ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌:
ຄ່າໃຊ້ຈ່າຍໃນການໃຫ້ຄຳສັນຍາຕອນຫາສຽວເລືອກຕັ້ງ.
ໃນອາທິດສຸດທ້າຍ ຂອງການເລືອກຕັ້ງຣັຖບານກາງ ປີ 2025, ພັກ Labor ປະກາດວ່າ ຈະເພີ່ມຄ່າສມັກວີຊານັກຮຽນຕ່າງຊາດ, ຖ້າຫາກຖືກເລືອກຕັ້ງຄືນ.
ສິ່ງນີ້ ເກີດຂຶ້ນໃນຂນະທີ່ ພັກເປີດເຜີຍລາຍຈ່າຍ ໃນການເລືອກຕັ້ງ, ໂດຍຫວັງວ່າ ຈະໃຫ້ເງິນທຶນຈຳນວນ 760 ລ້ານໂດລາ ໃນຄໍາສັນຍາ ຂອງການເລືອກຕັ້ງ ໂດຍການເພີ່ມຄ່າວີຊານັກຮຽນຕ່າງຊາດ ຈາກ 1 600 ໂດລາເປັນ 2 000 ໂດລາ.
Haylena Krishnamoorthy ລາຍງານ.
ການເພີ່ມຄ່າວີຊາຂອງນັກຮຽນຕ່າງຊາດ ແລະການຫລຸດຜ່ອນ ຄ່າໃຊ້ຈ່າຍ ຂອງຜູ້ປຶກສາ ເປັນແຜນຂອງ Labor ທີ່ຈະຮັກສາ ງົບປະມານ ໃຫ້ຄົງສະພາບ.
ຖ້າຫາກໄດ້ຮັບເລືອກຕັ້ງຄືນອີກ, ຈາກວັນທີ 1 ເດືອນກໍລະກົດ ເຂົາເຈົ້າຈະເພີ່ມ ຄ່າວີຊານັກຮຽນ ຈາກ $1600 ເປັນ $2000.
ໃນການຖແລງຂ່າວຮ່ວມກັນ, ຣັຖມົນຕີກະຊວງການຄັງ (Treasurer) Jim Chalmers ແລະຣັຖມົນຕີ ກະຊວງການເງິນ (Finance Minister) Katy Gallagher ໄດ້ເປີດເຜີຍວ່າ ມີການທ້ອນເງິນຕື່ມອີກ ຈໍານວນ 1 ພັນລ້ານໂດລາ ນັບຕັ້ງແຕ່ ແນວໂນ້ມທາງເສດຖະກິດ ແລະການເງິນກ່ອນການເລືອກຕັ້ງ.
"ພວກເຮົາ ຈະສິ້ນສຸດການຫາສຽງຄັ້ງນີ້ ດ້ວຍງົບປະມານ ໃນຕໍາແຫນ່ງທີ່ເຂັ້ມແຂງ ຫລາຍກວ່າຕອນເລີ້ມຕົ້ນ ຂອງການຫາສຽງ. ພວກເຮົາ ມີຕໍາແຫນ່ງ ງົບປະມານດີຂຶ້ນ ຫລາຍກວ່າ ຫນຶ່ງພັນລ້ານໂດລາ, ເມື່ອປຽບທຽບ ແນວໂນ້ມກ່ອນການເລືອກຕັ້ງ ກັບລາຍຈ່າຍທີ່ພວກເຮົາປະກາດ."
ຜູ້ນໍາຝ່າຍຄ້ານ Peter Dutton ໄດ້ປະກາດໃນຕົ້ນເດືອນນີ້ວ່າ ລາວຈະຈໍາກັດປະມານ 25 ເປີເຊັນ ຂອງນັກຮຽນຕ່າງຊາດ ທີ່ເຂົ້າຮຽນຢູ່ມະຫາວິທະຍາໄລຂອງຣັດ.
ໃນຄວາມພະຍາຍາມ ທີ່ຈະແກ້ໄຂ ວິກິດຄວາມສາມາດ ໃນການຈ່າຍຄ່າທີ່ຢູ່ອາສັຍ ໃນປະເທດ, ພັກຮ່ວມ (the Coalition) ໄດ້ກ່າວກ່ອນຫນ້ານີ້ວ່າ ເຂົາເຈົ້າ ຈະຫລຸດຈໍານວນນັກຮຽນຕ່າງຊາດ ທີ່ມາ ໃນແຕ່ລະປີ ປະມານ 80,000 ຄົນ.
