ວິທີໃໝ່ໃນການລະບຸມະເຮັງຜິວຫນັງ.
ຊາວອອສເຕຣເລັຍໃນພູມີພາກ ມີຄວາມສ່ຽງ ຕໍ່ການເປັນມະເຮັງຜິວຫນັງຫຼາຍກວ່າ ເມື່ອທຽບໃສ່ກັບຄົນທີ່ອາສັຍຢູ່ໃນເມືອງໃຫຍ່.
ແລະໃນເວລາດຽວກັນ, ການເຂົ້າເຖິງການດູແລສຸຂະພາບ- ຮວມທັງການກວດຜິວຫນັງ- ອາດຖືກຈໍາກັດ.
ແຕ່ນັກຄົ້ນຄວ້າຊາວອອສເຕຣເລັຍ ກໍາລັງພັດທະນາເຄື່ອງມື ທີ່ສາມາດລະບຸມະເຮັງຜິວຫນັງ ໄດ້ດ້ວຍການທົດສອບທາງຜິວໜັງແບບງ່າຍໆ.
ລອງວາດພາບ ການກວດເບິ່ງໂຣກມະເຮັງຜິວຫນັງ ພາຍໃນບໍ່ເທົ່າໃດວິນາທີ.
ການທົດລອງທາງຄະລີນິກເທື່ອທໍາອິດ ຂອງແຜ່ນ DermR ໃນເຂດ Pilbara ທີ່ຫ່າງໄກ ຂອງຣັດ Western Australia ໃນເດືອນພຶດສະພາ.
"ແລະທ່ານ ຫາກໍມີສ່ວນຮ່ວມ ໃນການກວດໂຣກມະເຮັງຜິວຫນັງແບບໃໝ່..."
Stephan Mazy ຜູ້ຊ່ຽວຊານດ້ານ Genome ແລະ CEO ຂອງ DermR Health Solutions ໃນ Sydney ໄດ້ພັດທະນາເຄື່ອງມືນີ້.
ລາວເວົ້າວ່າ ເທັກໂນໂລຈີ ທີ່ຄວບຄຸມພະລັງຂອງເຂັມນ້ອຍໆ ດ້ວຍຄວາມຫວັງວ່າ ມື້ຫນຶ່ງ ຈະສົ່ງວິທີທີ່ບໍ່ເຈັບປວດ ແລະສະດວກໃນການຊີ້ບອກເຖິງບາດແຜ ທີ່ເປັນໂຣກມະເຮັງ.
ເຂັມຂນາດນ້ອຍ ຈະບໍ່ເຮັດໃຫ້ເຈັບ, ມັນສັ້ນກວ່າຫນຶ່ງມິລິແມັດ ແລະມັນເຈາະເຂົ້າໄປໃນຜິວຫນັງ ປະມານຫນຶ່ງມິລິແມັດ ແລະເກັບແພຈຸລັງ (Tissue) ຈໍານວນເລັກນ້ອຍ, ທ່ານຮູ້ສຶກວ່າມີຄວາມກົດດັນຫນ້ອຍຫນຶ່ງ. ແຕ່ຈໍານວນແພຈຸລັງ (Tissue) ທີ່ເຮົາຮວບຮວມໄດ້ນັ້ນ ແມ່ນພຽງພໍທີ່ຈະວິເຄາະ Genome, ຊຶ່ງມີຄວາມຮູ້ສຶກໄວຫລາຍ. ແລະໂດຍການໃຊ້ວິທີນີ້, ເຮົາສາມາດກວດກາເບິ່ງວ່າ ບາດແຜໃດທີ່ອາດເປັນໂຣກມະເຮັງ ເມື່ອປຽບທຽບໃສ່ກັບບາດແຜ ທີ່ເຮົາຮູ້ວ່າບໍ່ມີໂຣກມະເຮັງເລີຍ."
ລາວເຊື່ອວ່າ ເທັກໂນໂລຈີນີ້ ສາມາດເປັນທາງເລືອກ ແທນການກວດສອບ ດ້ວຍການເອົາສ່ວນນຶ່ງຂອງອະໄວຍະວະ (Biopsy)-ເມື່ອຕົວຢ່າງຂອງຈຸລັງ (Cells) ຫລືແພຈຸລັງ (Tissue) ຖືກເອົາອອກຈາກຜິວຫນັງ-ຕາມປົກກະຕິແລ້ວ ຜ່ານການເຈາະ.
