ຄວາມແຕກຕ່າງທາງສມອງ ແລະຜົນຂອງການນຳໃຊ້

Human brain, illustration

Human brain, illustration. Source: Getty

ຄວາມແຕກຕ່າງທາງສມອງ ແຕກຕ່າງກັນໄປໃນແຕ່ລະຄົນ. ບໍຣິສັດໃຫຍ່ໆເລີ້ມຈ້າງງານຄົນທີ່ມີຄວາມແຕກຕ່າງທາງສມອງຫລາຍຂຶ້ນ ເພາະຄົນພວກນີ້ ມີປະສິດທິພາບໃນການເຮັດວຽກສູງກວ່າຄົນທຳມະດາ ເຖິງວ່າ ພວກເຂົາຈະມີຄວາມທ້າທາຍຫລາຍກວ່າ ແຕ່ຖ້າຫາກວ່າພວກເຂົາມີພາວະແວດລ້ອມທີ່ເອື້ອອຳນວຍ ພວກເຂົາຈະເປັນຊັບພະຍາກອນທີ່ສຳຄັນຂອງບໍລິສັດເຫຼົ່ານັ້ນ.


ໃນຂນະ ທີ່ບ່ອນເຮັດວຽກ ມີຈຸດມຸ້ງຫມາຍ ທີ່ຈະ ຄົ້ນຫາຄວາມຄິດໃໝ່ໆແຕ່ບາງຄົນກຳລັງຊອກຫາ ພະນັກງານທີ່ມີຄວາມຄິດແຕກຕ່າງກັນ, ຫຼື ມີຄວາມແຕກຕ່າງດ້ານສມອງ ແລະຫຼາຍຄົນກໍພົບວ່າການ ຮັບເອົາພະນັກງານທີ່ມີເງື່ອນໄຂເຊັ່ນ Autism ຫຼື ADHD ມາພ້ອມກັບຂໍ້ໄດ້ປຽບ, ດັ່ງ ..Sarah Conte..ລາຍງານ.

Anthony Ni ມີ ຂໍ້ມູນສມັກວຽກ ທີ່ຫນ້າປະທັບໃຈຊຶ່ງປະກອບດ້ວຍ ປະກາສນີຍະບັດລະດັບປະລິນຍາຕີ ໃນການວິເຄາະຂໍ້ມູນແລະຄະນິດສາດການເງິນ. ລາວໄດ້ສອນ ວິຊາຄະນິດສາດ ແລະສະຖິຕິ ແລະເກ່ງໃນສາມພາສາ. ລາວກໍເປັນ ອໍຕິສຕິກ (Autistic) ເຊັ່ນກັນ ແລະ ລາວເຮັດວຽກທີ່ມີ ຄວາມຊໍານານສູງ ໃນຖານະທີ່ປຶກສາດ້ານເທັກໂນໂລຈີ.

"ຂ້ອຍເຮັດການຮັບຮອງຄຸນນະພາບ, ຂ້ອຍຕ້ອງແນ່ໃຈວ່າ software ເຮັດວຽກດ້ວຍຄຸນນະພາບສູງ ແລະຂ້ອຍໃຊ້ທັກສະ (Skills) ການຂຽນໂປຣແກຣມ ຂອງຂ້ອຍເພື່ອສ້າງສະຖານະການທົດສອບທີ່ແຕກຕ່າງກັນ. ທຸກຄົນເປັນມິດກັບຂ້ອຍຫຼາຍ - ພວກເຂົາຈະເວົ້າວ່າ 'ay Anthony', ເຈົ້າຮູ້ວິທີຂຽນ Software ນີ້ບໍ່? ພວກເຂົາຈະໃຫ້ບາງສິ່ງບາງຢ່າງແກ່ຂ້ອຍສະເຫມີ ເພື່ອຮຽນຮູ້ແລະໃຫ້ຂ້ອຍ ຮູ້ສຶກມີຄວາມດີໃຈ".

Sharnae Berresford ແມ່ນຊາວ Wiradjuri ຜູ້ຍິງທີ່ເປັນ Autism ແລະ ມີຄວາມບົກພ່ອງທາງຕາ ຫຼື Dyslexia. ນາງມັກວຽກທີ່ນາງເຮັດຢູ່ Woolworths ແລະ ນາງກໍເຮັດວຽກດີ - ນາງໄດ້ຮັບລາງວັນ Cashier of the Year ລະດັບຊາດ.

