ການກວດສອບກ່ຽວກັບ Supermarkets

WOOLWORTHS WAREHOUSE STRIKE STOCK

ປ້າຍຫຼຸດລາຄາສິນຄ້າໃນ Woolworths Supermarket ຊຶ່ງ ເປັນໜຶ່ງໃນ Supermarkets ທີ່ມີກຳໄລ ຫລາຍທີ່ສຸດໃນໂລກ. Source: AAP / DARREN ENGLAND/AAPIMAGE

ຄນະກັມມະການ ການແຂ່ງຂັນແລະຜູ້ບໍຣິໂພກ ອອສເຕຣເລັຍ (the Australian Competition and Consumer Commission) ແນະນໍາ 20 ຂໍ້ ສໍາລັບຣັຖບານກາງວ່າ ຕ້ອງເຮັດຫລາຍກວ່ານັ້ນ ເພື່ອເພີ່ມຄວາມໂປ່ງໃສ ແລະການແຂ່ງຂັນໃນ Grocery Sector ເມື່ອພົບວ່າ Coles ແລະ Woolworths ເປັນໜຶ່ງໃນ Supermarkets ທີ່ມີກຳໄລ ຫລາຍທີ່ສຸດໃນໂລກ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ການກວດສອບກ່ຽວກັບ Supermarkets

ລາຍງານສຸດທ້າຍ ຈາກລາຍງານຂອງ ຄນະກັມມະການ ການແຂ່ງຂັນແລະຜູ້ບໍຣິໂພກ ອອສເຕຣເລັຍ (the Australian Competition and Consumer Commission)ພົບວ່າ Coles ແລະ Woolworths ເປັນໜຶ່ງໃນSupermarkets ທີ່ມີກຳໄລ ຫລາຍທີ່ສຸດໃນໂລກ.

ດ້ວຍຄໍາແນະນໍາ 20 ຂໍ້ ສໍາລັບຣັຖບານກາງ, ຜູ້ຄວບຄຸມການແຂ່ງຂັນກ່າວວ່າ ຕ້ອງເຮັດຫລາຍກວ່ານັ້ນ ເພື່ອເພີ່ມຄວາມໂປ່ງໃສ ແລະການແຂ່ງຂັນໃນ Grocery Sector.

Sydney Lang ລາຍງານ.

ໃນປີ 2024, ການສໍາຫລວດໂດຍ Finder- ເວບໄຊ້ປຽບທຽບລາຄາ, ພົບວ່າ ສອງໃນຫ້າຄົນ ຂອງຊາວອອສເຕຣເລັຍ ຮູ້ສຶກວ່າ ຄ່າໃຊ້ຈ່າຍດ້ານອາຫານຂອງເຂົາເຈົ້າ ເປັນຄ່າໃຊ້ຈ່າຍ ທີ່ກົດດັນຫລາຍທີ່ສຸດ.

ໂດຍທີ່ມີຂໍ້ມູນ ທີ່ສະແດງໃຫ້ເຫັນວ່າ ລາຄາຂອງສິນຄ້າ ໄດ້ເພີ່ມຂຶ້ນປະມານ 24 ເປີເຊັນ ໃນຫ້າປີທີ່ຜ່ານມາ, ACCC ກ່າວເຖິງບັນຫານີ້ ດ້ວຍການລາຍງານໃຫມ່ ຊຶ່ງເປັນເທື່ອທໍາອິດ ໃນພາກສ່ວນນີ້ ໃນຮອບ 17 ປີ.

ລາຍງານພົບວ່າ Coles ແລະ Woolworths ເປັນໜຶ່ງໃນ Supermarketsທີ່ມີກຳໄລ ຫລາຍທີ່ສຸດໃນໂລກ.

ອີງຕາມການຄົ້ນພົບ, Coles ແລະ Woolworths ມີອຳນາດຫລາຍ ຈົນບໍ່ມີແຮງຈູງໃຈ ທີ່ຈະແຂ່ງຂັນ ດ້ານລາຄາອີກຕໍ່ໄປ.

ໂດຍທີ່ Woolworths ຄວບຄຸມ 38 ເປີເຊັນຂອງການຂາຍ Grocery ຂອງປະເທດ ແລະ Coles ຄວບຄຸມ 29 ເປີເຊັນ. ລາຍງານກ່າວວ່າ ຄູ່ນີ້ກໍາລັງດໍາເນີນການ 'ການຜູກຂາດ (Oligopoly)' ຊຶ່ງຜູ້ຂາຍຈໍານວນນ້ອຍກຸ່ມຫນຶ່ງ ຄວບຄຸມລາຄາ ຊຶ່ງສ້າງຄວາມເສັຍຫາຍ ໃຫ້ຜູ້ບໍຣິໂພກ ແລະການແຂ່ງຂັນ.

