ຄົ້ນພົບເຊື້ອໄຂ້ຫວັດນົກ ສາຍພັນໃຫມ່ (H5N2).
ກໍາລັງປັບຕົວ ໃຫ້ແພ່ລະບາດໄດ້ງ່າຍຂຶ້ນ ໃນມະນຸດ.
ມັນເກີດຂຶ້ນ ຫລັງຈາກອົງການອະນາໄມໂລກ ໄດ້ກ່າວວ່າ ການເສັຍຊີວິດຂອງຊາຍຄົນນຶ່ງ ໃນເມັກຊິໂກ ແມ່ນເກີດຈາກເຊື້ອໄຂ້ຫວັດນົກ ສາຍພັນໃຫມ່ (H5N2) ທີ່ບໍ່ເຄີຍພົບເຫັນມາກ່ອນ ໃນມະນຸດ.
Essam Al-Ghalib ລາຍງານ.
ໄຂ້ຫວັດນົກ ໄດ້ເກີດຂຶ້ນມາ ຕັ້ງແຕ່ຊຸມປີ 1990, ຖືກຄົ້ນພົບໃນນົກປ່າ ໃນປະເທດຈີນ ເຊັ່ນຫ່ານ; ແລະຈາກນັ້ນ ກໍໄດ້ແພ່ກະຈາຍນົກໄປທົ່ວໂລກ ກ່ອນທີ່ຈະຖືກພົບ ໃນສັດລ້ຽງລູກດ້ວຍນ້ຳນົມ ເຊັ່ນງົວ ໃນຫຼາຍເດືອນມານີ້.
ໄຂ້ຫວັດນົກ ເກີດຈາກເຊື້ອໄວຣັສ ໄຂ້ຫວັດໃຫຍ່ຈໍານວນຫນຶ່ງ, ເຊັ່ນດຽວກັບໄຂ້ຫວັດຕາມລະດູການ ທີ່ແພ່ກະຈາຍໃນລະດູຫນາວ.
ເຖິງຢ່າງໃດກໍຕາມ, ດ້ວຍຂໍ້ຍົກເວັ້ນທີ່ແປກປະຫຼາດ, ມັນຈະແພ່ກະຈາຍສະເພາະລະຫວ່າງສັດເທົ່ານັ້ນ ຫຼືຈາກສັດໄປຫາມະນຸດ.
ການແພ່ເຊື້ອ ຈາກມະນຸດສູ່ມະນຸດ ຄຶດວ່າຖືກຈໍາກັດ ແລະບໍ່ຍັ້ງຍືນ.
ນັບແຕ່ທົດສະວັດ 1990 ເປັນຕົ້ນມາ, ມີ 900 ກໍຣະນີຂອງມະນຸດ ທີ່ຮູ້ວ່າ – ເກືອບເຄິ່ງຫນຶ່ງ ໄດ້ເສັຍຊີວິດ.
ຕອນນີ້ ອົງການອະນາໄມໂລກກ່າວວ່າ ພວກເຂົາເຈົ້າ ໄດ້ຢືນຢັນ ໂດຍຜ່ານການທົດສອບໃນຫ້ອງທົດລອງ ເຖິງການຄົ້ນພົບພະຍາດໄຂ້ຫວັດນົກ ສາຍພັນໃຫມ່ ທີ່ເອີ້ນວ່າ H5N2 ທີ່ບໍ່ເຄີຍພົບເຫັນ ຢູ່ໃນມະນຸດຈັກເທື່ອ.
ມັນຖືກກວດພົບໃນຜູ້ຊາຍອາຍຸ 59 ປີ, ມີປັນຫາສະພາບສຸຂະພາບຊໍາເຮື້ອ, ຜູ້ເສັຍຊີວິດໃນໂຮງຫມໍເມືອງ Mexico City ເມື່ອວັນທີ 24 ເມສາ, ຫນຶ່ງອາທິດຫຼັງ ຈາກເຂົ້າໂຮງໝໍຍ້ອນເປັນໄຂ້, ຫາຍໃຈຖີ່ ແລະ ຖອກທ້ອງ.
