ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌
ເປັນຫຍັງຄ່າປະກັນພັຍ (Premiums) ຈຶ່ງສູງຂຶ້ນທຸກປີ.
KPMG ກ່ຽວກັບການປະກັນພັຍ ພົບວ່າ ກຳໄລຂອງປະກັນພັຍ ໄດ້ເພີ່ມຂຶ້ນ ໃນປີ 2024 ໃນຂນະທີ່ ຜູ້ບໍຣິໂພກ ໄດ້ເຫັນການເພີ່ມຂຶ້ນຢ່າງຫລວງຫລາຍ ຂອງຄ່າປະກັນ (Premiums).
ແຕ່ເມື່ອທັງຄ່າປະກັນພັຍ (Premiums) ແລະຜົນກຳໄລເພີ່ມຂຶ້ນ, ຜູ້ຊ່ຽວຊານບາງຄົນກ່າວວ່າ ບໍຣິສັດປະກັນພັຍ ສາມາດເຮັດໄດ້ຫລາຍກວ່ານັ້ນ ເພື່ອຮັກສາປະກັນພັຍ ໃຫ້ມີລາຄາບໍ່ແພງ ແກ່ຊາວ.
Sydney Lang ລາຍງານ.
ໃນປີ 2024, ອຸດສະຫະກັມປະກັນພັຍ ຂອງອອສເຕຣເລັຍ ມີກຳໄລປະຈໍາປີ ຫລັງຈາກການເສັຍພາສີ ເປັນຈໍານວນ 6.1 ພັນລ້ານໂດລາ.
ນັ້ນ ແມ່ນສາມເທົ່າ ທີ່ສູງກວ່າອັດຕາສເລັ່ຍ ໃນຫ້າປີ ຊຶ່ງແມ່ນ 2 ພັນລ້ານໂດລາ.
ຈາກການທົບທວນປະຈໍາປີ ຂອງການປະກັນພັຍ ໂດຍບໍຣິສັດທີ່ປຶກສາ KPMG, ຄ່າປະກັນພັຍ (Premiums) ທີ່ເພີ່ມຂຶ້ນ, ສະຖານະການສງົບ ແລະຕລາດການລົງທຶນທີ່ດີຂຶ້ນ ລ້ວນເຮັດໃຫ້ອຸດສາຫະກັມນີ້ ດີຂຶ້ນ.
ໃນປີ 2024, ໂດຍສເລັ່ຍແລ້ວ ລູກຄ້າຈ່າຍຄ່າປະກັນພັຍບ້ານເຮືອນ ເພີ່ມຂຶ້ນ 19.3 ເປີເຊັນ ແລະ 12 ເປີເຊັນ ສຳລັບປະກັນຍານພາຫະນະຫລາຍກວ່າປີທີ່ຜ່ານມາ.
ສະນັ້ນ, ຖ້າຫາກບໍຣິສັດປະກັນພັຍ ມີກຳໄລອັນໃຫຍ່ຫລວງເຊັ່ນນັ້ນ, ເປັນຫຍັງ ລູກຄ້າຈຶ່ງຍັງຕ້ອງ ເສັຍຄ່າປະກັນພັຍເພີ່ມຂຶ້ນ?
Mark Blades ເປັນນັກວິຈັຍປະກັນພັຍ ຂອງກຸ່ມສນັບສນູນ ຜູ້ບໍຣິໂພກ: Choice.
ລາວກ່າວວ່າ ບໍຣິສັດສ່ວນຫລາຍ ຈະໃຫ້ເຫດຜົນ ແກ່ການເພີ່ມຄ່າປະກັນ (Premiums) ໂດຍຊີ້ໄປທີ່ ປັດຈັຍພາຍນອກ.
