ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌
ໂຄງການ 2025 (Project 2025) ແມ່ນຫຍັງ?
ມັນເປັນເອກະສານ ນະໂຍບາຍ ທີ່ພັກ Democrats ໄດ້ອ້າງເຖິງຫຼາຍເທື່ອ ເພື່ອໂຈມຕີ Donald Trump ຕລອດໄລຍະການຫາສຽງເລືອກຕັ້ງ ຂອງສະຫະຣັດອາເມຣິກາ.
Project 2025 ເປັນຄູ່ມື ສໍາລັບການປະຕິຮູບຣັຖບານ ຂອງຝ່າຍຂວາທີ່ຮຸນແຮງ.
Donald Trump ຖືກກ່າວຫາຊ້ຳແລ້ວຊ້ຳອີກ ວ່າໃຊ້ມັນເພື່ອສ້າງນະໂຍບາຍທັງຫມົດຂອງລາວ-ບາງສິ່ງທີ່ Trump ປະຕິເສດໂດຍຕລອດ.
100 ມື້ ໃນການດຳຣົງຕໍາແຫນ່ງ ປະທານາທິບໍດີ, Donald Trump ໄດ້ລົງຊື່ ໃນຄໍາສັ່ງຜູ້ບໍຣິຫານ 139 ສະບັບ (ຈົນຮອດ ວັນທີ 30 ເດືອນເມສາ), ຊຶ່ງຜູ້ຊ່ຽວຊານກ່າວວ່າ ໄດ້ຮັບການດົນໃຈ ຈາກເອກະສານນັ້ນ ຢ່າງຊັດເຈນ.
“ຂ້າພະເຈົ້າ ບໍ່ຮູ້ວ່ານີ້ແມ່ນຫຍັງ, Project 25 ນີ້. ຂ້າພະເຈົ້າ ບໍ່ມີສ່ວນກ່ຽວຂ້ອງກັບມັນ. ຂ້າພະເຈົ້າ ໄດ້ເວົ້າທຸກວິທີທີ່ເປັນໄປໄດ້. ຂ້າພະເຈົ້າ ເຈດຕະນາ ບໍ່ໄດ້ອ່ານມັນ. ຂ້າພະເຈົ້າ ສາມາດອ່ານໄດ້, ແຕ່ຂ້າພະເຈົ້າບໍ່ຢາກເຮັດ.
Trump ອາດບໍ່ໄດ້ອ່ານມັນ, ແຕ່ຫລັງຈາກໄດ້ຮັບຕໍາແຫນ່ງ ໃນເດືອນມັງກອນ, ເກືອບສອງສ່ວນສາມ ຂອງການດຳເນີນການ ຂອງ Donald Trump ໄດ້ສະທ້ອນເຖິງ ຂໍ້ສເນີທີ່ລະບຸໄວ້ ໃນຄຳຖແລງການ ຂອງProject 2025..... ຕາມລາຍງານຂອງວາຣະສານ Time.
Dr Emma Shortis, ຜູ້ອໍານວຍການ ຂອງ International and Security Affairs, ໄດ້ສັງເກດການດຳຣົງຕຳແໜ່ງ ປະທານາທິບໍດີຄັ້ງທີສອງ ຂອງTrump ນັບແຕ່ໄດ້ເຂົ້າຮັບຕໍາແຫນ່ງ ໃນເດືອນມັງກອນ.
“ຂ້າພະເຈົ້າຄິດວ່າ Donald Trump ໄດ້ຮັບເອົາໂຄງການ 2025 (Project 2025) ເກືອບທັງຫມົດ ໃນຣັຖບານຄັ້ງທີ ສອງຂອງລາວ, ແລະເມື່ອທ່ານມາເບິ່ງ ຄວາມສໍາພັນ ລະຫວ່າງໂລກຂອງ Trump ແລະຜູ້ທີ່ຂຽນ ແລະຈັດການ ໂຄງການ 2025 (Project 2025), ນັ້ນບໍ່ໜ້າແປກໃຈເລີຍ.”
ຄຳຖແລງການ ໄດ້ຖືກພິມໃນປີ 2023.
ຖືກພິມເຜີຍແພ່ໂດຍ Heritage Foundation ທີ່ເປັນຝ່າຍຂວາຈັດ, ເອກກະສານ ທີ່ມີຫລາຍກວ່າ 900 ຫນ້າ ຮຽກຮ້ອງໃຫ້ຂນາດຂອງຣັຖບານນ້ອຍລົງ ແລະການປະຕິຮູບສັງຄົມ ຂອງສະຫະຣັດອາເມຣິກາ.