ບໍ່ເປັນທີ່ຊັດແຈ້ງວ່າລາວຕິດເຊື້ອໄຂ້ຫວັດນົກແນວໃດ ໂດຍທີ່ເຈົ້າຫນ້າທີ່ສຸຂະພາບຂອງເມັກຊິໂກກ່າວວ່າ ລາວບໍ່ມີປວັດການສໍາຜັດກັບນົກຫຼືສັດອື່ນໆ.
ເຈົ້າຫນ້າທີ່ໃນເມັກຊິໂກ ຕ້ອງໃຊ້ເວລາຫນຶ່ງເດືອນ (23ພຶດສະພາ) ເພື່ອລາຍງານເລື້ອງນີ້ຕໍ່ WHO ຜູ້ທີ່ໄດ້ຢືນຢັນ ຕໍ່ສາທາຣະນະຊົນ ກ່ຽວກັບກໍຣະນີແລະຜົນການທົດສອບ ໃນຫ້ອງທົດລອງ (5 ມິຖຸນາ).
ອົງການ WHO ກ່າວວ່າ, ໃນຂັ້ນຕອນນີ້, ມັນໄດ້ປະເມີນຄວາມສ່ຽງໃນປະຈຸບັນ ຕໍ່ປະຊາກອນທົ່ວໄປ ຈາກເຊື້ອສາຍໃຫມ່ນີ້ວ່າຕ່ຳ, ເຖິງແມ່ນວ່າ ມັນສັງເກດເຫັນວ່າ ການລະບຸຕົວຂອງສາຍພັນຍ່ອຍ (Subtype) ໃຫມ່ມີ "ຄວາມສາມາດ ທີ່ຈະສົ່ງຜົນກະທົບ ຕໍ່ສຸຂະພາບ ຂອງສາທາຣະນະສູງ".
ດຣ Wenqing Zhang ເປັນຫົວຫນ້າໂຄງການໄຂ້ຫວັດນົກ ຂອງ WHO.
ນັບແຕ່ທົດສະວັດ 1990 ເປັນຕົ້ນມາ, ມີ 900 ກໍຣະນີຂອງມະນຸດ ທີ່ຮູ້ວ່າ – ເກືອບເຄິ່ງຫນຶ່ງ ໄດ້ເສັຍຊີວິດ.World Health Organisation
"ພວກເຮົາຕ້ອງຈື່ໄວ້ວ່າ ການຕິດເຊື້ອແຕ່ລະຄັ້ງໃນມະນຸດ ແມ່ນຄວາມພະຍາຍາມຂອງໄວຣັສ ທີ່ຈະພະຍາຍາມສ້າງຕົວເອງ ໃນປະຊາກອນມະນຸດ. ເຖິງແມ່ນວ່າ ໂອກາດຈະມີຫນ້ອຍ, ຕາບໃດທີ່ປະສົບຜົນສໍາເລັດພຽງຄັ້ງດຽວ, ພຽງແຕ່ຄັ້ງດຽວ, ມັນກໍຈະເປັນການເລີ່ມຕົ້ນ ຂອງການລະບາດຂອງໄຂ້ຫວັດໃຫຍ່, ເຊິ່ງອາດຈະບໍ່ຮຸນແຮງ ແບບດຽວກັບການລະບາດໃນປີ 2009, ແຕ່ມັນກໍອາດຈະສ້າງຄວາມເສັຍຫາຍຢ່າງຮ້າຍແຮງ ຄືກັບປີ 1981 ທີ່ເອີ້ນວ່າ ໄຂ້ຫວັດ ສະເປນ (Spanish Flu). ດ້ວຍເຫດນີ້, ພວກເຮົາ ຈຶ່ງເປັນຫ່ວງ ກ່ຽວກັບໄຂ້ຫວັດນົກ ແລະກໍາລັງຈັບຕາເບິ່ງມັນ ຢ່າງໃກ້ຊິດ.
ນັກວິທະຍາສາດກ່າວວ່າ ເຊື້ອໄຂ້ຫວັດນົກ ທີ່ສູນກາງຂອງການລະບາດ ທີ່ຟາມນົມໃນສະຫະຣັດ ທີ່ກ່ຽວຂ້ອງກັບງົວ ແມ່ນແຕກຕ່າງ ກັບເຊື້ອໃນກໍຣະນີຂອງເມັກຊິໂກ.