ລາວເວົ້າວ່າພຽງແຕ່ພະຍາຍາມແລະເຮັດຈົນສຸດຄວາມສາມາດ ແລະຊ່ວຍເຮັດໃຫ້ມັນງ່າຍຂຶ້ນສໍາລັບລູກຄ້າຂອງລາວ.

"ຂ້ອຍພຽງແຕ່ພະຍາຍາມແລະເຮັດຈົນສຸດຄວາມສາມາດ ແລະຊ່ວຍທຸກວິທີທາງທີ່ຂ້ອຍສາມາດເຮັດໃຫ້ມັນງ່າຍຂຶ້ນສໍາລັບລູກຄ້າ ຢ່າງຜູ້ຍິງມີອາຍຸບາງຄົນທີ່ກໍຂ້ອຍຮັກ. ຮັກພວກເຈົ້າເດີ.. ແລະເຈົ້າກໍຮູ້ວ່າເຈົ້າແມ່ນໃຜ."

ແຕ່ Anthony ແລະ Sharnae ແມ່ນຜູ້ທີ່ໂຊກດີໃນບັນດາຜູ້ທີ່ ມີຄວາມແຕກຕ່າງດ້ານສມອງ.

ສໍານັກງານສະຖິຕິກ່າວວ່າ ອັດຕາການວ່າງງານສໍາລັບຄົນທີ່ເປັນ Autism ແມ່ນຫຼາຍກວ່າ 34 ເປີເຊັນ - ນັ້ນແມ່ນຫຼາຍກວ່າສາມເທົ່າຂອງອັດຕາຄົນທີ່ມີຄວາມພິການ ແລະ ແປດເທົ່າ ຂອງຄົນທີ່ບໍ່ມີ ຄວາມພິການ ຊຶ່ງໝາຍຄວາມວ່າ ອັດຕາການມີສ່ວນຮ່ວມພຽງ 38 ເປີເຊັນເທົ່ານັ້ນ.

ຖ້າເວົ້າກວ້າງກວ່ານັ້ນ, ມີການຄາດຄະເນວ່າ ປະມານ 15 ຫາ 20 ເປີເຊັນຂອງປະຊາກອນແມ່ນ ມີຄວາມແຕກຕ່າງດ້ານສມອງບໍ່ທາງໃດກໍທາງຫນຶ່ງ.

ມັນເປັນຄໍາທີ່ກວມເອົາເງື່ອນໄຂຕ່າງໆລວມທັງ Autism Spectrum Disorder ຫຼື ASD, ຄວາມຜິດປົກກະຕິຂອງການຂາດຄວາມເອົາໃຈໃສ່ ຫຼື Attention Deficit Hyperactivity Disorder - ADHD ແລະ Dyslexia, ໃນບັນດາອື່ນໆ.

ດຣ Miriam Moeller, ອາຈານສອນອາວຸໂສດ້ານທຸລະກິດສາກົນທີ່ມະຫາວິທະຍາໄລ Queensland, ໄດ້ກ່າວງ່າຍໆວ່າ.

"ຄວາມແຕກຕ່າງດ້ານສມອງ ຫຼື Neurodiversity ຖ້າເວົ້າເຖິງກໍແມ່ນ ຄວາມຄິດທີ່ວ່າ ມະນຸດບໍ່ໄດ້ມີ້ປະສາດຄືກັນຫມົດທຸກຄົນໃນໂລກ. ມີການຄາດຄະເນວ່າ ປະມານ 15 ຫາ 20 ເປີເຊັນຂອງປະຊາກອນທົ່ວໂລກມີຄວາມແຕກຕ່າງດ້ານສມອງ. ຖ້າເຮົາ ປຽບທຽບສິ່ງນີ້ ຕໍ່ສະພາບການຂອງ ປະເທດອອສເຕຣເລັຍແລ້ວ ມັນຫມາຍຄວາມວ່າ ຊາວອອສເຕຣລຽນ ປະມານ 3.5 ລ້ານ ຄົນ ມີຄວາມແຕກຕ່າງດ້ານສມອງ ບໍ່ທາງໃດກໍທາງນຶ່ງ. ມັນຍາກ ທີ່ຈະມີຕົວເລກສະຖິຕິທີ່ແນ່ນອນ ທີ່ກ່ຽວກັບຄວາມແຕກຕ່າງດ້ານສມອງນີ້ ເພາະວ່າ ບໍ່ແມ່ນທຸກຄົນ ຈະໄດ້ຮັບການກວດສອບ ຢ່າງເປັນທາງການ”.

