ໃນບໍ່ຊ້ານີ້ ຊາວອອສເຕຣເລັຍ ກໍຈະມຸ້ງຫນ້າ ໄປປ່ອນບັດເລືອກຕັ້ງຂອງພວກເຂົາເຈົ້າໃນການເລືອກຕັ້ງທົ່ວໄປຂອງຣັຖບານ ແຕ່ຫລາຍຄົນກໍອາດຈະລົງຄະແນນສຽງ ກ່ອນມື້ຂອງການປ່ອນບັດນັ້ນ.
ນັກຄົ້ນຄວ້າ ມະຫາວິທະຍາໄລຄົນນຶ່ງ ກ່າວວ່າ ແນວໂນ້ມນີ້ ກໍາລັງຈະ ກາຍເປັນທີ່ນິຍົມຫລາຍຂຶ້ນ ແລະ ມີຫລັກຖານ ຈາກຄະນະກໍາມະການ ເລືອກຕັ້ງອອສເຕຣເລັຍຢືນຢັນເລື່ອງນີ້ Stephanie Corsetti ລາຍງານ.
ໃນການເລືອກຕັ້ງທົ່ວໄປ ຂອງຣັຖບານປີນີ້, ຜູ້ນໍາພັກ ແລະ ຜູ້ລົງສມັກ ໄດ້ພົບປະກັບຜູ້ປ່ອນບັດ ແລະ ເປັນເຈົ້າພາບຈັດກິດຈະກໍາ ໃນສະຖານທີ່ ທີ່ມີຂໍ້ຈໍາກັດ ທາງສຸຂະພາບຫນ້ອຍລົງ ກ່ຽວກັບ COVID-19.
ການ 'ພົບແລະທັກທາຍ', ການໂອ້ລົມ ແລະໂອກາດຖ່າຍຮູບອື່ນໆໃນເສັ້ນທາງຂອງການຫາສຽງ ສາມາດຊ່ວຍດຶງດູດການສເນີຂ່າວຂອງສື່ມວນຊົນແລະຄວາມສົນໃຈຂອງປະຊາຊົນ ກ່ອນທີ່ຜູ້ລົງຄະແນນສຽງຈະຕັດສິນໃຈ ວ່າຈະປ່ອນບັດໃຫ້ໃຜ.
ຈາກຄະນະຂອງ ກໍາມະການເລືອກຕັ້ງ ຂອງອອສເຕຣເລັຍ, ທ່ານ Evan Ekin-Smyth ກ່າວວ່າ ມັນຍັງບໍ່ຊັດເຈນເທື່ອວ່າ ຜູ້ປ່ອນບັດຈະເລືອກແນວໃດ ໃນຂນະທີ່ພວກເຂົາເຈົ້າເລືອກທີ່ຈະປ່ອນບັດລ່ວງໜ້າ ກ່ອນມື້ເລືອກຕັ້ງ.
"ມັນເປັນເຫດການໃນຊຸມຊົນທີ່ກ່ຽວກັບບຸກຄົນ ແຕ່ໂດຍສະເພາະແລ້ວ ການລົງຄະແນນສຽງກ່ອນມື້ເລືອກຕັ້ງນັ້ນ ໃນໄລຍະ 10 ຫລື 15 ປີທີ່ຜ່ານມາແມ່ນວ່າໄດ້ເພີ້ມຂຶ້ນ ທົວໄປໃນທົ່ວໂລກ ແລະໃນແຕ່ລະຂອບເຂດທີ່ມີອະນຸຍາດໃຫ້ ແຕ່ບາງທີອາດຈະບໍ່ຫຼາຍເທົ່າທີ່ເຮົາຄາດຄຶດ.”
ການລົງຄະແນນສຽງກ່ອນມື້ເລືອກຕັ້ງສາມາດເຮັດໄດ້ດ້ວຍບຸກຄົນ ທີ່ສູນເລືອກຕັ້ງ ຫຼືປະຊາຊົນສາມາດຍື່ນການລົງຄະແນນສຽງທາງໄປສະນີ.
ແຕ່ ທ່ານ Ekin-Smyth ກ່າວວ່າ ທ່ານ ຄາດວ່າຄົນສ່ວນໃຫຍ່ຈະລົງຄະ ແນນສຽງຢູ່ໃນສະຖານທີ່ປ່ອນບັດ.