ຕອນນີ້ ພະນັກງານນົມໃນສະຫະຣັດ ໄດ້ເສັຍຊີວິດ ຈາກໄຂ້ຫວັດນົກຊະນິດ H5N1 ໂດຍຜູ້ປ່ວຍກໍຣະນີທໍາອິດ ທີ່ໄດ້ຮັບການຢືນຢັນ ໂດຍອົງການ WHO ໃນວັນທີ1ເມສາ.
ແລະຍັງມີໄຂ້ຫວັດນົກອີກຊະນິດຫນຶ່ງ ທີ່ກໍາລັງແພ່ກະຈາຍ ຢູ່ໃນບັນດາໄກ່ໃນ- ສາຍພັນ H7N3 - ໄດ້ຖືກກວດພົບຢູ່ຟາມໄກ່ ແຫ່ງທີຫ້າໃນ Victoria.
Graeme Cooke ຫົວໜ້າເຈົ້າຫນ້າທີ່ສັດຕະວະແພດຂອງ Victoria ກ່າວວ່າ ມີມາດຕະການກັກກັນ ແລະການເຝົ້າລະວັງ ເພື່ອຄວບຄຸມໄວຣັສນັ້ນ.
ນັກວິທະຍາສາດສັດຕະວະແພດ Robyn Alders ສາດສະດາຈານ ກິດຕິມະສັກ ຈາກ ສູນນະໂຍບາຍການພັດທະນາ (Development Policy Centre) ທີ່ມະຫາວິທະຍາໄລແຫ່ງຊາດອອສເຕຣເລັຍ (the Australian National University).
ລາວເວົ້າວ່າ ພວກເຮົາຍັງບໍ່ທັນໄດ້ເຫັນ ການແພ່ລະບາດຂອງໄຂ້ຫວັດນົກ ໃນມະນຸດຢ່າງຕໍ່ເນື່ອງ. ແຕ່ວ່າ ມັນເປັນການກາຍພັນ ຂອງເຊື້ອໄວຣັສ ຊຶ່ງຈໍາເປັນຕ້ອງໄດ້ຮັບການຄວບຄຸມ ຢ່າງໃກ້ຊິດ.
"ມີການລະບາດຂອງໄຂ້ຫວັດນົກ ຈໍານວນຫນ້ອຍຢ່າງຕໍ່ເນື່ອງ ໃນຝູງໄກ່ ໃນອອສເຕຣເລັຍ ນັບຕັ້ງແຕ່ຊຸມປີ 1970 ເປັນຕົ້ນມາ. ການລະບາດເຫຼົ່ານັ້ນ ຖືກກວດພົບໄດ້ຢ່າງໄວ ເພາະມັກຈະເຮັດໃຫ້ໄກ່ຕາຍຈຳນວນຫຼາຍ. ສິ່ງທີ່ເຮົາເຫັນຢູ່ໃນ Victoria ເວລານີ້ ແມ່ນແຕກຕ່າງຫນ້ອຍຫນຶ່ງ. ດ້ວຍການລ້ຽງໄກ່ຕາມທົ່ງຫຍ້າ ຫຼືແບບປ່ອຍຢ່າງອິດສຣະ (Free-range), ພວກເຮົາມີໄກ່ຈຳນວນຫຼາຍຂຶ້ນ ໃນບ່ອນເປີດກວ້າງ ທີ່ສາມາດມີການຕິດຕໍ່ ກັບນົກອົບພະຍົບເຫຼົ່ານີ້. ແລະເມື່ອຈໍານວນເຊື້ອໄວຣັສເພີ່ມຂຶ້ນ, ຫຼືໄວຣັສ ຕິດມາລະຫວ່າງຄົນ, ນົກ-ຫຼືສິ່ງຕ່າງໆເຊັ່ນຖາດໄຂ່ ຫຼືຄອກຂັງໄກ່ ທີ່ຖືກເຄື່ອນຍ້າຍ ລະຫວ່າງຟາມ-ໄວຣັສ ກໍສາມາດຕິດມາໄດ້."
