ລາຍງານໃຫມ່ ກ່ຽວກັບວິກິດການຂອງໂຣກເບົາຫວານ

SOFT DRINK STOCK

ມີການຮຽກຮ້ອງໃຫ້ເກັບພາສີ 20 ເປີເຊັນ ຕໍ່ເຄື່ອງດື່ມທີ່ມີນ້ຳຕານ ໃນການຕໍ່ຕ້ານໂຣກເບົາຫວານ. Credit: DAN PELED/AAPIMAGE

Get the SBS Audio app

Other ways to listen


Published

Updated

By Alexandra Jones, Penry Buckley
Presented by Sak Phoumirath
Source: SBS

Share this with family and friends


ລາຍງານສະບັບໃຫມ່ຂອງ Diabetes Australia ໄດ້ເຕືອນກ່ຽວກັບວິກິດການຂອງໂຣກເບົາຫວານ ຂອງຊາດ, ໂດຍຮຽກຮ້ອງໃຫ້ມີການເຂົ້າເຖິງຢາຫຼຸດນໍ້າຫນັກໄດ້ດີຂຶ້ນ ແລະ ເກັບພາສີ ຕໍ່ນ້ຳດື່ມທີ່ມີນ້ຳຕານ ແຕ່ຜູ້ທີ່ຈະເສັຍຜົນປໂຍດກໍຄັດຄ້ານໃນເລື້ອງນີ້.


ລາຍງານໃຫມ່ ກ່ຽວກັບວິກິດການຂອງໂຣກເບົາຫວານ.

ລາຍງານສະບັບໃຫມ່ ໄດ້ເຕືອນກ່ຽວກັບວິກິດການຂອງໂຣກເບົາ ຫວານ ຂອງຊາດ, ໂດຍຮຽກຮ້ອງໃຫ້ມີການເຂົ້າເຖິງຢາຫຼຸດນໍ້າຫນັກໄດ້ດີຂຶ້ນ ແລະ ເກັບພາສີ ຕໍ່ນ້ຳດື່ມທີ່ມີນ້ຳຕານ.

ຊາວ ປະມານສອງລ້ານຄົນ ທີ່ໃຊ້ຊີວິດຢູ່ກັບໂຣກເບົາຫວານໃນຮູບແບບໃດແບບຫນຶ່ງ ແລະຈໍານວນນີ້ ກຳລັງເພີ່ມຂຶ້ນໃນກຸ່ມຄົນຫນຸ່ມນ້ອຍ.

Alexandra Jones ແລະ Penry Buckley ລາຍງານ.

ຕອນອາຍຸ 31 ປີ, Jill Donohoo ໄດ້ຮັບການວິນິດສັຍ ທີ່ປ່ຽນແປງຊີວິດ ວ່າເປັນໂຣກເບົາຫວານ ປະເພດ 2.

"ທ່ານຫມໍໄດ້ກວດເລືອດ, ແລະພົບວ່າ ຂ້ອຍເປັນໂຣກເບົາຫວານ ຢ່າງໄວ ແລະຮຸນແຮງແທ້ໆ. ມັນເປັນເລື່ອງທີ່ຫນ້າຕົກໃຈຫຼາຍ, ຂ້ອຍເຮັດຫຍັງບໍ່ຖືກແທ້ໆ."

ນາງແມ່ນນຶ່ງໃນຈຳນວນ ຂອງປະຊາຊົນ ເກືອບສອງລ້ານຄົນ ທີ່ໃຊ້ ຊີວິດກັບໂຣກເບົາຫວານ ໃນຮູບແບບໃດຫນຶ່ງ, ຕາມການຄາດຄະເນຂອງ Diabetes Australia.

ນາງຍັງເປັນນຶ່ງ ໃນຈໍານວນຫລາຍພັນຄົນ ທີ່ຕ້ອງໃຊ້ຢາ Ozempic ເພື່ອຈັດການ ກັບລະດັບນ້ຳຕານ (Glucose) ໃນເລືອດຂອງນາງ.

