ຜູ້ສະຫນັບສະຫນູນກໍາລັງເປີດການຣົນນະຣົງໃຫມ່ເພື່ອສ້າງຄວາມຕື່ນໂຕກ່ຽວກັບການດື່ມທີ່ບໍ່ເປັນປະໂຫຍດ ແລະ ນິໄສການກິນຂອງເດັກນ້ອຍ.
ສະພາມະເຮັງ (Cancer Council) ເປັນຜູ້ນໍາໃນການຣົນນະຣົງ ດ້ວຍຄວາມຫວັງວ່າ ການຣົນນະຣົງຂອງພວກເຂົາເຈົ້າຈະສ້າງຄວາມແຕກຕ່າງໃນທາງບວກຕໍ່ຊີວິດຂອງຊາວຫນຸ່ມ.
ຕາມປົກກະຕິແລ້ວ ນີ້ມັນແມ່ນການ ຂີ່ລົດຕາມທຳມະດາ - ແຕ່ສະພາໂຣກມະເຮັງ ໄດ້ປະເມີນວ່າ ໃນລະຫວ່າງການເດີນທາງໄປ-ກັບ ຈາກໂຮງຮຽນ, ພວກເດັກເຫຼົ່ານັ້ນ ຈະໄດ້ເຫັນການ ໂຄສະນາອາຫານ ແລະ ເຄື່ອງດື່ມທີ່ບໍ່ເປັນປະໂຫຍດ ຢ່າງຫນ້ອຍ 25 ຢ່າງ.
ການກວດສອບລົດເມໃນ Sydney ປີ 2022 ພົບວ່າການໂຄສະນາອາຫານຫຼາຍກວ່າສີ່ໃນຫ້າຢ່າງ (83%) ແມ່ນຜລິດຕະພັນທີ່ບໍ່ເປັນປະໂຫຍດ.
ການກວດສອບທີ່ຄ້າຍຄືກັນໃນເຄືອຂ່າຍການຂົນສົ່ງສາທາຣະນະຂອງ ເມລເບີນໃນປີ 2019 ພົບວ່າສອງສ່ວນສາມ (61%) ຂອງການໂຄສະນາອາຫານແລະເຄື່ອງດື່ມທີ່ມີໄຂມັນ, ນ້ຳຕານແລະເກືອສູງ.
ທ່ານນາງ Clare Hughes ຜູ້ຈັດການດ້ານໂພຊະນາການ ຂອງສະພາໂຣກມະເຮັງ (Cancer Council) ກ່າວວ່າ ຕົວເລກດັ່ງກ່າວ ເປັນໜ້າຕົກໃຈ.
"ພວກເຮົາຮູ້ວ່າການຕະຫຼາດຂອງອາຫານທີ່ບໍ່ເປັນປະໂຫຍດມີອິດທິພົນຕໍ່ເດັກນ້ອຍ. ມັນມີອິດທິພົນຕໍ່ການເລືອກອາຫານຂອງເຂົາເຈົ້າ; ມັນມີອິດທິພົນຕໍ່ອາຫານທີ່ເຂົາເຈົ້າຊື້; ມັນມີອິດທິພົນ ຕໍ່ສິ່ງທີ່ເຂົາເຈົ້າ ແອ່ວ ພໍ່ແມ່ຂອງເຂົາເຈົ້າທີ່ຈະຊື້ ແລະ ໃນທີ່ສຸດມັນກໍມີອິດທິພົນຕໍ່ການກິນຂອງເຂົາເຈົ້າ. ດັ່ງນັ້ນ ມັນຈຶ່ງມີຜົນກະທົບຢ່າງໃຫຍ່ຫຼວງຕໍ່ສຸຂະພາບຂອງເດັກ."
ການສໍາຫຼວດຂອງນັກຮຽນຊັ້ນມັດທະຍົມຕອນປາຍໃນປີ 2018 ພົບວ່າເດັກນ້ອຍ ມີແນວໂນ້ມ ສອງເທົ່າທີ່ຈະຖາມກິນອາຫານຈາກພໍ່ແມ່ທີ່ເຂົາເຈົ້າໄດ້ເຫັນຈາກການໂຄສະນາ.
ນອກນັ້ນ ຍັງພົບວ່າເດັກນ້ອຍ ທີ່ເຫັນການໂຄສະນາ ອາຫານ ຫຼື ເຄື່ອງດື່ມເລື້ອຍໆ ມີຄວາມຢາກລອງຜລິດຕະພັນໃຫມ່ ເປັນສອງເທົ່າ ເມື່ອທຽບໃສ່ກັບ ຜູ້ທີ່ເຫັນການໂຄສະນາ ອາຫານໜ້ອຍກວ່າ.