ໃນການສໍາພາດກັບສື່ ຂອງສະຫະຣັດອາເມຣິກາ ຊື່ Politico ໃນເດືອນມິນາ, ອະດີດຜູ້ອໍານວຍການ ຄວບຄຸມໂຄງການ 2025 (Project 2025)ໄດ້ຖືກຖາມວ່າ ຄໍາສັ່ງການບໍຣິຫານ ຂອງ Trump ແມ່ນເປັນໄປຕາມ ວິສັຍທັດ ຂອງລາວຫລືບໍ່.
ຄໍາຕອບຂອງ Paul Dan-ມັນເກີນກວ່າຄວາມຝັນຂອງລາວ.
ໂຄງການ 2025 (Project 2025) ຮຽກຮ້ອງ ໃຫ້ມີການລຶບລ້າງ ຄໍາວ່າ ຄວາມແຕກຕ່າງ (Diversity), ຄວາມສເມີພາບ (Equity) ແລະການມີສ່ວນຮ່ວມ (Inclusion) ໃນຣັຖບານ...ພ້ອມທັງ...
...ການສັ່ງຫ້າມຄົນຂ້າມເພດ (Trans) ເຂົ້າຮັບຣາຊການທະຫານ...
...ກໍາຈັດກະຊວງສຶກສາຂອງຣັຖບານກາງ...
...ແລະໃຫ້ປະທານາທິບໍດີ ຄວບຄຸມລະບົບຣາຊການ ຂອງຣັຖບານກາງ ເກືອບທັງຫມົດ, ຮວມທັງຫນ່ວຍງານອິດສຣະ ເຊັ່ນກະຊວງຍຸດຕິທັມ.
ຖແລງການນັ້ນ ຍັງໄດ້ຮຽກຮ້ອງ ໃຫ້ກໍາຈັດການປົກປ້ອງ ສໍາລັບພະນັກງານຂອງຣັຖບານ ຫລາຍພັນຄົນ.
ເງິນຂອງຣັຖບານກາງ ສໍາລັບພະລັງງານໝູນໃຊ້ໃຫມ່ ຈະຖືກຕັດລົງ, ພ້ອມດ້ວຍຂໍ້ຄວາມ ໃນ Project 2025 ທີ່ ຊຸກຍູ້ປະທານາທິບໍດີຄົນຕໍ່ໄປ ໃຫ້ຢຸດສິ່ງທີ່ອ້າງວ່າ ເປັນສົງຄາມ ກັບນ້ຳມັນແລະ ແກັສທັມມະຊາດ.
ມັນເປັນແນວຄິດທີ່ Trump ໄດ້ພະຍາຍາມເຮັດ ໃນ 100 ມື້ທໍາອິດຂອງລາວ.
Trump ໄດ້ເຮັດຫຼາຍກວ່ານັ້ນ ກ່ຽວກັບການຮຽກຮ້ອງ ຂອງຖແລງການ ທີ່ຈະຫລຸດຈໍານວນໜ່ວຍງານ ຂອງສະຫະຣັດອາເມຣິກາ ສໍາລັບການພັດທະນານາໆຊາດ (International Development) ໃຫ້ຢູ່ໃນລະດັບເງິນທຶນ ກ່ອນໂຣກລະບາດ-ພ້ອມດ້ວຍການເຄື່ອນໄຫວ ທີ່ຈະລຶບລ້າງ USAID ເກືອບທັງຫມົດ.
Professor Matthew Green ຈາກ Catholic University of America ກ່າວວ່າ ການກໍາຈັດໜ່ວຍງານ ບໍ່ໄດ້ເປັນສ່ວນນຶ່ງຂອງ ໂຄງການ 2025 (Project 2025).
