Blue-blocker ໃນແວ່ນຕາຈະສາມາດແກ້ປັນຫາເລື້ອງປວດເມື່ອຍຕາບໍ່?
ອາການເມື່ອຍທາງສາຍຕາ ຈາກການຢູ່ຫນ້າຈໍ ເປັນເວລານານ ກຳລັງເປັນບັນຫາ ທີ່ເພີ່ມຂຶ້ນ.
ແຕ່ຫຼັກຖານຊີ້ໃຫ້ເຫັນວ່າແສງສີຟ້າ (Blue Light) ບໍ່ແມ່ນສາເຫດ, ແລະຕົວກັ້ນສີຟ້າ (Blue-blocker) ກໍບໍ່ແມ່ນວິທີແກ້ໄຂ.
Deborah Groarke ລາຍງານ.
ສໍາລັບພວກເຮົາຫຼາຍຄົນ, ຊີວິດຂອງພວກເຮົາ ນັບມື້ນັບກ່ຽວຂ້ອງກັບການເບິ່ງຫນ້າ ຈໍດິຈິຕອນ, ໃນການເຮັດວຽກ ແລະການຫຼິ້ນຫຼາຍຂຶ້ນ.
ສາດສະດາຈານ Laura Downie ຈາກມະຫາວິທະຍາໄລ Melbourneກ່າວວ່າ ເລື້ອງນີ້ມີສົ່ງຜົນກະທົບ.
"ເປັນທີ່ຮູ້ກັນດີວ່າ ຄົນທີ່ໃຊ້ເວລາ ໃນການໃຊ້ຄອມພີວເຕີຢ່າງຕັ້ງໃຈ ຫຼືໃຊ້ເວລາຫຼາຍ-ຕາມປົກກະຕິແລ້ວ ປະມານສີ່ຊົ່ວໂມງຕໍ່ມື້ ຫຼືຫຼາຍກວ່ານັ້ນ-ມັກຈະມີອາການເຄັ່ງຕຶງ ທາງຕາຫຼາຍຂຶ້ນ. ແລະດັ່ງນັ້ນ, ອາການເຫຼົ່ານັ້ນ ອາດລວມເຖິງ ການເມື່ອຍຕາ, ແສບຕາ, ຫຼື້ເຄືອງຕາ."
ແສງສີຟ້າ (Blue Light) ໄດ້ຖືກຫາວ່າເປັນຕົ້ນເຫດ ຂອງການເພີ່ມຂຶ້ນຂອງກໍຣະນີ ການປວດແສບສາຍຕາ.
Dr Sumeer Singh, ຈາກມະຫາວິທະຍາໄລ Melbourne ກ່າວວ່າ ການຂາຍແວ່ນຕາ ເພື່ອສະກັດກັ້ນແສງສີຟ້າ ໄດ້ເພີ່ມຂຶ້ນ-ໂດຍສະເພາະ ໃນຊ່ວງຂອງການລະບາດ ໃນລະດັບສູງ ຂອງ CVID.
"ເນື່ອງຈາກ ການເພີ່ມຂຶ້ນຂອງການແຜ່ກະຈາຍ ຂອງການປວດແສບຕາ ດິຈິຕອນ, ມີການໂຄສະນາຢ່າງຫຼາຍ ໃນສື່ມວນຊົນ ຫຼືຈາກອຸດສາຫະກັມທາງຕາ (Optical) ແລະສິ່ງຕ່າງໆ. ແລະສິ່ງທີ່ກໍາລັງເກີດຂຶ້ນ ແມ່ນຍ້ອນການໂຄສະນານັ້ນເອງ, ຜູ້ຄົນ ມັກຈະຊື້ຜລິດຕະພັນ ເຫຼົ່ານີ້."
ແວ່ນຕາທີ່ມີຕົວກັ້ນສີຟ້າ (Blue-blocker) ແມ່ນແວ່ນຕາໂດຍນາຍໝໍຕາ ທີ່ມີການເຄືອບພິເສດ ທີ່ອອກແບບ ເພື່ອຫຼຸດປະຣິມານຂອງແສງສີຟ້າ ທີ່ຜ່ານເລນແວ່ນຕາ (Lens), ທີ່ຈະເຂົ້າໄປໃນຕາ.
ແຕ່ມີກໍຄໍາຖາມ ວ່າສິ່ງເຫຼົ່ານີ້ ມີປະສິດທິພາບຫຼາຍພຽງໃດແທ້.
