ມະເຮັງຜິວໜັງ (Melanoma)ໃນຊ່າວໜຸ່ມ ອອສເຕຣເລັຍ

Melanoma or skin cancer

ຮູບຈຳລອງຂອງໂຣກມະເຮັງຜິວໜັງ. Source: iStockphoto / ttsz/Getty Images

ເຖິງແມ່ນວ່າຈະມີການຣົນນະຣົງໃນການປ້ອງກັນມະເຮັງຜິວໜັງໃນ ອອສເຕຣເລັຍ ເປັນເວລາຫຼາຍສິບປີແລ້ວ, ແຕ່ຊາວໜຸ່ມສມັຍນີ້ຍັງ ບໍ່ມີຄວາມຕື່ນໂຕ ຕໍ່ ອັນຕະຣາຍຂອງ ໂຣກນີ້. ຜູ້ຊ່ຽວຊານກ່າວວ່າ ອິດທິພົນຂອງ ສື່ສານມວນຊົນ ເປັນສາເຫດຫຼັກຂອງປັນຫານີ້.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌:

ມະເຮັງຜິວໜັງ (Melanoma)ໃນຊ່າວໜຸ່ມ ອອສເຕຣເລັຍ.

ສອງໃນສາມຄົນ ຂອງຊາວອອສເຕຣເລັຍ ຈະໄດ້ຮັບການກວດພົບວ່າ ເປັນໂຣກມະເຮັງຜິວຫນັງບາງຮູບແບບ ໃນຊີວິດຂອງເຂົາເຈົ້າ, ໂດຍຈະມີຄົນຫນຶ່ງ ຕາຍດ້ວຍ () ທຸກໆຫົກຊົ່ວໂມງ.

ຄວາມກ້າວຫນ້າທີ່ສໍາຄັນ ໃນການປິ່ນປົວ ໄດ້ຫລຸດຈໍານວນການຕາຍລົງເຄິ່ງຫນຶ່ງ ນັບແຕ່ປີ 2010 - ແຕ່ຄຳເຕືອນເລື່ອງຄວາມປອດພັຍ ຂອງແສງແດດ ບໍ່ໄດ້ເຂົ້າໄປໃນສມອງ ສໍາລັບຄົນຫນຸ່ມ.

ແລະໃນຂນະທີ່ ອັດຕາຂອງ Melanoma ເພີ່ມຂຶ້ນເລື້ອຍໆ, ຜູ້ຊ່ຽວຊານກ່າວວ່າ ສື່ສານມວນຊົນ ກໍາລັງຂັບເຄື່ອນແນວໂນ້ມ ທີ່ເປັນອັນຕະຣາຍ.

Camille Bianchi ມີລາຍງານ.

ເວົ້າຄໍາງ່າຍໆເຫລົ່ານີ້: 'Slip, Slop, Slap! ມັນຄ້າຍກັບເປັນລົມພັດ ເມື່ອທ່ານເວົ້າແບບນັ້ນ.... Slip, Slop, Slap! ໃນກາງແດດ ໃນລະດູຮ້ອນນີ້ ໃຫ້ເວົ້າວ່າ 'Slip, Slop, Slap! 'Slip, Slop, Slap!'

ໃນປີ 1981, ໂຄງການ Slip, Slop, Slap ທີ່ໂດ່ງດັງ ໄດ້ເກີດຂຶ້ນໃນໜ້າຈໍ ແລະຄື້ນວິທຍຸ ຂອງພວກເຮົາ.

Sid the Seagull ໄດ້ຖືກເກນມາ ເພື່ອຊຸກຍູ້ຊາວອອສເຕຣເລັຍ ໃຫ້ຊອກຫາ ການປົກປ້ອງ ຈາກຄວາມເສັຍຫາຍ ຈາກຣັງສີ ultraviolet ຫຼື U-Vຈາກແສງຕາເວັນ.

