ພາຍຸໄຊຄະໂລນ Chido ທີ່ເກາະ Mayotte.
ຫລັງຈາກໄດ້ພັດຖລົ່ມເກາະ Mayotte ຂອງຝຣັ່ງ,ພາຍຸໄຊຄະໂລນ Chido ໄດ້ເຄື່ອນໂຕໄປຫາປະເທດ Madagascar, ບ່ອນທີ່ມັນ ໄດ້ເຮັດໃຫ້ມີຜູ້ເສັຍຊີວິດຢ່າງຫນ້ອຍສາມຄົນ.
ຕົ້ນໄມ້ໄດ້ຖືກໂຄ່ນລົ້ມ ແລະມີລາຍງານວ່າ ນ້ຳຖ້ວມກະທັນຫັນ ປະມານ 40 ກິໂລແມັດ ຢູ່ນອກເມືອງ Pemba ທີ່ເປັນເມືອງສໍາຄັນຂອງປະເທດ .
ທີມຂ່າວ SBS ມີລາຍລະອຽດ.
ເຈົ້າໜ້າທີ່ສຸກເສີນ ກໍາລັງຄົ້ນຫາຜູ້ທີ່ລອດຊີວິດ ແລະຕໍ່ສູ້ເພື່ອຟື້ນຟູການບໍຣິການ ໃນເມືອງ Mayotte, ເຂດແດນທີ່ທຸກຍາກທີ່ສຸດ ຢູ່ນອກຝັ່ງຂອງປະເທດຝຣັ່ງ, ບ່ອນທີ່ເຊື່ອວ່າ ມີຫລາຍຮ້ອຍ ຫລືແມ່ນແຕ່ຫລາຍພັນຄົນ ຈະຕາຍຍ້ອນພາຍຸໄຊຄະໂລນ Chido-ຊຶ່ງແມ່ນລົມພາຍຸໄຊຄະໂລນທີ່ຮ້າຍແຮງທີ່ສຸດ ທີ່ໄດ້ເກີດຂຶ້ນທີ່ເກາະ ໃນມະຫາສມຸດອິນເດັຍ ໃນຮອບເກືອບຫນຶ່ງສັດຕະວັດ.
ເຈົ້າໜ້າທີ່ UNICEF ໃນເຂດນັ້ນກ່າວວ່າ ການບໍຣິການທີ່ສໍາຄັນ ຕ້ອງຖືກຟື້ນຟູຄືນມາໃຫມ່, ຮວມທັງນ້ຳສະອາດ ແລະສຸຂະອະນາມັຍ.
Guy Taylor, ໂຄສົກຂອງ UNICEF ກ່າວວ່າ ມັນອາດນໍາໄປສູ່ການແພ່ຂອງໂຣກຮ້າຍແຮງ.
"UNICEF ເປັນຫ່ວງກ່ຽວກັບຜົນກະທົບທັນທີ ຂອງລົມພະຍຸໄຊຄະໂລນນີ້. ການສູນເສັຍຊີວິດ, ຄວາມເສັຍຫາຍຕໍ່ໂຮງຮຽນ, ບ້ານເຮືອນຂອງຜູ້ຄົນ, ຕລອດເຖິງສະຖານພະຍາບານ. ພວກເຮົາ ຍັງເປັນຫ່ວງນໍາອີກ ກ່ຽວກັບຜົນກະທົບໄລຍະຍາວ. ເດັກນ້ອຍອາດຖືກຕັດອອກ ຈາກການຮຽນ ເປັນເວລາຫລາຍອາທິດ. ຜູ້ຄົນບໍ່ສາມາດເຂົ້າເຖິງ ການດູແລສຸຂະພາບ ແລະການແພ່ລະບາດຂອງພະຍາດ ທີ່ເກີດຈາກນໍ້າ ເຊັ່ນອະຫິວາ ແລະໄຂ້ປ່າ."
