Telehealth ແມ່ນຫຍັງ? ຜົນກະທົບ ແລະ ຄວາມສັບສົນ

Woman with a cold or flu or allergy working at home

Woman with a cold or flu or allergy working at home. She is holding a mobile phone and is also using a laptop computer. Source: Getty

ສຳຣັບຜູ້ປ່ວຍທີ່ຢູ່ໃນຊົນນະບົດແລ້ວ ການຈະໄປຫານາຍໝໍນັ້ນແມ່ນເຣື້ອງຍາກ ດັ່ງນັ້ນ ການປຶກສາທາງໂທຣະສັບຈຶ່ງເປັນທາງດຽວທີ່ຈະຊ່ອຍໄດ້. ແຕ່ການບໍຣິການຂອງອິນເຕີເນັດທີ່ບໍ່ສມ່ຳສເມີ ອາດສົ່ງຜົນກະທົບຕໍ່ການຕິດຕໍ່ໄດ້. ນອກຈາກນັ້ນ ການປ່ຽນແປງໃນການຄືນເງິນຫຼື Rebates ຍັງໄດ້ສ້າງຄວາມສັບສົນແກ່ນາຍໝໍອີກດ້ວຍ.


ກຳນົດການຂອງການໃຊ້ສິດຂອງ Medicare ຫຼ້າສຸດ ອະນຸຍາດໃຫ້ ການຄືນເງິນສໍາລັບການໃຫ້ຄຳປຶກສາທາງວິດີໂອດົນກວ່າ 40 ນາທີ, ແຕ່ການປຶກສາທາງໂທລະສັບທີ່ໃຊ້ເວລານານໄດ້ຖືກຕັດອອກ.

ທ່ານຫມໍ ກໍາລັງຮຽກຮ້ອງໃຫ້ຣັຖບານ ປ່ຽນການຕັດສິນ ຊຶ່ງພວກເຂົາ ເຈົ້າ ກ່າວວ່າ ກໍາລັງປ່ອຍໃຫ້ພວກຜູ້ປ່ວຍທີ່ອ່ອນແອ ໃນເຂດຊົນນະບົດ ອອສເຕຣເລັຍຕົກ ຢູ່ໃນຄວາມສ່ຽງ....Tom Canetti ຣາຍງານ

ຕາຕະລາງຜົນປໂຍດຂອງ ນາຍໝໍ ທີ່ສາມາດໄດ້ຮັບຈາກ Medicare (GP Medicare Benefits Schedule) ຫຼ້າສຸດ ເຊິ່ງໄດ້ມີຜົນບັງຄັບໃຊ້ ໃນວັນທີ 1 ກໍລະກົດ ໄດ້ຖືກຖອດຖອນຄືນ ສໍາລັບການປຶກສາ ທາງໂທລະສັບ (Telehealth) ທີ່ດົນກວ່າ 20 ນາທີ.

ເງິນຄືນຫຼື Rebates ສໍາລັບການປຶກສາທາງວິດີໂອທີ່ ດົນກວ່າ 20 ນາທີຍັງຄົງຈະດໍາເນີນຕໍ່ໄປ, ເຮັດໃຫ້ທ່ານຫມໍບໍ່ ພຽງແຕ່ສັບສົນເທົ່ານັ້ນ ແຕ່ເປັນຫ່ວງ  ຊາວ ອອສເຕຣເລັຍ ຫຼາຍຄົນໃນເຂດຊົນນະບົດ ແລະ ເຂດພູມິພາກ.

ບໍ່ແມ່ນທຸກຄົນສາມາດເຮັດໃຫ້ການປ່ຽນແປງທາງດິຈິຕອນໄດ້, ແລະທ່ານຫມໍແລະຜູ້ສນັບສນູນກໍາລັງຮຽກຮ້ອງໃຫ້ຣັຖບານ ບໍ່ໃຫ້ຍົກເວັ້ນພວກເຂົາຈາກລະບົບ ການປິ່ນປົວສຸຂະພາບຂອງອອສເຕຣເລັຍ.