Andrew Leigh, ຜູ້ຊ່ອຍຣັຖມົນຕີ ການແຂ່ງຂັນ (Assistant Minister for Competition), ກ່າວວ່າ ລາຍງານນັ້ນ ເຮັດໃຫ້ການອ່ານຫນ້າຢ້ານກົວ.

"ໃນໄລຍະສິບເຈັດປີທີ່ຜ່ານມາ, ຜລິດຕະພັນເຊັ່ນ kombucha ແລະ kaleໄດ້ເຂົ້າໄປໃນຕລາດ, ແຕ່ຫນ້າເສັຍດາຍ ທີ່ເຮົາບໍ່ເຫັນການແຂ່ງຂັນຫຼາຍຂຶ້ນ ໃນດ້ານ Grocery, ແລະແນ່ນອນ, ລາຍງານນີ້ ສະແດງໃຫ້ເຫັນວ່າ ສ່ວນແບ່ງຕລາດຂອງ Supermarkets ໃຫຍ່ ສອງຮ້ານ ໄດ້ເພີ່ມຂຶ້ນໃນໄລຍະນັ້ນ. ມັນໄດ້ເຫັນການເຂົ້າມາຂອງ Aldi, ແຕ່ການຫົດໂຕລົງຂອງ Metcash. ລາຍງານນັ້ນ ລະບຸຢ່າງຊັດເຈນວ່າ Supermarkets ຂອງອອສເຕຣເລັຍ ເປັນ Supermarkets ທີ່ມີກຳໄລຫລາຍທີ່ສຸດໃນໂລກ."

ໃນຂນະບໍ່ໄດ້ກ່າວຫາ Supermarkets ວ່າ ລະເມີດກົດໝາຍ ຜູ້ບໍຣິໂພກ,ລາຍງານນັ້ນ ໄດ້ໃຫ້ຄໍາແນະນໍາ 20 ຂໍ້ສໍາລັບການປະຕິຮູບ.

ຣັຖບານກາງ, ຊຶ່ງໄດ້ຮັບການລາຍງານ ເມື່ອສາມອາທິດຜ່ານມານີ້ ກ່າວວ່າ ມັນໄດ້ຕົກລົງໃນຫລັກການ ຕໍ່ມາດຕະການທີ່ແນະນໍາທັງ 20 ຢ່າງ.

Mr Leigh ກ່າວວ່າ ຄໍາແນະນໍາບາງຢ່າງ ໄດ້ຖືກນໍາໄປປະຕິບັດແລ້ວ.

"Shrink-flation, ລາຄາແຝງ, ຂໍ້ຕົກລົງທີ່ບໍ່ຍຸດຕິທັມ- ພວກເຮົາ ກໍາລັງຈັດການກັບສິ່ງເຫລົ່ານັ້ນ. ພວກເຮົາ ກໍາລັງເຮັດວຽກຫນັກ ເພື່ອຈະໄດ້ຮັບຂໍ້ຕົກລົງທີ່ຍຸດຕິທັມ ສໍາລັບກະສິກອນ ແລະການຕົກລົງທີ່ຍຸດຕິທັມ ສໍາລັບຄອບຄົວ. ເຮົາເຂົ້າໃຈວ່າ ມັນສໍາຄັນທີ່ Supermarkets ຈະເຮັດໃນສິ່ງທີ່ຖືກຕ້ອງ. ພວກເຮົາ ກໍາລັງໃຫ້ເຂົາເຈົ້າຮັບຜິດຊອບ ກັບການປະຕິຮູບ ທີ່ມີຢູ່ຂອງພວກເຮົາ ແລະການຮັບເອົາໃນຫຼັກການ ຂອງລາຍງານໃຫມ່ ທີ່ສໍາຄັນຂອງ ACCC."

ໃນບັນດາຄໍາແນະນໍາທີ່ສໍາຄັນ ຄືການບັງຄັບໃຫ້ Supermarkets ໃຫຍ່ແຈ້ງລາຄາ ຂອງຜລິດຕະພັນທັງຫມົດ ໃນເວັບໄຊ້ຂອງເຂົາເຈົ້າ, ຊຶ່ງເຮັດໃຫ້ເຄື່ອງມືປຽບທຽບ ທາງອິນເຕີເນັດ ເຂົ້າເຖິງຂໍ້ມູນ ເພື່ອແຈ້ງໃຫ້ຜູ້ຊື້ສິນຄ້າຊາບ.

