ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌:
ຝ່າຍຄ້ານ ອາດເນຣະເທດອາດຊະຍາກອນ ຫາກໄດ້ເປັນຣັຖບານ.
Peter Dutton ຜູ້ນໍາຝ່າຍຄ້ານ ໄດ້ສເນີທາງເລືອກ ທີ່ຈະຈັດການໃຫ້ມີການລົງປະຊາມະຕິ (Referendum) ເພື່ອມີອໍານາດ ທີ່ຈະຂັບໄລ່ຄົນສອງສັນຊາດ ທີ່ມີຄວາມຜິດທາງອາຍາ.
ໃນປີ 2022, ສານສູງໄດ້ຕັດສິນວ່າ ຣັຖມົນຕີ ບໍ່ສາມາດຖອນສັນຊາດ ຈາກອາດຊະຍາກອນໄດ້, ໂດຍຖືວ່າ ມັນຂັດຕໍ່ຣັຖທັມມະນູນ ທີ່ນັກການເມືອງ ຈະມີສິດລົງໂທດທາງອາຍາ.
Anna Henderson ແລະ Edwina Guinan ມີເພີ່ມຕື່ມ.
ນັກການເມືອງ ຜູ້ທີ່ຣົນນະຣົງຕໍ່ຕ້ານ ການລົງປະຊາມະຕິ ຂອງສຽງຂອງຊາວຊາວພື້ນເມືອງຕໍ່ຣັຖສະພາ (Indigenous Voice to Parliament) ກໍາລັງນໍາພາ ການຊຸກຍູ້ໃຫມ່ ສໍາລັບການປ່ຽນແປງຣັຖທັມມະນູນ.
Peter Dutton ຜູ້ນໍາຝ່າຍຄ້ານກ່າວວ່າ ຖ້າຫາກຖືກເລືອກ, the Coalition ສາມາດຈັດໃຫ້ມີການລົງປະຊາມະຕິໃຫມ່ ເພື່ອຂໍການເນຣະເທດ ຜູ້ທີ່ມີສອງສັນຊາດ ທີ່ມີຄວາມຜິດທາງອາຍາຮ້າຍແຮງ, ແລະຖອນສັນຊາດ ຂອງເຂົາເຈົ້າ.
Mr Dutton ກ່າວກັບລາຍການ Sunrise ຂອງ Channel 7 ວ່າລາວກໍາລັງພິຈາຣະນາ ການເຄື່ອນໄຫວນັ້ນ.
"ສິ່ງທີ່ພວກເຮົາກໍາລັງສເນີຢູ່ທີ່ນີ້ ແມ່ນການສົນທະນາ ກ່ຽວກັບວ່າ ພວກເຮົາ ມີກົດຫມາຍທີ່ພຽງພໍຫລືບໍ່, ວ່າຣັຖທັມມະນູນຂອງພວກເຮົາ ຖືກຈໍາກັດຫລືບໍ່. ແລະໃນທີ່ສຸດ ສິ່ງທີ່ຂ້າພະເຈົ້າຢາກເຮັດ ແມ່ນຮັກສາປະເທດຂອງເຮົາໃຫ້ປອດພັຍ ແລະຮັກສາຊຸມຊົນໃຫ້ປອດພັຍ. ແລະຂ້າພະເຈົ້າຄິດວ່າ ມີຊາວອອສເຕຣເລັຍຫລາຍຄົນ ທີ່ເປັນຫ່ວງກ່ຽວກັບການເຕີບໂຕ ຂອງການຕໍ່ຕ້ານຊາວຢິວ ໃນປະເທດຂອງເຮົາ ແລະໃນບ່ອນອື່ນໆ ຊຶ່ງບໍ່ສະທ້ອນເຖິງຄຸນຄ່າ ທີ່ເຮົາໄດ້ຕໍ່ສູ້ມາຫລາຍຊົ່ວຄົນ."
Peter Dutton ຢາກເວົ້າກ່ຽວກັບທຸກເລື້ອງ ນອກຈາກຄ່າຄອງຊີບ.ນາຍົກຣັຖມົນຕີ Anthony Albanese
ໃນປີ 2022, ສານສູງໄດ້ຕັດສິນວ່າ ຣັຖມົນຕີ ບໍ່ສາມາດຖອນສັນຊາດ ຈາກອາດຊະຍາກອນໄດ້, ໂດຍຕັດສິນວ່າ ມັນເປັນສິ່ງຜິດຣັຖທັມມະນູນ ການທີ່ນັກການເມືອງ ກຳໜົດໂທດທາງອາຍາ ແທນຂບວນການຍຸດຕິທັມ.