ສາດສະດາຈານ Karen Price ຈາກ Royal Australian College of Practitioners ກ່າວວ່າ ບໍ່ມີຂໍ້ອ້າງໃນການຕັດເງິນຄືນ ສໍາລັບ ການປຶກສາທາງໂທລະສັບ.

"ພວກເຮົາໄດ້ມີຕົວຢ່າງ ແລະຫຼັກຖານ ຢ່າງຫຼວງຫຼາຍໃນເວທີປາສັຍຂອງແພດທັງຫມົດ, ພວກເຂົາເຈົ້າໄດ້ເວົ້າເຖິງຄົນເຈັບທີ່ມີ ຄວາມອ່ອນແອທີ່ສຸດຂອງພວກເຂົາເຈົ້າ, ຄົນພິການ, ຄົນທີ່ຢູ່ໃນເຂດຊົນນະບົດແລະເຂດຫ່າງໄກ. ຂ້າພະເຈົ້າຮູ້ວ່າ ACRRM ໄດ້ໂຕ້ຖຽງກັນຢ່າງແຮງສໍາລັບກຸ່ມຊາວ Aboriginal ເພາະວ່າພວກເຂົາເຈົ້າມີຄວາມຫມັ້ນໃຈຕ່ຳໃນການໃຊ້ເທັກໂນໂລຈີ  ແລະສະນັ້ນຈຶ່ງມີຫລາຍກຸ່ມທີ່ແຕກຕ່າງກັນ ທີ່ບໍ່ສາມາດ ໃຊ້ອິນເຕີເນັດ ສໍາລັບການປຶກສາໝໍທາງ ວີດີໂອ ຫຼື video telehealth "

ການສຶກສາໂດຍ ບໍຣິສັດ ເອລັກໂຕຣນິກ Philips ໄດ້ເປີດເຜີຍວ່າ 40 ເປີເຊັນຂອງ ຊາວອອສເຕຣເລັຍ ທີ່ ອາສັຍຢູ່ໃນເຂດຊົນນະບົດ ແລະ ເຂດຫ່າງໄກມີ ຄວາມໄວຂອງ ອິນເຕີເນັດ ບໍ່ເຖິງ 28 ກິໂລບິດ (28 kilobits) ຕໍ່ວິນາທີ. ຄວາມໄວຂັ້ນຕ່ຳທີ່ແນະນໍາ ສໍາລັບ ການໂທວິດີໂອແມ່ນ 600 ກິໂລບິດຕໍ່ວິນາທີ.

ສາດສະດາຈານ Price ກ່າວວ່າ ຣັຖບານພັກແຮງງານຄວນໃຫ້ຄໍາຫມັ້ນວ່າຈະປັບປຸງການດູແລສຸຂະພາບແກ່ຊາວອອສເຕຣເລັຍທຸກຄົນ.

"ພວກເຮົາຕ້ອງການໃຫ້ຣັຖບານຮັບຮູ້ວ່າTelehealth ເປັນສ່ວນເສີມອັນໜຶ່ງຂອງການດູແລປົກກະຕິ ຂອງນາຍໝໍ ທີ່ໄດ້ຮັບ ການສ້າງຕັ້ງ ຂື້ນ. ດັ່ງນັ້ນພວກເຮົາຕ້ອງຟື້ນຟູມັນຄືນໃຫມ່, ເວົ້າແບບງ່າຍໆກໍຄື, ນີ້ແມ່ນສິ່ງທີ່ຄົນທີ່ອ່ອນແອຈະຕ້ອງຂາດໄປ.  ແລະຂ້າພະເຈົ້າຄຶດວ່າ ຣັຖບານພັກແຮງງານຈະເຂົ້າໃຈເຊັ່ນນັ້ນຄືກັນວ່າໃຜຈະໄດ້ຮັບ ການເຂົ້າເຖິງ ການດູແລທາງການແພດທີ່ບໍ່ດີພໍ?"

