ປະເດັນສຳຄັນ ໃນການເລືອກຕັ້ງໃນ Torres Strait.

Torres Strait Regional Authority Chair George Nona  (NITV).jpg

George Nona ຫົວຫນ້າເຈົ້າຫນ້າທີ່ ປະຈໍາເຂດຂອງ Torres Strait

ຜູ້ອອກສຽງເລືອກຕັ້ງ ຢູ່ໃນເຂດ Torres Strait ກໍາລັງຕຽມພ້ອມ ທີ່ຈະອອກສຽງ ໃນການເລືອກຕັ້ງ ໃນເດືອນພຶດສະພານີ້. ການປ່ຽນແປງຂອງສະພາບອາກາດ ແລະຄວາມຫມັ້ນຄົງຂອງນ້ຳ ໄດ້ກາຍເປັນປະເດັນສໍາຄັນ ໃນການອອກສຽງຂອງຜູ້ນໍາ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ປະເດັນສຳຄັນ ໃນການເລືອກຕັ້ງໃນ Torres Strait.

ຜູ້ອອກສຽງເລືອກຕັ້ງ ຢູ່ໃນເຂດ Torres Strait ກໍາລັງຕຽມພ້ອມ ທີ່ຈະອອກສຽງ ໃນການເລືອກຕັ້ງ ໃນເດືອນພຶດສະພານີ້.

ການປ່ຽນແປງຂອງສະພາບອາກາດ ແລະຄວາມຫມັ້ນຄົງຂອງນ້ຳ ໄດ້ກາຍເປັນປະເດັນສໍາຄັນ ໃນການອອກສຽງຂອງຜູ້ນໍາ.

Carli Willis ແລະ Deborah Groarke ລາຍງານ.

ຢູ່ປາຍທາງເຫນືອຂອງປະເທດ, ໝູ່ເກາະ Torres Strait ຕັ້ງຢູ່ໃນທະເລ.

ໝູ່ເກາະເຫຼົ່ານີ້ ເປັນສມໍຣະພູມ ຂອງທີ່ນັ່ງຜູ້ແທນ ເຂດ Leichhardt ຊຶ່ງປະຈຸບັນນີ້ ແມ່ນ Warren Entsch ຂອງພັກ Liberal National ທີ່ເປັນຜູ້ແທນ. ແລະເມື່ອການເລືອກຕັ້ງ ໃກ້ເຂົ້າມາ, ຜູ້ນໍາໃນທ້ອງຖິ່ນ ກໍກໍາລັງຄິດ ກ່ຽວກັບບັນຫາທີ່ສໍາຄັນທີ່ສຸດ ສໍາລັບເຂົາເຈົ້າ.

George Nona ຫົວຫນ້າເຈົ້າຫນ້າທີ່ ປະຈໍາເຂດຂອງ Torres Strait ກ່າວວ່າ ການປ່ຽນແປງ ຂອງສະພາບອາກາດ ກໍາລັງຄຸກຄາມ ພາກພື້ນທີ່ກໍາລັງດີ້ນລົນຢູ່ແລ້ວ ກັບບັນຫາເລື່ອງສຸຂະພາບ, ບັນຫາບ້ານເຮືອນ ແລະໂຄງສ້າງພື້ນຖານ.

"ການປ່ຽນແປງ ຂອງສະພາບອາກາດ ທີ່ສົ່ງຜົນກະທົບ ຕໍ່ລະດັບນ້ຳທີ່ສູງຂຶ້ນ, ໂຄງສ້າງພື້ນຖານ, ວຽກງານ, ຮວມເຖິງການສຶກສາ... ແລ້ວເຮົາຈະປະຫຍັງ ໄວ້ໃຫ້ຄົນລຸ້ນຕໍ່ໄປ?"

ຢູ່ໃນເກາະທາງເຫນືອສຸດ ຂອງ Torres Strait, ບາງຄົນຢ້ານວ່າ ລະດັບນ້ຳທະເລທີ່ສູງຂຶ້ນ ອາດກືນກິນບ້ານເຮືອນຂອງເຂົາເຈົ້າ ໃນບໍ່ຊ້ານີ້.

ມັນໄດ້ກະຕຸ້ນ ໃຫ້ມີການຮຽກຮ້ອງຢ່າງຮີບດ່ວນ ໃຫ້ຜູ້ໃດກໍຕາມ ທີ່ຊນະຣັຖບານ ໃຫ້ຫລຸດຜ່ອນການປ່ອຍຂອງກາກບອນ.

ລຸງ Paul Kabai ເປັນໂຈດຂອງຄະດີ ສະພາບອາກາດຂອງອອສເຕຣເລັຍ.