ລົມທີ່ແຮງກວ່າ 200 ກິໂລແມັດຕໍ່ຊົ່ວໂມງ ໄດ້ທໍາລາຍບ້ານເຮືອນ, ໄດ້ພັດເສດຫັກພັງ ໄປທົ່ວເນີນພູ ແລະຕັດໂທຣະສັບ, ໄຟຟ້າ ແລະນ້ຳດື່ມ.
ຫລາຍກວ່າສາມສ່ວນສີ່ ຂອງປະຊາກອນຈໍານວນ 321,000 ຄົນຂອງ Mayotte ອາສັຍຢູ່ກັບ ຄວາມທຸກຍາກລໍາບາກ.
ປະທານາທິບໍດີຝຣັ່ງ, Emmanuel Macron, ໄດ້ພົບກັບເຈົ້າຫນ້າທີ່ ເພື່ອສົນທະນາ ກ່ຽວກັບການຕອບສນອງ ຕໍ່ຜົນສະທ້ອນ ຂອງພາຍຸໄຊຄະໂລນນີ້.
Christian Pailler ເປັນຜູ້ອໍານວຍການ ຂອງຖານອົງການຕອບສນອງ ໃນມະຫາສມຸດອິນເດັຍ ຂອງສະພາກາແດງ (the Red Cross Indian Ocean Response Platform):
"ພວກເຮົາໄດ້ຈັດຕຽມອຸປະກອນຊຸດທຳອິດ 30 ໂຕນ ສໍາລັບ Mayotte.ທີ່ນີ້, ພວກເຮົາມີຜ້າຢາງກັນນ້ຳ ເພື່ອປົກຫລັງຄາເຮືອນ. ພວກເຮົາຍັງມີເຄື່ອງມື ສໍາລັບການສ້ອມແປງບ້ານເຮືອນນໍາອີກ, ເຊັ່ນ ຊວ້ານ, ຈົກ,ສຽມ, ໄມ້ ແລະຄ້ອນຕີ. ດັ່ງນັ້ນ ພວກເຮົາຈຶ່ງສາມາດ ກັບຄືນໄປປຸກບ່ອນພັກຊົ່ວຄາວ. ພວກເຮົາ ຍັງໄດ້ສົ່ງເຄື່ອງມື ສໍາລັບຄອບຄົວ, ກະປ໋ອງ, ຜ້າຫົ່ມ ແລະໂຄມໄຟພະລັງແສງຕາເວັນ, ຊຶ່ງສາມາດໃຊ້ charge ໂທລະສັບມືຖືໄດ້. ນັ້ນຄືຊຸດທໍາອິດ, ພ້ອມທັງຊຸດສຸຂະອະນາມັຍ ສໍາລັບຄອບຄົວ."
Mr Pailler ຍອມຮັບວ່າວຽກງານການຟື້ນຟູທີ່ຕ້ອງປະເຊີນ ເປັນເລື່ອງຍາກລຳບາກ.
"ພວກເຮົາ ໄດ້ມີລົມພະຍຸໄຊຄະໂລນ ທີ່ທໍາລາຍພື້ນທີ່ສ່ວນໃຫຍ່ ຂອງເກາະ ແລະການຂົນສົ່ງກໍຊັບຊ້ອນ. ສະນັ້ນ, ມັນຈຶ່ງບໍ່ງ່າຍທີ່ຈະຊ່ອຍເຫລືອຜູ້ຄົນ. ໂຊກດີທີ່ພວກເຮົາ ມີພະນັກງານ Red Cross 250 ຄົນໃນພື້ນທີ່, ພະນັກງານ 150 ຄົນ ແລະອາສາສມັກ 100 ຄົນ. ຜູ້ຄົນເຫລົ່ານີ້ ກໍຕົກຕະລຶງ ກັບສິ່ງທີ່ເກີດຂຶ້ນ. ບາງຄົນໄດ້ສູນເສັຍທຸກຢ່າງ, ຮວມທັງຜູ້ອໍານວຍການໃນທ້ອງຖິ່ນ, ຜູ້ອໍານວຍການເຂດຂອງ Red Cross, ຜູ້ຊຶ່ງສູນເສັຍບ້ານຂອງລາວ. ສະນັ້ນ, ຜູ້ຄົນເຫລົ່ານີ້ ຕ້ອງສາມາດກັບຄືນມາຕັ້ງໂຕໃນລະດັບຄອບຄົວ ເພື່ອວ່າເຂົາເຈົ້າ ຈະສາມາດກັບຄືນໄປຊ່ອຍເຫລືອຜູ້ຄົນ ແລະກັບຄືນໄປເຮັດໜ້າທີ່ ຊ່ອຍເຫລືອຜູ້ຄົນ."