ຂໍ້ສເນີຫຼ້າສຸດ ຂອງ Peter Dutton ຈະພະຍາຍາມລົບລ້າງການຕັດສິນນັ້ນ.
ແຕ່ຫລາຍຊົ່ວໂມງຈາກນັ້ນ, Michaelia Cash ໂຄສົກຝ່າຍກົດຫມາຍຂອງຝ່າຍຄ້ານ ເບິ່ງຄືວ່າ ໄດ້ຍ່າງສວນທາງ ກັບຄໍາສເນີຂອງຜູ້ນໍາຂອງນາງ.
ນາງກ່າວ ໃນຖແລງການວ່າ ພັກບໍ່ມີແຜນທີ່ຈະຈັດໃຫ້ມີການລົງປະຊາມະຕິໃນຕອນນີ້ ແລະຈະຖືວ່າມັນເປັນພຽງແຕ່ "ທາງເລືອກສຸດທ້າຍ"ເທົ່ານັ້ນ.
ນາຍົກຣັຖມົນຕີ Anthony Albanese ໄດ້ຊີ້ໃຫ້ເຫັນ ເຖິງຄວາມແຕກຕ່າງຢ່າງໄວ.
"ນີ້ເປັນພຽງແຕ່ຄວາມຄິດອີກຢ່າງຫນຶ່ງຈາກ Peter Dutton ທີ່ຍັງບໍ່ທັນໄດ້ໄປເຖິງເວລາທ່ຽງ. ເຊົ້າມື້ນີ້ ທ່ານມີ Peter Dutton ໃນຊ່ອງໂທລະພາບຫນຶ່ງ ທີ່ຮຽກຮ້ອງ ໃຫ້ມີການລົງປະຊາມະຕິ ແລະໃນອີກຊ່ອງທາງໂທລະພາບ ຫນຶ່ງ, Michaelia Cash ໄດ້ປະຕິເສດການລົງປະຊາມະຕິ. ສິ່ງນີ້ ຍັງບໍ່ທັນໄດ້ຖືກຄິດຢ່າງຮອບຄອບ. ມັນບໍ່ຊັດແຈ້ງເລີຍວ່າ ມັນມາຈາກໃສ. Peter Dutton ຢາກເວົ້າກ່ຽວກັບທຸກເລື້ອງ ນອກຈາກຄ່າຄອງຊີບ."
ການລົງປະຊາມະຕິ ທີ່ລົ້ມເຫລວຂອງ Voice to Parliament ໃນປີ 2023 ມີຄ່າໃຊ້ຈ່າຍປະມານ 450 ລ້ານໂດລາ.
ເມື່ອຖືກຖາມວ່າ ອອສເຕຣເລັຍ ສາມາດໃຊ້ເງິນ ໃນການມີປະຊາມະຕິອີກເທື່ອຫນຶ່ງຫລືບໍ່ ທ່າມກາງຄວາມກົດດັນ ເລື່ອງຄ່າຄ່າຄອງຊີບ, Dutton ກ່າວວ່າ ການລົງປຊາມະຕິ ຈະຍັງກຸ້ມຄ່າຢູ່.
"ຂ້າພະເຈົ້າ ຢາກຮັກສາປະເທດຂອງເຮົາໃຫ້ປອດພັຍ. ນັ້ນເປັນລໍາດັບຄວາມສໍາຄັນທໍາອິດ ແລະຫນ້າທີ່ຮັບຜິດຊອບທໍາອິດ ຂອງນາຍົກຣັຖມົນຕີ ແລະໃນເວລານີ້ ເຮົາມີຜູ້ຄົນໃນປະເທດຂອງເຮົາ ທີ່ກຽດຊັງປະເທດຂອງເຮົາ ທີ່ຢາກກໍ່ໃຫ້ເກີດການກໍ່ການຮ້າຍ, ແລະຂໍ້ໂຕ້ຖຽງຂອງຂ້າພະເຈົ້າຄື ຖ້າຫາກທ່ານທໍຣະຍົດ ຕໍ່ຄວາມຈົງຮັກພັກດີຕໍ່ປະເທດຂອງເຮົາ ໃນລັກສນະນັ້ນ, ທ່ານຄວນຄາດວ່າ ທ່ານຈະສູນເສັຍສັນຊາດຂອງທ່ານ."
