Peter Dutton ຍອມຮັບຜິດກ່ຽວກັບນະໂຍບາຍເລືອກຕັ້ງ.

ELECTION25 PETER DUTTON CAMPAIGN

ຜູ້ນໍາຝ່າຍຄ້ານ ຂອງຣັຖບານກາງ, Peter Dutton ກຳລັງໃຫ້ສຳພາດຕໍ່ຜູ້ສື່ຂ່າວ ທີ່ Adelaide. Source: AAP / MICK TSIKAS/AAPIMAGE

ຜູ້ນໍາຝ່າຍຄ້ານ ຂອງຣັຖບານກາງ, Peter Dutton, ໄດ້ປະຖິ້ມແຜນການ ທີ່ຈະບັງຄັບໃຫ້ພະນັກງານຣັຖບານ ຄືນໄປເຮັດວຽກ ໃນຫ້ອງການ. ແລະຍອມຮັບວ່າ ນະໂຍບາຍນັ້ນ ເປັນຄວາມຜິດພາດ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

Peter Dutton ຍອມຮັບຜິດກ່ຽວກັບນະໂຍບາຍເລືອກຕັ້ງ.

ຜູ້ນໍາຝ່າຍຄ້ານ ຂອງຣັຖບານກາງ, Peter Dutton, ໄດ້ປະຖິ້ມແຜນການ ທີ່ຈະບັງຄັບໃຫ້ພະນັກງານຣັຖບານ ຄືນໄປເຮັດວຽກ ໃນຫ້ອງການ. ແລະຍອມຮັບວ່າ ນະໂຍບາຍນັ້ນ ເປັນຄວາມຜິດພາດ.

Rania Yallop ລາຍງານ.

"ພວກເຮົາ ກໍາລັງຟັງສິ່ງທີ່ຜູ້ຄົນເວົ້າ. ພວກເຮົາ ໄດ້ເຮັດຜິດພາດ ກ່ຽວກັບນະໂຍບາຍ. ເຮົາຂໍໂທດສໍາລັບສິ່ງນັ້ນ ແລະພວກເຮົາກໍ ໄດ້ຈັດການກັບມັນແລ້ວ."

ນັ້ນຄືຜູ້ນໍາຝ່າຍຄ້ານ, Peter Dutton, ທີ່ກ່າວຕໍ່ Channel 9, ຫລັງຈາກໄດ້ປະຖິ້ມນະໂຍບາຍ ຂອງ The Coalition ທີ່ຈະບັງຄັບ ໃຫ້ເຈົ້າຫນ້າທີ່ຣັຖບານ ກັບຄືນໄປເຮັດວຽກ ໃນຫ້ອງການ.

"ເຈດຕະນາຂອງພວກເຮົາ ແມ່ນເພື່ອໃຫ້ແນ່ໃຈວ່າ ຜູ້ເສັຍພາສີ ທີ່ເຮັດວຽກຫນັກ ແລະເງິນຂອງເຂົາເຈົ້າ ຖືກໃຊ້ເພື່ອຈ່າຍຄ່າຈ້າງ ຢ່າງມີປະສິດທິພາບ."

ການປ່ຽນແປງຂອງ The Coalition ໃນຣັຖການ (Public Service) ເປັນຈຸດສໍາຄັນ ຂອງນະໂຍບາຍເລືອກຕັ້ງ.... ໂດຍການຕັດວຽກ 41,000ຕຳແໜ່ງ ແລະຍຸດຕິການເຮັດວຽກຢູ່ບ້ານ.

ແຜນເບື້ອງຕົ້ນ ຄືການບັງຄັບ ໃຫ້ເຈົ້າຫນ້າທີ່ຣັຖບານ ກັບຄືນໄປຫາຫ້ອງການ ຫ້າມື້ຕໍ່ອາທິດ ຖ້າຫາກ The Coalition ຊນະການເລືອກຄັ້ງໜ້າ.

ແຕ່ໃນທ້າຍອາທິດ, Peter Dutton ກ່າວວ່າ ລາວຫມາຍເຖິງຄົນງານໃນ Canberra ເທົ່ານັ້ນ.

ແລະບັດນີ້, ນະໂຍບາຍທັງຫມົດ ໄດ້ຖືກຍົກເລີກ-ໂດຍທີ່ ບໍ່ມີການປ່ຽນແປງໃ ນການຈັດຕຽມ ການເຮັດວຽກທີ່ຍືດຍຸ່ນ ໃນປະຈຸບັນ.

