ການກັບຄືນອອສເຕຣເລັຍຂອງ“the Bali Nine”.
ຫລັງຈາກຖືກຈຳຄຸກ ເກືອບສອງທົດສະວັດ, ສະມາຊິກຫ້າຄົນທີ່ເຫລືອ ຂອງກຸ່ມລັກລອບຂົນຢາເສບຕິດ “the Bali Nine” ໄດ້ກັບຄືນອອສເຕຣເລັຍ.
ມັນເປັນຂໍ້ຕົກລົງທາງການທູດ ທີ່ສໍາຄັນທີ່ສຸດ ລະຫວ່າງອອສເຕຣເລັຍແລະອິນໂດເນເຊັຍ.
Sophie Bennett ລາຍງານ.
ສະມາຊິກຫ້າຄົນທີ່ເຫລືອ ຂອງກຸ່ມລັກລອບຂົນຢາເສບຕິດ “the Bali Nine” ໄດ້ກັບຄືນອອສເຕຣເລັຍ-ກ່ອນຄຣິດສະມັສ.
ໃນຄໍາຖແລງການ, ພວກເຂົາກ່າວວ່າ ເຂົາເຈົ້າ "ສະບາຍໃຈ ແລະດີໃຈ" ທີ່ໄດ້ກັບບ້ານ ແລະຢາກກັບເຂົ້າໄປສູ່ສັງຄົມ ອີກເທື່ອໜຶ່ງ.
ຂ່າວນັ້ນ ໄດ້ຖືກຢືນຢັນໂດຍ ນາຍົກຣັຖມົນຕີ Anthony Albanese ໃນຕອນບ່າຍ ຂອງວັນອາທິດ (ວັນທີ 15 ທັນວາ), ຫລັງຈາກໄດ້ຕົກລົງກັນຢູ່ນອກກອງປະຊຸມ APEC ໃນປະເທດເປຣູ ເມື່ອເດືອນແລ້ວນີ້.
"ຊາຍທັງຫ້າຄົນ ໄດ້ກະທຳຄວາມຜິດທີ່ຮ້າຍແຮງ. ອອສເຕຣເລັຍແບ່ງປັນຄວາມກັງວົນ ຂອງອິນໂດເນເຊັຍ ກ່ຽວກັບບັນຫາຮ້າຍແຮງຂອງຢາເສບຕິດ. ຣັຖບານຈະສືບຕໍ່ຮ່ວມມື ກັບອິນໂດເນເຊັຍ ໃນການຕໍ່ຕ້ານ ການຄ້າຢາເສບຕິດ ແລະອາດຊະຍາກັມຂ້າມຊາດ. ຊາວອອສເຕຣເລັຍເຫຼົ່ານີ້ ຖືກຄຸກຫຼາຍກວ່າ 19 ປີໃນປະເທດອິນໂດເນເຊັຍ. ມັນເຖິງເວລາ ທີ່ເຂົາເຈົ້າຈະກັບບ້ານແລ້ວ."
ຫວັງວ່າ ທາງການອອສເຕຣເລັຍຈະສາມາດໃຊ້ຂໍ້ຕົກລົງນີ້ ເປັນຕົວຢ່າງສໍາລັບກໍຣະນີ ໃນອະນາຄົດ.
ແລ້ວທຸກຢ່າງເກີດຂຶ້ນໄດ້ແນວໃດ?
ໃນປີ 2005, ຊາວອອສເຕຣເລັຍເກົ້າຄົນ-ຊາຍແປດຄົນ ແລະຜູ້ຍິງຫນຶ່ງຄົນ-ຖືກຈັບກຸມ ໃນຂໍ້ຫາພະຍາຍາມລັກລອບຂົນເຮໂຣອິນ ຫລາຍກວ່າ8 ກິໂລ ອອກຈາກບາລີ.
ກຸ່ມນັ້ນໄດ້ຢູ່ພາຍໃຕ້ການສັງເກດການ ເປັນເວລາຫນຶ່ງອາທິດ, ຫລັງຈາກໄດ້ຮັບການແຈ້ງບອກ.
ຫລາຍຄົນ ໄດ້ຖືກຕັດສິນຈຳຄຸກຕລອດຊີວິດ.
ນັ້ນຮວມເຖິງ Michael Czugaj, Renae Lawrence, Scott Rush, Martin Stephens, Matthew Norman, Si Yi Chen ແລະ Tan Duc Than Nguyen.