ຜົນຂອງການ ທີ່ເອີ້ນວ່າ 'ອໍານາດຂອງ ການແອ່ວ' ນີ້ບໍ່ແມ່ນເລື່ອງຕລົກ.
ອົງການ ນະໂຍບາຍຄວາມອ້ວນ (Obesity Policy Coalition) ກ່າວວ່າ ປະມານ 67 ເປີເຊັນຂອງຜູ້ ໃຫຍ່ ແມ່ນຢູ່ໃນລະດັບ ນ້ຳຫນັກທີ່ບໍ່ມີສຸຂະພາບແຂງແຮງ ແລະ ສ່ວນຂອງເດັກນ້ອຍນັ້ນຢູ່ປະມານ 25 ເປີເຊັນ.
ທ່ານນາງ Jane Martin ຜູ້ບໍລິຫານຂອງ Obesity Policy Coalition ກ່າວວ່າ ບັນຫານີ້ເລີ້ມຕົ້ນ ຕອນອາຍຸຍັງອ່ອນ.
"ແລະ ສິ່ງທີ່ຫນ້າເປັນຫ່ວງກໍຄື ຄົນເລີ້ມມີນ້ຳຫນັກ ທີ່ບໍ່ດີຕໍ່ສຸຂະພາບ ເຫລົ່ານີ້ ຕັ້ງແຕ່ຕອນອາຍຸຍັງນ້ອຍ. ເຮົາມີ 46 ເປີເຊັນຂອງຄົນອາຍຸ 18 ຫາ 24 ປີ - ເຊິ່ງພວກເຫຼົ່ານີ້ແມ່ນເຍົາວະຊົນ - ຜູ້ທີ່ຢູ່ໃນປະເພດນ້ຳຫນັກທີ່ບໍ່ຖືກສຸຂະອະນາໄມ ແລະນັ້ນເຮັດໃຫ້ທ່ານສ່ຽງຕໍ່ການເປັນພະຍາດຕ່າງໆເຊັ່ນ: ພະຍາດເບົາຫວານຊະນິດ 2, ພະຍາດຫົວໃຈ ແລະມະເຮັງບາງຊະນິດ ໃນໄວຫນຸ່ມ ເພາະວ່າທ່ານໃຊ້ຊີວິດກັບການແບກນໍ້າຫນັກນີ້ເປັນເວລານານ, ແລະມີຄວາມສ່ຽງທີ່ກ່ຽວຂ້ອງກັບສິ່ງນັ້ນ."
ດ້ວຍການຄົ້ນຄວ້າທີ່ສະແດງໃຫ້ເຫັນວ່າ ການຕະຫຼາດຂອງອາຫານທີ່ບໍ່ເປັນປະໂຫຍດ ມີບົດບາດສໍາຄັນໃນນິດໄສການກິນຂອງຄົນເຮົາ, ສະພາມະເຮັງ (Cancer Council)ກໍາລັງເຮັດບາງຢ່າງກ່ຽວກັບເລື່ອງນີ້.
ພວກເຂົາກໍາລັງເປີດການໂຄສະນາໃຫມ່ສອງຄັ້ງ: ຫນຶ່ງໃນ New South Wales ເອີ້ນວ່າ “Our Kids Our Call”, ແລະອີກຫນຶ່ງໃນ Victoria, ຊື່ວ່າ “Food Fight” ເນື້ອໃນຂອງການໂຄສະນາພວກເຂົາແມ່ນຄືກັນ: ວ່າການຕະຫຼາດອາຫານທີ່ບໍ່ເປັນປະໂຫຍດທີ່ແນໃສ່ເດັກນ້ອຍນັ້ນ – ຈໍາເປັນຕ້ອງຢຸດ.
Clare Hughes ເປັນຫ່ວງເປັນພິເສດກ່ຽວກັບກຸ່ມທີ່ມີຄວາມສ່ຽງຂອງຄົນຫນຸ່ມທີ່ມັກຈະມີອັດຕາການອ້ວນສູງຂຶ້ນແລະບັນຫາສຸຂະພາບອື່ນໆເຊິ່ງການຕະຫຼາດອາຫານທີ່ບໍ່ມີປະໂຫຍດເຮັດໃຫ້ຮຸນແຮງຂຶ້ນ.