"ຂ້ອຍໃຊ້ຢາ Ozempic ອາທິດລະເທື່ອ, ມັນເປັນຢາສັກ, ແລະຂ້ອຍຮຽນວິທີສັກຢາດ້ວຍຕົນເອງ, ຂ້ອຍໄດ້ຮຽນຮູ້ເມື່ອຂ້ອຍເລີ່ມຕົ້ນໃຊ້ Insulin. ແຕ່ເຖິງຢ່າງໃດກໍຕາມ, ຕ້ອງສັກຢາ Ozempic ໃຫ້ຕົວເອງ. ມັນເປັນຄວາມເຈັບປວດຫນ້ອຍຫນຶ່ງ, ແລະມັນມີອາການທີ່ບໍ່ດີບາງຢ່າງ, ແມ່ນບາງຜົນຂ້າງຄຽງ, ແຕ່ວ່າມັນເປັນປໂຍດຫຼາຍສໍາລັບການຈັດການກັບໂຣກເບົາຫວານຂອງຂ້ອຍ, ມັນຊ່ວຍຮັກສາລະດັບນ້ຳຕານ (Glucose) ໃນເລືອດຂອງຂ້ອຍ ໃຫ້ຢູ່ໃນລະດັບ."

ຢາເຊັ່ນ Ozempic ຍັງຫຼຸດຄວາມຢາກອາຫານ ແລະເຮັດໃຫ້ການຍ່ອຍອາຫານຊ້າ.

ດັ່ງນັ້ນ, ພວກມັນຈຶ່ງໄດ້ຮັບຄວາມນິຍົມ ວ່າເປັນຢາມະຫັດສະຈັນ ສໍາລັບການຫຼຸດນ້ຳຫນັກ.

ມີການຂາດແຄນຢານີ້ທົ່ວໂລກ ນັບແຕ່ປີ 2022 ເປັນຕົ້ນມາ, ແລະຢາຈໍາລອງກໍໄດ້ຖ້ວມຕລາດ ເພື່ອຕອບສນອງຄວາມຕ້ອງການ.

ແຕ່ກາງ ໄດ້ສັ່ງຫ້າມການຈຳລອງຢານັ້ນ ນັບແຕ່ເດືອນຕຸລາ ຍ້ອນຄວາມເປັນຫ່ວງ ເລື່ອງຄວາມປອດພັຍ ຍ້ອນມີຜົນກະທົບ ຕໍ່ຜູ້ປ່ວຍທີ່ເປັນໂຣກເບົາຫວານເຊັ່ນ Jill.

"ມັນໜ້າເປັນຫ່ວງ ທີ່ບໍ່ຮູ້ວ່າ ຂ້ອຍຈະສາມາດໄດ້ຮັບຢານີ້ຫຼືບໍ? ນີ້ຈະເປັນເວລາ ທີ່ຂ້ອຍບໍ່ສາມາດຮັບມັນບໍ? ຫຼືຂ້ອຍຈະກັບໄປລົງຊື່ໃນການລໍຖ້າຫຼືບໍ່, ຊຶ່ງເກີດຂຶ້ນເມື່ອສອງສາມເດືອນກ່ອນ? ແລະມັນກໍຫນ້າງຸດງິດໃຈທີ່ຄົນທີ່ບໍ່ຕ້ອງການ Ozempic ແທ້ໆແມ່ນໄດ້ຮັບມັນ."

ດັ່ງນັ້ນ, ໃນລາຍງານໃຫມ່, Diabetes Australia ໄດ້ແນະນໍາໃຫ້ເພີ່ມມາດຕະການ ດ້ານລະບຽບການສໍາລັບຢາ ເຊັ່ນ Ozempic ເພື່ອເສີມສ້າງສາຍສົ່ງ ສໍາລັບຜູ້ ທີ່ເປັນໂຣກເບົາຫວານ.

ນອກນັ້ນ ຍັງໄດ້ຮຽກຮ້ອງ ໃຫ້ມີຄຳສັ່ງ ການຈັດອັນດັບ ດາວສຸຂະພາບ ກ່ຽວກັບອາຫານ ທີ່ບັນຈຸໃນຫໍ່ ແລະການເກັບພາສີ 20 ເປີເຊັນ ຕໍ່ເຄື່ອງດື່ມທີ່ມີນ້ຳຕານ.