ແຕ່ບ່ອນເຮັດວຽກກໍຊອກຫາວິທີການທີ່ຈະຮັບເອົາໂອກາດພິເສດທີ່ສະຫນອງໃຫ້ໂດຍ ພະນັກງານທີ່ຄິດ ແລະເຮັດວຽກ ທີ່ແຕກຕ່າງກັນ.

ໃນໄລຍະບໍ່ດົນມານີ້ ຫຼາຍບໍລິສັດລວມທັງ Microsoft, Woolworths, IBM ແລະ ANZ ໄດ້ດຳເນີນການ ຫາພນັກງານ ທີ່ມີ ຄວາມແຕກຕ່າງດ້ານສມອງ ແລະ Telstra ກໍເປັນອີກຫນຶ່ງໃນຈຳນວນບໍລິສັດເຫຼົ່ານັ້ນ.

ຫຼັງຈາກການທົດລອງທີ່ປະສົບຄວາມສໍາເລັດຂອງຜູ້ສະຫມັກ ຫົກຄົນ ທີ່ມີ Autism, ທັງຫມົດ ກໍໄດ້ເຮັດວຽກຖາວອນເຕັມເວລາ ໂດຍເປັນ ວິສວະກອນເຄືອຂ່າຍ ຫຼື Network Engineers, ຜູ້ຊ່ຽວຊານດ້ານການຈັດການ ຜະລິດຕະພັນ ແລະ ວິສວະກອນ Cloud ຫຼື Cloud Engineer.

ຜູ້ຈັດການ ກ່າວວ່າ ພະນັກງານເຫຼົ່ານີ້ ໄດ້ຊ່ວຍໃຫ້ເຂົາເຈົ້າ ພັດທະນາທັກສະ (Skills) ການສື່ສານ ຂອງເຂົາເຈົ້າ ແລະ ກາຍເປັນຄົນທີ່ມີຄວາມອົດທົນຫລາຍຂຶ້ນ ແລະພວກເຂົາເຈົ້າ ກໍມີຄວາມກະຕືລືລົ້ນ ທີ່ຈະຈ້າງຕື່່ມອີກ.

CEO ຂອງ Telstra ທ່ານ Andy Penn ກ່າວວ່າ ມັນແມ່ນຈຸດເຮັດ ໃຫ້ແນ່ ໃຈວ່າ ພວກເຂົາເຈົ້າມີພະນັກງານທີ່ຖືກຕ້ອງແລະເໝາະສົມ ສໍາລັບ ວຽກງານນັ້ນໆ.

Bodo Mann ຜູ້ຈັດການ Auticon, ທີ່ປຶກສາ ດ້ານເທັກໂນໂລຈີ ທີ່ຈ້າງຜູ້ທີ່ເປັນ Autism ໂດຍສເພາະ. ລາວເຫັນສັນຍານເບື້ອງຕົ້ນທີ່ ອອສເຕຣເລັຍ ກໍາລັງເລີ່ມຍອມຮັບຄວາມຫຼາກຫຼາຍທາງດ້ານສມອງ ໃນການເຮັດວຽກ.

"ຂ້າພະເຈົ້າເຫັນບາງສັນຍານໃນທາງບວກ. ເພາະ ຂ້າພະເຈົ້າຄິດວ່າ ເປັນເວລາດົນແລ້ວທີ່ ອອສເຕຣເລັຍ ກ່າວເຖິງຄວາມແຕກຕ່າງ ແລະ ການເຂົ້າຮ່ວມ, ແລະ ຂ້າພະເຈົ້າ ຮູ້ສຶກເຖິງຄວາມແຕກຕ່າງ ທາງສມອງ ເປັນຂອບເຂດຕໍ່ໄປໃນການຮັບເອົາຄວາມແຕກຕ່າງ. ສິ່ງສຳຄັນທີ່ສຸດຂອງຄວາມສໍາເລັດຂອງບໍລິສັດແມ່ນຖືກສ້າງຂຶ້ນຈາກ ການຄົ້ນສິ່ງໃຫມ່ໆ, ແລະຖ້າຫາກວ່າທ່ານຈະວິເຄາະເບິ່ງແລ້ວ ມັນກໍແມ່ນຄວາມສາມາດທີ່ຈະຄິດແຕກຕ່າງກັນ ແລະມາພ້ອມກັບຄວາມຄິດໃຫມ່ໆ. ຂ້າພະເຈົ້າຄິດວ່າ ປີ 22 ນີ້ແມ່ນປີສໍາລັບບໍລິສັດ ອອສເຕຣເລັຍ, ຂ້າພະເຈົ້າຄິດວ່າ ພວກເຮົາພຽງແຕ່ຕ້ອງການໂອກາດເທົ່ານັ້ນ”

