ວັນເລືອກຕັ້ງຂອງ ຣັຖບານໄດ້ຖືກກຳນົດຂຶ້ນໃນ ວັນທີ 21 ພຶດສະພາ ນີ້.
ການສຸ່ມສຳຫລວດການລົງຄະແນນສຽງສະແດງໃຫ້ເຫັນວ່າ ພັກແຮງງານ ມີຄະແນນນໍາຫນ້າ ແຕ່ພວກນັກວິເຄາະການເລືອກຕັ້ງກ່າວວ່າ ມັນເປັນການຍາກ ທີ່ຈະເວົ້າວ່າຜູ້ໃດຈະຊະນະໃນຄືນການເລືອກຕັ້ງ. Arianna Lucente, Biwa Kwan... ລາຍງານ.
ອີງຕາມ ການເດົາສຸ່ມຫຼ້າສຸດ ຂອງ Newspoll ຂອງ ຫນັງສືພິມ The Australian (ພິມໃນວັນທີ 4 ເມສາ), ພັກແຮງງານ ນໍາໜ້າຝ່າຍ ພັກຮ່ວມ the Coalition 54 ຕໍ່ 46 ເປີເຊັນ ໃນປະເພດການແຂ່ງຂັນລະຫວ່າງ ສອງພັກ.
ແລະໃນປະເພດນາຍົກຣັຖມົນຕີທີ່ດີກວ່າ, ຜູ້ນໍາທັງສອງແມ່ນເກືອບເທົ່າກັນ, ໂດຍທີ່ Scott Morrison ພຽງແຕ່ຈຸດຫນຶ່ງຕໍ່ Anthony Albanese - ເປີເຊັນຢູ່ທີ່ 43 ຕໍ່ 42.
ແຕ່ການເດົາສຸ່ມຈະຊີ້ໃຫ້ເຫັນໄດ້ຫຼາຍປານໃດວ່າ ພັກໃຫຍ່ໃດ ຈະຊະນະການເລືອກຕັ້ງ?
ທ່ານ Haydon Manning ຮອງສາສດາຈານ ດ້ານການເມືອງ ແລະ ຣັຖບານ ຂອງ ມະຫາວິທຍາລັຍ Flinders ກ່າວວ່າ ການລົງຄະແນນສຽງ ສະແດງໃຫ້ເຫັນວ່າ ພັກແຮງງານ ຈະໄດ້ຮັບໄຊຊະນະຖ້າຫາກມີການເລືອກຕັ້ງໃນເວລານີ້.
ແຕ່ລາວເວົ້າວ່ານັ້ນບໍ່ແມ່ນເລື້ອງທີ່ຄົບຖ້ວນ.
"ການສຸ່ມສໍາຫລວດສະແດງໃຫ້ເຫັນຢ່າງແຈ່ມແຈ້ງວ່າ ນີ້ແມ່ນການເລືອກຕັ້ງ ທີ່ການຈະໄດ້ຫຼືເສຍນັ້ນ ແມ່ນແລ້ວແຕ່ຜູ້ນໍາພັກແຮງງານ ທ່ານ Anthony Albanese ແລະຢ່າລືມວ່າ ມັນກໍຄ້າຍຄືກັນກັບການ ເລືອກຄັ້ງສຸດທ້າຍຂອງ Mr Shorten ຕອນທີ່ເພິ່ນ ສູນເສຍການເລືອກຕັ້ງ ແລະ ໄດ້ອອກຈາກການເປັນຜູ້ນຳພັກແຮງງານ, ແລະນັ້ນຄືຂອບຂອງການອ້າງອີງຂອງຂ້າພະເຈົ້າ. ພັກແຮງງານນຳຫນ້າແບບ ສະບາຍໆພໍສົມຄວນໃນການເດົາສຸ່ມ ແຕ່ທີ່ຜ່ານມາ, ພວກເຮົາໄດ້ເຫັນຣັຖບານຢູ່ໃນຕໍາແຫນ່ງທີ່ຄ້າຍຄືກັນມາ ໂດຍສະເພາະຫຼັງຈາກທີ່ພວກເຂົາເຈົ້າໄດ້ປະກາດກ່ຽວກັບງົບປະມານແລ້ວ, ພວກເຂົາເຈົ້າພະຍາຍາມທີ່ຈະເຮັດໃຫ້ ງົບປະມານນີ້ຕ້ອງໄດ້ໃຫ້ຄວາມນິຍົມກັບຜູ້ລົງຄະແນນສຽງຫຼາຍຄົນ ແລະພັກກໍໄດ້ໃຊ້ຈ່າຍເງິນຫຼາຍແລ້ວ."