ພັກ Labor ໄດ້ເປີດເຜີຍ ຄ່າໃຊ້ຈ່າຍຂອງຄຳໝັ້ນສັນຍາ ນັບຕັ້ງແຕ່ງົບປະມານ ຂອງເດືອນມິນາ ໃນວັນຈັນ, ຊຶ່ງເຮັດໃຫ້ ພັກຮ່ວມ (the Coalition) ມີຄວາມກົດດັນ ທີ່ຈະຕ້ອງປະກາດຄ່າໃຊ້ຈ່າຍຂອງມັນ.
ແຕ່ສຳນັກງານ ງົບປະມານ ຂອງຣັຖບານ ຈະບໍ່ເປີດເຜີຍ ລາຍລະອຽດ ຂອງຄ່າໃຊ້ຈ່າຍ ຈົນກວ່າຫລັງຈາກການເລືອກຕັ້ງ.
"ຄ່າໃຊ້ຈ່າຍເຫລົ່ານີ້ ສະແດງໃຫ້ເຫັນວ່າ ເຮົາກໍາລັງຈັດການ ເລື່ອງງົບປະມານ ແລະເສດຖະກິດ ໃນວິທີທີ່ຮັບຜິດຊອບ ແລະຮອບຄອບ ແລະເປັນລະບຽບ. ຖ້າຫາກ ທ່ານຄິດກ່ຽວກັບຄໍາຫມັ້ນສັນຍາ ປະມານສິບພັນລ້ານໂດລາ ທີ່ພວກເຮົາໄດ້ເຮັດ ໃນການຫາສຽງຄັ້ງນີ້, ສີ່ພັນລ້ານໂດລາ ໄດ້ຖືກຈັດຕຽມໄວ້ແລ້ວ ໃນງົບປະມານ ຫລືແນວໂນ້ມ ທາງເສດຖະກິດ ແລະການເງິນ ກ່ອນການເລືອກຕັ້ງ, ແລະອີກຫົກພັນລ້ານ ໂດລາ ແມ່ນເກີນກວ່າ ການທົດແທນ ໂດຍການປັບປຸງງົບປະມານ ທັງສອງຄັ້ງ."
ສະນັ້ນ ການທ້ອນເງິນຂອງ Labor ມາຈາກໃສ?
ການທ້ອນເງິນ ຈະມາຈາກຄ່າວີຊານັກຮຽນ, ຊຶ່ງຈະເພີ່ມຂຶ້ນເປັນ $2,000 ຈາກວັນທີ 1 ເດືອນກໍລະກົດ 2025.
ເຂົາເຈົ້າຄາດວ່າ ຈະມີເງິນຈໍານວນ 760 ລ້ານໂດລາໃຫ້ແກ່ງົບປະມານ.
ແຕ່ການປ່ຽນແປງນັ້ນ ຈະບໍ່ມີຜົນກະທົບ ຕໍ່ຜູ້ສມັກຈາກ Pacific Island ແລະ Timor-Leste.
Katy Gallagher ເປັນຣັຖມົນຕີກະຊວງການເງິນ.
"ການເພີ່ມຂຶ້ນເລັກນ້ອຍ ຂອງວີຊານັກຮຽນ-ພວກເຮົາຄິດວ່າ ນັ້ນເປັນມາດຕະການທີ່ມີເຫດຜົນແທ້ໆ ທີ່ຂ້າພະເຈົ້າຄິດວ່າ ຄຸນຄ່າຂອງການມາທີ່ນີ້ ແລະສຶກສາຢູ່ອອສເຕຣເລັຍ ເພື່ອວ່າມັນຈະຖືກນໍາໃຊ້ຄືກັນ, ແຕ່ໂຕເລກນັ້ນ ບໍ່ໄດ້ຖືກນັບເຂົ້າ ໃນການທ້ອນເງິນ ຫລາຍກວ່າ 100ພັນລ້ານໂດລາ ຂອງພວກເຮົາ. ສະນັ້ນ-ພວກເຮົາພໍໃຈຫລາຍ ທີ່ພວກເຮົາ ສາມາດເຮັດວຽກຫນັກນີ້, ພວກເຮົາສາມາດ ທົດແທນຄໍາຫມັ້ນສັນຍາ ທີ່ພວກເຮົາໄດ້ເຮັດ ຫລັງຈາກ PEFO (PEFO=Pre-Election Economic and Fiscal Outlook). ສໍາລັບ ສິ່ງທີ່ພວກເຮົາໄດ້ປະກາດກ່ອນຫນ້ານີ້, ພວກເຮົາ ກໍມີງົບປະມານສໍາລັບສິ່ງເຫລົ່ານັ້ນ."