ການເຄື່ອນໄຫວນັ້ນ ຍັງຖືກອອກແບບ ເພື່ອໃຫ້ມີຄວາມໂປ່ງໃສຫລາຍຂຶ້ນ ໃ ການເຈຣະຈາ ກັບຜູ້ຈັດຫາຜລິດຕະຜົນສົດ (Fresh Produce Suppliers).

Wayne Swan, ປະທານແຫ່ງຊາດຂອງ Labor, ກ່າວຕໍ່ Today Show ຂອງໂທຣະພາບຊ່ອງ 7 ວ່າ ຖ້າປາດສະຈາກຄວາມໂປ່ງໃສແລ້ວ, ບໍ່ມີຫຍັງ ຈະຢຸດການກຳໜົດລາຄາ ທີ່ບໍ່ເປັນທັມໄດ້.

"ມັນສະແດງໃຫ້ເຫັນ ສິ່ງທີ່ຜູ້ບໍຣິໂພກທຸກຄົນຮູ້ ໃນທ້າຍປີ 2020/2023, ວ່າເຂົາເຈົ້າກໍາລັງໂກ່ງລາຄາ (Price Gouging). ແລະບັດນີ້ ຣັຖບານຕ້ອງວາງກົດລະບຽບ ແລະຂໍ້ບັງຄັບ ແລະການກວດສອບຢ່າງລະມັດລະວັງ, ຊຶ່ງສາມາດໃຫ້ແນ່ໃຈວ່າ ສິ່ງນີ້ຈະບໍ່ເກີດຂຶ້ນອີກ ໃນລັກສນະນີ້."

ໃນລະຫວ່າງການສອບສວນ ເປັນເວລາ 12 ເດືອນ, ຜູ້ຄ້າອາຫານໃຫຍ່ຂອງປະເທດ ໄດ້ປົກປ້ອງການຕັດສິນໃຈ ເລື່ອງການກຳໜົດລາຄາ ຂອງເຂົາເຈົ້າ ຢ່າງຕໍ່ເນື່ອງ ຈາກການກ່າວຫາວ່າໂກ່ງລາຄາ.

ໃນການຕອບຕໍ່ລາຍງານຂອງ ACCC, Coles ກ່າວວ່າ ມັນຍິນດີທີ່ຈະໃຫ້ມີຄວາມໂປ່ງໃສຫລາຍຂຶ້ນ ແຕ່ໄດ້ເຕືອນເຖິງ ມາດຕະການທີ່ກ່າວວ່າ ອາດເພີ່ມຂັ້ນຕອນການເຮັດວຽກ ແລະຄ່າໃຊ້ຈ່າຍອາດສູງຂຶ້ນ.

Amanda Bardwell, CEO ຂອງ Woolworths ຍິນດີກັບຄໍາແນະນໍາ ທີ່ຈະປັບປຸງຄວາມໂປ່ງໃສຕໍ່ລູກຄ້າ, ແຕ່ຍັງເຕືອນວ່າ ເຂົາເຈົ້າບໍ່ຄວນມີ "ຜົນສະທ້ອນທີ່ບໍ່ໄດ້ຕັ້ງໃຈ".

Bea Sherwood ເປັນຜູ້ປຶກສາ ທາງນະໂຍບາຍ ແລະໂຄງການອາວຸໂສ ສໍາລັບກຸ່ມສນັບສນູນ ລູກຄ້າ Choice.

ນາງບອກກັບ SBS ວ່າຖ້າຫາກກົດລະບຽບ ຫມາຍເຖິງລາຄາແພງຫລາຍກວ່ານັ້ນ, ມັນຄວນເປັນເລື້ອງຂອງຜູ້ຂາຍໃຫຍ່ ແລະບໍ່ແມ່ນເລື້ອງຂອງຜູ້ບໍຣິໂພກ.

"ນັ້ນເປັນຄໍາຖແລງ ທີ່ຫນ້າສົນໃຈແທ້ໆຈາກ Coles. ຂ້າພະເຈົ້າຄິດວ່າ ສິ່ງທີ່ລາຍງານຂອງ ACCC ໄດ້ເປີດເຜີຍຄືວ່າ Supermarkets ໃຫຍ່ ກໍາລັງມີກຳໄລ ແລະເຂົາເຈົ້າບໍ່ໄດ້ສົ່ງຕໍ່ ການທ້ອນເງິນ ໃຫ້ແກ່ຜູ້ບໍຣິໂພກ. ສະນັ້ນ ຖ້າຫາກມີຄວາມສ່ຽງຂອງຕົ້ນທຶນທີ່ເພີ່ມຂຶ້ນ, ຂ້າພະເຈົ້າ ຈະເວົ້າວ່າ ນັ້ນຫວັງວ່າມັນຈະເປັນຕົ້ນທຶນທີ່ Supermarkets ຈະສາມາດຮອງຮັບໄດ້."