"ມັນຄືກັບວ່າ Saibai ກໍາລັງຈົມລົງ. ສະນັ້ນ, ນີ້ບໍ່ພຽງແຕ່ລະດັບນ້ຳທະເລທີ່ສູງຂຶ້ນເທົ່ານັ້ນ, ເພາະເຮົາມີອາກາດທີ່ບໍ່ແນ່ນອນ. ພວກເຮົາໄດ້ມີຝົນຕົກແຮງ ໃນເຂດນັ້ນ."

ລຸງ Paul Kabai ເວົ້າວ່າ ມັນໃຊ້ເວລາພຽງແຕ່ສີ່ປີເທົ່ານັ້ນ ທີ່ນ້ຳທີ່ສູງຂຶ້ນ ໄດ້ໄຫລຖ້ວມລົງມາ ຈາກກໍາແພງທະເລ ຊຶ່ງມີຈຸດປະສົງ ທີ່ຈະປົກປ້ອງເຂົາເຈົ້າເປັນເວລາ 50 ປີ.

"ມັນສະແດງໃຫ້ໂລກ ແລະຜູ້ຄົນເຫັນວ່າ ເຮົາໄດ້ຮັບຜົນກະທົບ ຈາກລະດັບນ້ຳທະເລທີ່ສູງຂຶ້ນ, Saibai ກໍາລັງຈົມລົງໄວປານໃດ."

ເມື່ອຊາວເກາະ ບໍ່ກັງວົນກ່ຽວກັບນ້ຳຖ້ວມ, ເຂົາເຈົ້າກໍກັງວົນ ກ່ຽວກັບຄວາມຫມັ້ນຄົງຂອງນ້ຳ.

George Nona ຫົວຫນ້າຂອງ TSRA ກ່າວອີກ.

"ພວກເຮົາ ຫາກໍມີກໍຣະນີຫນຶ່ງ ຢູ່ເມືອງ Boigu ບ່ອນທີ່ລະດັບນ້ຳນັ້ນຕ່ຳຫລາຍ. ແລະຂ້າພະເຈົ້າຄິດວ່າ ມັນອາດເປັນໄປໄດ້ ຖ້າຫາກມັນເປັນເຊັ່ນນັ້ນຕໍ່ ໄປອີກອາທິດ ຫລືຫນຶ່ງເດືອນ, ແລ້ວຄອບຄົວກໍ-ຈະຕ້ອງຍົກຍ້າຍ ແລະຍ້າຍລົງໄປທີ່ແຜ່ນດິນໃຫຍ່."

ພັກ Labor ໄດ້ຈັດງົບປະມານ 77 ລ້ານໂດລາ ເພື່ອໂຄງການ ສ້າງກໍາແພງທະເລ ຂັ້ນຕອນທີສາມ ໃນເກາະຫ້າແຫ່ງ ແລະເພື່ອປັບປຸງໂຄງສ້າງພື້ນຖານ ຂອງນ້ຳເສັຍ.

ເຖິງຢ່າງໃດກໍຕາມ, ມັນກໍຍັງມີບັນຫາຢູ່ ເພາະຣັຖບານຂອງ Queensland ຈະຕ້ອງອອກງົບປະມານ ຊ່ອຍເຫຼືອເທົ່າກັນ.

Malarndirri McCarthy, ຣັຖມົນຕີ ກະຊວງຊົນພື້ນເມືອງ (Minister for Indigenous Australians), ກ່າວວ່າ ນາງໄດ້ພະຍາຍາມຈົນສຸດຄວາມສາມາດ ເພື່ອໂນ້ມນ້າວເຂົາເຈົ້າ.

ແຕ່ໃນເຂດນັ້ນ ຍັງຢູ່ພາຍໃຕ້ການສອບສວນ ເລື່ອງສຸຂະພາບຫລາຍເທື່ອ, ໂດຍທີ່ ຜູ້ນໍາກ່າວວ່າ ເຂົາເຈົ້າໄດ້ເວົ້າ ກ່ຽວກັບບັນຫາອັນດຽວກັນນັ້ນ ເປັນເວລາຫລາຍສິບປີແລ້ວ.

ສາດສະດາຈານ Sean Taylor ຈາກ Torres Health.

"ບັດນີ້ ພວກເຮົາຕ້ອງເລີ່ມຕົ້ນ ລົງມືເຮັດ ແລະມີເງິນທຶນ ເພື່ອຈະສາມາດກ້າວໄປຫນ້າ, ເພາະພວກເຮົາບໍ່ ສາມາດເລີ່ມຕົ້ນເຮັດຊ້ຳແລ້ວຊ້ຳອີກ. ເປັນເວລາຫລາຍປີ ທີ່ພວກເຮົາເວົ້າເລື້ອຍໆ ກ່ຽວກັບປັນຫາຊໍາເຮື້ອເຫຼົ່ານີ້."

ເນື້ອເລື່ອງໂດຍ  Carli Willis and Deborah Groarke ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່

Share