"ມີອັດຕາຄວາມອ້ວນທີ່ສູງຂຶ້ນໃນເຂດຫ່າງໄກ ແລະເຂດພູມິພາກ ແລະໃນກຸ່ມທີ່ດ້ອຍໂອກາດທາງດ້ານສັງຄົມ. ສະນັ້ນ ເຮົາຢາກຈະແນ່ໃຈ ວ່າເຮົາກໍາລັງ ກ່າວເຖິງບັນຫາຄວາມສະເຫມີພາບ ທີ່ກ່ຽວພັນກັບການກິນທີ່ຖືກສຸຂະລັກສນະເຫລົ່ານັ້ນໂດຍສະເພາະ ແລະ ດ້ວຍເຫດນີ້ ການກ່າວເຖິງຄວາມກ່ຽວຂ້ອງຂອງອາຫານຈຶ່ງ ສໍາຄັນຫລາຍ."
Jane Martin ກ່າວວ່າ ການໃຫ້ຂໍ້ມູນ ເປັນສ່ວນບຸກຄົນ ແລະ ໃຫ້ເຂົາເຈົ້າ ປ່ຽນແປງ ນິດໃສການກິນນັ້ນ ບໍ່ພຽງພໍທີ່ຈະເຮັດໃຫ້ມີຜົນກະທົບຫຍັງທີ່ສໍາຄັນ.
ທ່ານນາງ ກ່າວວ່າ ການກຳໜົດລາຄາ ແລະ ການໂຄສະນາອາຫານ ກໍຕ້ອງປ່ຽນແປງເຊັ່ນກັນ.
"ປະມານຫນຶ່ງສ່ວນສາມຂອງພະລັງງານໃນອາຫານຂອງຜູ້ໃຫຍ່ແລະເດັກນ້ອຍ ແມ່ນມາຈາກອາຫານທີ່ປຸງແຕ່ງເຫຼົ່ານີ້ ຊຶ່ງສູງໃນເກືອ, ໄຂມັນ, ນ້ຳຕານ ແລະ ຊຶ່ງເດັກໄວຫນຸ່ມມີຫຼາຍກວ່າ ແລະນັ້ນບໍ່ແມ່ນສ່ວນຫນຶ່ງຂອງອາຫານທີ່ຖືກສຸຂະລັກສນະ. ສະນັ້ນພວກເຮົາຈໍາເປັນຕ້ອງປ່ຽນການຕະຫຼາດ, ພວກເຮົາຈໍາເປັນຕ້ອງປ່ຽນລາຄາ, ພວກເຮົາຈໍາເປັນຕ້ອງປ່ຽນການໂຄສະນາ - ເພື່ອສົ່ງເສີມອາຫານທີ່ ຖືກສຸຂະລັກສນະ."
ຣັຖບານກໍາລັງເບິ່ງນະໂຍບາຍຂອງພວກເຂົາເຈົ້າຢູ່.
ໃນເດືອນທັນວາ (2021) ຣັຖມົນຕີກະຊວງສາທາຣະນະສຸກ ທ່ານ Greg Hunt ໄດ້ເປີດນໍາໃຊ້ຍຸດທະສາດປ້ອງກັນສຸຂະພາບແຫ່ງຊາດ (National Preventive Health Strategy) ສິບປີ.
ຈຸດຮວມຂອງລະບົບສຸຂະພາບຈະປ່ຽນໄປ, ຈາກການປິ່ນປົວຄົນເມື່ອພວກເຂົາເຈົ້າບໍ່ສະບາຍ ມາເປັນການຮັກສາຄົນໃຫ້ມີສຸຂະພາບແຂງແຮງ.
"ການເດີນທາງທຸກຄັ້ງແມ່ນມີໄລຍະເວລາທີ່ຈໍາກັດ. ທຸກຊີວິດແມ່ນມີໄລຍະເວລາທີ່ຈໍາກັດ. ແຕ່ສຸຂະພາບຂອງສັງຄົມແມ່ນກ່ຽວກັບການໃຫ້ເຮົາມີຊີວິດທີ່ມີຄຸນນະພາບທີ່ຍາວນານທີ່ສຸດ, ທີ່ດີທີ່ສຸດ. ການກໍາຈັດສິ່ງ ທີ່ຈະທໍາລາຍຄຸນນະພາບຊີວິດ ຫຼືລົດຄວາມຍາວຂອງຊີວິດເຫຼົ່ານັ້ນ ແມ່ນຜົນທີ່ດີສອງຢ່າງທີ່ເຮົາພະຍາຍາມທີ່ຈະປ່ຽນ.”
ແຕ່ ສະພາໂຣກມະເຮັງ (Cancer Council) ແລະ ອົງການນະໂຍບາຍ ຄວາມອ້ວນ (Obesity Policy Coalition) ກ່າວວ່າ ນະໂຍບາຍ ຂອງຣັຖບານ ໄດ້ຖືກພົບວ່າ ບໍ່ມີປະສິດທິພາບ.