ຜົນສໍາເລັດຂອງ Auticon ໄດ້ຖືກຮັບຮູ້ທົ່ວໄປຫຼາຍຂຶ້ນ.

ນຶ່ງໃນໂຄງການ ທົດລອງຂອງ Auticon ຊຶ່ງຫາກໍໄດ້ຮັບລາງວັນ Digital Disruptor ຂອງ ສະມາຄົມ ຄອມພິວເຕີ ຂອງອອສເຕຣເລັຍ.

ໃນເບື້ອງຕົ້ນ ມັນໄດ້ກໍານົດທີ່ຈະປັບປຸງໂປຣແກຣມລະຫັດ bar ສໍາລັບ Woolworths ໂດຍການໃຊ້ຫຸ່ນຍົນ ແຕ່ບໍ່ພຽງແຕ່ພວກເຂົາເຈົ້າໄດ້ບັນລຸຜົນໃນສິ່ງນີ້, ພະນັກງານໄດ້ ເຮັດລະບົບອັດຕະໂນມັດຊຶ່ງເປັນ ສ່ວນໃຫຍ່ຂອງຂະບວນການ Scanning ເຊັ່ນກັນ.

ແລະຄວາມສໍາເລັດຂອງໂຄງການ ແຕກຕ່າງດ້ານສມອງ ແມ່ນໄດ້ຖືກເຫັນຢູ່ບ່ອນອື່ນອີກ.

ໃນໂຄງການທົດລອງ ຂອງບໍລິສັດການລົງທຶນ ຂອງສະຫະລັດ JP Morgan Chase, ພະນັກງານທີ່ເປັນ Autism ໃນຜແນກ IT  ເຮັດວຽກໄດ້ 48 ເປີ ເຊັນ ໄວກວ່າຜູ້ທີ່ບໍ່ເປັນ Autism, ແລະ ມີປະສິດທິພາບ 92 ເປີເຊັນ.

ໃນປະເທດອອສເຕຣເລັຍນີ້, ບໍລິສັດເຕັກໂນໂລຊີ DXC Technologies ໄດ້ພົບວ່າ ຜູ້ສະຫມັກເຮັດວຽກກ່ຽວກັບໂຄງການທົດລອງ ກັບ ANZ ໄດ້ຕອບແທນມູນຄ່າຂອງ 12 ເດືອນ ພາຍໃນ 5 ເດືອນ, ແລະໃນໜ້າງານບາງບ່ອນ ໄດ້ສະແດງໃຫ້ເຫັນຜົນຜະລິດຫຼາຍກວ່າ 50 ເປີເຊັນ.

ໃນຂນະທີ່ຄວາມແຕກຕ່າງດ້ານສມອງຈະມາພ້ອມກັບຄວາມທ້າທາຍ, ທ່ານ Dr. Miriam Moeller ກ່າວວ່າ ກະແຈສຳຄັນແມ່ນ ການເຈາະໃສ່ ຄວາມເຂັ້ມແຂງ ທີ່ສອດຄ່ອງກັນຂອງມັນ.

