ພັກແຫ່ງຊາດອອສເຕຣເລັຍ (The National Party of Australia).

PETER DUTTON NUCLEAR PRESSER

David Littleproud ເປັນຜູ້ນໍາຂອງ the Nationals ຖແລງຂ່າວຕໍ່ສື່ພ້ອມກັບ Peter Dutton ຜູ້ນຳພັກ Liberal. Source: AAP / RUSSELL FREEMAN/AAPIMAGE

ມາທຳຄວາມຮູ້ຈັກກັບພັກການເມືອງອີກພັກນຶ່ງຂອງອອສເຕຣເລັຍ ກ່ອນການເລືອກຕັ້ງປີນີ. ພັກແຫ່ງຊາດອອສເຕຣເລັຍ (The National Party of Australia). ຍັງເປັນທີ່ຮູ້ຈັກໃນນາມ the Nationals ຫລື the Nats. ເຂົາເຈົ້າ ເປັນທີ່ຮູ້ຈັກກັນດີ ດ້ານຫມວກໃຫຍ່ ແລະແນໃສ່ພູມີພາກ ຂອງອອສເຕຣເລັຍ. ແຕ່ the Nationals ແມ່ນໃຜ ແລະມາຈາກໃສ?


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ພັກແຫ່ງຊາດອອສເຕຣເລັຍ (The National Party of Australia).

(The National Party of Australia), ຊຶ່ງປະຈຸບັນນໍາໂດຍ David Littleproud, ມີຄວາມພາກພູມໃຈ ໃນການເປັນຕົວແທນ ໃຫ້ແກ່ຊຸມຊົນໃນພູມີພາກ ແລະຊົນນະບົດ ທົ່ວອອສເຕຣເລັຍ ເປັນເວລາຫລາຍກວ່າ 100 ປີ.

ດັ່ງທີ່ Rania Yallop ລາຍງານ, ເຖິງແມ່ນວ່າ ພັກບໍ່ເຄີຍຈັດຕັ້ງຣັຖບານດ້ວຍຕົວເອງ, ແຕ່ມັນໄດ້ມີບົດບາດສຳຄັນ ໃນຣັຖບານຂອງອອສເຕຣເລັຍ.

ພັກແຫ່ງຊາດອອສເຕຣເລັຍ (The National Party of Australia).

ຍັງເປັນທີ່ຮູ້ຈັກໃນນາມ the Nationals ຫລື the Nats.

ເຂົາເຈົ້າ ເປັນທີ່ຮູ້ຈັກກັນດີ ດ້ານຫມວກໃຫຍ່ ແລະແນໃສ່ພູມີພາກ ຂອງອອສເຕຣເລັຍ.

ແຕ່ the Nationals ແມ່ນໃຜ ແລະມາຈາກໃສ?

The Nationals ແຕ່ກ່ອນ ເປັນທີ່ຮູ້ຈັກກັນໃນຊື່ the Country Party.

ເມື່ອພວກເຂົາກໍ່ຕັ້ງຂຶ້ນໃນປີ 1920, ເຂົາເຈົ້າໄດ້ຕັ້ງໃຈ ທີ່ຈະເປັນກະບອກສຽງ ໃຫ້ແກ່ຊາວອອສເຕຣເລັຍ ໃນຊົນນະບົດ, ໂດຍສະເພາະ ຢ່າງຍິ່ງ ຄວາມສໍາຄັນ ຂອງກະສິກັມ ຕໍ່ເສດຖະກິດ ຂອງອອສເຕຣເລັຍໃນເວລານັ້ນ.

"ແນວຄິດນັ້ນ, ແມ່ນມີພຽງແຕ່ຜູ້ ທີ່ເປັນຕົວແທນຂອງຊຸມຊົນ ໃນຊົນນະບົດເທົ່ານັ້ນ ທີ່ຈະເປັນສ່ວນນຶ່ງຂອງພັກ."