ໃນເດືອນ ມີນາ, ຣັຖບານກາງໄດ້ຈັດພິມ ຍຸດທະສາດຄວາມອ້ວນແຫ່ງຊາດ (National Obesity Strategy) ໃນໄລຍະສິບປີຂ້າງຫນ້າ. ມັນຈະຊີ້ນໍາຣັຖບານ ແລະຄູ່ຮ່ວມງານໃນຂະນະທີ່ພວກເຂົາເຈົ້າລົງມືປະຕິບັດເພື່ອປ້ອງກັນຄວາມອ້ວນ.
ຕອນທີ່ພິມ ຍຸດທະສາດນັ້ນ, ຄະນະ ນະໂຍບາຍຄວາມອ້ວນແຫ່ງຊາດ ໄດ້ສະແດງຄວາມຫວັງວ່າ ມັນຈະ ຫມາຍເຖິງຈຸດປ່ຽນແປງ ໂດຍໃຫ້ຄໍາເຫັນວ່າ ໄດ້ມີການປະຕິບັດພຽງເລັກນ້ອຍ ໃນໄລຍະສິບປີ ນັບຕັ້ງແຕ່ ຍຸດທະສາດສຸດທ້າຍ ເພື່ອຕໍ່ສູ້ກັບຄວາມອ້ວນ.
ບົດລາຍງານປີ 2015 ຂອງອົງການ O-P-C ໄດ້ໃຫ້ຂໍ້ສັງເກດວ່າ ຄວາມລົ້ມເຫຼວຢ່າງຕໍ່ເນື່ອງໃນການປົກປ້ອງເດັກນ້ອຍຈາກການຕະຫຼາດອາຫານທີ່ບໍ່ເປັນປະໂຫຍດ ເພາະສ່ວນໃຫຍ່ແມ່ນລະບົບຄວາມສະຫມັກໃຈ, ກວດກາດ້ວຍຕົນເອງ, ເຊິ່ງດໍາເນີນງານໂດຍອຸດສາຫະກັມອາຫານ ແລະ ການໂຄສະນາເອງ.
ໃນການ ນໍາສະເຫນີຕໍ່ Australian Prevention Partnership Centre ໃນປີ 2016, ທ່ານ Dr Gary Sacks ຜູ້ຊ່ຽວຊານ ດ້ານນະໂຍບາຍອາຫານ ຂອງມະຫາວິທະຍາໄລ Deakin ໄດ້ກ່າວວ່າ ມີຄວາມເຂົ້າໃຈທີ່ດີຫຼາຍ ກ່ຽວກັບສິ່ງທີ່ຈໍາເປັນຕ້ອງເຮັດ - ພຽງແຕ່ຂາດການຕິດຕາມຢ່າງສະຫມ່ຳສະເຫມີເທົ່ານັ້ນ.
"W-H-O ມີບົດລາຍງານທັງຫມົດ - ຂ້າພະເຈົ້າພຽງແຕ່ ອ່ານຜ່ານໆມັນເທົ່ານັ້ນ - ຊຶ່ງທັງຫມົດມີ ກໍຄໍາແນະນໍາຫຼາຍຢ່າງ ກ່ຽວກັບສິ່ງທີ່ຣັຖບານຈໍາເປັນຕ້ອງເຮັດເພື່ອສ້າງສະພາບແວດລ້ອມອາຫານທີ່ມີມີປະໂຫຍດ. W-H-O ຍັງມີເປົ້າຫມາຍໃນການປ້ອງກັນ NCD. ມີໂຄງຮ່າງການຕິດຕາມກວດກາ ທົ່ວໂລກ. ດັ່ງນັ້ນຈຶ່ງເປັນຄວາມຄິດທີ່ດີກ່ຽວກັບສິ່ງທີ່ຈໍາເປັນຕ້ອງເຮັດ ແຕ່ພວກເຮົາຍັງຮູ້ອີກວ່າ ປະເທດຕ່າງໆໄດ້ຊັກຊ້າຫຼາຍ ທີ່ຈະຮັບເອົາຄໍາແນະນໍາເຫຼົ່ານີ້. ດັ່ງນັ້ນ ຈຶ່ງພາໃຫ້ແນໃສ່ ຕໍ່ຄວາມຮັບຜິດຊອບ."