"ຕົວຢ່າງວ່າ, ຄົນທີ່ມີ Autism, ເຖິງແມ່ນວ່າ ພວກນີ້ອາດມີປັນຫາໃນ ການຕິດຕໍ່ພົວພັນກັບຄົນອື່ນ ແຕ່ກໍມີຮະບົບຣະບຽບ, ມີຕັກກະ (Logic) ແລະ ມີສະມາທິໃນການເຮັດວຽກ ແລະ ສິ່ງເຫລົ່ານີ້ ແມ່ນຄວາມເຂັ້ມແຂງ ຢ່າງຊັດເຈນ. ອີກຕົວຢ່າງຫນຶ່ງແມ່ນ Dyslexia ຫຼືການມີຄວາມບົກພ່ອງທາງຕາແຕ່ ພວກເຂົາເຈົ້າອາດຈະມີທັກສະສູງໃນການການຫາເຫດຜົນ ຫຼື ມີຄວາມສາມາດສູງໃນການແກ້ບັນຫາ ແລະນັ້ນແມ່ນ ຄວາມເຂັ້ມແຂງທີ່ຊັດເຈນຂອງພວກເຂົາ. ຕົວຢ່າງສຸດທ້າຍ ADHD, ຄົນທີ່ມີ ADHD ສາມາດມີຄວາມຄິດສ້າງສັນສູງ ແລະ ພວກເຂົາເຈົ້າ ອາດມີຄວາມສາມາດນີ້ທີ່ຈະຄິດໃນວິທີ ທີ່ບໍ່ມີໃຜທີ່ຢູ່ອ້ອມຂ້າງພວກເຂົາສາມາດເຮັດໄດ້ ເຖິງແມ່ນວ່າ ພວກເຂົາອາດຈະປະສົບສິ່ງທ້າທາຍໃນແຕ່ລະມື້.”

ສໍາລັບພະນັກງານບາງຄົນ ອາດຈໍາເປັນທີ່ຈະຕ້ອງມີການປັບປ່ຽນທີ່ເໝາະສົມ.

ໃນການທົດລອງຂອງ Telstra, ຜູ້ຈັດການບາງຄົນ ໄດ້ໃຫ້ຄໍາແນະນໍາດ້ວຍການຂຽນ ແທນທີ່ຈະໃຊ້ຄໍາເວົ້າ, ແລະ ໄດ້ເພີ່ມເວລາໃນຂະບວນການໃນການປະຊຸມ.

Laura Owens ເປັນຄູຝຶກວຽກສໍາລັບ Auticon, ລາວເຮັດວຽກຮ່ວມກັບທີ່ປຶກສາ ດ້ານໄອທີແລະບໍລິສັດນອກ ອື່ນໆທີ່ Auticon ມີສັນຍານຳ.

ນາງເວົ້າວ່າການ ຕີຂອບໃໝ່ໃນສິ່ງທີ່ເຄີຍເປັນສິ່ງກີດຂວາງໃນອະດີດ - ເລີ່ມຕົ້ນຈາກຂັ້ນຕອນການສໍາພາດ.

"ຕົວຢ່າງວ່າ ຂັ້ນຕອນການຈ້າງງານຂອງພວກເຮົາ, ພວກເຮົາປ່ຽນຈາກການສໍາພາດທີ່ເປັນທາງການ ເພາະພວກເຮົາຮູ້ວ່າອາດຈະກໍ່ໃຫ້ເກີດຄວາມຢ້ານກົວ ແລະຄວາມກັງວົນ, ແລະນັ້ນມັກຈະເປັນສິ່ງກີດຂວາງຢ່າງຫນຶ່ງສໍາລັບຄົນເຫຼົ່ານີ້ ທີ່ບໍ່ສາມາດຈະໄດ້ງານ."

ແລະ ດັ່ງທີ່ທ່ານ Dr Moeller ກ່າວວ່າ, ການອຳນວຍຄວາມສະດວກຕ່າງໆກໍຈະຕ້ອງປ່ຽນໄປຕາມຄວາມເໝາະສົມຂອງແຕ່ລະຄົນ.

"ມັນເປັນສິ່ງສໍາຄັນຢ່າງຍິ່ງ ທີ່ຈະຮັບຮູ້ວ່າບໍ່ແມ່ນຄົນທີ່ມີຄວາມແຕກຕ່າງດ້ານສມອງທຸກໆຄົນຈະຄືກັນ. ສະນັ້ນ ເຮົາຈຶ່ງບໍ່ສາມາດ ແລະ ບໍ່ຄວນຄິດວ່າ ເຮົາຮູ້ຈັກຄົນຜູ້ນັ້ນ ແລະ ຖາມເຂົາເຈົ້າວ່າ ຈະສາມາດດັດແປງສິ່ງໃດແດ່ໄດ້ ເພື່ອຊ່ວຍສະຫນັບສະຫນູນພວກເຂົາໃນຣະຫວ່າງຂັ້ນຕອນການສໍາພາດ ແລະຫຼັງການສໍາພາດ. ຄົນທີ່ມີຄວາມແຕກຕ່າງດ້ານສມອງ ຫຼາຍຄົນຍັງມີບັນຫາດ້ານວິນຍານທັງຫ້າອີກດ້ວຍ. ນັ້ນອາດຈະກ່ຽວກັບແສງສະຫວ່າງ, ສຽງ, ກິ່ນ, ດັ່ງນັ້ນ ແສງສະຫວ່າງທີ່ອ່ອນກວ່າ, ຫູຟັງທີ່ບໍ່ມີສຽງລົບກວນ, ຫຼືພຽງແຕ່ໃຫ້ເຂົາເຈົ້າມີບ່ອນເຮັດວຽກທີ່ງຽບສະຫງົບ ກໍສາມາດສ້າງຄວາມແຕກຕ່າງຢ່າງໃຫຍ່ຫຼວງສໍາລັບຄົນທີ່ມີຄວາມແຕກຕ່າງດ້ານສມອງ”.

