ວິທີລົງຄະແນນສຽງ ໃນການເລືອກຕັ້ງ ຣັຖບານກາງ.

Australians to vote

A man inserting a ballot to a ballot box. Australian flag in front of it. Source: iStockphoto / Sadeugra/Getty Images/iStockphoto

ໃນມື້ເລືອກຕັ້ງ, ຄນະກັມມະການ ການເລືອກຕັ້ງ ຂອງອອສເຕຣເລັຍ(The Australian Electoral Commission), ຫລື AEC, ຄາດວ່າຈະມີຜູ້ອອກສຽງຫນຶ່ງລ້ານຄົນ ທີ່ສູນເລືອກຕັ້ງຂອງເຂົາເຈົ້າ ທຸກຊົ່ວໂມງ. ການອອກສຽງ ເປັນສິ່ງບັງຄັບຖ້ າຫາກທ່ານຢູ່ໃນທະບຽນຂອງຜູ້ມີສິດເລືອກຕັ້ງ. ສະນັນ ຊາວອອສເຕຣເລັຍທຸກຄົນ ຄວນທຳຄວາມຄຸ້ນເຄີຍກັບຂັ້ນຕອນ ການອອກສຽງ ກ່ອນມື້ເລືອກຕັ້ງ.


ຈຸດສຳຄັນ
  • AEC ຈັດຫາເຄື່ອງມື ເພື່ອຊ່ວຍທ່ານ ໃຫ້ຊອກຫາເຂດເລືອກຕັ້ງ ແລະສູນກາງເລືອກຕັ້ງຂອງທ່ານ.
  • ມີທາງເລືອກຫລາຍຢ່າງ ໃນມື້ເລືອກຕັ້ງ ແລະກ່ອນມື້ເລືອກຕັ້ງ.
  • ຂໍ້ມູນ ກ່ຽວກັບການເລືອກຕັ້ງ ມີຢູ່ໃນຫລາຍພາສາ.
  • AEC ໃຫ້ບໍຣິການແປທາງໂທຣະສັບ ເພື່ອຊ່ວຍທ່ານໃນການອອກສຽງ
ອອສເຕຣເລັຍ ມີຄນະກັມມະການອິດສຣະ ເປັນຜູ້ຈັດການລະບົບການເລືອກຕັ້ງ. ມັນເປັນໜ້າທີ່ ຂອງ ຄນະ ກັມມະການ ການ ເລືອກ ຕັ້ງ ຂອງ ອອສເຕຣເລັຍ (The Australian Electoral Commission) ທີ່ຈະຮັບຮອງວ່າ ພົນລະເມືອງທຸກຄົນທີ່ມີສິດ ຈະມີໂອກາດ ທີ່ຈະຊ່ອຍກຳ ໜົດຣັຖບານກາງຂອງເຮົາ.

ລະບຸ ເຂດເລືອກຕັ້ງຂອງທ່ານ

ມີເຂດເລືອກຕັ້ງຂອງຣັຖບານກາງ 150 ແຫ່ງໃນອອສເຕຣເລັຍ. AECຈັດຫາເຄື່ອງມືທາງອິນເຕີເນັດ ເພື່ອຊ່ວຍທ່ານຊອກຫາ ເຂດເລືອກຕັ້ງທີ່ທ່ານອາສັຍຢູ່. ເພື່ອຊອກຫາເຂດເລືອກຕັ້ງຂອງທ່ານ, ໃຫ້ໄປທີ່

  ທ່ານຍັງສາມາດໂທຫາ 13 23 26 ຫລືເຂົ້າໄປຫາບໍຣິການແປພາສາ ທາງໂທຣະສັບ (. 

ຊອກຫາ ສະຖານທີ່ເລືອກຕັ້ງ ຂອງທ່ານ

AEC ມີບ່ອນເລືອກຕັ້ງຫລາຍພັນບ່ອນ. ໂຮງຮຽນ ແລະໂບດໃນທ້ອງຖິ່ນ ມັກຈະກາຍເປັນເປັນສູນເລືອກຕັ້ງ ໃນມື້ເລືອກຕັ້ງ.

"ການຊອກຫາບ່ອນທີ່ໃກ້ທີ່ສຸດ ແມ່ນງ່າຍຫລາຍ," Jess Lilley ໂຄສົກຂອງ AEC ກ່າວ.