ຂັ້ນຕອນນີ້ ຈະດໍາເນີນໂດຍນາຍໝໍທົ່ວໄປ (GP) ແລະກ່ຽວຂ້ອງກັບການໃຊ້ຢາມຶນສະເພາະທີ່ (Local Anaesthetic).
Mr Mazy ກ່າວວ່າ ແຜ່ນແປະເຂັມຂນາດນ້ອຍ (Micro-needle Patch) ເປັນທາງເລືອກ ທີ່ມີຜົນກະທົບໜ້ອຍກວ່າ
"ບໍ່ມີຄວາມເຈັບປວດ, ບໍ່ມີເລືອດ, ບໍ່ມີການຕັດຜິວໜັງ. ເມື່ອພວກເຮົາໃຊ້ແຜ່ນນັ້ນ, ເຮົາເອົາມັນແປະໃສ່ປະມານ 15 ວິນາທີ, ມີຄວາມກົດດັນຫນ້ອຍຫນຶ່ງ, ມີການບິດເລັກນ້ອຍ ເພື່ອເອົາແພຈຸລັງ, [ແລະ] ແລ້ວກໍຖືກເອົາອອກໄປ. ຂັ້ນຕອນທັງຫມົດ ໃຊ້ເວລາບໍ່ເຖິງຫນຶ່ງນາທີ."
ເຖິງຢ່າງໃດກໍຕາມ, ລາວກ່າວວ່າ ຄົນໄຂ້ທີ່ມີອາການຂອງໂຣກມະເຮັງ ຈະຍັງຕ້ອງໄດ້ຮັບການກວດສອບຂັ້ນຕໍ່ໄປ ດ້ວຍ Biopsy.
"ຂ້ອຍຄິດວ່າ ແນວຄິດທັງຫມົດ ແມ່ນເພື່ອກວດສອບ, ສະນັ້ນ ຜູ້ປ່ວຍຄົນໃດ ທີ່ຈໍາເປັນຕ້ອງໄດ້ຮັບການປິ່ນປົວ ແລະຜູ້ປ່ວຍຄົນໃດ ທີ່ບໍ່ຕ້ອງການ."
ຊາວອອສເຕຣເລັຍ ປະມານ 2 ໃນ 3 ຄົນຈະຖືກກວດພົບວ່າ ເປັນມະເຮັງຜິວຫນັງບາງຊະນິດ ໃນໄລຍະຊີວິດຂອງເຂົາເຈົ້າ.
ແລະໃນຂນະ ທີ່ຜູ້ຄົນໃນເຂດພູມີພາກ ຂອງອອສເຕຣເລັຍ ໄດ້ຮັບຜົນກະທົບຫລາຍທີ່ສຸດ ໂດຍການເຂົ້າເຖິງ ການດູແລສຸຂະພາບ ອາດຖືກຈໍາກັດ.
Dr Nicole Higgins ປະທານຂອງ the Royal Australian College of General Practitioners ຈາກ Mackay.
"ພວກເຮົາຮູ້ວ່າ ເຂດຊົນນະບົດ ແລະພູມີພາກຂອງອອສເຕຣເລັຍ ມີພາລະຫນັກຫຼາຍ ຂອງມະເຮັງຜິວຫນັງ ການເຂົ້າເຖິງການບໍຣິການ ມະເຮັງຜິວຫນັງສະເພາະ ນັ້ນຫລຸດລົງ. ດັ່ງທີ່ໄດ້ກ່າວມາ, ມັນຍັງເປັນວຽກປົກກະຕິຂອງ GPs ໃນເຂດຊົນນະບົດນໍາອີກ."
Jessica Evans ນາງພະຍາບານ, ຜູ້ບໍຣິການຄົນໄຂ້ ໃນເຂດຫ່າງໄກ ຂອງ Western Australia ກ່າວວ່າ ການຂາດການເຂົ້າເຖິງ ການດູແລສະເພາະ ມັກຈະກີດກັນຜູ້ຄົນ ຈາກການກວດໂຣກຜິວຫນັງ.
"ໃນຫລາຍບ່ອນ ຢູ່ໃນ Pilbara ພວກເຮົາມີທ່ານຫມໍຈໍາກັດ ຫລືບໍ່ມີທ່ານຫມໍເລີຍ, ທ່ານຫມໍ ທີ່ບໍ່ຈໍາເປັນຕ້ອງຊ່ຽວຊານ ເລື່ອງຜິວຫນັງ ຫລືກວດຜິວຫນັງຢ່າງລະອຽດ."