ເປັນເວລາ 44 ປີແລ້ວ (ນັບແຕ່ເດືອນມັງກອນ 2025) ແລະສະພາໂຣກມະເຮັງ ຂອງອອສເຕຣເລັຍ (the Cancer Councils of Australia) ແລະສຳນັກງານສະຖິຕິ (Bureau of Statistics-ABS) ໄດ້ເຮັດການຄົ້ນຄວ້າ ທີ່ສະແດງໃຫ້ເຫັນວ່າ ໃນຂນະ ທີ່ຍັງໄດ້ຍິນເພງຢູ່ ແຕ່ເບິ່ງຄືວ່າຂໍ້ຄວາມໄດ້ຫລຸດລົງ.

ສາດສະດາຈານ Anne Cust ສຶກສາເລື່ອງໂຣກມະເຣັງ ໃນປະຊາກອນ ໃນຖານະເປັນ Epidemiologist ແລະຫົວຫນ້າ ຂອງຄນະກັມມະການ ໂຣກມະເຮັງຜິວຫນັງ ແຫ່ງຊາດ ຂອງສະພາໂຣກມະເຮັງ.

"ຫນຶ່ງໃນຫ້າຄົນຫນຸ່ມ ຂອງອອສເຕຣເລັຍ ໄດ້ພະຍາຍາມອາບແດດ ໃນປີທີ່ຜ່ານມາ ແລະມີພຽງແຕ່ເຄິ່ງຫນຶ່ງ ຂອງຊາວອອສເຕຣເລັຍເທົ່ານັ້ນ ທີ່ໃຊ້ເຄື່ອງປ້ອງກັນແສງແດດ ຢ່າງພຽງພໍ."

ແນວໂນ້ມທີ່ຫນ້າເປັນຫ່ວງນີ້ ເກີດຂຶ້ນໃນຂນະທີ່ ອັດຕາການເປັນໂຣກມະເຮັງຜິວໜັງ (Melanoma) ຍັງຄົງເພີ່ມຂຶ້ນເລື້ອຍໆ - 16,800 ຄົນມີແນວໂນ້ມ ທີ່ຈະຖືກພົບໃນປີນີ້ - ຫນຶ່ງຄົນໃນທຸກໆສາມສິບນາທີ.

ຄົນລຸ້ນ Z ໄດ້ຮັບການສຶກສາ ກ່ຽວກັບຄວາມປອດພັຍ ຂອງແສງແດດ-ສະນັ້ນ ເປັນຫຍັງ ຊາວອອສເຕຣເລັຍທີ່ອາຍຸນ້ອຍກວ່າ ຈຶ່ງບໍ່ປະຕິບັດຕາມກົດນັ້ນ?

Doctor Stephen Dann-ຜູ້ຊ່ຽວຊານ ເລື່ອງການຄ້າ ທີ່ມະຫາວິທະຍາໄລແຫ່ງຊາດອອສເຕຣເລັຍ (the Australian National University)-ກ່າວວ່າ ສື່ສານມວນຊົນ ເປັນສາເຫດສໍາຄັນ.

"ສິ່ງທໍາອິດຄື ເຂົາເຈົ້າເປັນຜູ້ບໍຣິໂພກຫນຸ່ມ ທີ່ຖືກຂັບເຄື່ອນໂດຍ ຜົນສະທ້ອນໃນທັນທີ. ຂ້ອຍມີຜິວຫນັງສີທອງ, ຂ້ອຍເບິ່ງຄືສວຍງາມ ສໍາລັບຕົວເອງ ແລະຜູ້ຄົນຮອບຂ້າງຂ້ອຍ. ຂ້ອຍເບິ່ງດີ. ຂ້ອຍຮູ້ສຶກດີ. ຂ້ອຍມີຜົນທີ່ຈະຕາມມາຫາຂ້ອຍ ໃນ 35 ປີຂ້າງໜ້າ. ນັ້ນຄືບັນຫາຂອງຂ້ອຍໃນອະນາຄົດ."