ນັ້ນແມ່ນ Kay Hull, ປະທານຂອງ the National.

ນາງເວົ້າວ່າ ຈຸດສໍາຄັນຂອງພັກ ບໍ່ໄດ້ປ່ຽນແປງຫລາຍປານໃດ ໃນຫລາຍປີທີ່ຜ່ານມາ.

"ຫນ້າທີ່ຂອງພັກ ແມ່ນການສ້າງຄວາມຫມັ້ນຄົງ ແລະໂອກາດ, ຄວາມຈະເຣີນຮຸ່ງເຮືອງ, ຄວາມສເມີພາບ ໃຫ້ແກ່ຊາວອອສເຕຣເລັຍ ໃນເຂດຊົນນະບົດ, ພູມີພາກ ແລະທີ່ຫ່າງໄກ ແລະໃຫ້ຄຸນຄ່າຂອງເຂົາເຈົ້າ ຖືກຮັບຮູ້ ແລະເຄົາຣົບ ສໍາລັບການມີສ່ວນຮ່ວມທີ່ເຮົາເຮັດ. ມັນອາດຈະແມ່ນ ການຮັກໄວ້ຊຶ່ງຄຸນຄ່າ ແລະຫລັກການຂອງມັນ."

ສະນັ້ນ ພັກຈຶ່ງເອົາໃຈໃສ່ກັບພູມີພາກ ຂອງອອສເຕຣເລັຍ.

Dr Jill Sheppard, ອາຈານສອນອາວຸໂສທີ່ the Australian National University ກ່າວວ່າ ນັ້ນຮວມເຖິງທຸຣະກິດ ລະດັບພູມີພາກນຳອີກ.

"ເຂົາເຈົ້າຕ້ອງການ ການປົກປ້ອງສໍາລັບອຸດສະຫະກັມບາງຢ່າງ, ເຂົາເຈົ້າ ບໍ່ຕ້ອງການ ການຄ້າເສຣີ, ເຂົາເຈົ້າ ຕ້ອງບໍ່ເຫັນດີ ຕໍ່ຂໍ້ຕົກລົງການຄ້າເສຣີ ຫຼືການຍົກເລີກ ພາສີສຸນລະກາກອນ (Tariffs). ແຕ່ the Nationals ບໍ່ມັກສະຫະພາບແຮງງານ (Unions) ແລະນັ້ນຄື ບ່ອນທີ່ເຂົາເຈົ້າແຕກຕ່າງຈາກ Labor Party. ສະນັ້ນ the Nationals ຈຶ່ງ ສນັບສນູນອຸດສະຫະກັມ ກະສິກັມ, ແຕ່ເຂົາເຈົ້າ ສນັບສນູນ ຜູ້ຄົນທີ່ຄວບຄຸມອຸດສະຫະກັມເຫລົ່ານັ້ນ, ເຊັ່ນກະສິກັມ ຂນາດໃຫຍ່."

Ms Hull ກ່າວວ່າ ມັນຂຍາຍອອກໄປສູ່ ການພັດທະນາຊຸມຊົນໂດຍຮວມ.