ເຖິງແມ່ນມີການຮ້ອງຂໍຄວາມເມດຕາ ແລະການປະທ້ວງທາງການທູດ, ແຕ່ຫົວຫນ້າກຸ່ມນັ້ນ- Myuran Sukumaran ແລະ Andrew Chan-ໄດ້ຖືກຕັດສິນປະຫານຊີວິດ ແລະຖືກປະຫານຊີວິດໃນປີ 2015.
ມັນເປັນການເຄື່ອນໄຫວທີ່ກ້າຫານ ຂອງປະທານາທິບໍດີ Joko Widodo (ໃນຂນະນັ້ນ) ທີ່ຈະສະແດງໃຫ້ເຫັນ ເຖິງຈຸດຢືນທີ່ເຄັ່ງຄັດ ຂອງອິນໂດເນເຊັຍ ຕໍ່ຜູ້ລັກລອບຂົນຢາເສບຕິດ.
ແລະຜູ້ນໍາຈາກຫຼາຍຊາດ, ຮວມທັງ Tony Abbott, ນາຍົກຣັຖມົນຕີຂອງອອສເຕຣເລັຍ ໃນເວລານັ້ນ, ໄດ້ປະນາມການຕັດສິນໃຈ ໂດຍຖອນເອກອັກຄະຣາຊທູດຂອງອອສເຕຣເລັຍ ປະຈຳອິນໂດເນເຊັຍ ຊົ່ວຄາວ ໃນການຕອບໂຕ້.
"ຣັຖມົນຕີການຕ່າງປະເທດ ແລະຂ້າພະເຈົ້າ ມາຮວມກັນທີ່ນີ້ ເພື່ອກ່າວຕໍ່ໂລກວ່າ ອອສເຕຣເລັຍ ເສັຍໃຈຢ່າງຍິ່ງ ຕໍ່ການປະຫານຊີວິດໃນອິນໂດເນເຊັຍ. ການປະຫານຊີວິດເຫລົ່ານີ້ ທັງໂຫດຮ້າຍ ແລະບໍ່ຈໍາເປັນ."
ສາມປີຕໍ່ມາ, Tan Duc Than Nguyen ໄດ້ເສັຍຊີວິດໄປດ້ວຍໂຣກມະເລັງໃນຄຸກ.
ແລະໃນປີດຽວກັນ Renae Lawrence ຜູ້ຍິງຄົນດຽວໃນກຸ່ມນັ້ນ ໄດ້ຖືກປ່ອຍໂຕ.
ບັດນີ້, ເກືອບທົດສະວັດໄດ້ຜ່ານໄປ, ແລະພາຍໃຕ້ການນໍາໃຫມ່ ຂອງປະທານາທິບໍດີ Prabowo Subianto, ສະມາຊິກຫ້າຄົນທີ່ເຫລືອ ຊຶ່ງໄດ້ແກ່-Matthew Norman, Scott Rush, Martin Stephens, Si Yi Chen, ແລະ Michael Czugaj -ໄດ້ຖືກສົ່ງກັບບ້ານ.
ການມາເຖິງຂອງກຸ່ມນັ້ນ ໄດ້ຖືກເກັບໄວ້ເປັນຄວາມລັບ, ລາຍງານບອກວ່າ ຊາຍທັງຫ້າຄົນນັ້ນ ໄດ້ຖືກພາກັບບ້ານ ດ້ວຍສາຍການບິນຂອງ Jetstar ທີ່ Darwin.
ຢູ່ເດີ່ນບິນນາໆຊາດຂອງບາລີ (ເດີ່ນບິນນາໆຊາດ Denpasar), ຊາວອອສເຕຣເລັຍເວົ້າວ່າ ເຂົາເຈົ້າຄິດວ່າ ມັນເປັນການຕັດສິນໃຈ ທີ່ຖືກຕ້ອງ ທີ່ຈະອະນຸຍາດໃຫ້ສະມາຊິກຫ້າ ຄົນຂອງ “the Bali Nine” ກັບຄືນມາ.