ສໍາລັບຜູ້ບໍຣິໂພກ, Mick Keogh, ຮອງປະທານຂອງ ACCC ກ່າວວ່າ ມີຄໍາແນະນໍາ ທີ່ຈະປັບປຸງຄວາມຊັດເຈນ ແລະຄວາມໂປ່ງໃສ ກ່ຽວກັບໂຄງການສື່ສັດຕໍ່ Supermarket (Supermarket Loyalty Programs) ແລະການຫຼຸດລາຄາສິນຄ້າ.

"ຜູ້ບໍຣິໂພກ ບອກພວກເຮົາຢ່າງຊັດເຈນວ່າ ເຂົາເຈົ້າພົບວ່າ ການກຳໜົດລາຄາ, ໂຄງການຫຼຸດລາຄາສິນຄ້າ ແລະ Loyalty Programs ນັ້ນສັບສົນ ແລະຍາກຫຼາຍສໍາລັບເຂົາເຈົ້າ ທີ່ຈະຊອກຫາສິ່ງທີ່ກຸ້ມຄ່າ. ສະນັ້ນ, ພວກເຮົາ ຈຶ່ງໃຫ້ຄໍາແນະນໍາຫລາຍຢ່າງ ທີ່ພວກເຮົາຄິດວ່າ ພວກເຮົາຈະປັບປຸງສິ່ງນັ້ນ."

ລາຍງານກ່າວວ່າ ສໍາລັບຜູ້ຄົນ ທີ່ອາສັຍຢູ່ໃນເຂດຊົນນະບົດ ແລະເຂດຫ່າງໄກ ຂອງອອສເຕຣເລັຍ ຈະມີທາງເລືອກຫນ້ອຍກວ່ານັ້ນ ເມື່ອກ່າວເຖິງການຊື້ອາຫານ.

Mr Keogh ກ່າວວ່າ ນີ້ຫມາຍຄວາມວ່າ ລາຄາຂອງອາຫານ ໃນຊຸມຊົນທີ່ຫ່າງໄກ ແມ່ນສູງກວ່ານັ້ນອີກ.

"ແນ່ນອນວ່າ ເຂົາເຈົ້າຢູ່ໃນສະຖານະການ ທີ່ມີການແຂ່ງຂັນຈໍາກັດ ແລະນັ້ນຫມາຍຄວາມວ່າ ລາຄາຂອງເຂົາເຈົ້າສູງກວ່າ. ແນ່ນອນວ່າ ຕ້ອງຮັບຮູ້ວ່າ ຕົ້ນທຶນການຂົນສົ່ງ ແລະຕົ້ນທຶນການຈໍາຫນ່າຍ ທີ່ກ່ຽວກັບພື້ນທີ່ ແລະພູມີພາກ ແມ່ນສູງກວ່ານັ້ນ. ສະນັ້ນ, ພວກເຮົາຈຶ່ງໄດ້ໃຫ້ຄໍາແນະນໍາບາງຢ່າງ ຕໍ່ຣັຖບານ ກ່ຽວກັບວິທີ ທີ່ເຂົາເຈົ້າສາມາດ ທົດແທນລາຍຈ່າຍເພີ່ມເຕີມບາງຢ່າງ ໃນບາງເຂດ ແລະເຮັດໃຫ້ອາຫານ ມີລາຄາຖືກລົງ."

ໃນລາຍງານນັ້ນ, ຜູ້ຄວບຄຸມ ຍັງໃຫ້ລາຍລະອຽດ ເຖິງວິທີ ທີ່ຜູ້ຈັດຫາ (Suppliers) ມັກຈະຮູ້ສຶກວ່າ ຖືກກົດດັນ ໃຫ້ຮັບເອົາລາຄາໃດໆກໍຕາມ ທີ່ Supermarket ສເນີ.