Peter Dutton ກ່າວວ່າ ບັນຫາທັງຫມົດ ຖືກໂຈມຕີໂດຍ Labor Party.

"ຂ້າພະເຈົ້າ ຂໍໂທດສໍາລັບການຕັດສິນໃຈ ທີ່ພວກເຮົາໄດ້ເຮັດ ກ່ຽວກັບການເຮັດວຽກຢູ່ບ້ານ. ມັນໃຊ້ກັບ Canberra ເທົ່ານັ້ນ. Labor ໄດ້ດໍາເນີນແຜນການ ສ້າງຄວາມຢ້ານກົວນີ້ ແລະຂ້າພະເຈົ້າຄິດວ່າ ພວກເຮົາຈະຍຸດຕິສິ່ງນັ້ນ ໃນມື້ນີ້ ແລະພວກເຮົາສນັບສນູນຢ່າງແຮງກ້າ ທີ່ໃຫ້ມີການຈັດຕຽມ ບ່ອນທໍາງານທີ່ຍືດຍຸ່ນ."

ນາຍົກຣັຖມົນຕີ Anthony Albanese ໄດ້ສວຍໂອກາດ ຈາກການປີ້ນໂຕຂອງ the Coalition.

ລາວເວົ້າວ່າ ສິ່ງທັງຫມົດນີ້ ສະແດງໃຫ້ເຫັນວ່າ Peter Dutton ບໍ່ສົນໃຈກັບຜູ້ເລືອກຕັ້ງເລີຍ....ໂດຍສະເພາະຜູ້ຍິງ.

"Peter Dutton ຢາກທໍາລາຍສິດທິໃນການເຮັດວຽກ, ແລະໂດຍສະເພາະ, ລາວບໍ່ເຂົ້າໃຈຄອບຄົວສມັຍໃຫມ່, ລາວບໍ່ເຂົ້າໃຈບົດບາດສໍາຄັນ ຂອງຜູ້ຍິງ ແລະຜູ້ຊາຍ ໃນການຈັດລະບຽບຄອບຄົວຂອງເຂົາເຈົ້າ ແລະຈັດລະບຽບ ສະພາບການທໍາງານທີ່ເຫມາະສົມ ໃນທຸກບ່ອນທີ່ເປັນໄປໄດ້."

Mr Albanese ກ່າວວ່າ, ເຖິງແມ່ນວ່າ ມັນເປັນພຽງນະໂຍບາຍ ສໍາລັບພາກສາທາຣະນະ (Public Sector) ກໍຕາມ, ແຕ່ມັນສາມາດ ມີຜົນກະທົບ ຕໍ່ຄົນງານທຸກຄົນ.

"ໃຫ້ໄປເບິ່ງບັນທຶກຂອງສະພາ (Hansard) ແລະຊອກຫາໂຄສົກ Industrial Relations ຂອງພັກ Liberal ທີ່ກ່າວວ່າ ເຫດຜົນທີ່ວ່າ ເປັນຫຍັງສິ່ງນີ້ ຈຶ່ງບໍ່ຄວນເກີດຂຶ້ນ ໃນພາກສາທາຣະນະ (Public Sector) ກໍເພາະມັນຫລັ່ງໄຫລ ໄປສູ່ພາກເອກກະຊົນ (Private Sector) ນັ້ນຄື ສິ່ງທີ່ເຂົາເຈົ້າເວົ້າ, ນັ້ນຄືການໂຕ້ຖຽງທັງຫມົດຂອງເຂົາເຈົ້າ."

ການສໍາຫລວດຄວາມຄິດເຫັນພາຍໃນ ຂອງ Liberal Party ສະແດງໃຫ້ເຫັນວ່າ ນະໂຍບາຍນັ້ນ ບໍ່ເປັນທີ່ນິຍົມຢ່າງຫຼາຍ.

ແລະ Newspoll ຫຼ້າສຸດ ສະແດງໃຫ້ເຫັນວ່າ the Coalition ຍັງນຳຫລັງ Labor ໃນເລື້ອງຄວາມນິຍົມ ຂອງທັງສອງພັກ- 48 ຕໍ່ 52.