"ເພື່ອໃຫ້ສາມາດແຂ່ງຂັນໄດ້ ໃນສະພາບແວດລ້ອມທົ່ວໂລກ, ທ່ານຕ້ອງມີຊຸມຊົນທີ່ເຂັ້ມແຂງ, ຍືດຍຸ່ນ, ມີຊັບພະຍາກອນທີ່ດີ, ຊົນນະບົດ, ພູມີພາກ, ຫ່າງໄກ, ແມ່ນບໍ? ມັນບໍ່ສາມາດເກີດຂຶ້ນໄດ້ ຖ້າປາດສະຈາກສິ່ງນັ້ນ. ດັ່ງນັ້ນ ຈຸດປະສົງຂອງພວກເຮົາ ແມ່ນເພື່ອໃຫ້ແນ່ໃຈວ່າ ພວກເຮົາ ມີຄວາມສາມາດ ໃນການແຂ່ງຂັນໃນການສື່ສານ, ການຂົນສົ່ງ, ໂຄງສ້າງຖນົນຫົນທາງ, ໂຄງສ້າງຂົວ ແລະອື່ນໆ. ມັນກໍສໍາຄັນ ທີ່ທ່ານຕ້ອງມີ ຜູ້ຄົນທີ່ຈະຕັ້ງຖິ່ນຖານຢູ່ທີ່ນັ້ນ. ເຂົາເຈົ້າ ຈະບໍ່ມາ ຍົກເວັ້ນແຕ່ທ່ານ ຈະມີໂອກາດທາງການສຶກສາ ທີ່ມີຄຸນນະພາບ. ທ່ານມີການເຂົ້າເຖິງ ທີ່ມີຄຸນນະພາບ ແລະລາຄາບໍ່ແພງ ດ້ານສຸຂະພາບ ແລະການບໍຣິການທົ່ວໄປ, ການບໍຣິການຊຸມຊົນ, ຊຸມຊົນທີ່ເຂັ້ມແຂງ ແລະປອດພັຍ."

ເຖິງແມ່ນວ່າພັກ the National Party ບໍ່ເຄີຍຈັດຕັ້ງຣັຖບານດ້ວຍຕົວເອງ, ແຕ່ເຂົາເຈົ້າ ກໍເປັນສ່ວນນຶ່ງ ຂອງຣັຖບານຫລາຍເທື່ອ.

ການຮ່ວມມືເທື່ອທໍາອິດ ແມ່ນກັບພັກ Nationalist Party (ຊຶ່ງຍຸບໄປແລ້ວ) ໃນປີ 1922, ແລະເຂົາເຈົ້າ ກໍມີຂໍ້ຕົກລົງທີ່ຄ້າຍຄືກັນ ນັບແຕ່ນັ້ນມາ.

ໃນປີ 1946, the Nationals ໄດ້ຮ່ວມມືກັບ the Liberal Party, ຊຶ່ງການຮ່ວມມື ທີ່ດໍາເນີນມາຈົນເຖິງທຸກວັນນີ້. ດ້ວຍເຫດນີ້ ທ່ານຈຶ່ງໄດ້ຍິນທັງຄູ່ຖືກເອີ້ນວ່າ the Coalition.

ໂດຍການຮ່ວມມື, ທັງສອງຝ່າຍໄດ້ຕົກລົງກັນ ກ່ຽວກັບວິທີ ທີ່ເຂົາເຈົ້າທໍາງານຮ່ວມກັນ.

ຜູ້ນໍາຂອງພັກ ທີ່ມີບ່ອນນັ່ງໃນສະພາຫຼາຍກວ່າ ຈະເປັນຜູ້ນໍາໂດຍລວມ,ໃນຂນະທີ່ ຜູ້ນໍາຂອງພັກນ້ອຍກວ່າ ເປັນຜູ້ຮອງ.

ສະມາຊິກຈາກທັງສອງຝ່າຍ ຈະໄດ້ເປັນຣັຖມົນຕີ.

ໃນກໍຣະນີຂອງຣັຖບານກາງ ຂອງ Liberal-National Coalition, ມັນເປັນພັກ Liberal ທີ່ມີບ່ອນນັ່ງຫລາຍກວ່າ, ໂດຍມີຜູ້ນໍາຂອງພັກ Liberal ເປັນນາຍົກຣັຖມົນຕີ.

Dr Sheppard ກ່າວວ່າ ຄວາມສໍາເລັດຂອງ the Nationals ບາງເທື່ອກໍງຽບໆ.