ໃນຂນະທີ່ບາງຄົນອາດຮູ້ສຶກບໍ່ສະບາຍໃຈ ໃນບົດບາດທີ່ຕ້ອງພົບຫນ້າລູກຄ້າ, ນັ້ນແມ່ນບ່ອນທີ່ Sharnae ເຮັດໄດ້ດີ.

ເມື່ອບໍ່ດົນມານີ້ ນາຍຈ້າງຂອງນາງ Sharnae ຊຶ່ງມີ Woolworths ແລະ Recruiter Omnia  ການຈ້າງງານລວມ ໄດ້ເປີດ Mini-supermarket ໃຫມ່ຊຶ່ງເປັນບ່ອນທີ່ພະນັກງານສາມາດຝຶກອົບຮົມງານ ໃນໃຕ້ສະພາບການຄວບຄຸມ (Controlled Settings).

ມັນເປັນສັນຍານເຖິງຄວາມຕັ້ງໃຈ ຂອງ Supermarket ໃນການຈ້າງ ຄົນທີ່ມີຄວາມແຕກຕ່າງດ້ານສມອງຫລາຍຂຶ້ນ ໃນຫລາຍປີຂ້າງຫນ້າ.

Sharnae ຢາກເຮັດວຽກຢູ່ກັບ Woolworths ອີກສອງສາມປີ, ແຕ່ຈາກນັ້ນນາງມີແຜນການອື່ນໆ. ນາງມີເປົ້າໝາຍຢາກເປັນພະນັກງານສະໜັບສະນຸນຄົນພິການ ໂດຍສະເພາະຜູ້ທີ່ມີ Autism ຄືກັນກັບລາວ.

"ເປົ້າຫມາຍຫຼັກຂອງຂ້ອຍ, ຂ້ອຍບໍ່ເຄີຍບອກໃຜແຕ່ຂ້ອຍຢາກເປັນພະນັກງານສະຫນັບສະຫນູນ. ດ້ວຍການມີອາການ Autism ຂອງຂ້ອຍ ຂ້ອຍຈຶ່ງເຂົ້າໃຈ ຄົນທີ່ມີຄວາມພິການ ແລະຂ້າພະເຈົ້າພຽງແຕ່ຕ້ອງການທີ່ຈະໃຫ້ຫຼາຍສິ່ງຫຼາຍຢ່າງແກ່ຄົນທີ່ມີຄວາມພິການ ແລະຂ້ອຍມີຫຼາຍຢູ່ໃນນີ້ ພຽງແຕ່ຕ້ອງການທີ່ຈະຊ່ວຍເຫຼືອຜູ້ອື່ນ. ແລະ ນັ້ນແມ່ນເປົ້າຫມາຍຂອງຂ້ອຍ. "

ສຳຣັບ Anthony, ແຜນການຂອງລາວບໍ່ໄດ້ຢຸດກັບອາຊີບໃນ IT - ລາວກໍາລັງຄຶດວ່າຈະສອນ.

"ຂ້ອຍຢາກຈະຊ່ວຍ ທີ່ປຶກສາຂອງເຮົາໃຫ້ ບັນລຸຄວາມຝັນຂອງເຂົາເຈົ້າ ແລະ ດໍາລົງຊີວິດ ຢ່າງສະຫງ່າງາມ ຄືກັນກັບຄົນທໍາມະດາ ທົ່ວໄປ"

ເນື້ອເລື່ອງ ໂດຍ Sarah Conte ຂ່າວ SBS

ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸSBS ພາກພາສາລາວ


Share