ທ່ານຈະສາມາດຂຽນຊື່ຄຸ້ມ ແລະລະຫັດໄປສະນີຂອງທ່ານ, ແລະເຄື່ອງມືຂອງພວກເຮົາ ຈະຊ່ອຍທ່ານໃຫ້ຄົ້ນຫາວ່າ ຜູ້ລົງສມັກຂອງທ່ານເປັນໃຜ ພ້ອມທັງບ່ອນ ທີ່ທ່ານສາມາດອອກສຽງເລືອກຕັ້ງໄດ້.

ວິທີທີ່ງ່າຍທີ່ສຸດ ໃນການອອກສຽງ ຄືການໄປທີ່ສະຖານທີ່ເລືອກຕັ້ງ ໃນທ້ອງຖິ່ນຂອງທ່ານ ໃນວັນເລືອກຕັ້ງ, ຊຶ່ງຈະກົງກັບວັນເສົາ.

ຫນ່ວຍເລືອກຕັ້ງເຄື່ອນທີ່ ຍັງໄປຢ້ຽມຢາມຜູ້ເລືອກຕັ້ງ ຢູ່ໃນເຮືອນຄົນຊະຣາ, ຊຸມຊົນທີ່ຫ່າງໄກ, ໂຮງຫມໍ ແລະຄຸກ.
PRAHRAN WERRIBEE BY-ELECTIONS COLOUR
Election corflute signs are seen at the polling booth for the Werribee by-elections at Werribee in Melbourne. Source: AAP / DIEGO FEDELE/AAPIMAGE
ການອອກສຽງໃນພາສາຂອງທ່ານ

ສະຖານທີ່ເລືອກຕັ້ງ ແລະເວບໄຊ້ AEC ໃຫ້ຄໍາແນະນໍາ ໃນຫລາຍພາສາ (). 

ທ່ານສາມາດ ໃຫ້ຜູ້ໃດຜູ້ຫນຶ່ງ ໄປນໍາທ່ານ ຖ້າທ່ານຕ້ອງການຄວາມຊ່ວຍເຫຼືອ. ນອກຈາກນັ້ນ ຍັງມີບໍຣິການແປທາງໂທຣະສັບ () ເພື່ອຊ່ວຍທ່ານອອກສຽງ ໃນພາສາຂອງທ່ານ.

ເລືອກຕັ້ງ ດ້ວຍວິທີອື່ນ 

ສູນກາງເລືອກຕັ້ງລ່ວງໜ້າ ຈະເປີດຫລາຍອາທິດ ກ່ອນວັນເລືອກຕັ້ງ.

ຫຼືອີກທາງຫນຶ່ງ, ທ່ານສາມາດຂໍຮ້ອງ ໃຫ້ມີການອອກສຽງທາງໄປສະນີ () ຫລືຢູ່ທີ່ຫ້ອງການ AEC.

ການອອກສຽງລະຫວ່າງຣັດ ແລະຕ່າງປະເທດ.

ບໍ່ມີບັນຫາ ຖ້າຫາກທ່ານວາງແຜນ ທີ່ຈະເດີນທາງໄປຕ່າງຣັດ. ທ່ານສາມາດໃຊ້ການອອກສຽງທາງໄປສະນີ ຫລືໄປທີ່ສູນກາງເລືອກຕັ້ງລະຫວ່າງຣັດ.

ທ່ານຍັງສາມາດ ເລືອກຕັ້ງໄດ້ ຖ້າຫາກທ່ານຢູ່ຕ່າງປະເທດ.

ໃບແຈ້ງເຕືອນໃນຕ່າງປະເທດ () ມີຢູ່ໃນເວັບໄຊ້ຕ໌ AEC, ພ້ອມດ້ວຍທາງເລືອກ ທີ່ແຕກຕ່າງກັນ ສໍາລັບສະຖານະການສ່ວນຕົວຂອງທ່ານ. ສະຖານທູດ ຂອງອອສເຕຣເລັຍບາງແຫ່ງ ກໍມີສູນກາງເລືອກຕັ້ງຄືກັນ.