"ເມື່ອ the Nationals ມີອໍານາດຫລາຍທີ່ສຸດ ໃນການເມືອງຂອງອອສເຕຣເລັຍ, ມັນເປັນການທໍາງານຢ່າງໃກ້ຊິດ ກັບນາຍົກຣັຖມົນຕີຂອງພັກ Liberal. The Nationals ຈະບໍ່ສາມາດຈັດຕັ້ງຣັຖບານດ້ວຍຕົນເອງ. ມັນບໍ່ໃຫຍ່ພໍ. ສະນັ້ນ ເຂົາເຈົ້າຈຶ່ງທໍາງານຮ່ວມກັບ Liberal Party, ແລະເຂົາເຈົ້າ ຊ່ອຍເຫລືອໃນການຈັດຕັ້ງ. ເມື່ອປາດສະຈາກ the Nationals, Labour Party ກໍຈະມີໂອກາດຫຼາຍຂຶ້ນ ໃນການຈັດຕັ້ງຣັຖບານ. ມັນບໍ່ໄດ້ຫມາຍຄວາມວ່າ ຄວາມສໍາພັນລະຫວ່າງ Liberals ແລະ the Nationals ນັ້ນດີຫລາຍ, ເພາະນອກເຫນືອໄປຈາກ ການສນັບສນູນທຸຣະກິດຢ່າງບໍ່ຊັດແຈ້ງແລ້ວ, ພັກຫນຶ່ງ ມັກການຄ້າເສຣີ ແລະອີກພັກຫນຶ່ງ ກຽດຊັງການຄ້າເສຣີ. ຖ້າຫາກ ນັ້ນເປັນນະໂຍບາຍສຳຄັນຂອງພັກທ່ານ, ມັນອາດເປັນເລື່ອງຍາກແທ້ໆ. ສະນັ້ນຂ້າພະເຈົ້າຄິດວ່າ ຄວາມສໍາເລັດທີ່ສໍາຄັນ ຂອງ the Nationals ແມ່ນໃນການຢັບຢັ້ງLiberal Party ໃນການເຮັດ ໃນສິ່ງທີ່ເຂົາເຈົ້າຢາກເຮັດ. ແລະສິ່ງນັ້ນ ບໍ່ແມ່ນສິງທີ່ເຫັນໄດ້ງ່າຍໆ ສເມີໄປ."

ໂດຍການຮ່ວມມືກັນ, ທັງສອງຝ່າຍ ຈະສາມາດດຶງດູດຜູ້ອອກສຽງເລືອກຕັ້ງ ໄດ້ຫລາຍກວ່າ.

ພັກ Liberal ສາມາດເອົາໃຈໃສ່ ກັບບັນຫາໃນເມືອງໃຫຍ່, ແລະ the National Party ສາມາດກຳບັນຫາ ໃນເຂດພູມີພາກເກືອບທັງໝົດ.

ແຕ່ Dr Sheppard ກ່າວວ່າ ຍັງມີການແຂ່ງຂັນໃນທ້ອງຖິ່ນບາງຢ່າງ.

"ເຂົາເຈົ້າ ຍັງລົງແຂ່ງຂັນຕຳແໜ່ງຢູ່ບາງບ່ອນ. ມີບ່ອນນັ່ງປະມານຫ້າບ່ອນທົ່ວປະເທດ ບ່ອນທີ່ຜູ້ລົງສມັກ (candidate) ຂອງ Liberal Partyແລະ the Nationals Party ຕ່າງກໍລົງແຂ່ງຂັນ. ບໍ່ມີເຫດຜົນ ທີ່ເຂົາເຈົ້າຄວນເຮັດແບບນັ້ນ. ມັນເປັນຍຸດທະວິທີ ທີ່ບໍ່ດີຫລາຍ. ແຕ່ເຂົາເຈົ້າ ຍັງເຮັດແນວນັ້ນຕໍ່ໄປ, ສ່ວນຫລາຍແລ້ວ ເພາະໃນສ່ວນເລິກແລ້ວ, ເຂົາເຈົ້າບໍ່ມັກກັນແທ້ໆ. ແລະສະນັ້ນ, ຖ້າຫາກເຂົາເຈົ້າສາມາດມີຄວາມກົດດັນເລັກນ້ອຍ, ການແຂ່ງຂັນສອງສາມບ່ອນທົ່ວປະເທດ ບ່ອນທີ່ເຂົາເຈົ້າ ສາມາດແຂ່ງຂັນກັນໜ້າຕໍ່ຫນ້າ, ນັ້ນເບິ່ງຄືວ່າ ເປັນສິ່ງທີ່ເຂົາເຈົ້າຕ້ອງການໃນເວລານີ້, ເປັນການຮ່ວມມື ທີ່ມີຄວາມສຸກ, ເປັນເພື່ອນຮ່ວມງານ ທີ່ມີຄວາມສຸກ 99%."