ເງິນເພີ່ມເຕີມ 6.4 ພັນລ້ານໂດລາ ຈະມາ ຈາກການຫລຸດຜ່ອນ ການໃຊ້ຈ່າຍ ສໍາລັບທີ່ປຶກສາ, ຜູ້ຮັບເໝົາ ແລະການຈ້າງແຮງງານ, ພ້ອມທັງຄ່າໃຊ້ຈ່າຍ ທີ່ບໍ່ເເມ່ນຄ່າຈ້າງ ເຊັ່ນການເດີນທາງ, ການຕ້ອນຮັບ ແລະຊັບສິນຕ່າງໆ.
ຣັຖມົນຕີກ່າວວ່າ ບໍ່ເຫມືອນຄໍາສັນຍາຂອງພັກຮ່ວມ (the Coalition) ທີ່ຈະຕັດ 41,000 ຕຳແໜ່ງວຽກຂອງຣັຖບານ, ການທ້ອນເງິນເຫລົ່ານີ້ ຈະບໍ່ກະທົບກະເທືອນ ຕໍ່ການບໍຣິການ ຫລືໂຄງການໃດໆ ທີ່ຣັຖບານອອສເຕຣເລັຍ ຈັດໃຫ້.
ການຂາດດຸນງົບປະມານສະສົມ ຈະຫລຸດລົງຈາກ 151.6 ພັນລ້ານໂດລາ ເປັນ 150.5 ພັນລ້ານໂດລາ ອັນເປັນຜົນມາຈາກການປ່ຽນແປງ.
ມັນຈະຊ່ອຍຄ່າຫັກພາສີ $1,000 ຂອງ Labor, ຊຶ່ງຄາດວ່າ ຈະໃຊ້ງົບປະມານ $2.4 ພັນລ້ານໂດລາ ຫຼາຍກວ່າທີ່ຄາດການໄວ້ລ່ວງໜ້າ.
"ພວກເຮົາ ໄດ້ກໍາຈັດສິ່ງເສດເຫຼືອ ແລະການໃຊ້ເງິນທີ່ບໍ່ເປັນປໂຍດ ເປັນຈໍານວນຫລວງຫລາຍ ທີ່ມາກັບງົບປະມານ ຂອງຣັຖບານທີ່ຜ່ານມາ, ແລະພວກເຮົາ ໄດ້ເອົາເງິນນັ້ນ ຄືນໄປຫາງົບປະມານ ແລະມັນເຮັດໃຫ້ພວກເຮົາ-ພ້ອມດ້ວຍການທ້ອນເງິນ, ເພື່ອຄ່າໃຊ້ຈ່າຍ ດ້ານຄ່າຄອງຊີບ ທີ່ສໍາຄັນແທ້ໆ, ທີ່ພວກເຮົາ ສາມາດມອບໃຫ້ ດ້ວຍງົບປະມານຂອງພວກເຮົາ-ການລົງທຶນຂອງພວກເຮົາໃນ Medicare, ການລົງທຶນ ຂອງເຮົາ ດ້ານທີ່ຢູ່ອາສັຍ, ການຫລຸດພາສີລາຍໄດ້, ແລະມາດຕະການອື່ນໆ ເຊັ່ນການຫລຸດຫນີ້ສິນ HECS."
ຣັຖມົນຕີກະຊວງການຄັງ-ຊຸກຍູ້ພັກຮ່ວມ (the Coalition) ໃຫ້ເປີດເຜີຍໂຕເລກ ຂອງລາຍຈ່າຍຂອງເຂົາເຈົ້າ.