Australia Goes To The Polls
A dog stands as voters cast their ballots at a polling station during a federal election in Sydney, Australia, on Saturday, May 18, 2019. Credit: Bloomberg/Bloomberg via Getty Images
ການແຈກຢາຍຂໍ້ມູນ

ພັກການເມືອງ ແລະກຸ່ມອິດສຣະ ຈະແຈກຢາຍຂໍ້ມູນ ຢູ່ນອກສະຖານທີ່ເລືອກຕັ້ງ, ແຕ່ຢ່າປ່ອຍໃຫ້ເຂົາເຈົ້າ ເຮັດໃຫ້ທ່ານຫລົງຜິດ, William Bowe ນັກວິເຄາະການເລືອກຕັ້ງກ່າວ.

” ພັກຕ່າງໆ ຍື່ນບັດ 'ວິທີເລືອກຕັ້ງ (how to vote)' ຢູ່ທີ່ບ່ອນເລືອກຕັ້ງ ໃນມື້ເລືອກຕັ້ງ ທີ່ແນະນໍາໃຫ້ທ່ານ ຂຽນບັດລົງຄະແນນສຽງຂອງທ່ານ ໃນທາງໃດທາງຫນຶ່ງ. ທ່ານບໍ່ຈໍາເປັນ ຕ້ອງອອກສຽງແບບນັ້ນ. ມັນເປັນພຽງຄໍາແນະນໍາເທົ່ານັ້ນ.” 

ອອກສຽງເລືອກຕັ້ງ

ທ່ານຈະໄດ້ຮັບ ບັດລົງຄະແນນສຽງ ສະບັບຫນຶ່ງ ສີຂຽວ ແລະ ອີກສະບັບ ຫນຶ່ງ ສີຂາວ.

ບັດລົງຄະແນນສຽງ ສີຂຽວ

ບັດລົງຄະແນນສຽງສີຂຽວ ແມ່ນການເລືອກເອົາຄົນຫນຶ່ງ ໃນເຂດເລືອກຕັ້ງຂອງທ່ານ ເພື່ອເຂົ້າຮ່ວມໃນສະພາຜູ້ແທນ (the House of Representatives) ຫລືສິ່ງທີ່ເຮົາເອີ້ນວ່າ ສະພາຕ່ຳ (Lower House of Parliament)

ມີ 150 ບ່ອນນັ່ງ ໃນສະພາຜູ້ແທນ (the House of Representatives), ທີ່ມາຈາກແຕ່ລະເຂດເລືອກຕັ້ງ. ພັກທີ່ຊນະບ່ອນນັ່ງຫລາຍທີ່ສຸດ ໃນສະພາຕ່ຳ ຈະຈັດຕັ້ງຣັຖບານ.

”ໃນຂນະທີ່ ຜູ້ຄົນມັກຈະຄິດ ກ່ຽວກັບການເລືອກຕັ້ງວ່າ ເປັນການເລືອກຜູ້ນໍາຂອງຊາດ. ຜູ້ນໍາຂອງຊາດ (ນາຍົກຣັຖມົນຕີ) ຈະແມ່ນຜູ້ນໍາຂອງພັກ ທີ່ຊນະບ່ອນນັ່ງຫລາຍທີ່ສຸດໃນສະພາ, ແລະທ່ານຈະບໍ່ໄດ້ເລືອກ ເອົາຜູ້ນໍາຄົນນັ້ນໂດຍກົງ.” Mr Bowe ກ່າວ. 

”ໃນຂນະທີ່ ຜູ້ຄົນມັກຈະຄິດ ກ່ຽວກັບການເລືອກຕັ້ງວ່າ ເປັນການເລືອກຜູ້ນໍາຂອງຊາດ. ຜູ້ນໍາຂອງຊາດ (ນາຍົກຣັຖມົນຕີ) ຈະແມ່ນຜູ້ນໍາຂອງພັກ ທີ່ຊນະບ່ອນນັ່ງຫລາຍທີ່ສຸດໃນສະພາ, ແລະທ່ານຈະບໍ່ໄດ້ເລືອກ ເອົາຜູ້ນໍາຄົນນັ້ນໂດຍກົງ.” Mr Bowe ກ່າວ.

ບັດລົງຄະແນນສຽງສີຂາວ

ບັດລົງຄະແນນສຽງສີຂາວ ຈະເລືອກເອົາບ່ອນນັ່ງຫນຶ່ງ ໃນ 76 ບ່ອນໃນສະພາສູງ ຫລື Upper House ຫຼື thenate. ທ່ານຈະເລືອກເອົາສະມາຊິກສະພາສູງ ຫຼື Senator ຈາກຣັດ ຫລືເຂດປົກຄອງຂອງທ່ານເອງ.