ນາງເວົ້າວ່າ ການເຂົ້າໃຈວ່າ ສາຍພັນຕ່າງໆ (Variants) ແພ່ກະຈາຍແນວໃດ ແລະກົດລະບຽບທີ່ໃຊ້ຢູ່ ເປັນປັດຈັຍສໍາຄັນ ໃນການຮູ້ວິທີຮັບມື ໃນຖານະຜູ້ບໍຣິໂພກ ຜລິດຕະພັນນົມ, ຊີ້ນ ຫຼືໄຂ່.
"ສະນັ້ນ, ສິ່ງທີ່ໄດ້ປ່ຽນໄປ ໃນສະພາບການຂອງອອສເຕຣເລັຍ ແມ່ນການປ່ຽນ ທີ່ຈະມີຝູງສັດລ້ຽງ ແບບອິດສຣະຫຼາຍຂຶ້ນ. ໃນໄລຍະລະດູການ ອົບພະຍົບສູງສຸດ ຂອງນົກ ສິ່ງທີ່ເກີດຂຶ້ນຕາມປົກກະຕິ ໃນຢູໂຣບໃນຕອນນີ້ ແມ່ນຜູ້ຜລິດໄກ່ ແບບອິດສຣະ ຖືກຂໍໃຫ້ເກັບສັດຂອງເຂົາເຈົ້າ ໄວ້ພາຍໃນຄອກ ໃນຊ່ວງເວລານັ້ນ.ດັ່ງນັ້ນ, ເຮົາອາດຈະເຫັນວ່າ ຂໍ້ບັງຄັບຕ່າງໆ ຈະປ່ຽນແປງ ໃນອອສເຕຣເລັຍນີ້. ແຕ່ສໍາລັບຜູ້ບໍຣິໂພກ ພວກເຮົາຄວນຫມັ້ນໃຈວ່າ ຜລິດຕະພັນໄຂ່ ຫຼືໄກ່ ຫຼືຊີ້ນ,ຫຼືຜລິດຕະພັນນົມ ທີ່ມີຂາຍຕາມຮ້ານຄ້ານັ້ນປອດພັຍ ແລະເຫມາະສົມ ກັບການບໍຣິໂພກຂອງມະນຸດ."
ອົງການ WHO ກ່າວວ່າ ຕົນກໍາລັງກະກຽມ ຄຳແນະນໍາທີ່ເຫມາະສົມ ແລະສະເພາະ ເພື່ອຊ່ວຍໃຫ້ ປະເທດຕ່າງໆ ພັດທະນາແຜນການ ທີ່ຈະຈັດການ ກັບຄວາມສ່ຽງດ້ານສຸຂະພາບ ຂອງປະຊາຊົນ.
ໃນຂນະດຽວກັນ, ນັກວິທະຍາສາດ ກໍາລັງທົດສອບຢາວັກຊີນ ເພື່ອປ້ອງກັນ ທັງງົວ ແລະມະນຸດ ຈາກໄຂ້ຫວັດນົກ.
ກະຊວງກະສິກັມ ຂອງສະຫະຣັດ (The US Agriculture Department) ກໍາລັງທົດລອງຢາວັກຊີນ ທີ່ພັດທະນາ ໂດຍນັກຄົ້ນຄວ້າ ຂອງມະຫາວິທະຍາໄລ Pennsylvania ໂດຍໃຊ້ຢາແກ່ລູກງົວ-ດ້ວຍວິທີການ ທີ່ຈະຈໍາກັດ ການແພ່ລະບາດຂອງເຊື້ອໄວຣັສ ກ່ອນທີ່ຈະໄປເຖິງພະນັກງານນົມ.
ກະຊວງສາທາຣະນະສຸກ ແລະບໍຣິການມະນຸດ ຂອງສະຫະຣັດ (The US Department of Health and Human Services) ຍັງໄດ້ໂອ້ລົມ ກັບຜູ້ຜລິດ ກ່ຽວກັບຢາວັກຊີນໄຂ້ຫວັດ mRNA ທີ່ເປັນໄປໄດ້ວ່າ, ຖ້າຫາກຈໍາເປັນ, ສາມາດຊ່ວຍເພີ່ມຢາວັກຊີນໄຂ້ຫວັດນົກ ອີກຫຼາຍລ້ານ doses ທີ່ຢູ່ໃນມືຂອງແລ້ວ.