"ເຂົາເຈົ້າ ຊີ້ໄປທີ່ປັດຈັຍພາຍນອກຫຼາຍຢ່າງ. ຍົກຕົວຢ່າງ, ເຮົາບໍ່ໄດ້ ຜລິດ ຣົດຢູ່ໃນອອສເຕຣເລັຍ, ສະນັ້ນ ເຮົາຈຶ່ງອາສັຍການນຳເຂົ້າ ຈາກຕ່າງປະເທດ ແລະສາຍໂສ້ການຂົນສົ່ງເຫລົ່ານັ້ນ ຖືກລົບກວນ, ທັງຜູ້ ຜລິດຊິ້ນສ່ວນ ໃນທ້ອງຖິ່ນ ແລະຜູ້ຜລິດຊິ້ນສ່ວນ ພາຍນອກນໍາອີກ. ສະນັ້ນ, ບໍຣິສັດປະກັນພັຍ ຈະຊີ້ໄປທີ່ການຊັກຊ້າ ແລະສາຍໂສ້ການຂົນສົ່ງ ທີ່ຊັບຊ້ອນ ແລະສິ່ງທີ່ກໍາລັງເກີດຂຶ້ນ ໃນການຄ້າໂລກໃນເວລານີ້, ມັນເປັນເລື່ອງຫຍຸ້ງຍາກ ທີ່ຈະເວົ້າຢ່າງກົງໄປກົງມາ. ແມ່ນແລ້ວ, ມັນງ່າຍ ທີ່ຈະຊີ້ໄປທີ່ປັດຈັຍພາຍນອກເຫລົ່ານັ້ນ. ໃນການກ່າວວ່າ ຕ້ອງຊອກຫາລູກຄ້າ, ແຕ່ເປັນສິ່ງສໍາຄັນສເມີ ທີ່ຈະບໍ່ເອົາໃຈໃສ່ ກັບຄຸນຄ່າຂອງເຂົາເຈົ້າ. ແຕ່ລະປີ, ເມື່ອທ່ານຕ້ອງຕໍ່ອາຍຸການປະກັນພັຍ, ທ່ານຄວນຊອກຫາບໍຣິສັດປະກັນພັຍອື່ນ ເພື່ອເບິ່ງວ່າ ທ່ານຈະທ້ອນເງິນໄດ້ແນວໃດ ເພື່ອກົດດັນແກ່ບໍຣິສັດປະກັນພັຍ ເພື່ອໃຫ້ແນ່ໃຈວ່າ ເຂົາເຈົ້າບໍ່ພຽງແຕ່ຮັບເອົາ ເງິນຄ່າປະກັນ (Premiums) ຈາກທ່ານເທົ່ານັ້ນ."
ໃນຂນະທີ່ ລາຍງານຂອງ KPMG ກ່າວວ່າ ການກັບຄືນໄປຫາຜົນກຳໄລ ທີ່ສູງຂຶ້ນ ອາດເປັນສັນຍານ ເຖິງການສິ້ນສຸດ ຂອງການເພີ່ມຂຶ້ນຂອງຄ່າປະກັນ (Premiums), ແຕ່ມັນຍັງກ່າວອີກວ່າ ການປ່ຽນແປງສະພາບອາກາດ ຫມາຍຄວາມວ່າ ມັນເປັນໄປບໍ່ໄດ້ ທີ່ຈະຮູ້ວ່າມີຫຍັງເກີດຂຶ້ນ.
ການທົບທວນພົບວ່າ ລາຍໄດ້ຈາກຄ່າປະກັນພັຍ (Premiums) ປະຈໍາປີໄດ້ເພີ່ມຂຶ້ນຈາກ 65.5 ພັນລ້ານໂດລາ ໃນປີ 2023 ເປັນ 68 ພັນລ້ານໂດລາ ໃນປີ 2024.
Julia Davis ເປັນເຈົ້າຫນ້າທີ່ອາວຸໂສ ດ້ານນະໂຍບາຍ ແລະການສື່ສານຢູ່ທີ່ສູນກົດຫມາຍ ດ້ານສິດທິການເງິນ (Financial Rights Legal Centre).
ນາງເວົ້າວ່າ ເຖິງແມ່ນວ່າ ການປ່ຽນແປງຂອງສະພາບອາກາດ ອາດຫມາຍຄວາມວ່າ ກຳໄລຈະຫນ້ອຍລົງ ຈາກຄ່າປະກັນ (Premiums) ບ້ານເຮືອນ ແລະເຄື່ອງເຮືອນ, ແຕ່ມັນບໍ່ແມ່ນພາບຮວມທັງຫມົດ.
