ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌
ພວກເຮົາຈະສາມາດຄາດຫວັງຫຍັງຈາກຣັຖບານ Labor ໃໝ່.
Labor ຄາດວ່າ ຈະຊນະການເລືອກຕັ້ງຣັຖບານກາງ ໃນປີ 2025 ແລະຈັດຕັ້ງຣັຖບານ,
ທີມຂ່າວ SBS ອະທິບາຍນະໂຍບາຍສໍາຄັນ ທີ່ Labor ໄດ້ສັນຍາ ໃນລະຫວ່າງການຫາສຽງ.
Anthony Albanese ຄາດວ່າ ຍັງຄົງເປັນນາຍົກຣັຖມົນຕີ ຂອງອອສເຕຣເລັຍ-ເພາະພັກ Labor ເປັນພຽງພັກດຽວ ທີ່ສາມາດຕັ້ງຣັຖບານໄດ້.
ແຕ່ຊາວອອສເຕຣເລັຍ ສາມາດຄາດຫວັງຫຍັງ ຈາກຣັຖບານຂອງ Labor ທີ່ຖືກເລືອກຄືນໃຫມ່?
ພັກ Labor ລົງແຂ່ງຂັນ ພາຍໃຕ້ຄໍາຂວັນທີ່ວ່າ 'ການສ້າງອະນາຄົດຂອງອອສເຕຣເລັຍ (Building Australia's Future)'.
"ແຜນຂອງ Labor ແມ່ນຈະສ້າງອະນາຄົດ ຂອງອອສເຕຣເລັຍ, ເພື່ອສ້າງອະນາຄົດ ຂອງຄອບຄົວຂອງທ່ານ. ພວກເຮົາ ມີການສນັບສນູນທັນທີ ດ້ວຍການຊ່ອຍເຫລືອ ດ້ານຄ່າຄອງຊີບ, ໃນຂນະທີ່ ໃຫ້ແນ່ໃຈວ່າ ພວກເຮົາລົງທຶນໃນອະນາຄົດ."
ນະໂຍບາຍສໍາຄັນ ຂອງມັນ ໄດ້ແກ່ ການເຮັດໃຫ້ການດູແລເດັກ ມີລາຄາຖືກລົງ, ປັບປຸງ Medicare ແລະສັ່ງຫ້າມ ການກຳໜົດລາຄາ ຂອງSupermarket ສູງເກີນໄປ.
Labor ໄດ້ສັນຍາວ່າ ຈະໃຫ້ເງິນປະມານ 9 ພັນລ້ານໂດລາ ສໍາລັບ Medicareເພື່ອເປັນການຈູງໃຈເພີ່ມເຕີມ ສຳລັບທ່ານຫມໍທີ່ ຈະເກັບເງິນຄົນ ໄຂ້ຜ່ານ Bulk Bill.
"ສິ່ງທີ່ເຂົາເຈົ້າຕ້ອງການ ແມ່ນບັດ Medicare ຂອງເຂົາເຈົ້າ. ນັ້ນຄື ສິ່ງທີ່ທ່ານຕ້ອງການ ເພື່ອຈະໄດ້ຮັບການບໍຣິການ ເມື່ອທ່ານຕ້ອງການ ຈາກຄະລີນິກສຸກເສີນ. ແລະພວກເຮົາ ຈະເປີດອີກ 50 ແຫ່ງ, ຮວມທັງອີກບ່ອນຫນຶ່ງ ທີ່ຢູ່ບໍ່ໄກຈາກນີ້, ເພື່ອວ່າ ແປດໃນ 10 ຄົນ ຂອງອອສເຕຣເລັຍ ຈະໃຊ້ເວລາບໍ່ ເກີນ 20 ນາທີຈາກໂຮງຫມໍສຸກເສີນ. ແຕ່ນັ້ນບໍ່ ແມ່ນທັງໝົດ ທີ່ພວກເຮົາກໍາລັງເຮັດຢູ່. ພວກເຮົາ ໄດ້ເພີ່ມເງິນທຶນ ໃຫ້ໂຮງຫມໍ 1.7 ພັນລ້ານໂດລາແລ້ວ, ຊຶ່ງເປັນສ່ວນຫນຶ່ງ ທີ່ the Coalition ເອີ້ນວ່າສິ່ງບໍ່ເປັນ ປໂຍດ"
Labor ໄດ້ປະກາດວ່າ ຈໍານວນນັກຮຽນຕ່າງຊາດ ຍັງຈະຢູ່ປະມານ 270,000ຄົນຕໍ່ປີ, ໃນຂນະທີ່ ຄ່າຂອງວີຊານັກຮຽນຕ່າງຊາດ ຈະເພີ່ມຂຶ້ນຈາກ $1,600 ເປັນ $2,000.