ປະຈຸບັນ, Peter Dutton  ຊຶ່ງເຮັດໃຫ້ລາວ ເປັນຮອງຜູ້ນໍາຂອງ the coalition.

ຖ້າຫາກ the coalition ຊນະການເລືອກຕັ້ງ ລາວກໍຈະໄດ້ເປັນຮອງນາຍົກຣັຖມົນຕີ ຂອງອອສເຕຣເລັຍ.

ຜູ້ທີ່ມີບົດບາດໂດດເດັ່ນອີກຄົນຫນຶ່ງ ແມ່ນ Barnaby Joyce, ຜູ້ທີ່ຍັງຢູ່ໃນສະພາ ແລະເປັນຜູ້ນໍາພັກສອງເທື່ອ.

ເຂົາເຈົ້າ ໄດ້ເຂົ້າຮ່ວມກັບ the Liberal Party ໃນ Queensland ແລະNorthern Territory, ທີ່ຮູ້ຈັກກັນໃນນາມ LNP ແລະ the Country Liberal Party ຕາມລຳດັບ.

ໃນການເລືອກຕັ້ງ, the Nationals ກໍາລັງດໍາເນີນນະໂຍບາຍ ທີ່ມີຈຸດປະສົງ ທີ່ຈະພັດທະນາສ່ວນພູມີພາກ ຂອງອອສເຕຣເລັຍ, ຮວມເຖິງ:

ການຫລຸດລາຄາພະລັງງານ ໂດຍການເພີ່ມການຈ່າຍແກັສ,

ສ້າງເຮືອນຫຼາຍຂຶ້ນຕື່ມ ໃນເຂດພູມີພາກ,

ຍົກເລີກການສັ່ງຫ້າມການສົ່ງອອກແກະມີຊີວິດ,

ແລະແກ້ໄຂ ວິທີການປະຕິບັດ ຕໍ່ກະສິກອນ ໂດຍທຸຣະກິດໃຫຍ່ເຊັ່ນSupermarkets.

ສະນັ້ນ ພັກຈະສອດຄ່ອງກັບນະໂຍບາຍເດີມຂອງມັນໄດ້ແນວໃດ?

ດີຫລາຍ, Dr Sheppard ກ່າວ.

"The Nationals ໄດ້ຍຶດຫມັ້ນ ກັບຄວາມຄິດເດີມຂອງເຂົາເຈົ້າ ກ່ຽວກັບສິ່ງທີ່ເຂົາເຈົ້າ ຢາກໃຫ້ພັກຂອງເຂົາເຈົ້າເປັນ. ບັດນີ້ ຈະມີຜູ້ຄົນໃນ the Nationals ທີ່ບໍ່ເຫັນພ້ອມກັບຂ້າພະເຈົ້າຢ່າງແຮງໃນເລື່ອງນີ້, ແຕ່ໃນດ້ານການມີຈຸດປະສົງທີ່ຊັດເຈນ, ນີ້ຄືອຸດສາຫະກັມ ທີ່ເຮົາເປັນຕົວແທນ, ມັນບໍ່ໄດ້ປ່ຽນແປງຫຍັງເລີຍ."

ເນື້ອເລື່ອງໂດຍ Rania Yallop  ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ 

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່

Share