"ຂ້າພະເຈົ້າຄິດວ່າ ເມື່ອເຮົາເບິ່ງກຳໄລອັນໃຫຍ່ຫລວງເຫລົ່ານີ້, ສິ່ງທີ່ເຮົາເຫັນ ແມ່ນສະທ້ອນເຖິງ ກຳໄລຂອງປະກັນພັຍທຸກປະເພດ ຂອງເຂົາເຈົ້າ, ບໍ່ວ່າ ຈະເປັນປະກັນພັຍທາງອິນເຕີເນັດ ຫລືປະກັນພັຍ ຄວາມຮັບຜິດຊອບ ຫລືຜລິດພັນອື່ນໆອີກ. ສ່ວນຫລາຍແລ້ວ ເປັນເລື່ອງການຄ້າ. ເຂົາເຈົ້າ ກໍາລັງມີກຳໄລຢ່າງຫລວງຫລາຍ, ແລະເຂົາເຈົ້າອ້າງວ່າ ເຂົາເຈົ້າບໍ່ໄດ້ມີກຳໄລຈໍານວນຫລວງຫລາຍ, ຈາກປະກັນພັຍຂອງຜູ້ບໍຣິໂພກ, ປະກັນພັຍບ້ານເຮືອນ ແລະເຄື່ອງເຮືອນ. ແຕ່ຂ້າພະເຈົ້າຈະຖາມເຂົາຄືນ ກ່ຽວກັບເລື້ອງນັ້ນ. ຄວາມຈິງກໍຄື, ຄ່າປະກັນພັຍ (Premiums) ແມ່ນບໍ່ໂປ່ງໃສແທ້ໆ. ພວກເຮົາບໍ່ເຂົ້າໃຈມັນ. ເຮົາບໍ່ໄດ້ເຫັນມັນ. ມັນບໍ່ໂປ່ງໃສເລີຍ, ແລະມັນກໍຫງຸດຫງິດໃຈຫລາຍ ສໍາລັບຜູ້ບໍຣິໂພກ ເມື່ອຄ່າປະກັນພັຍ (Premiums) ຂອງທ່ານສູງຂຶ້ນເລື້ອຍໆ, ແລະບໍ່ມີຄໍາອະທິບາຍຫຍັງເລີຍ. ເປັນຍັອນວ່າ ເຮືອນຂອງທ່ານເປັນອັນຕະຣາຍຫລາຍກວ່າເກົ່າຫຼືບໍ່, ມີແຜນທີ່ນ້ຳຖ້ວມໃຫມ່ ທີ່ທ່ານບໍ່ຮູ້ ຫຼືບໍ່, ເປັນຫຍັງຄ່າປະກັນພັຍ (Premiums) ຈຶ່ງເພີ່ມຂຶ້ນຢ່າງໄວ?"
Mark Blades ກ່າວວ່າ ບໍຣິສັດປະກັນພັຍ ມັກຈະພົບເຫັນຊ່ອງວ່າງ ໃນລະບົບ, ຊຶ່ງອະນຸຍາດໃຫ້ເຂົາເຈົ້າ ເພີ່ມຄ່າປະກັນພັຍ (Premiums) ຫລາຍກວ່າເກົ່າ.
"ສະນັ້ນ ມາເບິ່ງປະກັນພັຍສຸຂະພາບ, ນີ້ເປັນຕລາດ ທີ່ຖືກຄວບຄຸມແທ້ໆ. ມີເງິນທຶນຊ່ອຍເຫລືອຫລາຍພັນລ້ານໂດລາ ແລະອີກຫລາຍພັນລ້ານໂດລາ ຜ່ານແຮງຈູງໃຈ ດ້ານພາສີ ຈາກເງິນທຶນຂອງຣັຖບານ ໄປຫາເງິນທຶນດ້ານສຸຂະພາບ. ເຮົາຍັງຮູ້ອີກວ່າ ມີຊ່ອງວ່າງຫລາຍຢ່າງ ທີ່ທຶນເງິນສຸຂະພາບໃຊ້ ເພື່ອເພີ່ມຄ່າປະກັນພັຍ (Premiums) ໃຫ້ສູງກວ່າຄ່າສເລັ່ຍ. ເຮົາຍັງຮູ້ອີກວ່າ ບາງທີ ອາດມີບັນຫາບາງຢ່າງ ກ່ຽວກັບຄວາມໂປ່ງໃສ ໃນດ້ານຂອງຜູ້ຄົນ ທີ່ຖືກແຈ້ງໃນຂ່າວວ່າ ເຂົາເຈົ້າມີການເພີ່ມຂຶ້ນໂດຍສເລັ່ຍ, ແຕ່ຕາມຈິງແລ້ວ ເຂົາເຈົ້າໄດ້ເພີ່ມຂຶ້ນ 12ເປີເຊັນ ຫລາຍກວ່າ ທີ່ເຂົາເຈົ້າຄິດ. ສະນັ້ນ, ມີຫລາຍສິ່ງຫລາຍຢ່າງ ທີ່ຣັຖບານ ສາມາດຊຸກຍູ້ ໃຫ້ມີຄວາມໂປ່ງໃສ ແລະກົດລະບຽບຫລາຍກວ່າເກົ່າ."