"ຂ້າພະເຈົ້າຄິດວ່າ ອາດມີການຕົກລົງ ລະຫວ່າງ ຂອງອິນໂດເນເຊັຍ ແລະອອສເຕຣເລັຍ. ຂ້າພະເຈົ້າຄິດວ່າ ມັນເປັນເພາະເຫດຜົນທາງການເມືອງ, ຂ້າພະເຈົ້າຄິດວ່າ ຖ້າຫາກອິນໂດເນເຊັຍ ພໍໃຈທີ່ຈະສົ່ງພວກເຂົາຄືນ. ຖ້າຫາກມັນເປັນຜົນປໂຍດທາງການເມືອງ ສໍາລັບເຂົາເຈົ້າ, ຖ້າຫາກມັນເປັນຜົນປໂຍດ ສໍາລັບຄວາມສໍາພັນລະຫວ່າງ-ອິນໂດເນເຊັຍ, ແລ້ວຂ້າພະເຈົ້າກໍດີໃຈ."
“ຂ້າພະເຈົ້າຄິດວ່າ ຈາກມຸມມອງດ້ານສິດທິມະນຸດຊົນ ມັນເຖິງເວລາແລ້ວ ທີ່ເຂົາເຈົ້າຈະກັບບ້ານ."
ເມື່ອຂ່າວການເຈຣະຈາ ກ່ຽວກັບການປ່ອຍໂຕ ສະມາຊິກທີ່ເຫລືອຢູ່ ໄດ້ເລີ່ມຕົ້ນໃນເດືອນພະຈິກ, ມີຄໍາຖາມກ່ຽວກັບວ່າ ເຂົາເຈົ້າຈະຮັບໃຊ້ໂທດທີ່ເຫລືອ ຕໍ່ໃນຄຸກອອສເຕຣເລັຍຫລືບໍ່ ແລະວ່າ ມັນຈະກ່ຽວຂ້ອງກັບການແລກປ່ຽນນັກໂທດຫລືບໍ່.
ແຕ່ທັງສອງສິ່ງນີ້ ບໍ່ໄດ້ເກີດຂຶ້ນ.
ແຕ່ວ່າ ເຂົາເຈົ້າໄດ້ຖືກປົດປ່ອຍດ້ວຍເຫດຜົນ ດ້ານມະນຸດສະທັມ-ແລະໃນທີ່ສຸດ ຈະຖືກຖືວ່າເປັນອິດສຣະ ເຖິງແມ່ນວ່າອິນໂດເນເຊັຍ ຈະບອກວ່າ ເຂົາເຈົ້າຖືກຍ້າຍໄປ ໃນຖານະນັກໂທດ.
ບັດນີ້ ເຂົາເຈົ້າຍັງຖືກຫ້າມ ບໍ່ໃຫ້ກັບໄປປະເທດອິນໂດເນເຊັຍ.
ນາຍົກຣັຖມົນຕີ Anthony Albanese ໄດ້ອະທິບາຍ ເຖິງການຕົກລົງນັ້ນວ່າ ເປັນການກະທໍາດ້ວຍຄວາມເມດຕາ ຂອງປະທານາທິບໍດີອິນໂດເນເຊັຍ.
"ມື້ຄືນນີ້ ຂ້າພະເຈົ້າໄດ້ມີໂອກາດເວົ້າລົມກັບພໍ່ແມ່ ຂອງຄົນເຫລົ່ານີ້. ເຂົາເຈົ້າ ຮູ້ສຶກເປັນບຸນຄຸນຫລາຍ ທີ່ລູກຊາຍຂອງເຂົາເຈົ້າ ສາມາດກັບບ້ານໄດ້. ເຂົາເຈົ້າ ກໍ່ອາດຊະຍາກັມທີ່ຮ້າຍແຮງ ແລະເຂົາເຈົ້າໄດ້ຈ່າຍດ້ວຍລາຄາແພງ ສໍາລັບອາດຊະຍາກັມນັ້ນ."
ເມື່ອພວກເຂົາເລີ່ມຕົ້ນໃໝ່, ເຂົາເຈົ້າໄດ້ຮັບບ່ອນພັກຊົ່ວຄາວ ຈາກຣັຖບານກາງ ເພື່ອການຟື້ນຟູ.
ອີກບໍ່ດົນ ເຂົາເຈົ້າກໍໄດ້ກັບຄືນ ໄປຫາຄອບຄົວຂອງເຂົາເຈົ້າ.
ເນື້ອເລື່ອງໂດຍ Sophie Bennett ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