ທ່ານ Frank Bongiorno ສາສດາຈານ ດ້ານປະຫວັດສາດຂອງມະຫາວິທະຍາໄລແຫ່ງຊາດ ກ່າວວ່າ ຍັງມີເຫດຜົນອື່ນໆທີ່ເຮັດໃຫ້ຜູ້ໃຫ້ຄໍາຄິດເຫັນມີຄວາມລະມັດລະວັງໃນການຄາດຄະເນວ່າໃຜຈະເປັນຜູ້ຊະນະໃນປີນີ້.
"ມັນມີຄວາມລັງເລໃຈແບບຫນຶ່ງ ເພາະລັກສະນະຂອງຜູ້ເລືອກຕັ້ງມີຄວາມແຕກຕ່າງກັນຫຼາຍໃນເວລານີ້ - ຄວາມຮູ້ສຶກທີ່ວ່າໃນຂະນະທີ່ ຣັຖບານບໍ່ເປັນທີ່ນິຍົມໂດຍທົ່ວໄປ, ແລະພັກແຮງງານ ເບິ່ງຄືວ່າຈະກັບຄືນມາ ໃຫມ່ ແຕ່ວ່າ ສະພາບການແມ່ນແຕກຕ່າງກັນຫຼາຍໃນແຕ່ລະລັດ. ດັ່ງນັ້ນ ໃນຄວາມເປັນຈິງ ພັກແຮງງານແມ່ນນຳຫຼັງ ພັກຮ່ວມຣັຖບານ ໃນ ລັດຄວີນສະແລນ, ຖ້າຈະປຽບທຽບຄວາມມັກລະຫວ່າງ ສອງພັກແລະນັ້ນແມ່ນສິ່ງສໍາຄັນເພາະວ່າໃນປັດຈຸບັນນີ້ ພັກແຮງງານມີພຽງແຕ່ຫນຶ່ງສ່ວນຫ້າ ຂອງບ່ອນນັ່ງໃນລັດຄວີນສະແລນ."
ໂດຍທີ່ Queensland ປະກອບດ້ວຍປະມານ 30 ໃນ 151 ບ່ອນນັ່ງຂອງສະພາຜູ້ແທນ, ທ່ານ Bongiorno ກ່າວວ່າ ພັກແຮງງານຈະຕ້ອງ "ຟັນຝ່າອຸປສັກຢ່າງຫຼວງຫຼາຍ" ໃນລັດ ເພື່ອຈະຍຶດເອົາສຽງສ່ວນໃຫຍ່.
ເມື່ອເວົ້າເຖິງນາຍົກຣັຖມົນຕີທີ່ດີກວ່າ, ທ່ານ Doctor Glenn Kefford ອາຈານສອນອາວຸໂສ ດ້ານວິທະຍາສາດການເມືອງ ຂອງມະຫາວິທະຍາໄລ Queensland ກ່າວວ່າ ໃນໄລຍະທີ່ຜ່ານມາ, ໂດຍປົກກະຕິແລ້ວ ຜູ້ນໍາຂອງປະເທດ ໄດ້ຢູ່ໃນຕໍາແຫນ່ງທີ່ໄດ້ປຽບກວ່າ, ແຕ່ວ່ານັ້ນບໍ່ແມ່ນໃນກໍລະນີນີ້.
"ນັ້ນເປັນລັກສະນະທີ່ຫນ້າສົນໃຈຫຼາຍ ທີ່ຕາມປົກກະຕິແລ້ວ ໃນການ ເລືອກຕັ້ງສ່ວນຫລາຍ ນາຍົກຣັຖມົນຕີ ແມ່ນນຳຫນ້າໃນທາງຄະແນນນິຍົມ ຂອງການເປັນນາຍົກຣັຖມົນຕີ ແລະ ໃນຫລາຍເດືອນບໍ່ດົນມານີ໊, ພວກເຮົາໄດ້ເຫັນວ່າຄວາມນິຍົມຂອງ Anthony Albanese ໄດ້ເພີ່ມຂຶ້ນສູງກວ່າ Scott Morrison ຖ້າຈະເວົ້າເຖິງການເປັນນາຍົກຣັຖມົນຕີທີ່ໄດ້ຮັບຄວາມນິຍົມ. ດັ່ງນັ້ນ, ນັ້ນແມ່ນການພັດທະນາທີ່ຫນ້າສົນໃຈຫຼາຍ ແລະຂ້າພະເຈົ້າຄິດວ່າສິ່ງເຫຼົ່ານີ້ ຈະກ່ຽວກັບມາເຖິງບັນຫາຕ່າງໆທີ່ພວກເຮົາໄດ້ເວົ້າເຖິງ ເຊັ່ນເລື່ອງນໍ້າຖ້ວມ, ໄຟໃໝ້, ຮວມໄປເຖິງການຮັບມື ຕໍ່ການລະບາດຂອງໂຣກເຊັ່ນກັນ, ຊຶ່ງຣັຖບານເປັນທີ່ວິພາກວິຈານຢ່າງຫຼາຍ, ແລະໂດຍສະເພາະແມ່ນນາຍົກຣັຖມົນຕີ."
ລັກສະນະ ຂອງຜູ້ນໍາແຕ່ລະຄົນໄດ້ກາຍເປັນສິ່ງສໍາຄັນ, ໂດຍທີ່ທ່ານAlbanese ແລະ ທ່ານ Morrison ທັງສອງ ປະເຊີນກັບຄວາມກົດດັນ ເພື່ອຕອບໂຕ້ຕໍ່ຂໍ້ກ່າວຫາວ່າເລື້ອງການຂົ່ມເຫັງ.
ການຕາຍໃນເດືອນ ມີນາ ຂອງສະມາຊິກສະພາສູງ ຂອງພັກແຮງງານ Kimberley Kitching ໄດ້ພາໃຫ້ມີການກ່າວຫາທີ່ ປາກົດວ່າ ທ່ານນາງໄດ້ຖືກຂົ່ມເຫັງໂດຍເພື່ອນຮ່ວມງານຈາກ Penny Wong, Kristina Keneally ແລະ Katy Gallagher ແລະ ທຸກຄົນກໍໃຫ້ການປະຕິເສດຂໍ້ກ່າວຫາເຫຼົ່ານັ້ນ.
ກ່ອນຫນ້ານີ້ ທ່ານ Morrison ໄດ້ກ່າວຫາທ່ານ Albanese ວ່າ ບໍ່ໄດ້ແກ້ໄຂ ຂໍ້ກ່າວຫານັ້ນ ແຕ່ ນາຍົກຣັຖມົນຕີ ເອງກໍຖືກກ່າວຫາວ່າເປັນຜູ້ຂົ່ມເຫັງ ແລະ ຂົ່ມຂູ່ ໂດຍສະມາຊິກສະພາສູງ ພັກ Liberal ທ່ານນາງ Concetta Fierravanti-Wells ໃນລະຫວ່າງການກ່າວປາໄສ ຕໍ່ສະພາສູງໃນ ວັນທີ 29 ທີ່ແລ້ວນີ້ ຫຼັງຈາກທີ່ບໍ່ໄດ້ຖືກເລືອກໃຫ້ລົງສມັກໃນນາມຂອງພັກໃນການແຂ່ງຂັນເລືອກຕັ້ງ.
ສະມາຊິກ ອິດສະລະ ສະພາສູງ ທ່ານນາງ Jacqui Lambie ແລະ One Nation ທ່ານນາງ Pauline Hanson ກໍໄດ້ໃຫ້ການສະຫນັບສະຫນຸນ ຕໍ່ ການກ່າວຫາເລື້ອງການຂົ່ມເຫັງໂດຍ ທ່ານ Morrison ຊຶ່ງທັງຫມົດນັ້ນທ່ານ ກໍໃຫ້ການປະຕິເສດ.
ແລະ ເມື່ອບໍ່ດົນມານີ້, ນາຍົກຣັຖມົນຕີ ໄດ້ປະຕິເສດຕໍ່ການກ່າວອ້າງວ່າ ຕົນໄດ້ກ່າວຄໍາປາໄສໃນທາງລົບກ່ຽວກັບ "ພື້ນຖານເລບານອນ" ຂອງ ຄູ່ແຂ່ງເລືອກຕັ້ງ ຂອງທ່ານ ໃນປີ 2007 ໃນເຂດເລືອກຕັ້ງ Cook.
ຮອງສາດສະດາຈານ Manning ກ່າວວ່າ ລັກສະນະຂອງບັນດາຜູ້ນໍາພັກ ຈະຍັງຄົງເປັນຫົວຂໍ້ສໍາຄັນຂອງການໂຄສະນາຫາສຽງເລືອກຕັ້ງ.