ຄວາມຫວັງກໍຄື ແຜ່ນແປະຜິວໜັງ ທີ່ມີເຂັມນ້ອຍ ຈະສາມາດໃຊ້ໄດ້ໂດຍພະຍາບານ.
ສາດສະດາຈານ Pascale Guitera-ຜູ້ຊ່ຽວຊານດ້ານໂຣກຜິວຫນັງ ທີ່ສະຖາບັນ Melanoma Australia-ເຊື່ອວ່າ ເທັກໂນໂລຈີແບບນີ້ 'ຈະເປັນວິທີທາງໃນອະນາຄົດ.'
ແຕ່ນາງໄດ້ກ່າວຕື່ມວ່າ ມັນຍັງເປັນໄລຍະເລີ້ມຕົ້ນ.
"ມັນເປັນສິ່ງທີ່ດີຫຼາຍ ເພາະຄວາມສເມີພາບ ໃນດ້ານການເຂົ້າເຖິງ ໂດຍຄົນໄຂ້ທຸກຄົນ ຜ່ານພະຍາບານ, ຍົກຕົວຢ່າງ. ເຮົາຍັງບໍ່ຮູ້ ກ່ຽວກັບລາຄາ ຫລືຄວາມແນ່ນອນຂອງຜົນກວດ. ພວກເຮົາ ມີການວິຈັຍຫລາຍຢ່າງ ທີ່ບໍ່ມີການບົ່ງຊີ້ຢ່າງແນ່ນອນ- ສະນັ້ນ, ມັນຕ້ອງການຄວາມຊໍານານ ແລະປະສົບການຫລາຍຈາກທ່ານຫມໍ ເພື່ອເຮັດສິ່ງນັ້ນ.ແຕ່ແນ່ນອນ, ຂ້າພະເຈົ້າຈະບໍ່ເວົ້າວ່າ ມັນຊັບຊ້ອນ, ເຮົາຄວນລອງ"
Dr Stephanie Westen ຜູ້ຊ່ຽວຊານດ້ານໂຣກຜິວຫນັງທີ່ West Australia ແລະເປັນນັກວິຈັຍຂອງ the Australasian College of Dermatology.
ນາງເວົ້າວ່າຖ້າຫາກປະສົບຄວາມສໍາເລັດ, ແຜ່ນແປະຜິວໜັງນັ້ນ ອາດເປັນ 'ເຄື່ອງມືວິນິດສັຍ ທີ່ມີປໂຍດ.'
"ຖ້າຫາກ ທ່ານເປັນຄົນໄຂ້ ຢູ່ຕາມບ້ານນອກ ແລະທ່ານມີເຕັກນິກ ການກວດແບບງ່າຍໆ ແລະມັນບອກວ່າ, ນີ້ແມ່ນໂຣກມະເຮັງຜິວຫນັງ, ແລ້ວທ່ານສາມາດ ຈັດລໍາດັບຄວາມສໍາຄັນຂອງຂັ້ນຕອນຕໍ່ໄປ ຊຶ່ງອາດເປັນການເດີນທາງ ໄປຫາສູນກາງເພື່ອຮັບການປິ່ນປົວ. ເຊັ່ນວ່າ 'ແມ່ນແລ້ວ, ຂ້ອຍໄດ້ວາງແຜນທີ່ຈະໄປ [ເພື່ອກວດສອບ] ພາຍໃນຫົກເດືອນ, ແຕ່ຕອນນີ້ ຂ້ອຍຈະຕ້ອງໄປກ່ອນໜ້ານັ້ນ.' ຫລືທ່ານອາດມີຄວາມຫມັ້ນໃຈວ່າ 'ບໍ່, ນີ້ບໍ່ແມ່ນສິ່ງທີ່ຕ້ອງໄດ້ຮັບການປິ່ນປົວໃນອາທິດ ຫລືສອງອາທິດໜ້າ, ສະນັ້ນ ການນັດຫມາຍໃນອີກຫົກເດືອນຂ້າງໜ້າ ກໍຈະເປັນບໍ່ຫຍັງ"
ການທົດລອງທາງຄະລີນິກ ຄັ້ງທີສອງທີ່ໃຫຍ່ກວ່າ ຈະຄາດວ່າຈະມີຂຶ້ນ ພາຍໃນ ຫົກ ເຖິງ 12 ເດືອນຂ້າງຫນ້າ.
ເນື້ອເລື່ອງໂດຍ Abbie O'Brien ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