ມາດຕະການສຸດທ້າຍນີ້ ໄດ້ຮັບການວິພາກວິຈານ ຈາກອຸດສາຫະກັມເຄື່ອງດື່ມ ທີ່ບໍ່ມີທາດເຫລົ້າ.

ທ່ານ Geoff Parker ຫົວຫນ້າບໍຣິຫານ ສະພາເຄື່ອງດື່ມ ຂອງອອສເຕຣເລັຍ (Australian Beverages Council) ກ່າວວ່າ ພາສີຕໍ່ເຄື່ອງດື່ມນ້ຳອັດລົມແມ່ນເລື້ອງເກົ່າ.

"ຄໍາຫມັ້ນສັນຍາ ໃນການຫຼຸດນໍ້າຕານຂອງພວກເຮົາ ທີ່ໄດ້ເລີ້ມຕົ້ນ ໃນປີ 20018 ແມ່ນຄໍາຫມັ້ນສັນຍາ ທີ່ຈະຫຼຸດຜ່ອນ ຂອງບໍຣິສັດໃນປີ 2025. ພາສີຕໍ່ເຄື່ອງດື່ມນ້ຳອັດລົມ ແມ່ນຄວາມຄິດທີ່ລ້າສມັຍ ແລະເປັນຕາເມື່ອຍແທ້ໆ, ເວົ້າຢ່າງກົງໄປກົງມາ, ເພື່ອແກ້ໄຂບັນຫາທີ່ຊັບຊ້ອນ, ເຊັ່ນ (ການມີ) ນ້ຳຫນັກຫຼາຍເກີນໄປ ແລະຄວາມອ້ວນ ແລະໂຣກເບົາຫວານ."

ແຕ່ Dr Michael Bonning ຂອງສະມາຄົມການແພດ ອອສເຕຣເລັຍ (Australian Medical Association) ໄດ້ປະຕິເສດ ຕໍ່ຄວາມຄິດນັ້ນ.

"ການເກັບພາສີ ດ້ານສຸຂະພາບເຫຼົ່ານີ້ ໄດ້ສະແດງໃຫ້ເຫັນ ວ່າໄດ້ຜົນທົ່ວໂລກ. ການປ້ອງກັນ ແມ່ນສິ່ງທໍາອິດທີ່ຈະຕ້ອງເຮັດ ແລະຕ້ອງແມ່ນຄວາມສຳຄັນ ເພື່ອຫຼຸດຜ່ອນອັດຕາການເປັນໂຣກເບົາຫວານ. 'ວິກິດການ' ເປັນຄຳເວົ້າທີ່ເຫມາະສົມ ວ່າເຮົາຢູ່ບ່ອນໃດ ກັບໂຣກເບົາຫວານໃນອອສເຕຣເລັຍ, ມີຫຼາຍກວ່າ 300 ຄົນຕໍ່ມື້ ທີ່ຖືກກວດພົບວ່າເປັນໂຣກເບົາຫວານ."

ໃນທົດສະວັດທີ່ຜ່ານມາ, ຈໍານວນຄົນ ທີ່ເປັນໂຣກເບົາຫວານ ໄດ້ເພີ່ມຂຶ້ນເຖິງ 32 ເປີເຊັນ.

ອັດຕາການພົບຄົນເປັນໂຣກນີ້ ທີ່ມີອາຍຸລະຫວ່າງ 21 ຫາ 39 ປີ ໄດ້ເພີ່ມຂຶ້ນເກືອບສອງເທົ່າ, ໂດຍເພີ່ມຂຶ້ນ 17 ເປີເຊັນ ສໍາລັບຄົນທີ່ມີອາຍຸຕໍ່າກວ່າ 20 ປີ.

ໂຣກເບົາຫວານໃນຂນະທີ່ຖືພາ -ແມ່ນໂຣກເບົາຫວານທີ່ພົບຄັ້ງທໍາອິດໃນລະຫວ່າງການຖືພາ - ແມ່ນຊະນິດທີ່ເຕີບໂຕໄວທີ່ສຸດ.