ໂດຍທີ່ຍັງມີຫຼາຍພື້ນທີ່ ທີ່ບໍ່ສາມາດເຂົ້າເຖິງໄດ້, ທ່ານ Bruno Retailleau ຜູ້ຮັກສາການຣັຖມົນຕີ ກະຊວງພາຍໃນ ຂອງຝຣັ່ງ-ຜູ້ທີ່ໄດ້ມາເຖິງເມືອງ Mayotte ໃນວັນຈັນ-ໄດ້ກ່າວວ່າ ຕ້ອງໃຊ້ເວລາຫລາຍມື້ ໃນການກວດສອບ ເພື່ອໃຫ້ແນ່ໃຈວ່າ ຄວາມເສັຍຫາຍ ແລະການຕາຍຢ່າງຄົບຖ້ວນ.
Camille Cozon Abdourazak ນັກສະຖາປະນິກ ແລະຄົນໃນທ້ອງຖິ່ນກ່າວວ່າ ເກາະນີ້ ເບິ່ງຄ້າຍກັບວ່າເປັນເຂດສົງຄາມ ແລະບໍ່ວ່າຈະມີການຕຽມພ້ອມຫລາຍປານໃດກໍຕາມ ກໍບໍ່ສາມາດປົກປ້ອງເຮືອນເຫຼົ່ານີ້ໄດ້.
"ເຮືອນສ່ວນຫລາຍ ເປັນເຮືອນທີ່ບໍ່ໝັນຄົງ. ສະນັ້ນ, ເຮືອນທີ່ເກົ່າແກ່ເຫລົ່ານັ້ນ ບໍ່ມີໂອກາດທີ່ຈະຕ້ານຕໍ່ລົມແບບນີ້. ມັນເບິ່ງຄືວ່າ ເຮົາຢູ່ໃນສົງຄາມແທ້ໆ. ຢູ່ອ້ອມຮອບຂ້າພະເຈົ້າ, ຂ້າພະເຈົ້າບໍ່ຈື່ສະພາບຫຍັງເລີຍ. ບໍ່ມີຕົ້ນໄມ້ເຫລືອຢູ່, ເນີນພູ, ບໍ່ມີໃບຫຍ້າ, ມັນເປັນຫນ້າຢ້ານຫຼາຍ."
ຣັຖສະພາຢູໂຣບ ໄດ້ມີການຢືນສງົບ ຫນຶ່ງນາທີ ສໍາລັບຜູ້ປະສົບພັຍ ຈາກລົມພະຍຸໄຊຄະໂລນ Chido ໃນເມືອງ Mayotte, ຊຶ່ງນໍາໂດຍປະທານຣັຖສະພາຢູໂຣບ Roberta Metsola:
"ຄວາມຄິດຂອງພວກເຮົາ ຢູ່ກັບຜູ້ປະສົບພັຍ, ກັບຄົນທີ່ເຂົາເຈົ້າຮັກ ແລະທຸກຄົນ ທີ່ສະແດງຄວາມກ້າຫານ ໃນການປະເຊີນກັບການທ້າທາຍ ທີ່ເຫລືອເຊື່ອນີ້. Mayotte ແມ່ນຢູໂຣບ ແລະຢູໂຣບຈະບໍ່ປະຖິ້ມທ່ານ. ພວກເຮົາມຸ່ງໝັ້ນ ທີ່ຈະໃຫ້ການສນັບສນູນຢ່າງເຕັມທີ ທີ່ຈໍາເປັນແກ່ທ່ານ."
ລາຍງານໂດຍ ທີມຂ່າວ SBS,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