ການບັນເທົາ ຄ່າຄອງຊີບ ຂອງພັກ ໃນໄລຍະສັ້ນ ແມ່ນຂຶ້ນຢູ່ກັບການຫລຸດພາສີ ທີ່ໄດ້ຜ່ານຣັຖສະພາແລ້ວ.
"Labor ມີແຜນ ທີ່ແທ້ຈິງ ສໍາລັບການສນັບສນູນ ຄ່າຄອງຊີບໃນມື້ນີ້, ໃນ ຂນະທີ່ ສ້າງດ້ວຍການລົງທຶນສຳລັບອະນາຄົດ--ການຫລຸດພາສີ ສໍາລັບຜູ້ເສັຍພາສີທຸກຄົນ ຂອງອອສເຕຣເລັຍ; ການເພີ່ມຄວາມເຂັ້ມແຂງ ໃຫ້ແກ່ Medicare, ຮວມທັງສາຍ 1800Medicare; ເຮັດສິ່ງຕ່າງໆຫລາຍຂຶ້ນ ໃນອອສເຕຣເລັຍ; ຫຼຸດຫນີ້ສິນ ຂອງນັກຮຽນ 20 ເປີເຊັນ, ແລະເງິນມັດຈຳ 5 ເປີເຊັນ ສໍາລັບເຈົ້າຂອງບ້ານຫຼັງທໍາອິດ."
Mr Albanese ໄດ້ສັນຍາວ່າ ຈະໃຫ້ຜູ້ຊື້ເຮືອນຫຼັງທໍາອິດ ເຂົ້າເຖິງເງິນມັດຈຳ5 ເປີເຊັນ, ໃນຂນະທີ່ ສັນຍາວ່າ ຈະໃຫ້ເງິນ 10 ພັນລ້ານໂດລາ ເພື່ອສ້າງເຮືອນ 100,000 ຫລັງ ສໍາລັບຜູ້ຊື້ເຮືອນຫຼັງທໍາອິດ.
Labor ຍັງຮັບປະກັນ ການເຂົ້າເຖິງການດູແລເດັກ ທີ່ມີລາຄາບໍ່ແພງ ສາມມື້ຕໍ່ອາທິດ ແລະກຳຈັດການທົດສອບກິດຈະກັມ.
"ສ່ວນສໍາຄັນຂອງອະນາຄົດ ຄືການຕຽມພ້ອມ ສໍາລັບຄົນລຸ້ນໃຫມ່ ໂດຍການດູແລລູກທີ່ຖືກຕ້ອງ, ໂດຍການສຶກສາ ທີ່ຖືກຕ້ອງ, ແລະແນ່ນອນ ໂດຍການໃຫ້ທາງເລືອກ ທີ່ດີທີ່ສຸດ ສໍາລັບການເລີ່ມຕົ້ນຊີວິດ."
ລາວຍັງໄດ້ໃຫ້ຄຳໝັ້ນວ່າ ຈະເຮັດໃຫ້ການກຳໜົດ ລາຄາສູງເກີນໄປ ໂດຍSupermarkets ເປັນສິ່ງຜິດກົດຫມາຍ, ເພື່ອແກ້ໄຂ ສິ່ງທີ່ຣັຖບານເອີ້ນວ່າ ເປັນຊ່ອງວ່າງ ໃນໂຄງຮ່າງ ຂອງການແຂ່ງຂັນ ແລະການປົກປ້ອງ ຜູ້ບໍຣິໂພກຂອງປະເທດ.
"ຊາວອອສເຕຣເລັຍ ສົມຄວນທີ່ຈະໄດ້ຮັບຄວາມຍຸດຕິທັມ ໃນການຈ່າຍເງິນ ແລະຣັຖບານຂອງຂ້າພະເຈົ້າ ຈະໃຫ້ Supermarket ໃຫຍ່ ຮັບຜິດຊອບໃນເລື້ອງນີ້. ພາຍໃນທ້າຍປີນີ້, ພວກເຮົາຈະອອກກົດຫມາຍ ທີ່ຈະເຮັດໃຫ້ການກຳໜົດລາຄາ ໂດຍ Supermarket ເປັນສິ່ງຜິດກົດຫມາຍ ໃນອອສເຕຣເລັຍ. ພວກເຮົາຈະແຈ້ງໃຫ້ມັນ ອີງຕາມກົດຫມາຍຈາກຕ່າງປະເທດນໍາອີກ. ພວກເຮົາຢາກໃຫ້ຊາວອອສເຕຣເລັຍ ໄດ້ຮັບການປົກປ້ອງນີ້."
ເນື້ອເລື່ອງໂດຍ ທີມຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