ແລະ ຊຸມຊົນຊາວ Aboriginal and Torres Strait Islander ກໍາລັງປະສົບກັບອັດຕາການເປັນໂຣກເບົາຫວານປະເພດ 2 ທີ່ເລີ້ມມີອາການ ໃນກຸ່ມຊາວໜຸ່ມ ທີ່ສູງທີ່ສຸດໃນໂລກ.

Ray Kelly, ຜູ້ຊາຍ ຊາວ Gomeroi ແລະເປັນ Exercise physiologist, ເຮັດວຽກທີ່ Too Deadly for Diabetes, ເຊິ່ງມີໂຄງການເພື່ອຊ່ວຍໃຫ້ຊຸມຊົນຊາວພື້ນເມືອງ ຮັບມືກັບໂຣກເບົາຫວານປະເພດ 2.

ລາວເວົ້າວ່າ ຄອບຄົວຂອງລາວເອງ ກໍມີປວັດຂອງໂຣກນີ້.

"ພໍ່ແມ່ທັງສອງ (ຂອງຂ້ອຍ) ເປັນໂຣກເບົາຫວານ, ປູ່ຍ່າຕາຍາຍຂອງຂ້ອຍ, ພໍ່ຕູ້ເສັຍຊີວິດ ຍ້ອນຫົວໃຈວາຍຕອນອາຍຸ 52 ປີ, ແລະລຸງຂອງຂ້ອຍຕອນອາຍຸ 44 ປີ, ຢູ່ເຊື້ອທາງຝ່າຍ Aboriginal. ມັນເກີດຂຶ້ນຢູ່ທຸກບ່ອນໃນຊຸມຊົນ. ອຸປະສັກທີ່ຍິ່ງໃຫຍ່ທີ່ສຸດ ສໍາລັບຄົນພື້ນເມືອງ ທີ່ຈະເຮັດໃຫ້ມີຜົນດີຕໍ່ສຸຂະພາບ ດ້ວຍໂຣກເບົາຫວານປະເພດ 2 ແມ່ນ ການເຂົ້າເຖິງການດູແລສຸຂະພາບ. ຖ້າປາດສະຈາກສິ່ງນັ້ນ, ທັງຫມົດທີ່ເຮົາມີ ແມ່ນການໃຊ້ຢາ ແລະຢາເປັນພຽງແຕ່ການແກ້ປັນຫາຊົ່ວຄາວ."

ໃນຂນະທີ່ ການຮຽກຮ້ອງ ໃຫ້ມີແຜນການປ້ອງກັນ ໂຣກເບົາຫວານແຫ່ງຊາດ, ທ່ານ Mark Butler ຣັຖມົນຕີກະຊວງສາທາຣະນະສຸກ ກ່າວວ່າ ຣັຖບານ ກໍາລັງລໍຖ້າຮັບລາຍງານ ຈາກຄນະກັມມະການສະພາ ກ່ຽວກັບເລື້ອງນີ້.

ສໍາລັບ Jill Donohoo, ນັ້ນມັນອາດມາຊ້າໂພດ

"ການໄດ້ຮູ້ວ່າ ປະສົບການຂອງຂ້ອຍເປັນແນວໃດ ໃນຖານະເປັນຄົນທີ່ຖືກວິນິດສັຍຄັ້ງທໍາອິດ ແລະຈາກນັ້ນ ການໃຊ້ຊີວິດຢູ່ກັບໂຣກ ເບົາຫວານ ບໍ່ແມ່ນສິ່ງທີ່ຂ້ອຍຕ້ອງການໃຫ້ໃຜຕ້ອງປະເຊີນ, ແລະຂ້ອຍຄິດວ່າ ຕ້ອງເຮັດຫຼາຍກວ່ານັ້ນ ຈາກມຸມມອງນະໂຍບາຍ ດ້ານ ສາທາຣະນະສຸກ ໃນແງ່ຂອງວິທີ ທີ່ເຮົາປິ່ນປົວໂຣກເບົາຫວານ, ບໍ່ພຽງແຕ່ຄົນເຈັບແຕ່ລະຄົນເທົ່ານັ້ນ, ແຕ່ເປັນແບບລວມ"

ເນື້ອເລື່ອງໂດຍ Alexandra Jones ແລະ Penry Buckley ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່


Share