ການອອກສຽງເລືອກຕັ້ງສະພາສູງ ແມ່ນແຕກຕ່າງຫນ້ອຍຫນຶ່ງ. ບັດລົງຄະແນນສຽງຈໍານວນຫລວງຫລາຍ ອາດເບິ່ງຄືວ່າເປັນຫນ້າຢ້ານກົວ ເພາະຮວມຜູ້ລົງສມັກ (Candidate) ທຸກຄົນ ສໍາລັບຣັດຂອງທ່ານ.

"ແຕ່ການອອກສຽງ ອາດເປັນເລື່ອງງ່າຍ,” Mr Bowe ອະທິບາຍ.

"ມີສອງວິທີທີ່ທ່ານສາມາດເຮັດໄດ້. ມີກ່ອງ (Boxes) ຢູ່ເທິງເສັ້ນ ແລະມີ (Boxes) ຢູ່ຂ້າງລຸ່ມເສັ້ນ. ມີກ່ອງ (Boxes) ຢູ່ເທິງເສັ້ນ, ສໍາລັບແຕ່ລະພັກ. ວິທີທີ່ໄວແ ລະງ່າຍທີ່ສຸດ ໃນການເລືອກ ແມ່ນການເລືອກເອົາຫົກ ພັກທີ່ທ່ານມັກ ແລະຂຽນເລກຈາກຫນຶ່ງເຖິງຫົກໃສ່. ຖ້າຫາກທ່ານ ເຈາະຈົງກ່ຽວກັບຜູ້ລົງສມັກ (Candidate) ໃດນຶ່ງ ທີ່ທ່ານຢາກເລືອກ, ທ່ານສາມາດຂຽນເລກໃສ່ໃນກ່ອງ (Boxes) ຕື່ມອີກຢູ່ຂ້າງລຸ່ມເສັ້ນ. ຖ້າຫາກທ່ານເລືອກຢູ່ໃຕ້ເສັ້ນ,ທ່ ານຕ້ອງຂຽນໃສ່ຢ່າງຫນ້ອຍ 12 ກ່ອງ (Boxes). "

ການໃສ່ຕົວເລກຕາມລໍາດັບທີ່ ທ່ານຕ້ອງການ ມີຈຸດປະສົງທີ່ຈະເຮັດ ໃຫ້ການອອກສຽງຂອງທ່ານ ມີນ້ຳໜັກຕື່ມອີກ. ສິ່ງນີ້ເອີ້ນວ່າ 'ການອອກສຽງພິເສດ (Preferential Voting)’.

"ຖ້າຫາກຄົນທີ່ທ່ານເລືອກທີຫນຶ່ງ ຖືກອອກຈາກການເລືອກ, ແລ້ວການອອກສຽງຂອງທ່ານ ຈະໄປສູ່ການເລືອກຕໍ່ໄປຂອງທ່ານ, ແລະອື່ນໆ, ຈົນກວ່າ ມັນຈະຖືກນັບເຂົ້າໄປໃນຜູ້ລົງສມັກອື່ນ," Evan Ekin-Smythໂຄສົກຂອງ AEC ກ່າວ.

VOICE REFERENDUM MELBOURNE
A ballot box is seen inside the voting centre at Collingwood in Melbourne, Saturday, October 14, 2023. Credit: CON CHRONIS/AAPIMAGE
ການອອກສຽງແບບບໍ່ເປັນທາງການ

ໃຫ້ແນ່ໃຈວ່າ ທ່ານເຮັດຕາມຄໍາແນະນໍາ ຂອງການອອກສຽງຢ່າງລະມັດລະວັງ. ຖ້າຫາກບັດລົງຄະແນນສຽງຂອງທ່ານບໍ່ຖືກຕ້ອງ, ມັນຈະກາຍເປັນ 'ການອອກສຽງແບບບໍ່ເປັນທາງການ (Informal vote)' ແລະບໍ່ຖືກນັບເຂົ້າ ໃນຜົນການເລືອກຕັ້ງ.

ຈະມີຫຍັງເກີດຂຶ້ນ ຖ້າຫາກທ່ານບໍ່ອອກສຽງເລືອກຕັ້ງ?