“ມີຄໍາແນະນໍາຢ່າງແນ່ນອນ ກ່ຽວກັບການປ່ຽນແປງ ວິທີທີ່ USAID ເຮັດວຽກ ຫລືວິທີ ທີ່ເຮົາກໍານົດ ການໃຫ້ຄວາມຊ່ອຍເຫລືອຕ່າງປະເທດ ທີ່ດີທີ່ສຸດ. ແຕ່ນັ້ນ ຈະເປັນຕົວຢ່າງ ຂອງບາງສິ່ງທີ່ ບໍ່ມີຢູ່ໃນ ໂຄງການ2025 (Project 2025) ແຕ່ເບິ່ງຄືວ່າ ເປັນບາງສິ່ງ ທີ່ມາຈາກ Elon Musk ແລະໂຄງການ DOGE ຂອງລາວ, ຫລືມາຈາກ Trump ເອງ.ຂ້າພະເຈົ້າ ຈະກ່າວວ່າ ມີສະມາຊິກ Republicans ໃນຣັຖບານ ທີ່ຢາກກໍາຈັດ USAID. ສະນັ້ນ, ເຮົາຕ້ອງຈື່ວ່າ ບໍ່ແມ່ນທຸກສິ່ງທີ່ Trump ກໍາລັງເຮັດ ມາຈາກເອກະສານນະໂຍບາຍນີ້.”
Professor Green ກ່າວວ່າ ບັນຫາສໍາຄັນຢ່າງຫນຶ່ງ ທີ່ຖືກກ່າວເຖິງ ຊ້ຳແລ້ວຊ້ຳອີກ ໃນ ໂຄງການ 2025 (Project 2025)-ຊຶ່ງປະທານາທິບໍດີ Trump ຍັງບໍ່ທັນໄດ້ລົງມືເຮັດ-ແມ່ນການແທ້ງລູກ.
ແຕ່ Dr Shortis ເຊື່ອວ່າ Trump ບໍ່ໄດ້ຫຼີກເວັ້ນ ຈາກການຮຽກຮ້ອງ ຂອງໂຄງການ ທີ່ຈະຢັບຢັ້ງການເຂົ້າເຖິງ ການແທ້ງລູກ.
“ຂ້າພະເຈົ້າຄິດວ່າ ລາວລະມັດລະວັງດ້ານການເມືອງ ແລະລໍຖ້າເວລາຂອງລາວ. ໂຄງການ 2025 (Project 2025) ມີການອອກແບບທີ່ຮຸນແຮງ ເລື່ອງສິດທິ ຂອງການສືບພັນ ໃນສະຫະຣັດອາເມຣິກາ. ບົດນໍາຂອງຄຳຖແລງການກ່າວວ່າ ການປ່ຽນຄຳຕັດສິນ ລະຫວ່າງ Roe v Wade ເປັນພຽງແຕ່ການເລີ່ມຕົ້ນ ແລະສິ່ງນັ້ນ ບໍ່ໄດ້ຫາຍໄປ ແລະມັນຈະບໍ່ຫາຍໄປ.”
ນັກວິເຄາະ ໄດ້ເຫັນພ້ອມກັນວ່າ ປະທານາທິບໍດີ ມີຂອບເຂດຈໍາກັດ ທີ່ຈະຕິດຕາມນະໂຍບາຍຂອງ Project 2025 ຫລາຍກວ່າເກົ່າ, ພ້ອມດ້ວຍການຫຼຸດລົງ ຂອງຄວາມກະຕືລືລົ້ນ ຈາກຜູ້ເລືອກຕັ້ງ ແລະອາດຈະມີການໂຕ້ຖຽງກັນ ໃນການເລືອກຕັ້ງ ໃນກາງປີໃນປີໜ້າ.
ແຕ່ Dr Emma Shortis ຍັງກ່າວອີກວ່າ ນີ້ບໍ່ໄດ້ເປັນເວລາການເມືອງປົກກະຕິ.
“ຈະມາຈາກຖານຂອງ Trump-ຊຶ່ງເຫັນວ່າ ໄຊຊນະນີ້ ເປັນໄຊຊນະຂອງຄົນລຸ້ນໃຫມ່-ໂອກາດ ທີ່ຈະດຳເນີນການຕາມຈຸດປະສົງຂອງລຸ້ນ ສໍາລັບຂະບວນການ Conservative.”
ລັກສນະ ທີ່ບໍ່ແນ່ນອນຂອງ Trump ໄດ້ເຮັດໃຫ້ມັນ ເປັນສິ່ງຍາກ ທີ່ຈະຄາດການວ່າ Trump ຈະນໍາໃຊ້ນະໂຍບາຍໃດຕໍ່ໄປ.
ເນື້ອເລື່ອງໂດຍ Tys Occhiuzzi ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