ບັດນີ້ Mr Dutton ກໍາລັງອວ່າຍໜ້າ ອອກຈາກບັນຫາທັງຫມົດ.

"ຈຸດປະສົງ ສໍາລັບພວກເຮົາ ແມ່ນເພື່ອໃຫ້ແນ່ໃຈວ່າ ພວກເຮົາຈະສາມາດ ຊນະການເລືອກຕັ້ງຄັ້ງໜ້າ ເພື່ອວ່າ ພວກເຮົາຈະສາມາດ ຈັດການເລື່ອງເສດຖະກິດໄດ້ດີ. ວ່າເຮົາ ສາມາດຊ່ອຍເຫລືອຄອບຄົວ ໃຫ້ຜ່ານໄລຍະ ທີ່ຍາກລຳບາກແທ້ໆ."

The Coalition ຍັງໄດ້ປ່ຽນວິທີ ທີ່ຈະຕັດວຽກໃນພາກຣັດ (Public Sector)

ມັນຍັງວາງແຜນ ທີ່ຈະຫລຸດຈໍານວນຣັຖກອນ (ຂ້າຣາຊການ) 41,000ຄົນ ໃນໄລຍະຫ້າປີ, ແຕ່ບໍ່ປະຕິເສດວ່າ ຈະບັນລຸຜົນສໍາເລັດ ດ້ວຍການບັງຄັບການຈ້າງງານ (Forced Redundancies) ແທນທີ່ຈະເພິ່ງການຢຸດຈ້າງ ແລະການຫລຸດຈໍານວນຕາມທັມມະຊາດ (Natural Attrition).

Peter Dutton ເຄີຍກ່າວກ່ອນໜ້ານີ້ວ່າ ຜແນກສາທາຣະນະ (Public Sector) ໄດ້ເຕີບໂຕຂຶ້ນຢ່າງວ່ອງໄວ ພາຍໃຕ້ພັກ Labor, ແລະການຕັດ41,000 ຕຳແໜ່ງຂອງວຽກ ຈະຫລຸດຜ່ອນຄ່າໃຊ້ຈ່າຍ ທີ່ບໍ່ມີປໂຍດຂອງຣັຖບານ.

Melissa Donnelly ຈາກ the Community and Public Sector Union ກ່າວວ່າ ວິທີນີ້ ມີບັນຫາ.

"ນະໂຍບາຍ ທີ່ຈະເຮັດສິ່ງນີ້ ໂດຍການຫລຸດຈໍານວນ ຕາມທັມມະຊາດ(Natural Attrition) ເປັນນະໂຍບາຍ ຂອງການຕັດຈໍານວນທີ່ວຸ້ນວາຍ. ມັນຫມາຍຄວາມວ່າ ຈະມີການຕັດ ທົ່ວທຸກຜແນກ ທຸກຂແນງ ຂອງສັງຄົມ ເມື່ອຜູ້ຄົນອອກຈາກຜແນກສາທາຣະນະ (Public Sector) ໂດຍບໍ່ມີການທົດແທນວຽກງານເຫລົ່ານັ້ນ. ນີ້ກໍເປັນນະໂຍບາຍ ທີ່ຈະມີຜົນກະທົບຫລາຍ ຕໍ່ການບໍຣິການແຖວຫນ້າ."

ນາງເວົ້າວ່າ ຫນ່ວຍງານທີ່ປະເຊີນຫນ້າ ກັບສັງຄົມເຫລົ່ານັ້ນ ມີການ ໝູນວຽນ ຂອງຈໍານວນພະນັກງານ ທີ່ສູງກວ່າ.

"ຫນ່ວຍງານຢູ່ແຖວຫນ້າເຊັ່ນ Services Australia ມັກຈະມີອັດຕາການລາອອກ ຈາກວຽກທີ່ສູງກວ່າ. ສະນັ້ນ ໃນການຄິດໄລ່ຂອງພວກເຮົາ, ສິ່ງນີ້ ຈະເຫັນວຽກ 12,500 ຕຳແໜ່ງ ອອກຈາກ Services Australia ໃນໄລຍະຫ້າປີ, ຊຶ່ງເປັນຈໍານວນ 42% ຂອງໜ່ວຍງານນັ້ນ."

ເນື້ອເລື່ອງໂດຍ  Rania Yallop ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່

Share