ນາງກ່າວວ່າ ໃນສະພາບການ ຂອງການລະບາດຂອງໂຣກ, ໂດຍທີ່ມີຊາວຊາວອອສເຕຣເລັຍ ຈຳນວນ ຫລາຍທີ່ບໍ່ສາມາດເຂົ້າເຖິງອິນເຕີເນັດ, ການຕັດສິນໃຈເຊັ່ນນັ້ນເຮັດໃຫ້ "ບໍ່ມີເຫດຜົນຫຍັງເລີຍ".

"ນີ້ແມ່ນຄົນເຈັບທີ່ຂາດການເຂົ້າເຖິງ. ດັ່ງນັ້ນຜູ້ສູງອາຍຸ, ແລະຄົນທີ່ມີຄວາມຮູ້ທາງດ້ານດິຈິຕອນຕ່ຳດ້ວຍເຫດຜົນຕ່າງໆ, ຜູ້ທີ່ບໍ່ສາມາດຊື້ໄດ້ແມ່ນແຕ່ໂທະສັບມືຖືຫຼືບໍ່ມີຄອມພິວເຕີ ຢູ່ໃນເຮືອນ, ມີຊາວອອສເຕຣເລັຍ 2.5 ລ້ານຄົນທີ່ບໍ່ໄດ້ໃຊ້ອິນເຕີເນັດ, ແລະພວກເຂົາເຈົ້າຈະບໍ່ໄດ້ຮັບອະນຸຍາດໂດຍກົງຈາກການໃຊ້ ໂທະສັບ, ຫຼືມີປັນຫາໃນການເຂົ້າເຖິງມັນ. ເນື່ອງຈາກ ການຕັດເຫລົ່ານີ້ອອກຈາກ Medicare, ແລະມັນຢູ່ໃນຣະຫວ່າງລະດູຫນາວ, ພະຍາດຕິດເຊື້ອທີ່ເພີ່ມຂຶ້ນ, ແລະການລະບາດທົ່ວໂລກແລະມັນບໍ່ມີເຫດຜົນຫຍັງເລີຍ."

Ray Kingston ອາສັຍຢູ່ ໃນ ເຂດຕາເວັນຕົກຂອງຣັດ Victoria ແລະ ເວົ້າວ່າໃນຂນະທີ່ສ່ວນຫຼາຍ ລາວໂຊກດີທີ່ຈະເຂົ້າເຖິງອິນເຕີເນັດ ແຕ່ຫຼາຍຄົນທີ່ລາວຮູ້ຈັກ ຄົນເຫຼົ່ານັ້ນຕ້ອງມີໂທຣະສັບເປັນສໍາຮອງ .

"ແຕ່ຂ້ອຍຮູ້ຢ່າງຊັດເຈນວ່າຈະມີມື້ທີ່ມັນຈະບໍ່ທຳງານແລະໂທະສັບກໍ ແມ່ນສິ່ງສໍາຮອງແລະຂ້ອຍອາດຈະເປັນຫນຶ່ງຂອງຜູ້ໂຊກດີ. ແຕ່ທ່ານຮູ້ບໍ່ວ່າຂ້ອຍຢູ່ໄກຈາກຫຼັກສົ່ງສັນຍານພຽງປະມານ 5 ຫຼື 10 ກິໂລແມັດເທົ່ານັ້ນ."

ລາວເວົ້າວ່າສິ່ງຕ່າງໆຈະໄດ້ຮັບທາງ ອິນເຕີເນັດຈະເປັນ ແບບຂາດໆຫາຍໆ ສໍາລັບຜູ້ທີ່ບໍ່ສາມາດອາສັຍການບໍລິການທາງໂທຣະສັບ. ສະນັ້ນການໄດ້ປຶກສາແພດທາງໂທຣະສັບ ຈະເປັນການດີຫຼາຍ ເພາະບໍ່ມີທາງເລືອກຫລາຍໃນແຖວນີ້. ແຕ່ທ່ານຕ້ອງມີໂທຣະສັບ. ຖ້າວ່າທ່ານບໍ່ມີໂທຣະສັບ ໄວ້ສຳຮອງ, ການໄດ້ຮັບບໍຣິການກໍຈະບໍ່ຄ່ອຍດີ.

ເນື້ອເລື່ອງໂດຍ   Tom Canetti  ຂ່າວ SBS News,

ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ


Share