຄອບຄົວ ທີ່ຫນຸ່ມກວ່າ ແລະມີຄວາມຮູ້ເລື່ອງDigital ທີ່ເວົ້າພາສາອັງກິດຢ່າງຄ່ອງແຄ່ວ.

ແຕ່ກ່ອນທີ່ ຈະສາມາດຫັກລ້າງຂໍ້ມູນທີ່ບໍ່ຖືກຕ້ອງ, ຜູ້ຄົນຕ້ອງຮູ້ວ່າ ລະບົບການເລືອກຕັ້ງ ດໍາເນີນງານແນວໃດ, ແລະນັ້ນ ບໍ່ໄດ້ແມ່ນກໍຣະນີໃນອອສເຕຣເລັຍສເມີໄປ.

ລາຍງານເມື່ອບໍ່ດົນມານີ້ ໂດຍ the Australian Curriculum, Assessment and Reporting Authority ສະແດງໃຫ້ເຫັນວ່າ ພຽງແຕ່ຫນຶ່ງໃນສີ່ຄົນ ຂອງນັກຮຽນ ປີ 10 ທີ່ຊ່ຽວຊານ ໃນດ້ານໜ້າທີ່ພົນລະເມືອງ, ຊຶ່ງຮວມເຖິງ ແນວຄິດ ເຊັ່ນລະບອບປະຊາທິປະໄຕ, ວິທີການອອກກົດຫມາຍ ແລະບົດບາດຂອງຣັຖບານ.

ການຄົ້ນຄວ້າ ເມື່ອບໍ່ດົນມານີ້ ທີ່ຂຽນຮ່ວມກັບ Dr Yang ສະແດງໃຫ້ເຫັນວ່າ ຫລາຍກວ່າເຄິ່ງຫນຶ່ງ ຂອງຜູ້ອົບພະຍົບຊາວຈີນ ບໍ່ຮູ້ວ່າລະບົບການເມືອງ ຂອງອອສເຕຣເລັຍ ເຮັດວຽກແນວໃດ, ໂດຍທີ່ ມີຜູ້ອົບພະຍົບຊາວເອເຊັຍໃຕ້ ເກືອບເຄິ່ງຫນຶ່ງ ກໍເວົ້າແບບດຽວກັນນັ້ນ.

ນັ້ນຄື ສິ່ງທີ່ຜູ້ອົບພະຍົບ ແລະ Podcaster ຂອງ Hong Kong, Suie Lo ພົບ ຕອນຜລິດ Podcast ຂອງເດັກນ້ອຍ ໃນພາສາກວາງຕຸ້ງ (Cantonese) ກ່ຽວກັບຂໍ້ມູນທີ່ບໍ່ຖືກຕ້ອງ.

Ms Lo ໄດ້ມາເຖິງ Melbourne ເມື່ອສາມປີກ່ອນ.

ໂດຍທີ່ໄດ້ຕິດຕາມ ການສົນທະນາທີ່ຮຸນແຮງ ກ່ຽວກັບຂໍ້ມູນທີ່ບໍ່ຖືກຕ້ອງ, ນາງຮູ້ສຶກວ່າ ມັນຈໍາເປັນ ທີ່ຈະຊ່ອຍເຫລືອເດັກນ້ອຍໃ ຫ້ເຂົ້າໃຈ ແນວຄິດຂອງການກວດສອບ ຫາຄວາມຈິງ (Fact-checking).

"ທຸກມື້ນີ້, ເຮົາທຸກຄົນຮູ້ວ່າ, ຫລັງຈາກປີ 2000, ເດັກນ້ອຍທຸກຄົນໄດ້ເກີດມາໃນໂລກອິນເຕີເນັດ. ແລະແມ່ນແຕ່ ໃນຖານະທີ່ເປັນພໍ່ແມ່, ເມື່ອລູກຂອງທ່ານເຕີບໂຕຂຶ້ນ ເຮົາບໍ່ສາມາດຄວບຄຸມຂໍ້ມູນທຸກຢ່າງທາງອິນເຕີເນັດໄດ້. ສະນັ້ນ ມັນຈຶ່ງສໍາຄັນແທ້ໆ ທີ່ຈະບອກໃຫ້ເດັກນ້ອຍຮູ້ວ່າ ເຂົາເຈົ້າຕ້ອງຮູ້ວິທີ ທີ່ຈະພິສູດ ຫລືຮູ້ວ່າ ຂໍ້ມູນໃດ ທີ່ບໍ່ອາດເຊື່ອຖືໄດ້, ຫລືອາດເຮັດໃຫ້ເຂົ້າໃຈຜິດໄດ້."