ການອອກສຽງເປັນສິ່ງບັງຄັບ. ເຫດຜົນທີ່ຖືກຕ້ອງ ສໍາລັບການບໍ່ອອກສຽງ ແມ່ນຂຶ້ນກັບການຕັດສິນໃຈຂອງ AEC ທີ່ຈະປະເມີນສະພາບການສະເພາະຂອງທ່ານ. AEC ເຂົ້າໃຈວ່າ ບາງຄົນທີ່ຢູ່ຕ່າງປະເທດ ອາດບໍ່ສາມາດເລືອກຕັ້ງໄດ້, ຍົກຕົວຢ່າງ.

ຖ້າຫາກຜູ້ໃດ ທີ່ລົງທະບຽນ ບໍ່ໄດ້ໄປຫາສະຖານທີ່ເລືອກຕັ້ງ ເພື່ອອອກສຽງ, ເຂົາເຈົ້າອາດຈະໄດ້ຮັບໃບແຈ້ງຜູ້ບໍ່ອອກສຽງເລືອກຕັ້ງ." Mr Ekin-Smyth ອະທິບາຍ.

"ຖ້າຫາກທ່ານມີເຫດຜົນທີ່ຖືກຕ້ອງ, ກໍບໍ່ເປັນຫຍັງ, ທ່ານພຽງແຕ່ບອກໃຫ້ພວກເຮົາຮູ້. ຖ້າບໍ່ດັ່ງນັ້ນ, ທ່ານຕ້ອງຈ່າຍຄ່າປັບໃໝ $20. ແລະຖ້າຫາກເຮົາບໍ່ໄດ້ຮັບຄໍາຕອບ ຈາກໃບແຈ້ງຜູ້ບໍ່ອອກສຽງເລືອກຕັ້ງນັ້ນ, ເລື້ອງອາດຈະຕ້ອງໄປຮອດສານ ພ້ອມດ້ວຍຄ່າໃຊ້ຈ່າຍ ທີ່ກ່ຽວຂ້ອງໃນສານ $170."

ເຖິງຢ່າງໃດກໍຕາມ, ການລົງໂທດທີ່ແທ້ຈິງ ຄືການຂາດໂອກາດ ສະແດງຄວາມຄິດເຫັນຂອງທ່ານ. ສະນັ້ນ, ໃຫ້ທຳການຄົ້ນຄວ້າ ແລະລົງຄະແນນສຽງຢ່າງມີຂໍ້ມູນ.

ທະບຽນຂໍ້ມູນບິດເບືອນຂອງ AEC

AEC ເປັນອິດສຣະ ແລະບໍ່ລໍາອຽງ, ແລະຂັ້ນຕອນການເລືອກຕັ້ງ ກໍມີຄວາມແໜ້ນໜາຫລາຍ. AEC ໄດ້ເປີດທະບຽນຂໍ້ມູນບິດເບືອນ ( ເພື່ອຮັບມື ກັບຂໍ້ມູນທີ່ຜິດ ແລະຫລອກລວງ ກ່ຽວກັບຂັ້ນຕອນການເລືອກຕັ້ງ ຂອງອອສເຕຣເລັຍ.

ຊອກຫາຂໍ້ມູນເພີ່ມເຕີມ ກ່ຽວກັບວິທີອອກສຽງເລືອກຕັ້ງໄ ດ້ທີ່ ຫລືໂທຫາ 13 23 26.

ເລື່ອງນີ້ໄດ້ຖືກສ້າງຂຶ້ນໃນປີ 2022. ມັນໄດ້ຖືກກວດສອບ ແລະປັບປຸງຄວາມເປັນຈິງຮຽບຮ້ອຍແລ້ວ.
ສມັກເປັນສະມາຊິກ (Subscribe) ຫຼືຕິດຕາມ Podcast Australia Explained ສໍາລັບຂໍ້ມູນທີ່ມີຄຸນຄ່າ ແລະຄໍາແນະນໍາ ກ່ຽວກັບການຕັ້ງຖິ່ນຖານ ໃນຊີວິດໃຫມ່ຂອງທ່ານ ໃນອອສເຕຣເລັຍ.

ທ່ານມີຄໍາຖາມ ຫລືແນວຄິດແນວໃດກ່ຽວກັບຫົວຂໍ້ບໍ່? ສົ່ງອີເມວເຖິງພວກເຮົາທີ່ 

ເນື້ອເລື່ອງໂດຍ Melissa Compagnoni  ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌  sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao

Share