Adam Bandt ຜູ້ນໍາພັກ Greens ກ່າວວ່າ ແນວຄິດນັ້ນ ເປັນຫລັກຖານວ່າ ຝ່າຍຄ້ານບໍ່ມີແຜນ ທີ່ຈະປັບປຸງຊີວິດຂອງຜູ້ຄົນ.
"ການຣົນນະຣົງຫາສຽງຫາ ກໍໄດ້ເລີ່ມຕົ້ນ ແລະ Peter Dutton ກໍເລີ່ມຕົ້ນ ດ້ວຍການອອກນະໂຍບາຍ ທີ່ຈະເປັນທີ່ສົນໃຈຂອງບາງກຸ່ມ ເພື່ອປົກປິດຄວາມຈິງທີ່ວ່າ ລາວບໍ່ມີແຜນ ທີ່ຈະເຮັດໃຫ້ຊີວິດຂອງຜູ້ຄົນດີຂຶ້ນ, ບໍ່ມີແຜນ ທີ່ຈະກ່າວເຖິງວິກິດດ້ານການຂາດທີ່ຢູ່ອາສັຍ ຫລືວິກິດທາງດ້ານຄ່າຄອງຊີບ ທີ່ກໍາລັງເຮັດໃຫ້ຜູ້ຄົນໄປສູ່ຄວາມລຳບາກ."
ແລະແມ່ນແຕ່ George Brandis ອະດີດອັຍການສູງສຸດ ຂອງພັກ Liberal ກໍໄດ້ວິຈານຂໍ້ສເນີນັ້ນ.
ໃນບົດຄວາມຂອງຫນັງສືພິມ Nine Newspapers, ລາວກ່າວວ່າ:
"ຖ້າຫາກແນວຄິດນັ້ນຖືກສົນທະນາ, ມັນກໍເປັນແນວຄິດທີ່ບໍ່ດີຫລາຍ... ຫລາຍຄົນຈະເຫັນວ່າ ມັນເປັນການໂຈມຕີ ຄວາມເປັນອິດສຣະຂອງສານສູງ."
ຮອງສາດສະດາຈານ Rayner Thwaites ຈາກໂຮງຮຽນກົດຫມາຍ ຂອງthe University of Sydney ກ່າວວ່າ ການປ່ຽນແປງຣັຖທັມມະນູນເຊັ່ນນັ້ນ ຈະກໍາຈັດການປົກປ້ອງທາງຕຸລາການ ອອກຈາກຣັຖທັມມະນູນ.
"[ມັນ]ອາດມີຜົນກະທົບ ຕໍ່ການປົກປ້ອງທາງຕຸລາການ ທີ່ເກີນກວ່າການຫຼຸດທອນສັນຊາດ. ມັນຈະເປັນສິ່ງຍາກ ທີ່ຈະເຫັນວ່າ ທ່ານຈະຈໍາກັດຜົນສະທ້ອນ ຂອງການປ່ຽນແປງຣັຖທັມມະນູນ ເພື່ອວ່າມັນຈະບໍ່ມີຜົນກະທົບ ຕໍ່ການແບ່ງແຍກອໍານາດຕຸລາການ ໃນເລື້ອງອື່ນ."
ຝ່າຍຄ້ານ ໄດ້ສົ່ງສັນຍານທີ່ກວ້າງຂຶ້ນວ່າ ຈະເພີ່ມຄວາມເຂັ້ມແຂງ ຂອງຂໍ້ກຳໜົດ ສໍາລັບການໄດ້ສັນຊາດອອສເຕຣເລັຍ ກ່ອນການເລືອກຕັ້ງ,ແຕ່ລາຍລະອຽດ ຍັງບໍ່ທັນໄດ້ຖືກສລຸບເທື່ອ.
ເນື້ອເລື່ອງໂດຍ Anna Henderson and Edwina Guinan ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