ສາດສະດາຈານ Georgina Long, Australian of the Year ປີ 2024, ເປັນຜູ້ຊ່ຽວຊານ ອັນດັບຫນຶ່ງຂອງໂລກ ໃນການຄົ້ນຄວ້າມະເຮັງຜິວໜັງ (Melanoma).

ນາງຮູ້ສຶກຫງຸດຫງິດໃຈ ກັບກົດທີ່ກ່ຽວກັບ ສິ່ງທີ່ຜູ້ມີອິດທິພົນ ທາງອອນລາຍ ໃນອອສເຕຣເລັຍ ສາມາດໂຄສະນາທາງອິນເຕີເນັດໄດ້.

ເຂົາເຈົ້າ ບໍ່ສາມາດໂຄສະນາຜລິດຕະພັນ ທີ່ມີລະດັບຂອງ SPF ຮວມທັງຄຣີມກັນແສງແດດ, ແຕ່ເຂົາເຈົ້າ ສາມາດໃຊ້ຖານ (Platform) ຂອງເຂົາເຈົ້າ ເພື່ອແບ່ງປັນຂໍ້ມູນ ກ່ຽວກັບສິນຄ້າ ທີ່ບໍ່ເປັນການປິ່ນປົວ, ເຊັ່ນສານ ເຮັດໃຫ້ຜິວໜັງປ່ຽນສີໄດ້ໄວ.

"ຜູ້ຄົນ ຈຶ່ງເອົາຄຣີມເຫລົ່ານີ້ ໃສ່ຕອນໄປຕາກແດດ ແລະເຮັດໃຫ້ຜິວຫນັງ ເປັນສີທອງໄວຂຶ້ນ. ນັ້ນເປັນອັນຕະຣາຍ, ນັ້ນເປັນສານກໍ່ມະເຮັງ, ນັ້ນຄື ສາເຫດຂອງມະເຮັງ. ເຮົາຕ້ອງການກົດຫມາຍກ່ຽວກັບເລື່ອງນີ້ຫຼືບໍ່? ເຮົາຈໍາເປັນ ຕ້ອງເພີ່ມມາດຕະການ ກ່ຽວກັບການໂຄສະນາ ຄຣີມກັນແສງແດດ ທີ່ດີຫຼືບໍ່. ໃນເວລານີ້, ຢາປ້ອງກັນແສງແດດທີ່ດີ, ເຮົາບໍ່ສາມາດໂຄສະນາໄດ້."

ນັບແຕ່ປີ 2022, ອົງການ the Therapeutic Goods Administration (TGA) ໄດ້ສັ່ງຫ້າມຄຳຮັບຮອງແນະນຳ (Testimonials) ໃນສື່ສານມວນຊົນ ກ່ຽວກັບຜລິດຕະພັນ ຫລືອຸປະກອນ ທີ່ອ້າງວ່າມີປໂຍດ ທາງການແພດ ຫລືການປິ່ນປົວ-ຮວມທັງ ການດູແລຜິວຫນັງ ແລະວິຕາມິນ.

ກົດນີ້ ສາມາດໃຊ້ໄດ້ ກັບຄໍາອະທິບາຍຄຸນສົມບັດ ຂອງຜລິດຕະພັນ ທີ່ມີການປົກປ້ອງ SPF ລວມທັງຄຣີມກັນແສງແດດ.

Dr Dann ກ່າວວ່າ ກົດທີ່ຖືກອອກແບບ ເພື່ອປົກປ້ອງຜູ້ບໍຣິໂພກ ອາດມີຜົນໃນດ້ານກົງກັນຂ້າມ.

"ເຂົາເຈົ້າ ເປັນຫ່ວງ ກ່ຽວກັບຄວາມປົນເປື້ອນຂອງອາຫານ, ຫລືບາງຄົນ ໄດ້ຮັບການສເນີ ວິທີປິ່ນປົວ ທີ່ຫນ້າອັດສະຈັນສໍ າລັບສິ່ງທີ່ບໍ່ສາມາດປິ່ນປົວໄດ້. ຄຣີມກັນແສງແດດນັ້ນ ໄດ້ກາຍເປັນທີ່ນິຍົມ ເພາະຜົນສະທ້ອນທີ່ຫນ້າເສັຍໃຈ ຂອງນະໂຍບາຍທີ່ດີ, ແຕ່ການນໍາໃຊ້ທີ່ບໍ່ດີ."