ກ່ອນນາງຈະສາມາດສເນີເນື້ອຫາ ໃຫ້ແກ່ເດັກນ້ອຍໃນຊຸມຊົນຊາວກວາງຕຸ້ງ (Cantonese), Ms Lo ເອງຕ້ອງຊໍານານ ໃນການລະບຸຂ່າວປອມກ່ອນ.

"ເລື່ອງຂອງຂ້າພະເຈົ້າ ເປັນພຽງຄວາມຮູ້ແຈ້ງ ຫລືແນວຄິດ ທີ່ຈະໃຫ້ເດັກນ້ອຍ ແລະພໍ່ແມ່ຮັບຮູ້ ເຖິງຂໍ້ມູນທີ່ຜິດ ຫລືຂໍ້ມູນສໍາລັບອິນເຕີເນັດ. ສະນັ້ນ ຖ້າຫາກພໍ່ແມ່ ຢາກສົນທະນາກັບລູກໆ ຢ່າງເລິກຊຶ້ງ,ເຂົາເຈົ້າ ຕ້ອງເຂົ້າໃຈແນວຄິດ ຢ່າງແຈ່ມແຈ້ງຫລາຍຂຶ້ນ. ຂ້າພະເຈົ້າຮູ້ວ່າ ຣັຖບານໄດ້ຈັດຕັ້ງຜແນກນີ້, ມັນກ່ຽວກັບຄວາມປອດພັຍ ທາງອິນເຕີເນັດ, ແລະແລ້ວເຂົາເຈົ້າ ກໍໃຫ້ຂໍ້ມູນບາງຢ່າງ ແລະການສອນບາງຢ່າງ ສໍາລັບນາຍຄູ ເພື່ອຊີ້ນໍາເດັກນ້ອຍ ກ່ຽວກັບໂລກ Digital."

ນອກເຫນືອໄປຈາກ ກັມມາທິການຄວາມປອດພັຍ ທາງອິນເຕີເນັດ(the e-safety Commissioner), ຄນະກັມມະການການເລືອກຕັ້ງ ຂອງອອສເຕຣເລັຍ (the Australian Electoral Commission) ກໍໄດ້ດໍາເນີນການສຶກສາເລື່ອງໜ້າທີ່ພົນລະເມືອງ ໃນຊຸມຊົນຫຼາຍວັດທະນະທັມ.

Evan Ekin-Smyth, ໂຄສົກຂອງ AEC ກ່າວວ່າ ມັນເປັນຈຸດສົນໃຈ ໃນ ຂນະທີ່ການເລືອກຕັ້ງ ກຳລັງໃກ້ເຂົ້າມາ.

"ພວກເຮົາ ມີຜູ້ອໍານວຍຄວາມສະດວກ ທາງດ້ານພາສາຫຼາຍຄົນ ທີ່ໄດ້ເຮັດໃນເຂດຕ່າງໆ. ສ່ວນຫລາຍ ແມ່ນຢູ່ພາກຕາເວັນຕົກຂອງ Sydney, ແຕ່ຍັງມີເຂດອື່ນໆທົ່ວ Victoria ແລະໃນເຂດອື່ນໆນຳອີກ ພ້ອມທັງໃນພາສາ ທີ່ແຕກຕ່າງກັນ. ມັນກ່ຽວກັບຄວາມຕ້ອງການຂອງຊຸມຊົນ ແລະການລະບຸ ເຖິງຄວາມຕ້ອງການ ຂອງສະມາຊິກໃນຊຸມຊົນ ທີ່ຈະມີຂໍ້ມູນເຫຼົ່ານີ້. ຕາມປົກກະຕິແລ້ວ, ເຊົ່າຫ້ອງຫນຶ່ງຢູ່ໃນຫ້ອງການເທດສະບານ, ເຊື້ອເຊີນ ສະມາຊິກໃນຊຸມຊົນທ້ອງຖິ່ນ, ແລະທ່ານອາດຈະມີ 10 ຄົນ, ຫລື 15 ຫລື 20 ຄົນ ຫລືບໍ່ວ່າຈະເປັນແນວໃດກໍຕາມ, ແລະທ່ານຈະສົນທະນາ ກ່ຽວກັບລະບົບການເລືອກຕັ້ງ ຂອງອອສເຕຣເລັຍ ໃນພາສາຕ່າງ, ແລະທ່ານຈັດຫາແຫລ່ງຊ່ອຍເຫລືອ ແລະອຸປະກອນ."