Richard Webby ເປັນນັກຄົ້ນຄວ້າໄຂ້ຫວັດ ທີ່ St Jude Children’s Research Hospital ໃນເມືອງ Memphis ຣັດ Tennessee.
"ສິ່ງທີ່ການລະບາດຂອງ COVID-19 ໄດ້ສອນພວກເຮົາ ແມ່ນບາງເທັກໂນໂລຢີ ໃຫມ່ໆເຫຼົ່ານີ້ ສາມາດນໍາໃຊ້ ເພື່ອກຽມວັກຊີນຢ່າງໄວ ເພື່ອຕ້ານພັຍຂົ່ມຂູ່ ທີ່ກໍາລັງຈະເກີດຂຶ້ນ ຄືກັບໄວຣັສ H5. ແລະດັ່ງນັ້ນ, ວຽກງານສະເພາະ ທີ່ພວກເຮົາມີສ່ວນຮ່ວມໃນທີ່ນີ້ ກັບເພື່ອນຮ່ວມງານ ໃນຣັດ Pennsylvania ແມ່ນການນໍາໃຊ້ ເທັກໂນໂລຢີດຽວກັນ ທີ່ຖືກນໍາໃຊ້ເປັນຫຼັກ ເພື່ອຜລິດຢາວັກຊີນ Covid, ແຕ່ແທນທີ່ຈະຜລິດຢາຕ້ານເຊື້ອ SARS coronavirus, ມັນແມ່ນຜລິດ ເຊື້ອຕໍຕ້ານ (Antigens) ໄຂ້ຫວັດ."
ການຂຍາຍການພັດທະນາຢາວັກຊີນ ແລະການຜລິດ ຈະຕ້ອງມີການປະກາດໂດຍອົງການ WHO ວ່າພວກເຮົາ ມີເຊື້ອໄວຣັສ ທີ່ມີຄວາມສາມາດ ໃນການລະບາດ.
ນັ້ນ ຍັງບໍ່ໄດ້ເກີດຂຶ້ນ.
ສາດສະດາຈານ Alders ກ່າວວ່າ ວຽກງານກ່ຽວກັບຢາວັກຊີນ ຄວນດໍາເນີນຕໍ່ໄປ - ແລະດ້ວຍຍຸດທະສາດ ໃນການປ້ອງກັນ ແລະການກຽມໂຕ.
"ເນື່ອງຈາກຄວາມກ້າວຫນ້າ ທາງດ້ານວິທະຍາສາດ ແລະ ຄວາມສາມາດ ທີ່ຈະໄດ້ຮັບຜົນການກາຍພັນ ຂອງໄວຣັສໄຂ້ຫວັດໃຫຍ່, ຖ້າຫາກວ່າ ມັນຈະກາຍເປັນສິ່ງຈໍາເປັນ ທີ່ຈະຜລິດຢາວັກຊີນ ເພື່ອໃຊ້ໃນມະນຸດ, ມັນຄວນຈະເກີດຂຶ້ນຢ່າງໄວ. ມີຫຼາຍບໍຣິສັດທີ່ກໍາລັງຊອກຫາ ການເຮັດວຽກເພື່ອກຽມພ້ອມ ສໍາລັບການພັດທະນາວັກຊີນ ເພື່ອໃຊ້ໃນມະນຸດຢູ່ແລ້ວ. ຄວາມທ້າທາຍອັນໃຫຍ່ ດັ່ງທີ່ພວກເຮົາໄດ້ເຫັນໃນ COVID, ແມ່ນເຮັດໃຫ້ແນ່ໃຈວ່າ ຢາວັກຊີນນັ້ນ ແມ່ນມີໃຫ້ສຳລັບຜູ້ທີ່ຕ້ອງການມັນແທ້ໆ."
ເນື້ອເລື່ອງໂດຍ Essam Al-Ghalib ແລະ Biwa Kwan ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