Dr Singh ແມ່ນສ່ວນຫນຶ່ງຂອງທີມ ທີ່ປຽບທຽບເລນໃສທັມມະດາ ກັບກັບໂຕປ້ອງກັນແສງສີຟ້າ (Bluelight Blockers) ເພື່ອເບິ່ງວ່າ ເລນທີ່ມີ Blockers ຈະມີປະສິດທິພາບຫຼາຍກວ່າ ຫຼືບໍ່.
ລາວເວົ້າວ່າ....ບໍ່ແມ່ນ.
"ພວກເຮົາ ໄດ້ທຳການທົດລອງແບບສຸ່ມ ປິດຕາສອງຝ່າຍ ໂດຍການອັດຕາທັງຜູ້ດຳເນີນການທົດລອງ ແລະຜູ້ເຂົ້າຮ່ວມໃນການທົດລອງຄັ້ງນີ້ ໂດຍບໍ່ຮູ້ວ່າ ຜູ້ເຂົ້າຮ່ວມ ໄດ້ຮັບວິທີການການໃດ...ແລະສິ່ງທີ່ພວກເຮົາໄດ້ພົບກໍຄື ແວ່ນຕາທີ່ມີຕົວກັ້ນສີຟ້າ (Bluelight Blockers) ບໍ່ໄດ້ຫລຸດອາການປວດເມື່ອຍຕາ ເມື່ອທຽບໃສ່ກັບແວ່ນຕາໃສທັມມະດາ."
ສາດສະດາຈານ Downie ກ່າວວ່າ ຜົນຂອງການສຶກສາ ແມ່ນສອດຄ່ອງ ກັບການຄົ້ນຄວ້າອື່ນໆ ໃນທົ່ວໂລກ ທີ່ມີຄວາມເຫັນດຽວກັນ.
ແລະນາງກ່າວວ່າ ຍັງບໍ່ມີຄຳຕອບທີ່ແນ່ນອນ ກ່ຽວກັບຜົນປໂຍດທີ່ສໍາຄັນອື່ນໆ-ເຊັ່ນຊ່ວຍໃຫ້ຜູ້ຄົນນອນຫລັບດີ.
ສໍາລັບສາດສະດາຈານແລ້ວ, ແວ່ນຕາ ທີ່ມີຕົວກັ້ນສີຟ້າ (Bluelight Blockers) ບໍ່ໄດ້ເຮັດໃຫ້ ເກີດຜົນກະທົບຫຍັງ. ແຕ່ນາງເວົ້າວ່າ ມີສິ່ງອື່ນໆ ທີ່ຜູ້ຄົນສາມາດເຮັດໄດ້ ເພື່ອຫລີກເວັ້ນ ການປວດເມື່ອຍຕາຂອງເຂົາເຈົ້າ ຢ່າງມີປະສິດທິພາບ.
"ພວກເຮົາ ຂໍແນະນໍາໃຫ້ພວກເຂົາ ສົນທະນາກ່ຽວກັບອາການເຫຼົ່ານັ້ນ ກັບຜູ້ຊ່ຽວຊານ ດ້ານການດູແລຕາເຊັ່ນ: ຜູ້ກວດສາຍຕາ (Optometrist)...ຄົນເຮົາອາດຕ້ອງການແວ່ນຕາ...ນັ້ນອາດຈະເປັນສາເຫດ ຂອງການປວດເມື່ອຍຕາ. ປັບແປງຄວາມຖີ່ ຫຼືໄລຍະເວລາ ຂອງການໃຊ້ອຸປະກອນດິຈິຕອລ, ປັບປຸງສະພາບແວດລ້ອມ ການເຮັດວຽກ ເພື່ອໃຫ້ແນ່ໃຈວ່າ ມີສະພາບແວດລ້ອມທີ່ດີທີ່ສຸດ. ປັດຈັຍທັງຫມົດເຫຼົ່ານີ້ ແມ່ນມີຄວາມສໍາຄັນ ສໍາລັບການຫຼຸດຜ່ອນ ຄວາມເປັນໄປໄດ້ ຂອງຄວາມອ່ອນເພັຍ ຂອງສາຍຕາ ຈາກອຸປະກອນດິຈິຕອນ."
ເນື້ອເລື່ອງໂດຍ Deborah Groarke ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