ການເລືອກຕັ້ງ ຂອງຣັຖບານກາງ ທີ່ຜ່ານມາ, AEC ໄດ້ຮ່ວມມື ກັບຊ່ອງ WeChat ເພື່ອຈັດພິມການແປເອກກະສານ ຂອງທາງການເປັນພາສາຈີນ.

ໃນເດືອນກຸມພາ, ມັນໄດ້ພົບກັບ WeChat ເພື່ອພັດທະນາເສັ້ນທາງ ແນະນໍາ ໃນອິນເຕີເນັດ ກ່ຽວກັບຂໍ້ມູນທີ່ບໍ່ຖືກຕ້ອງ ກ່ຽວກັບການເລືອກຕັ້ງ.

ແຕ່ Mr Ekin-Smyth ກ່າວວ່າ ມັນເປັນເລື່ອງຍາກ ທີ່ຈະຕິດຕາມສະພາບການ ທີ່ປ່ຽນແປງຢ່າງໄວ.

"ມັນເປັນເລື້ອງຍາກ. ນີ້ບໍ່ແມ່ນ ພຽງແຕ່ໃນດ້ານພາສາເທົ່ານັ້ນ, ນີ້ແມ່ນໃນທຸກດ້ານ. ການແພ່ຂຍາຍ ຂອງຊ່ອງທາງສື່ສານມວນຊົນ ແມ່ນສໍາຄັນ, ໂດຍສະເພາະ ໃນສອງສາມປີທີ່ຜ່ານມາ, ມີຄວາມຈໍາກັດໃນດ້ານ ທີ່ເຮົາສາມາດເຮັດໄດ້ ແລະຈໍານວນເງິນ ທີ່ເຮົາສາມາດໃຊ້ໃນການໂຄສະນາ ແລະປະເພດ ຂອງການສະແດງຕົນ ທີ່ເຮົາສາມາດຮັກສາໄວ້ໄດ້ ໃນຊ່ອງຕ່າງໆ."

ສໍາລັບການເລືອກຕັ້ງຄັ້ງນີ້, AEC ມີຂໍ້ຄວາມ ຕໍ່ຜູ້ອອກສຽງທຸກຄົນວ່າ:ໃຫ້ຢຸດ ແລະຄິດກ່ຽວກັບຂໍ້ມູນ ທີ່ທ່ານເຫັນຢູ່ໃນອິນເຕີເນັດ.

"ແລະມີຄໍາຖາມບາງຢ່າງ ທີ່ຜູ້ອອກສຽງ ຕ້ອງຖາມຕົວເອງ ເມື່ອເຂົາເຈົ້າເຫັນສິ່ງຕ່າງໆ ກ່ຽວກັບວ່າ ບາງສິ່ງເປັນເລື້ອງປະຈຸບັນຫລືບໍ່, ວ່າມັນຖືກຕ້ອງຫລືບໍ່, ແລະຂ້າພະເຈົ້າ ຂໍແນະນໍາ ໃຫ້ຜູ້ຄົນກວດກາເບິ່ງແຫລ່ງ ຂອງຂໍ້ມູນຫລາຍທາງ, ເພາະນັ້ນ ເປັນສິ່ງທີ່ດີທີ່ສຸດ ທີ່ຜູ້ຄົນສາມາດເຮັດໄດ້ ເພື່ອປົກປ້ອງຕົນເອງ."

ເນື້ອເລື່ອງໂດຍ  Wing Kuang ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ 

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່

Share