ໃນຂນະທີ່ ແນວໂນ້ມຂອງ TikTok, ຮວມທັງ Hashtag (#) ຜິວໜັງ ທີ່ຖືກເຜົາໄຫມ້ຈາກແສງແດດ ໄດ້ຍອດການເຂົ້າໄປເບິ່ງ ຫລາຍຮ້ອຍລ້ານເທື່ອ (200ລ້ານ+)- ສະພາໂຣກມະເຮັງ ກໍາລັງຕໍ່ສູ້ ດ້ວຍໂຄງການ End the Trend.

ຜູ້ມີອິດທິພົນ ໃນສື່ສານມວນຊົນ ທີ່ມີຊື່ສຽງ ຫົກຄົນ ຂອງອອສເຕຣເລັຍ ໄດ້ໃຊ້ເວລາໃນເດືອນທີ່ຜ່ານມາ (ເດືອນມິນາ2025) ຫລີກເວັ້ນຈາກແສງແດດ, ປະຕິເສດສີຜິວຫນັງປອມ ແລະພາຜູ້ຕິດຕາມ ຂອງເຂົາເຈົ້າ ອອກຈາກແສງແດດ.

Tayla Broad ຜູ້ມີອິດທິພົນທາງອິນເຕີເນັດ ໄດ້ຖືກກະຕຸ້ນ ໃຫ້ສິ້ນສຸດແນວໂນ້ມ, ເພາະນາງໄດ້ເຫັນວ່າ ໂຣກມະເຮັງຜິວຫນັງ ສົ່ງຜົນກະທົບຕໍ່ຄົນທີ່ນາງຮັກ.

"ເຮົາທຸກຄົນ ສາມາດຮູ້ໄດ້ວ່າ ວັດທະນະທັມຂອງຜິວສີທອງ ສາມາດສ້າງຄວາມເສັຍຫາຍ ຫລາຍຂນາດໃດ, ແມ່ນແຕ່ ກັບສີຜິວຫນັງປອມ. ສະນັ້ນ ຈົ່ງມາຮ່ວມກັບຂ້າພະເຈົ້າ ໃນການເດີນທາງນີ້ ເພື່ອທ້າທາຍວິທີທີ່ເຮົາເບິ່ງຜິວສີທອງ ແລະເປັນຫຍັງ ເຮົາຈຶ່ງຮູ້ສຶກວ່າ ຕ້ອງອາບແດດເພື່ອຜິວສີທອງ ຈຶ່ງຈະສວຍງາມ."

ສາດສະດາຈານ Cust ເຫັນຄວາມຂັດແຍ່ງ ໃນການຟອກສີຜິວຫນັງ ທີ່ນິຍົມຊົມຊອບ ໃນອິນເຕີເນັດ ທີ່ເນັ້ນຄວາມສວຍງາມ.

"ລັງສີ UV ທີ່ທ່ານໄດ້ຮັບຈາກແສງແດດ, ມີລັງສີ UV ຫຼາຍຊະນິດ. UVA ຮັບຜິດຊອບ ຕໍ່ຄວາມເຖົ້າແກ່ຫຼາຍຢ່າງ ທີ່ເຮົາເຫັນ ຈາກການສຳຜັດກັບແສງແດດ ແລະ UVB ຮັບຜິດຊອບຕໍ່ ການເຜົາໄຫມ້ຫຼາຍ. ສະນັ້ນ,ຖ້າຫາກທ່ານວັງວົນ ກັບເລື່ອງຄວາມສວຍງາມ, ມັນຈະດີກວ່າ ທີ່ຈະຫລີກເວັ້ນຈາກແສງແດດ."