"ການລົງຄະແນນສຽງທາງໄປສະນີບໍ່ໄດ້ເພີ່ມຂຶ້ນ ຄືກັນກັບ ການລົງຄະ ແນນສຽງກ່ອນມື້ເລືອກຕັ້ງ. ການລົງຄະແນນສຽງທາງໄປສະນີ ຍັງຄົງຢູ່ ໃນລະດັບເດີມຄືປະມານ 8 ເປີເຊັນ ຂອງຈໍານວນພົນລະເມືອງທີ່ໄດ້ ລົງຄະແນນສຽງທາງໄປສະນີ ໃນການເລືອກຕັ້ງແຕ່ລະຄັ້ງ. ເປີເຊັນມັນອາດຈະສູງຂຶ້ນ ໃນການເລືອກຕັ້ງ ຣັຖບານຊຸດນີ້ ເນື່ອງຈາກ COVID ແຕ່ ຂ້າພະເຈົ້າບໍ່ຄິດວ່າມັນຈະມີການເພີ່ມຂຶ້ນຫລາຍເທົ່າ ຢ່າງທີ່ ຊາວອອສເຕຣເລັຍ ບາງຄົນອາດຄາດຄິດໄວ້."
ການລົງຄະແນນສຽງກ່ອນມື້ເລືອກຕັ້ງແລະທາງໄປສະນີສາມາດເຮັດໄດ້ສຳລັບບຸກຄົນທີ່ຢູ່ນອກເຂດເລືອກຕັ້ງທີ່ພວກເຂົາເຈົ້າໄດ້ລົງທະບຽນ, ຢູ່ໄກຫຼາຍກວ່າແປດກິໂລແມັດຈາກສະຖານທີ່ລົງຄະແນນສຽງ ຫຼືຖ້າຫາກວ່າພວກເຂົາບໍ່ສາມາດລາວຽກໄດ້.
ເຫດຜົນອື່ນໆທີ່ຄົນບໍ່ສາມາດມາລົງຄະແນນສຽງດ້ວຍເຫດຜົນທາງສາດສະຫນາ, ຖ້າເຂົາເຈົ້າຖືກກັກຂັງຫຼືມີຄວາມຢ້ານກົວຕໍ່ຄວາມປອດໄພຂອງເຂົາເຈົ້າ,ເງື່ອນໄຂທາງການແພດ ແລະ ການຖືພາຍັງສາມາດເປັນເຫດຜົນທີ່ຖືກຕ້ອງໃນການລົງຄະແນນສຽງກ່ອນມື້ເລືອກຕັ້ງ.
ແຕ່ ຜູ່ຊ່ວຍນັກຄົ້ນຄວ້າ ທີ່ ມະຫາວິທະຍາໄລ La Trobe, ທ່ານ Ian Tulloch ກ່າວວ່າ ການລົງຄະແນນສຽງ ໃນກ່ອນມື້ເລືອກຕັ້ງໄດ້ສົ່ງຜົນໃນການປ່ຽນແປງ ຂອງການຫາສຽງໃນເລືອກຕັ້ງ.
"ຂ້າພະເຈົ້າວ່າ ໃນໄລຍະ 20 ປີທີ່ຜ່ານມາ ກ່ອນຈະມີການລົງຄະແນນສຽງກ່ອນມື້ເລືອກຕັ້ງ, ບັນດາພັກໃຫຍ່ມັກຈະປະກາດເລື້ອງທີ່ສໍາຄັນໃນອາທິດສຸດທ້າຍຂອງການໂຄສະນາຫາສຽງເພື່ອພະຍາຍາມທີ່ຈະໂນ້ມນ້າວ ການລົງຄະແນນສຽງຂອງຜູ້ທີ່ບໍ່ທັນຕັດສິນໃຈເຫຼົ່ານັ້ນ, ບັດນີ້ພວກເຂົາເຈົ້າຕ້ອງໄດ້ປະກາດນະໂຍບາຍເຫຼົ່ານັ້ນກ່ອນການເລີ່ມຕົ້ນຂອງການເລືອກຕັ້ງກ່ອນມື້ປ່ອນບັດ”
ໄລຍະເວລາການລົງຄະແນນສຽງກ່ອນມື້ເລືອກຕັ້ງ ຈະດໍາເນີນໄປເປັນເວລາສອງອາທິດກ່ອນວັນເລືອກຕັ້ງ ແລະຂໍ້ມູນເພີ່ມເຕີມນັ້ນມີຢູ່ໃນອິນເຕີເນັດທີ່ເວັບໄຊຂອງຄະນະກໍາມະການເລືອກຕັ້ງຂອງອອສເຕຣເລັຍ.
ເນຶ້ອເລື້ອງໂດຍ Stephanie Corsetti ຂ່າວ SBS
ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກພາສາລາວ