ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌:
ຜົນຂອງຜູ້ລົງສມັກເລືອກຕັ້ງອິດສຣະປີນີ້.
ຜູ້ລົງສມັກເລືອກຕັ້ງອິດສຣະ (Independent Candidates) ເບິ່ງຄືວ່າ ໄດ້ຮັບຜົນປໂຍດ ໃນການເລືອກຕັ້ງ ຂອງຣັຖບານກາງ.
ຫລາຍຄົນ ທີ່ແຂ່ງຂັນບ່ອນນັ່ງຂອງຕົນອີກ ບໍ່ພຽງແຕ່ສາມາດຮັກສາຕໍາແຫນ່ງຂອງຕົນໄວ້ເທົ່ານັ້ນ-ແຕ່ໄດ້ຂຍາຍຂອບເຂດ ຄວາມແຕກຕ່າງ (Margin) ຂອງຈຳນວນສຽງຕື່ມອີກ.
ແລະໂດຍທີ່ມີບ່ອນນັ່ງບາງບ່ອນ ທີ່ຍັງບໍ່ສາມາດລະບຸຜູ້ຊນະ, ເຂດເລືອກຕັ້ງຫລາຍບ່ອນ ກໍອາດກາຍເປັນຂອງ ຜູ້ລົງສມັກເລືອກຕັ້ງອິດສຣະ (Independent Candidate) ຄືກັນ, ດັ່ງທີ່ Edwina Guinan ລາຍງານ
ຜູ້ລົງສມັກເລືອກຕັ້ງອິດສຣະ (Independent Candidate) ຂອງ The Tealໄດ້ມາເຖິງເວທີການເມືອງຢ່າງແຮງ ໃນການເລືອກຕັ້ງ ຄັ້ງສຸດທ້າຍໃນປີ 2022.
ຜູ້ລົງສມັກເລືອກຕັ້ງອິດສຣະ (Independent Candidate) ຂອງ ຜູ້ໄດ້ສ້າງປວັດສາດ ໃນການເລືອກຕັ້ງຂອງຣັຖບານກາງ ໃນປີ 2022 ໂດຍການຊນະບ່ອນນັ່ງ ທີ່ປອດພັຍຂອງ Liberal. ສີຟ້າຂຽວ (Teal) ແມ່ນສີຟ້າ-ສີຂອງພັກ Liberal-ປະສົມກັບສີຂຽວ.
ປີນີ້, ມີຄວາມກົດດັນ ທີ່ຈະພິສູດຕົວເອງຫລາຍຂຶ້ນ ເພາະບໍ່ພຽງແຕ່ການເລືອກຕັ້ງເທື່ອດຽວເທົ່ານັ້ນ-ແລະເຂົາເຈົ້າກໍເຮັດໄດ້.....
ເຖິງແມ່ນວ່າ ຜູ້ຊນະບ່ອນນັ່ງບາງບ່ອນ ຍັງບໍ່ທັນໄດ້ຖືກລະບຸເທື່ອ, ແຕ່ວ່າ ທຸກຄົນທີ່ຖືກເລືອກ ໃນການເລືອກຄັ້ງເທື່ອກ່ອນນັ້ນ ກໍໄດ້ບ່ອນນັ່ງກັບຄືນມາ-ຍົກເວັ້ນແຕ່ Kylea Tink, ຜູ້ຊຶ່ງບ່ອນນັ່ງຢູ່ເຂດ North Sydney ໄດ້ຖືກຍົກເລີກ.
Ms Steggall, ຜູ້ໄດ້ຮັບໄຊຊນະເປັນເທື່ອທີສາມ ໃນການເລືອກຕັ້ງ ຂອງເຂດ Warringah ໃນ Sydney, ໄດ້ບອກ Sky News ວ່າ ຜູ້ປ່ອນບັດ ຢາກມີປະເດັນສໍາຄັນ ແລະການແກ້ໄຂ ຫຼາຍກວ່າການໂຕ້ຖຽງກັນ ທາງການເມືອງ.
"ຂ້າພະເຈົ້າຄິດວ່າ ຊາວອອສເຕຣເລັຍ ໄດ້ປະຕິເສດການເມືອງ ທີ່ເປັນປໍຣະປັກ ແລະການເມືອງທີ່ແບ່ງແຍກ-ແລະໄດ້ຊອກຫານະໂຍບາຍ ແລະທາງແກ້ໄຂ. ຂ້າພະເຈົ້າຄິດວ່າ ມັນກ່ຽວກັບເລື່ອງເອກະລັກ ທາງການເມືອງ. ມັນເປັນການປະຕິເສດທີ່ເລິກເຊິ່ງ. ຂ້າພະເຈົ້າ ຮູ້ຈາກປະສົບການຂອງຂ້າພະເຈົ້າ-ມື້ວານນີ້ ໃນຕອນກາງເວັນ. ຂ້າພະເຈົ້າ ໄດ້ໄປບ່ອນປ່ອນບັດ 27 ບ່ອນ ແລະຄຳເວົ້າທີ່ຂ້າພະເຈົ້າໄດ້ຍິນ ຈາກຜູ້ປ່ອນບັດ ແມ່ນເຂົາເຈົ້າ ປະຕິເສດການຫາສຽງທີ່ເຮັດໃຫ້ຢ້ານກົວ ແລະໃສ່ຮ້າຍກັນ. ໂດຍທົ່ວໄປແລ້ວ, ສິ່ງທີ່ຂ້າພະເຈົ້າໄດ້ຍິນ, ແມ່ນວ່າຜູ້ຄົນ ຢາກເຫັນຄວາມຈິງ ໃນການໂຄສະນາທາງການເມືອງ."
ບ່ອນນັ່ງບາງບ່ອນ ທີ່ແຂ່ງຂັນ ໂດຍຜູ້ລົງສມັກເລືອກຕັ້ງອິດສຣະ (Independent Candidate) ກໍຍັງບໍ່ຮູ້ວ່າ ໃຜຈະຊນະຢູ່.
ຢູ່ແຄມຝັ່ງທະເລທາງເຫນືອ ທີ່ຮັ່ງມີຂອງ Sydney, Nicolette Boele ອາດຈະຊນະບ່ອນນັ່ງ ຂອງເຂດ Bradfield ຈາກ Liberal Partyເປັນເທື່ອທໍາອິດ.
ມັນຍັງເປັນການແຂ່ງຂັນ ທີ່ໃກ້ຄຽງ ໃນເຂດ Goldstein ໃນ Melbourne, ບ່ອນທີ່ ຜູ້ແທນອິດສຣະຂອງ The Teal, Zoe Daniel ກໍາລັງນໍາໜ້າ Tim Wilson ຂອງ Liberal Party ພຽງ 95 ສຽງເທົ່ານັ້ນ.
ໃນບ່ອນນັ່ງໃນເຂດ Curtin, ຢູ່ Western Australia, ຜູ້ແທນອິດສຣະ Kate Chaney ໄດ້ຮັບໄຊຊນະ, ເພີ່ມຄວາມແຕກຕ່າງຂອງນາງ ເຫນືອຄູ່ແຂ່ງ ຂອງພັກ Liberal.
ນາງຍັງເຊື່ອວ່າ ຜູ້ປ່ອນບັດ ຊອກຫາທັດສນະທາງບວກ ຈາກນັກການເມືອງ.
"ຂ້າພະເຈົ້າຄິດວ່າ ໃນເຂດ Curtin, ມີຫລາຍຄົນ ທີ່ຮູ້ສຶກວ່າ Peter Dutton ບໍ່ໄດ້ເປັນຕົວແທນຂອງຄ່ານິຍົມ (Values) ຂອງເຂົາເຈົ້າ. ເຮົາໄດ້ເຫັນ ສົງຄາມການເມືອງ ທີ່ສ້າງຄວາມຢ້ານກົວ ແລະວັດທະນະທັມການແບ່ງແຍກ, ແລະບໍ່ມີທິດທາງທີ່ເຂັ້ມແຂງ ໃນດ້ານທັດສະນະທີ່ດີ ສໍາລັບປະເທດ. ແລະຂ້າພະເຈົ້າແນ່ໃຈວ່າ ມັນມີຜົນກະທົບຫລາຍ ຕໍ່ຜົນຮັບນັ້ນ."
ແຕ່ບໍ່ພຽງແຕ່ບ່ອນນັ່ງຂອງ Liberal ເທົ່ານັ້ນ ທີ່ປະເຊີນກັບພັຍຄຸກຄາມຈາກ The Teal.
ກ່ອນໜ້ານີ້, ໃນເຂດ Fremantle ຂອງ Western Australia ທີ່ເຄີຍຖືກຄອບຄອງໂດຍ Labor ໂດຍມີ 17 ເປີເຊັນ.
ບ່ອນນັ່ງນັ້ນ ຍັງໃກ້ຄຽງເກີນໄປ ທີ່ຈະລະບຸຜູ້ຊນະໄດ້, ແຕ່ Kate Hulett ຜູ້ລົງສມັກເລືອກຕັ້ງ (Candidate) ອິດສຣະ ກໍາລັງນໍາໜ້າ Josh Wilsonຜູ້ລົງສມັກເລືອກຕັ້ງ (Candidate) ຂອງ Labor ໃນຕອນນີ້.
ໃນຂນະທີ່ David Smith ຜູ້ແທນພັກ Labor ກໍາລັງປ້ອງກັນ ການທ້າຊິງຈາກ Jessie Price ຜູ້ລົງສມັກເລືອກຕັ້ງ (Candidate) ອິດສຣະ
ໃນເຂດເລືອກຕັ້ງ Bean ໃນ ACT-ຈົນເຖິງປະຈຸບັນນີ້, ເປັນຈຸດທີ່ໝັ້ນຂອງ Labor.
David Pocock ສະມາຊິກສະພາສູງ (Senator) ອິດສຣະ ຂອງ ACT, ຜູ້ທີ່ມີຄະແນນເພີ່ມຂຶ້ນ ເປັນສອງເທົ່າ, ກ່າວວ່າ ການດຶງດູດຂອງ Teals ແມ່ນແຕກຕ່າງຈາກພັກອື່ນໆ.
“ສິ່ງສໍາຄັນສີ່ປະການ ທີ່ຂ້າພະເຈົ້າໄດ້ຍິນຈາກຜູ້ຄົນ ໃນ ACT ກ່ຽວກັບເລື່ອງນີ້, ແລະມັນຈະບໍ່ເປັນສິ່ງແປກໃຈ ສໍາລັບທຸກຄົນ ໃນອອສເຕຣເລັຍ, ແມ່ນເລື້ອງທີ່ຢູ່ອາສັຍ, ເລື້ອງຄ່າຄອງຊີບ, ເລື້ອງສຸຂະພາບ, ແລະເລື້ອງສະພາບພູມອາກາດ ແລະສະພາບແວດລ້ອມ. ຂ້າພະເຈົ້າຄິດວ່າ ໃນສີ່ສິ່ງເຫລົ່ານີ້, ຜູ້ຄົນເບື່ອຫນ່າຍ ກັບການແກ້ໄຂທີ່ບໍ່ຈິງຈັງ. ເຂົາເຈົ້າ ໄດ້ເຫັນພັກໃຫຍ່ ວາງແຜນທີ່ຈະແກ້ໄຂ, ຊຶ່ງແນ່ນອນວ່າ ອາດເປັນທາງແກ້ໄຂ, ແຕ່ເຂົາເຈົ້າ ບໍ່ໄດ້ເຂົ້າເຖິງຕົ້ນເຫດ ທີ່ແທ້ຈິງ. ຂ້າພະເຈົ້າຄິດວ່າ ພວກເຮົາ ໄດ້ສະແດງໃຫ້ເຫັນ ໃນສະພາຄັ້ງສຸດທ້າຍ ວ່າຜູ້ແທນອິດສຣະ ເຕັມໃຈທີ່ຈະມີສ່ວນຮ່ວມ ກັບຜູ້ໃດກໍຕາມ, ບໍ່ວ່າກັບຣັຖບານ, ກັບຝ່າຍຄ້ານ ໃນຄວາມຄິດທີ່ແຕກຕ່າງກັນ. ແລະນັ້ນ ຄືສິ່ງທີ່ຊາວອອສເຕຣເລັຍຄາດຫວັງ. ແລະນັ້ນຄື ຄໍາຫມັ້ນສັນຍາຂອງຂ້າພະເຈົ້າ ຕໍ່ຜູ້ຄົນໃນ ACT. ຂ້າພະເຈົ້າ ຈະພິຈາຣະນາ ບັນຫາເລື່ອງນະໂຍບາຍ ຕາມຄຸນຄ່າຂອງມັນ, ມີສ່ວນຮ່ວມ, ທຳຄວາມເຂົ້າໃຈ, ປຶກສາຫາລືຢ່າງກວ້າງຂວາງ, ແລະໃນທີ່ສຸດ ຈະອອກສຽງແທນຜູ້ຄົນໃນ ACT.
ເຖິງແມ່ນ The Teal ຈະໄດ້ຮັບໄຊຊນະ ໃນການເລືອກຄັ້ງນີ້, ແຕ່ຣັຖບານຂອງ Labor ຈະຍັງມີບ່ອນນັ່ງສູງສຸດ ຢູ່ໃນຣັຖສະພາ ເປັນປວັດການ.
ແຕ່ Shaun Ratcliff ຫົວຫນ້າການຄົ້ນຄວ້າ ຂອງ Accent Research ກ່າວວ່າ ຣັຖບານຈະຍັງມີແຮງຈູງໃຈ ທີ່ຈະຟັງສຽງຜູ້ແທນອິດສຣະຢູ່.
"ຖ້າຫາກຂ້າພະເຈົ້າເປັນ Labor, ຂ້າພະເຈົ້າ ຢາກໃຫ້ຜູ້ແທນອິດສຣະ ທີ່ຊນະບ່ອນນັ່ງ ຂອງພັກ Liberal, ຊຶ່ງແມ່ນໄຊຊນະອັນຍິ່ງໃຫຍ່. ທ່ານຢາກໃຫ້ເຂົາເຈົ້າ ກັບຄືນໄປຫາຜູ້ລົງຄະແນນໃຫ້ເຂົາເຈົ້າ ແລະເວົ້າວ່າ, ເຫັນບໍ່ ວ່າຂ້າພະເຈົ້າໄດ້ເຮັດຫຍັງແດ່. ຖ້າຫາກຂ້າພະເຈົ້າ ເປັນຜູ້ນຳ,ຂ້າພະເຈົ້າ ຈະມອບສິ່ງຂອງ ທີ່ເຂົາເຈົ້າສາມາດນຳກັບໄປຫາຜູ້ເລືອກຕັ້ງ ຂອງເຂົາເຈົ້າ ໃນໄລຍະສາມປີຕໍ່ໄປ."
The Teals ເປັນຜູ້ລົງສມັກເລືອກຕັ້ງ (Candidate) ອິດສຣະ ທີ່ມີຫລາຍສິ່ງທີ່ຄ້າຍຄືກັນ-ໂດຍສະເພາະຢ່າງຍິ່ງ ແມ່ນວ່າ ເຂົາເຈົ້າໄດ້ຮັບເງິນຊ່ອຍເຫຼືອ ຈາກກຸ່ມທີ່ບໍ່ສແວງຫາຜົນກຳໄລ Climate 200.
ເຂົາເຈົ້າ ມີນະໂຍບາຍ ຂອງການກະທໍາ ທີ່ຈະຮັບມືກັບການປ່ຽນແປງຂອງສະພາບອາກາດ, ຄວາມຊື່ສັດສຸດຈຣິດ ທາງການເມືອງ ແລະຫນ້າທີ່ຮັບຜິດຊອບ ເລື່ອງການເງິນ.
ໃນເຂດເລືອກຕັ້ງ Mackellar ໃນ Sydney, Sophie Scamps ທ່ານຫມໍໃນທ້ອງຖິ່ນ ໄດ້ເພີ່ມຈໍານວນຄວາມແຕກຕ່າງ (Margin) ຂອງນາງຈາກ 3 ເປີເຊັນ ເຖິງຫລາຍກວ່າ 10 ເປີເຊັນ, ຫລັງຈາກໄດ້ໄຊຊນະໃນບ່ອນນັ່ງຂອງ Liberal ທີ່ເຄີຍປອດພັຍໃນປີ 2022.
ພ້ອມທັງການຫາສຽງ ໃນບັນຫາໃນທ້ອງຖິ່ນ ເຊັ່ນຖນົນຫົນທາງ ແລະໂຮງຫມໍ, ນາງກ່າວວ່າ ຜູ້ອອກສຽງ ໄດ້ຕອບຮັບ ຕໍ່ການແກ້ປັນຫາ ທີ່ໃຊ້ການໄດ້ ໃນບັນຫາສໍາຄັນ ເຊັ່ນທີ່ຢູ່ອາສັຍ ແລະພະລັງງານ.
"ໃນການສົນທະນາຫລາຍຢ່າງ, ມັນໄດ້ກ່ຽວຂ້ອງ ກັບເລື້ອງທີ່ຢູ່ອາສັຍ ແລະຄວາມບໍ່ສາມາດຈ່າຍໄດ້ ທີ່ຈະອາສັຍຢູ່ໃນ Mackellar ສໍາລັບຊາວຫນຸ່ມ, ສໍາລັບຜູ້ໃຊ້ແຮງງານ. ແລະມັນບໍ່ພຽງແຕ່ ສ້າງຄວາມເສັຍຫາຍສໍາລັບເຂົາເຈົ້າ ທີ່ຕ້ອງຍ້າຍອອກຈາກເຂດນັ້ນ, ແຕ່ຍັງສ້າງຄວາມເສັຍຫາຍ ໃຫ້ແກ່ຊຸມຊົນຂອງເຮົາ ຢູ່ທີ່ນີ້ນໍາອີກ. ສະນັ້ນ ມັນແມ່ນການຕໍ່ສູ້ກັບບັນຫາເຫລົ່ານັ້ນແທ້ໆ. ແລະສິ່ງທີ່ຈຳເປັນນໍາອີກ, ການແກ້ໄຂປັນຫາຢ່າງສ້າງສັນ. ເຮົາມີວິກິດທາງພະລັງງານ. ພວກເຮົາ ກໍາລັງຢູ່ໃນຂັ້ນຕອນຂອງການປ່ຽນແປງ, ການມີແນວຄິດ ທີ່ຂ້າພະເຈົ້າຄິດວ່າ ເປັນການສ້າງສັນທີ່ດີ, ເຊັ່ນການຮຽກຮ້ອງ ໃຫ້ມີການຊ່ອຍເຫລືອຫມໍ້ໄຟ ສໍາລັບບ້ານເຮືອນ ເພື່ອວ່າເຮົາຈະສາມາດປ່ຽນໄຟຟ້າ ທີ່ສະອາດຈາກແສງຕາເວັນ ຢູ່ເທິງຫລັງຄາຂອງຜູ້ຄົນ ແລະປ່ອຍມັນໄປຫາໝໍ້ເກັບໄຟຟ້າ ໃນຕອນກາງຄືນ ເມື່ອມີຄວາມຕ້ອງການສູງ."
ບໍ່ແມ່ນຜູ້ແທນອິດສຣະທຸກຄົນ ໃນສະພາທີ່ ສອດຄ່ອງກັບການເຄື່ອນໄຫວ ຂອງ The Teal ທີ່ໄດ້ຮັບເງິນສນັບສນຸນຈາກ Climate 200.
ບ່ອນນັ່ງໃນເຂດເລືອກຕັ້ງ Calare ຢູ່ພາກຕາເວັນຕົກຂອງ New South Wales, Andrew Gee ອະດີດຜູ້ແທນຂອງພັກ Nationals ແຕ່ເປັນຜູ້ແທນອິດສຣະ ໄດ້ຖືກເລືອກຄືນໃຫມ່ ດ້ວຍຄະແນນທີ່ດີ.
ແລະບ່ອນນັ່ງ ທີ່ເຄີຍປອດພັຍຂອງ Labor ຂອງເຂດ Fowler ໃນພາກຕາເວັນຕົກ ທີ່ມີຄວາມແຕກຕ່າງທາງວັດທະນະທັມຂອງ Sydney ຈະຄົງຢູ່ໃນກໍາມື ຂອງຜູ້ແທນອິດສຣະ Dai Le, ຫລັງຈາກການແຂ່ງຂັນ ອັນໃກ້ຄຽງ ກັບຜູ້ລົງສມັກເລືອກຕັ້ງ (Candidate) ຂອງ Labor, Tu Le.
Shaun Ratcliff ນັກຄົ້ນຄວ້າເລື່ອງການເມືອງກ່າວວ່າ ກຸ່ມຜູ້ແທນອິດສຣະ ແລະ The Teal ຈະຢູ່ທີ່ນີ້ຕໍ່ໄປ ເປັນເວລາດົນນານ, ໂດຍສະເພາະ ໃນບ່ອນນັ່ງທີ່ຮັ່ງມີ ຢູ່ໃນເມືອງ.
"ຂ້າພະເຈົ້າຄິດວ່າ ຜູ້ແທນບາງຄົນ ຈະມີຢູ່ທຸກບ່ອນ. ແລະເຖິງແມ່ນວ່າ ເຂົາເຈົ້າເຮັດເຊັ່ນນັ້ນ, ກໍບໍ່ມີການຮັບປະກັນວ່າ Coalition ຫລື Liberal Party ຈະຊນະບ່ອນນັ່ງເຫລົ່ານີ້ຄືນອີກ. ຂ້າພະເຈົ້າ ສາມາດເຫັນອະນາຄົດ ບ່ອນທີ່ Wentworth ບໍ່ເຄີຍຊນະ ແຕ່ບໍ່ໄດ້ຮັບໄຊຊະນະ ໂດຍ Liberal ອີກໃນໄລຍະກາງ, ຫລືແມ່ນແຕ່ໃນໄລຍະຍາວ. ມັນເປັນໄປໄດ້ ທີ່ເຂົາເຈົ້າ ໄດ້ສູນເສັຍ Wentworth. ບ່ອນນັ່ງອື່ນໆບາງບ່ອນ, ມັນບໍ່ແນ່ນອນ."
ເບິ່ງຄືວ່າ ຄວາມແນ່ນອນ ບໍ່ເຄີຍມີແນ່ນອນຫນ້ອຍລົງມາກ່ອນ ໃນທາງການເມືອງ.
ເນື້ອເລື່ອງໂດຍ Edwina Guinan ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