ສາດສະດາຈານ Long ໄດ້ເປັນຜູ້ບຸກເບີກ ແລະນໍາພາການຄົ້ນຄວ້າ ເລື່ອງການປິ່ນປົວພູມຕ້ານທານ ສໍາລັບມະເຮັງຜິວໜັງ (Melanoma) ທີ່ຫມາຍຄວາມວ່າ ການກວດພົບທີ່ຮ້າຍແຮງ ທີ່ສາມາດເຮັດໃຫ້ເຖິງຕາຍ ໃນປີ 2010, ບັດນີ້ ມີໂອກາດຫລາຍກວ່າ ຫ້າສິບສ່ວນຮ້ອຍ ທີ່ຈະປິ່ນປົວໄດ້.

"ມີການຈັບມື ທີ່ຈຸລັງມະເຮັງ ຈະຍື່ນໃຫ້ລະບົບພູມຕ້ານທານ ຫຼືຈຸລັງພູມຕ້ານທານ ເພື່ອຈຸລັງພູມຕ້ານທານ ຈະເວົ້າວ່າ 'ນີ້ແມ່ນຫມູ່ຂອງຂ້ອຍ ນີ້ແມ່ນຄອບຄົວຂອງຂ້ອຍ. ຂ້ອຍຈະບໍ່ຂ້າເຈົ້າ. 'ແຕ່ຢາເຫລົ່ານີ້, ຢາຢັບຢັ້ງການກວດສອບ, ຂັດຈັງຫວະການຈັບມື ແລະປ່ອຍໃຫ້ຈຸລັງ T ພູມຕ້ານທານເຫລົ່ານັ້ນ ຂ້າຈຸລັງມະເຮັງ Melanoma. ສະນັ້ນ, ຢາທີ່ພວກເຮົາໄດ້ເລີ່ມຕົ້ນໃຊ້ ໃນໄລຍະປີ 2010 ນັ້ນ ໄດ້ປ່ຽນວິທີ ທີ່ພວກເຮົາປິ່ນປົວ Melanoma ໃນເວລາຕໍ່ມາ."

ມັນເປັນຄວາມສໍາເລັດທີ່ຍິ່ງໃຫຍ່ ທີ່ນາງແລະເພື່ອນຮ່ວມງານຂອງນາງ ໄດ້ປະສົບ.

ແຕ່ສາດສະດາຈານ Long ໄດ້ເຫັນດີ ກັບຜູ້ຊ່ຽວຊານອື່ນໆວ່າ ການປ້ອງກັນ ເປັນການປິ່ນປົວທີ່ດີທີ່ສຸດ-ແລະການປ້ອງກັນ ທີສອງແມ່ນການກວດເບິ່ງຜິວຫນັງ.

ເຄື່ອງມື ປະເມີນຄວາມສ່ຽງຂອງ Melanoma ທາງອິນເຕີເນັດ ມີຢູ່ທີ່ melanomarisk.org.au.

"ມັນຈະບອກທ່ານວ່າ ທ່ານມີຄວາມສ່ຽງປານກາງຫລືບໍ່. ສະນັ້ນ, ສໍາລັບຜູ້ຍິງທີ່ໄດ້ເຕີບໂຕຂຶ້ນໃນ New  South Wales ແມ່ນປະມານສາມເປີເຊັນ. ຟັງຄືວ່າເລັກນ້ອຍ ແຕ່ນັ້ນເປັນການສ່ຽງໂດຍສເລັ່ຍ. ແທ້ຈິງແລ້ວ ນັ້ນບໍ່ແມ່ນຄ່າສເລັ່ຍທີ່ຕ່ຳ. ການມີອັດຕາສ່ຽງ ສາມເປີເຊັນ ຕລອດຊີວິດ ຂອງການເປັນໂຣກມະເຮັງ, ນັ້ນບໍ່ຕ່ຳເລີຍ. ແລະນັ້ນເປັນພຽງຜູ້ຍິງທົ່ວໄປໃນ New South Wales."

ເນື້ອເລື່ອງໂດຍ  Camille Bianchi ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ 

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່

Share