ທ່ານນາງ Clare Hughes ກ່າວວ່າ ພາຍໃນອອສເຕຣເລັຍ ມີພຽງແຕ່ ຣັຖບານ ດຽວທີ່ໄດ້ຫ້າມ ການໂຄສະນາອາຫານ ທີ່ບໍ່ເປັນປະໂຫຍດ ຈາກຣະບົບຂົນສົ່ງ ສາທາຣະນະ ເຊິ່ງເປັນບ່ອນທີ່ເດັກນ້ອຍ ຈະເຫັນມັນ.
“ໃນຕອນນີ້ ACT ແມ່ນຣັຖບານຂອງຣັຖ ຫຼືເຂດດຽວ ທີ່ໄດ້ນໍາໃຊ້ການຄວບຄຸມກ່ຽວກັບສິ່ງທີ່ອາຫານສາມາດແລະບໍ່ສາມາດ ໂຄສະນາໄດ້ໃນຣະບົບຂົນສົ່ງສາທາຣະນະ. ແລະ ນັ້ນກໍໄດ້ເຮັດໃຫ້ ການໂຄສະນາ ອາຫານທີ່ ບໍ່ຖືກສຸກຂະລັກສະນະຫຼຸດລົງ ຊຶ່ງເປັນສິ່ງທີ່ພວກເຮົາໄດ້ເຫັນໃນລອນດອນ, ດ້ວຍການຂົນສົ່ງໃນລອນດອນປະຕິບັດນະໂຍບາຍທີ່ໂດຍພື້ນຖານຫ້າມການໂຄສະນາອາຫານທີ່ ບໍ່ຖືກສຸກຂະລັກສະນະ ໃນຣະບົບຂົນສົ່ງຂອງ ລອນດອນ."
Jane Martin ກ່າວວ່າ ມີຫລາຍສິ່ງຫລາຍຢ່າງ ທີ່ຣັຖບານ ສາມາດທົດລອງ ນອກເຫນືອໄປ ຈາກການຫ້າມ ໂຄສະນາອາຫານ ທີ່ ບໍ່ຖືກສຸກຂະລັກສະນະ ໃນຣະບົບຂົນສົ່ງສາທາຣະນະ. ນາງກ່າວວ່າ ການຈັດເກັບພາສີ ເຄື່ອງດື່ມນ້ຳອັດລົມ ທີ່ມີນ້ຳຕານ ໃນປະເທດອັງກິດ ໄດ້ເຮັດໃຫ້ການ ບໍລິໂພກ ຂອງມັນ ຫລຸດລົງຢ່າງສໍາເລັດຜົນ.
"ສິ່ງນັ້ນໄດ້ສົ່ງຜົນກະທົບຕໍ່ປະຣິມານເຄື່ອງດື່ມ ທີ່ຄົນດື່ມ. ແຕ່ການເກັບພາສີຜູ້ຜລິດ ກໍມີສ່ວນຊ່ອຍໄດ້, ເພາະຖ້າຫາກວ່າພວກເຂົາເຈົ້າຫຼຸດປະຣິມານນ້ຳຕານຂອງພວກເຂົາ ເຂົາເຈົ້າໄດ້ຈ່າຍພາສີທີ່ ຕ່ຳກວ່າໃນເຄື່ອງດື່ມເຫຼົ່ານັ້ນ. ດັ່ງນັ້ນເຄື່ອງດື່ມຫຼາຍຊະນິດຈຶ່ງປ່ຽນສູດໃຫມ່ ແລະ ນັ້ນກໍຫມາຍເຖິງການຫຼຸດລົງຢ່າງຫຼວງຫຼາຍຂອງປະຣິມານນໍ້າຕານ, ແຕ່ທີ່ປະຊາກອນຂອງອັງກິດກໍາລັງບໍລິໂພກ... ແມ່ນເພີ່ມນໍ້າຕານ."
ຄະນະ Obesity Policy Coalition ແລະ Cancer Council ກ່າວວ່າ ນະໂຍບາຍທີ່ຖືກຕ້ອງ ແລະ ການຣົນນະຣົງທີ່ດີກໍຈະມີປະສິດທິພາບສູງ ແລະ ພວກເຂົາເຈົ້າ ຫວັງວ່າ ພໍ ແມ່ - ແລະ ຣັຖບານ - ຈະຖືກລະດົມ ເພື່ອເຮັດໃຫ້ມີການປ່ຽນແປງໃນທາງບວກ, ເພາະວ່າມັນເປັນເລື່ອງທີ່ສໍາຄັນເກີນໄປທີ່ຈະບໍ່ເອົາໃຈໃສ່.
ເນື້ອເລື່ອງໂດຍ Deborah Groarke ຂ່າວ SBS News,
ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