"ບັດນີ້ ພວກເຮົາຂໍຮ້ອງໃຫ້ພັກຮ່ວມ (the Coalition) ເປີດເຜີຍ ກ່ຽວກັບການຕັດງົບປະມານຂອງເຂົາເຈົ້າ. ພວກເຮົາໄດ້ບອກຢ່າງແຈ່ມແຈ້ງວ່າ ຄ່າໃຊ້ຈ່າຍຂອງພວກເຮົາແມ່ນຫຍັງ ແລະພວກເຮົາ ຈະຈ່າຍສິ່ງເຫຼົ່ານັ້ນແນວໃດ, ສໍາລັບຄໍາຫມັ້ນສັນຍາ ທີ່ພວກເຮົາໄດ້ເຮັດ ໃນການຫາສຽງເລືອກຕັ້ງ. ສິ່ງນີ້ ຍັງດໍາເນີນຕໍ່ໄປ ກ່ຽວກັບການຈັດການ ເລື່ອງເສດຖະກິດ ດ້ວຍຄວາມຮັບຜິດຊອບ. ມັນເປັນເວລາດົນນານແລ້ວ ທີ່ພັກຮ່ວມ (the Coalition) ຈະເປີດເຜີຍຄວາມແຈ່ມແຈ້ງ ກ່ຽວກັບການຕັດງົບປະມານລັບຂອງເຂົາເຈົ້າ ເພື່ອເປັນຄ່າໃຊ້ຈ່າຍ Nuclear Reactors ຂອງເຂົາເຈົ້າ. ເຂົາເຈົ້າ ຕ້ອງບອກຢ່າງແຈ່ມແຈ້ງວ່າ ການຕັດງົບປະມານລັບ ຂອງເຂົາເຈົ້າສໍາລັບ Nuclear Reactors ມີຄວາມຫມາຍແນວໃດຕໍ່ Medicare, ຕໍ່ເງິນບໍານານ ແລະການຈ່າຍເງິນ ສໍາລັບທັກສະແລະທີ່ຢູ່ອາສັຍ ແລະການລົງທຶນທີ່ຈໍາເປັນອື່ນໆ ໃນງົບປະມານ."
ໃນຂນະດຽວກັນ, Angus Taylor ໂຄສົກກະຊວງການຄັງ ຂອງຝ່າຍຄ້ານໄດ້ຕິຕຽນ ຣັຖມົນຕີກະຊວງການຄັງ ຫລັງຈາກຫນ່ວຍງານ ຈັດອັນດັບ Credit ໄດ້ເຕືອນວ່າ ຄະແນນ Credit ທົ່ວໂລກ ຂອງອອສເຕຣເລັຍ ອາດຕົກຢູ່ໃນຄວາມສ່ຽງ.
S&P Global Ratings ລາຍງານວ່າ ຄໍາໝັ້ນສັນຍາ ໃນການເລືອກຕັ້ງ "ນອກງົບປະມານ (off-budget)"-ຊຶ່ງ Labor ໄດ້ແບ່ງປັນລາຍຈ່າຍຂອງຕົນ ໃນວັນທີ່ 28 ເດືອນເມສາ-ອາດມີຜົນກະທົບ ຕໍ່ຄະແນນ Credit AAA ຂອງອອສເຕຣເລັຍ.
Mr Taylor ອ້າງວ່າ ແມ່ນ Labor, ບໍ່ແມ່ນພັກຮ່ວມ (the Coalition) ດັ່ງທີ່ ຣັຖມົນຕີກະຊວງການຄັງ ໄດ້ກ່າວກ່ອນຫນ້ານັ້ນ, ທີ່ກໍ່ໃຫ້ເກີດ ຄວາມສ່ຽງຫລາຍທີ່ສຸດ ຕໍ່ເສດຖະກິດ.
"ພວກເຮົາ ຮູ້ຈາກງົບປະມານຄັ້ງສຸດທ້າຍ ວ່າ Labor ກໍາລັງຂາດດຸນງົບປະມານ 10 ເທື່ອຕິດຕໍ່ກັນ, ຕິດລົບ ໃນໄລຍະສິບປີຕໍ່ໄປ, ການຂາດດຸນ 180 ພັນລ້ານໂດລາ ໃນຊ່ວງທາງໜ້າ ຮວມເຖິງປີນີ້ ແລະນັ້ນກໍາລັງ ນໍາເຮົາໄປສູ່ຫນີ້ສິນ 1.2 ພັນລ້ານໂດລາ. ຄ່າໃຊ້ຈ່າຍໃນປະຈຸບັນນີ້ ພຽງແຕ່ ເພີ່ມຄວາມຮ້າຍແຮງຕໍ່ສິ່ງນັ້ນ."
Mr Taylor ບໍ່ໄດ້ເປີດເຜີຍ ຄ່າໃຊ້ຈ່າຍ ໃນການເລືອກຕັ້ງ ຂອງພັກຮ່ວມ (the Coalition) ແຕ່ກ່າວວ່າ ມັນຈະຮວມພາສີທີ່ຫຼຸດລົງ ສໍາລັບທຸຣະກິດຂນາດນ້ອຍ ແລະການຫລຸດພາສີ ສໍາລັບຊາວອອສເຕຣເລັຍທີ່ຊື້ເຮືອນຫລັງທໍາອິດຂອງເຂົາເຈົ້າ.
ເນື້ອເລື່ອງໂດຍ Haylena Krishnamoorthy ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