"ມັນເປັນເລື່ອງທີ່ແປກປະຫຼາດສໍາລັບຜູ້ລົງຄະແນນສຽງທີ່ສົນໃຈຕໍ່ລັກສະນະຂອງຜູ້ນໍາຢ່າງເທົ່າທີ່ປາກົດໃນເວລານີ້, ແຕ່ເມື່ອເວົ້າວ່າ ມັນເປັນໄປໄດ້ຫຼາຍເມື່ອການໂຄສະນາຫາສຽງເລີ່ມຂຶ້ນ ສ່ວນໃຫຍ່ມັນຈະແມ່ນກ່ຽວກັບບັນຫາຂອງຜູ້ນໍາທັງສອງທີ່ພະຍາຍາມເວົ້າວ່າ, 'ຝ່າຍນັ້ນ ບໍລິຫານເສດຖະກິດບໍ່ດີເທົ່າກັບເຮົາ.' ແລະ ຈະມີຄໍາຖາມ ດັ່ງທີ່ ຂ້າພະເຈົ້າໄດ້ກ່າວມາກ່ອນ ກ່ຽວກັບວ່າຜູ້ໃດສາມາດເຮັດໄດ້ດີກວ່າ ກ່ຽວກັບດ້ານສຸຂະພາບ ແລະ ການສຶກສາ."
ບັນຫາການປ່ຽນແປງດິນຟ້າອາກາດໄດ້ກາຍເປັນຄວາມກັງວົນອັນໃຫຍ່ຫຼວງໃນບັນດາຜູ້ລົງຄະແນນສຽງ, ດ້ວຍຄວາມແຕກຕ່າງລະຫວ່າງຜູ້ທີ່ອາໄສຢູ່ພາຍໃນຕົວເມືອງ, ພາຍນອກຕົວເມືອງ, ແລະສ່ວນພູມີພາກຕ່າງໆ.
ທ່ານ Manning ກ່າວວ່າ ທ່ານຄາດຫວັງວ່າ ຈະມີການໂຄສະນາຫາສຽງ ຢ່າງຮຸນແຮງ ໂດຍພວກຜຸູ້ສມັກອິດສະລະຫລາຍໆຄົນ ໃນບ່ອນນັ່ງຂອງ ພັກ Liberal ຊຶ່ງເປັນບ່ອນທີ່ປະເດັນເລື້ອງການປ່ຽນແປງຂອງ ດິນ ຟ້າ ອາກາດ ຈະເປັນຈຸດສໍາຄັນ.
ແລະປະຊາຊົນຈໍານວນຫຼາຍ ກໍພາກັນຮັບເອົາວິທີການລົງຄະແນນສຽງໃນກ່ອນມື້ເລືອກຕັ້ງ ຮວມທັງການລົງຄະແນນສຽງໄປສະນີ ຊຶ່ງຕາມປະທັມດາແລ້ວຈະແມ່ນຜູ້ລົງຄະແນນສຽງທີ່ມີອາຍຸສູງແລະອະນຸຮັກນິຍົມ.
ການລົງຄະແນນສຽງກ່ອນມື້ເລືອກຕັ້ງ ອາດຈະມີຜົນກະທົບຕໍ່ນະໂຍບາຍສໍາຄັນຂອງພັກ ທີ່ຈະຖືກເປີດເຜີຍໃນຕອນຕົ້ນ ແລະ ເຮັດໃຫ້ມັນຍາກທີ່ຈະກໍານົດຜົນໃນຄືນຂອງການເລືອກຕັ້ງ.
ທ່ານ Dr Kefford ກ່າວວ່າ ການເລືອກຕັ້ງຂອງ ຣັຖບານທີ່ຜ່ານມາ ໃນ ອອສເຕຣເລັຍໄດ້ ເປັນການແຂ່ງຂັນທີ່ໃກ້ຊິດ ແລະ ການເພີ່ມທະວີ ການສະຫນັບສະຫນູນ ໃຫ້ແກ່ຜູ້ສະຫມັກອິດສະລະ ແມ່ນເລີ່ມມີການປ່ຽນແປງລັກສນະ ຂອງການເມືອງ ຊຶ່ງມັນບໍ່ແມ່ນພຽງແຕ່ກ່ຽວກັບ ສອງພັກໃຫຍ່ເທົ່ານັ້ນ.