ໃນຂນະດຽວກັນ, ສະພາອາກາດ (the Climate Council) ໄດ້ເປີດເຜີຍລາຍງານວ່າ ເຂດທີ່ມີຄວາມສ່ຽງສູງ ຂອງພັຍພິບັດທາງພູມອາກາດ ຈະມີຄ່າປະກັນພັຍ (Premiums) ເພີ່ມຂຶ້ນ.
ລາຍງານ ຊື່ At Our Front Door, ກ່າວວ່າ ຄວາມຖີ່ ແລະຄວາມຮ້າຍແຮງຂອງພັຍທັມມະຊາດ ທີ່ກ່ຽວຂ້ອງກັບສະພາບອາກາດ ໃນອອສເຕຣເລັຍ ກໍາລັງເຮັດໃຫ້ຄ່າປະກັນພັຍ ສູງຂຶ້ນທົ່ວປະເທດ.
ການກວດສອບໂດຍ KPMG ກ່າວວ່າ ໂດຍທີ່ມີເຫດການ ທາງສະພາບອາກາດທີ່ ສໍາຄັນພຽງແຕ່ສອງເທື່ອ ແລະບໍ່ມີພັຍທັມມະຊາດ ໃນປີ 2024, ບໍຣິສັດປະກັນພັຍ ໄດ້ສູນເສັຍເງິນ 566 ລ້ານໂດລາ ຈາກ 49,000 ຂໍ້ຮຽກຮ້ອງຄ່າເສັຍຫາຍ (Claims).
ນີ້ເປັນການຫລຸດລົງຢ່າງຫຼາຍ ຈາກປີ 2023 ,ຊຶ່ງບໍຣິສັດປະກັນພັຍ ໄດ້ຈ່າຍເງິນຈໍານວນ 2.356 ພັນລ້ານໂດລາ ໃຫ້ຫຼາຍກວ່າ 143,000 (143,900) ຂໍ້ຮຽກຮ້ອງ (Claims) ຈາກພັຍພິບັດ ແລະເຫດການສໍາຄັນ.
Andrew Hall ເປັນ CEO ຂອງສະພາປະກັນພັຍ ຂອງອອສເຕຣເລັຍ (the Insurance Council of Australia), ກ່າວວ່າ ຖ້າປາດສະຈາກມາດຕະການທີ່ພຽງພໍ ໃນການຈັດການ ກັບຄວາມຍືດຍຸ່ນ ຂອງສະພາບພູມອາກາດ, ຄ່າປະກັນພັຍຂອງບ້ານເຮືອນ ກໍຈະເພີ່ມຂຶ້ນເລື້ອຍໆ.
"ພວກເຮົາ ເຫັນມັນໃນຜົນກຳໄລ ຂອງປະກັນພັຍ, ຜົນກຳໄລຂອງປະກັນພັຍ ໃນອອສເຕຣເລັຍ ໃນໄລຍະຫ້າປີທີ່ຜ່ານມາ. ໃນສາມປີນັ້ນ, ເຮົາໄດ້ເຫັນ ການຂາດທຸນຢ່າງຫລວງຫລາຍ, ໂດຍສະເພາະ ໃນດ້ານບ້ານເຮືອນ ແລະເຄື່ອງເຮືອນ, ທັງຫມົດ ແມ່ນມາຈາກ ເຫດການທາງສະພາບອາກາດ. ພວກເຮົາ ມີຈໍານວນພົນລະເມືອງ ເພີ່ມຂຶ້ນຢ່າງວ່ອງໄວ. ບ້ານເຮືອນເຫລົ່ານັ້ນ ກໍາລັງເຕີບໂຕຂຶ້ນເລື້ອຍໆ ຢູ່ແຄມຝັ່ງຕາເວັນອອກ ໃນບ່ອນທີ່ດິນມີລາຄາຖືກ. ທີ່ດິນນັ້ນ ມີລາຄາຖືກກໍຕ້ອງມີສາເຫດ. ມັນມີນ້ຳຖ້ວມ. ສິ່ງນັ້ນ ມາພ້ອມກັບຄ່າໃຊ້ຈ່າຍ ເມື່ອກ່າວເຖິງການປະກັນພັຍ ຂອງຊັບສິນເຫລົ່ານັ້ນ. ສະນັ້ນ, ໃນອອສເຕຣເລັຍ, ເມື່ອເຮົາກ່າວເຖິງ ບ້ານເຮືອນສຳລັບຜູ້ຄົນຫລາຍຂຶ້ນ, ເຮົາຕ້ອງໃຫ້ແນ່ໃຈວ່າ ບ້ານເຮືອນເຫລົ່ານັ້ນ ຖືກສ້າງຂຶ້ນ ໃນສະຖານທີ່ທີ່ປອດພັຍ, ໃນບ່ອນທີ່ນ້ຳບໍ່ຖ້ວມ, ບ່ອນທີ່ຊັບສິນ ສາມາດຄົງຢູ່ໃນເວລາ ດົນກວ່າຫ້າປີ."