ສ່ວນຫລາຍແລ້ວ ຜູ້ຈັດຫາ ຈະເປັນຜູ້ຊື້ຄົນດຽວ, ລາຍງານນັ້ນກ່າວວ່າ Coles ແລະ Woolworths ສາມາດໃຊ້ອໍານາດຊື້ຜູກຂາດຂອງຕົນ ເພື່ອກົດລາຄາ ແລະຫລຸດການຜລິດ, ຊຶ່ງຫມາຍຄວາມວ່າ ລາຄາສູງຂຶ້ນ ແລະມີທາງເລືອກຫນ້ອຍລົງ ສໍາລັບຜູ້ບໍຣິໂພກ.

ຣັຖມົນຕີກະຊວງການຄັງ, Jim Chalmers, ກ່າວວ່າ ໃນສ່ວນຫນຶ່ງຂອງການຕອບເບື້ອງຕົ້ນ, ງົບປະມານຂອງວັນອັງຄານ ຈະຮວມເຖິງເງິນທຶນ2.9 ລ້ານໂດລາ ໃນຊ່ວງສາມປີ ເພື່ອຊ່ອຍໃຫ້ຄວາມຮູ້ ແກ່ຜູ້ຈັດຫາ ກ່ຽວກັບສິດທິຂອງເຂົາເຈົ້າ ເມື່ອຕ້ອງຮັບມືກັບ Supermarket.

"ພວກເຮົາ ຢາກໃຫ້ແນ່ໃຈວ່າ ເມື່ອ Supermarket ກໍາລັງເຈຣະຈາກັບກະສິກອນຂອງພວກເຮົາ, ພວກເຮົາ ຈະສາມາດເພີ່ມຄວາມເຂັ້ມແຂງ ໃຫ້ແກ່ການໂຕ້ຖຽງ ແລະເພີ່ມກຳລັງດ້ານເຈຣະຈາ ແກ່ຜູ້ທີ່ຜລິດອາຫານຂອງພວກເຮົາ, ແລະນັ້ນຄືສິ່ງ ທີ່ເງິນທຶນນີ້ຈະເຮັດ. ບັດນີ້, ອົງການຕ່າງໆ ກໍຢາກມີເງິນທຶນຫລາຍກວ່າເກົ່າ, ເຮົາເຂົ້າໃຈວ່າ ເຮົາເຮັດຢ່າງຈິງຈັງ ກ່ຽວກັບເລື່ອງນີ້. ແຕ່ນີ້ ເປັນການລົງທຶນໃຫມ່, ມັນບໍ່ໄດ້ເປັນພຽງສິ່ງດຽວ ທີ່ເຮົາກໍາລັງເຮັດ ເພື່ອໃຫ້ກໍາລັງແກ່ກະສິກອນ ແລະຜູ້ຈັດຫາ, ຈັດການເລື້ອງກົດລະບຽບອາຫານ ແລະສິນຄ້າ. ແລະການລົງໂທດໃຫຍ່ ທີ່ Andrew ໄດ້ກ່າວເຖິງທັງຫມົດນີ້ ກໍເປັນສ່ວນຫນຶ່ງຂອງເລື່ອງນີ້ຄືກັນ."

ລາຍງານນັ້ນກ່າວວ່າ ການຄອບຄຸມຂອງ Coles ແລະ Woolworths ອາດຈະດໍາເນີນຕໍ່ໄປ ເພາະສ່ວນແບ່ງ ຂອງຍອດຂາຍຂອງເຂົາເຈົ້າ ໃນພາກ Supermarket, ຊຶ່ງຮ່ວມກັນເປັນ 67 ເປີເຊັນ.

ສໍາລັບຜູ້ບໍຣິໂພກ, Bea Sherwood ກ່າວວ່າ ມັນສໍາຄັນທີ່ Supermarketsຈະຖືກບັງຄັບ ໃຫ້ມີຄວາມໂປ່ງໃສກັບລູກຄ້າ.

"ເຫັນໄດ້ຢ່າງຊັດເຈນວ່າ Supermarkets ຈະກໍານົດລາຄາ ຕາມທີ່ເຂົາເຈົ້າກຳນົດ ແລະວ່າເຂົາເຈົ້າ ຈະບໍ່ສົ່ງເງິນອອມໃຫ້ຜູ້ບໍຣິໂພກ. ສະນັ້ນ, ເມື່ອເຮົາສາມາດເຮັດໄດ້, ການປັບປຸງຄວາມໂປ່ງໃສ ຂອງລາຄາແລະການປັບປຸງ ວິທີສະແດງລາຄາສິນຄ້າ ກໍຈະເປັນສິ່ງສໍາຄັນ ແລະສໍາຄັນ ໃນການເຮັດໃຫ້ສິ່ງນີ້ຖືກຕ້ອງ."

ເນື້ອເລື່ອງໂດຍ  Sydney Lang ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ 

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່

Share