ທ່ານ ກ່າວວ່າ ມັນຈະເປັນການທ້າທາຍທີ່ຈະໃຫ້ຜູ້ເລືອກຕັ້ງມີສ່ວນຮ່ວມຫຼັງຈາກການເປີດເຜີຍຂອງ Brittany Higgins ກ່ຽວກັບວັທນະທັມໃນ ສະພາແຫ່ງຊາດ ແລະ ວິກິດການຂອງ ໄພນ້ຳຖ້ວມ, ໄຟໄຫມ້ ແລະ ໂຣກລະບາດ.
"ຫຼາຍໆຄົນກໍອິດເມື່ອຍຫຼາຍກັບການເມືອງດັ່ງທີ່ພວກເຮົາຮູ້, ບໍ່ພຽງແຕ່ຍ້ອນທຸກສິ່ງທຸກຢ່າງທີ່ພວກເຮົາໄດ້ປະສົບມາ, ແຕ່ຄວາມບໍ່ພໍໃຈທົ່ວໄປກັບພາກສ່ວນຕ່າງໆຂອງລະບອບປະຊາທິປະໄຕອອສເຕຣເລັຍ ແລະພວກເຂົາກໍາລັງຊອກຫາບາງຢ່າງທີ່ແຕກຕ່າງອອກໄປ."
ຜູ້ໃຫ້ຄວາມເຫັນບາງຄົນ ກ່າວວ່າ ມີຄວາມເປັນໄປໄດ້ ທີ່ການເລືອກ ຕັ້ງຂອງ ຣັຖບານນີ້ ອາດຈະເຮັດໃຫ້ ມີຣັຖບານທີ່ມີສຽງສ່ວນໜ້ອຍ.
ນັ້ນຫມາຍຄວາມວ່າ ທັງພັກແຮງງານ ແລະພັກ Liberal-National ຈະບໍ່ສາມາດ ມີບ່ອນນັ່ງສ່ວນໃຫຍ່ ໃນສະພາຕ່ຳ - ເປັນສະພາບການ ທີ່ໄດ້ເກີດຂຶ້ນຄັ້ງສຸດທ້າຍ ເມື່ອທ່ານນາງ Julia Gillard ຂອງ ພັກແຮງງານໄດ້ເປັນ ນາຍັກຣັຖມົນຕີ ໃນປີ 2010.
ສາສດາຈານ Bongiorno ກ່າວວ່າ ການເຕີບໂຕ ຂອງຄະແນນສຽງ ສໍາລັບພັກນ້ອຍ ແລະ ຜູ້ສມັກອິດສະລະ ສາມາດເຮັດໃຫ້ຜົນດັ່ງກ່າວ ນັ້ນເປັນໄປໄດ້.
"ແນວຄິດຂອງສະພາທີ່ມີສຽງສ່ວນໜ້ອຍ, ຂ້າພະເຈົ້າບໍ່ຄິດວ່າໄກເລີຍ. ເພາະວ່າ ໃນຂະນະທີ່ ຝ່າຍຄ້ານເບິ່ງຄືວ່າຈະມີຂະຫນາດໃຫຍ່ຂຶ້ນ, ແລະ ຜູ້ລົງຄະແນນສຽງໄດ້ຫັນໄປຫາພັກນ້ອຍໆ ແລະຜູ້ສມັກອິດສະຫຼະນັບມື້ຈະຫຼາຍຂຶ້ນ ຊຶ່ງຫມາຍຄວາມວ່າ ອັດຕາໃນການເລືອກຕັ້ງສອງຄັ້ງສຸດທ້າຍແມ່ນປະມານ ຫນຶ່ງສ່ວນສີ່ ສໍາລັບສະພາຕໍ່າ. ດັ່ງນັ້ນ ມັນກໍໝາຍຄວາມວ່າ ປະມານ 25 ເປີເຊັນ ຂອງຜູ້ເລືອກຕັ້ງ ບໍ່ໄດ້ເລືອກເອົາ ພັກໃຫຍ່ພັກໃດພັກໜຶ່ງອີກຕໍ່ໄປ ແລະນັ້ນ ກໍຮວມທັງພັກ National Party ດັ່ງນັ້ນ ຈຶ່ງຫມາຍຄວາມວ່າ ນັ້ນແມ່ນໂອກາດ ສໍາລັບຜູ້ສມັກອິດສະລະແລະ ພັກນ້ອຍ."
ເນື້ອເລື່ອງໂດຍ Arianna Lucente ແລະ Biwa Kwanຂ່າວ SBS News,
ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