ສໍາລັບຜູ້ບໍຣິໂພກ, Mark Blades ກ່າວວ່າ ພຽງແຕ່ເບິ່ງຫາທາງເລືອກອື່ນ ໃນອິນເຕີເນັດ, ທ່ານກໍສາມາດທ້ອນເງິນ ໄດ້ຫລາຍຮ້ອຍໂດລາ.
"ໃຫ້ຊອກຫາບໍຣິສັດປະກັນພັຍອື່ນ ທຸກປີ ໃນການແຈ້ງບອກ ການຕໍ່ອາຍຸຂອງປະກັນພັຍຂອງທ່ານ. ຖ້າຫາກຂ້າພະເຈົ້າບອກວ່າ ທ່ານສາມາດທ້ອນເງິນໄດ້ ຫລາຍຮ້ອຍໂດລາ ພຽງແຕ່ໃຊ້ເວລາເຮັດວຽກເຄິ່ງມື້, ທ່ານອາດ ເຮັດໄດ້ດີ ຖ້າຫາກທ່ານເບິ່ງອັດຕາເງິນ ແຕ່ລະຊົ່ວໂມງ. ແລະນັ້ນ ເປັນຄວາມຈິງ ຖ້າຫາກທ່ານຄິດ ກ່ຽວກັບປະກັນພັຍບ້ານເຮືອນ, ປະກັນພັຍຣົດ, ປະກັນພັຍສຸຂະພາບ, ຖ້າຫາກທ່ານມີ. ພຽງແຕ່ເບິ່ງສາມສິ່ງເຫລົ່ານີ້ ທ່ານກໍສາມາດທ້ອນເງິນ ໄດ້ຫລາຍຮ້ອຍໂດລາ ແລະທ່ານສາມາດເຮັດໄດ້ ພາຍໃນສອງສາມຊົ່ວໂມງ. ແລະນັ້ນ ແມ່ນພຽງແຕ່ ໂດຍການເຂົ້າໄປໃນອິນເຕີເນັດເທົ່ານັ້ນ. Choice ມີການປຽບທຽບ ສໍາລັບສິ່ງເຫຼົ່ານີ້, ໃຫ້ແນ່ໃຈວ່າ ທ່ານກໍາລັງເບິ່ງ ການປະກັນທີ່ເທົ່າກັນ ຫລືຫນ້ອຍກວ່າ ຖ້າຫາກທ່ານຕ້ອງການ. ແລະໃຫ້ແນ່ໃຈວ່າ ເມື່ອທ່ານປຽບທຽບ ບໍຣິສັດປະກັນພັຍ ວ່າທ່ານກໍາລັງເບິ່ງຄູ່ແຂ່ງ ທີ່ແຕກຕ່າງກັນ."
ສໍາລັບອຸດສະຫະກໍາປະກັນພັຍເອງ, Julia Davis ກ່າວວ່າ ຈໍາເປັນຕ້ອງມີການຄວບຄຸມຫລາຍຂຶ້ນ.
"ສະນັ້ນ ພວກເຮົາຈຶ່ງໄດ້ຮຽກຮ້ອງ ໃຫ້ຣັຖບານ ຈັດຕັ້ງອົງການຄວບຄຸມລາຄາປະກັນພັຍ ແຫ່ງຊາດ ຢ່າງຖາວອນ. ພວກເຮົາ ພຽງແຕ່ຄິດວ່າ ອຸດສະຫະກັມປະກັນພັຍທົ່ວໄປ ບໍ່ໄດ້ບັນລຸຄວາມຄາດຫວັງ ຂອງຊຸມຊົນ ເມື່ອກ່າວເຖິງ ການກຳໜົດລາຄາ ແລະຕ້ອງການ ການຄວບຄຸມຫລາຍກວ່າເກົ່າ"
ເນື້ອເລື່ອງໂດຍ Sydney Lang ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