ສຳນວນການເມືອງ ອອສເຕຣເລັຍ ທີ່ຄວນຮູ້

"Democracy Sausage"

A democracy sausage ready to be eaten on election day. Source: AAP

ສຳຣັບຫຼາຍຄົນແລ້ວ, ສຳນວນພາສາອັງກິດກໍຍາກທີ່ຈະເຂົ້າໃຈ ແຕ່ວ່າສຳນວນທາງການເມືອງທີ່ເປັນພາສາອັງກິດແລ້ວ ອາດຈະເຂົ້າໃຈຍາກກວ່າປົກກະຕິ, ມາທຳຄວາມເຂົ້າໃຈກັບສຳນວນທີ່ເຮົາອາດຈະໄດ້ຍິນໂດຍສະເພາະໃນລະຫວ່າງການຫາສຽງກ່ອນການເລືອກຕັ້ງໃນປີນີ້.


ນັກການເມືອງ ອອສເຕຣເລັຍ, ນັກຂ່າວ, ແລະ ຜູ້ອະທິບາຍທາງການເມືອງ ໃຊ້ສໍານວນຢ່າງເຊັ່ນ 'ການລົງຄະແນນສຽງຕ່ຳກວ່າເສັ້ນ' ແຕ່ວ່ານັ້ນມັນຫມາຍຄວາມວ່າຢ່າງໃດ?

ຈາກ “ໃສ້ອົ່ວປະຊາທິປະໄຕ” ຈົນເຖິງ “ຖັງໝູ“, ຜູ້ຊ່ຽວຊານ ແຍກແຍະຄໍາເວົ້າແລະສໍານວນ ທີ່ພວກເຮົາຈະໄດ້ຍິນຫລາຍຂຶ້ນ ໃນຂະນະທີ່ການເລືອກຕັ້ງຂອງ ຣັຖບານໃກ້ເຂົ້າມາ. Monique Pueblos ລາຍງານ.

ຈາກ “ການລົງຄະແນນສຽງຂອງລາ (donkey vote)” ເຖິງ “hustings”, “incumbency”, “pork barrelling”, ມີຫຼາຍສໍານວນທີ່ຖືກນໍາໃຊ້ເລື້ອຍໆ ທຸກຄັ້ງທີ່ການເລືອກຕັ້ງຈະມາເຖິງ, ແຕ່ວ່າ ຄຳເວົ້າເຫຼົ່ານີ້ ຫມາຍຄວາມວ່າແນວໃດແລະມາຈາກໃສ? 

ໃນຂະນະທີ່ຫຼາຍຄົນບໍ່ໄດ້ຄຶດຫຍັງຫຼາຍກັບສຳນວນເຫຼົ່ານີ້, ແຕ່ສໍາລັບຫຼາຍຄົນໃນຊຸມຊົນຂອງພວກເຮົາ, ພາສາການເມືອງອາດຈະຟັງຄືພາສາຕ່າງດ້າວ.

Algene Cruz ວິສະວະກອນໄຟຟ້າທີ່ ເມືອງ Brisbane, ລາວໄດ້ຍົກຍ້າຍມາຢູ່ ອອສເຕຣເລັຍ ຈາກຟີລິບປິນ ເມື່ອສາມປີກ່ອນ ແລະ ຍັງມີບັນຫາ ກັບຄໍາເວົ້າທາງການເມືອງຢູ່.

"ຂ້ອຍບໍ່ສາມາດເຂົ້າໃຈຄໍາເວົ້າ slang ເກືອບທັງຫມົດ. ມັນເປັນເລື່ອງ ຕະຫລົກຫນ້ອຍຫນຶ່ງ ເພາະວ່າຕອນ ທີ່ຂ້ອຍເວົ້າກັບຊາວ ອອສເຕຣເລັຍ ແລະ ເວລາເຂົາເຈົ້າໃຊ້ slang, ບາງເທື່ອມັນກໍເຮັດໃຫ້ຂ້ອຍຕ້ອງໃຊ້ເວລາ ທີ່ຈະເຂົ້າໃຈໃນສິ່ງທີ່ເຂົາເຈົ້າເວົ້າແທ້ໆ. ແຕ່ມັນກໍຈະເປັນການດີຖ້າຫາກວ່າ ຂ້ອຍລຶ້ງຫູກັບຄຳເວົ້າເຫຼົ່ານັ້ນ. ແລ້ວຂ້ອຍຈຶ່ງຈະເຂົ້າໃຈໄດ້ຫຼາຍຂຶ້ນໃນສິ່ງທີ່ພວກເຂົາເວົ້າ."

ສະນັ້ນ ໃຫ້ເຮົາແຍກແຍະຄໍາທີ່ໃຊ້ກັນທົ່ວໄປບາງຄໍາ ທີ່ທ່ານອາດໄດ້ຍິນ ຕອນໃກ້ການເລືອກຕັ້ງຂອງຣັຖບານ ໂດຍເລີ່ມຈາກ 'ໃສ້ອົ່ວປະຊາທິປະໄຕ' - ແມ່ນຫຍັງ?

ຄໍາຕອບສັ້ນໆແມ່ນ sandwich sausage  ຫຼື ເຂົ້າຈີ່-ໃສ້ອົ່ວ ທີ່ຮູ້ກັນອີກວ່າເປັນ sausage sizzle ຫຼື ໃສ້ອົ່ວປີ້ງ,ຊຶ່ງຜູ້ໄປເລືອກຕັ້ງສາມາດ ຫາໄດ້ຢູ່ທີ່ບ່ອນເລືອກຕັ້ງ ຂອງວັນເລືອກຕັ້ງ, ແຕ່ວ່າມັນຍັງມີຄວາມໝາຍຫລາຍກວ່ານັ້ນ.

Judith Brett ສາດສະດາຈານແລະນັກປະພັນ ຂອງ Trobe University ກ່າວວ່າ ສໍາລັບສໍານວນເຫຼົ່ານັ້ນ ມັນມີຕົ້ນກໍາເນີດທີ່ຫນ້າສົນໃຈ, ເຊິ່ງໄດ້ເກີດຂຶ້ນປະມານປີ 2012.

“ຊາວຫນຸ່ມກຸ່ມຫນຶ່ງໃນສື່ສັງຄົມອອນລາຍໄດ້ໃຊ້ຄໍາວ່າ sandwich sausage  ຫຼື “ເຂົ້າຈີ່-ໃສ້ອົ່ວ” ເພື່ອເວົ້າເຖິງບ່ອນທີ່ເປັນໄປໄດ້ທີ່ຈະຊື້ ໃສ້ອົ່ວ ສໍາລັບອາຫານເຊົ້າ ໃນຕອນໄປລົງຄະແນນສຽງ ແລະສຳນວນນັ້ນກໍເລີຍເປັນທີ່ຕິດປາກໃນເວລາຕໍ່ມາ.”

ມາເບິ່ງສໍານວນ 'ການລົງຄະແນນສຽງລາຫຼືdonkey vote'. ກົງກັນຂ້າມກັບ ຄວາມເຊື່ອທີ່ວ່າມັນເປັນການລົງຄະແນນສຽງ ທີ່ບໍ່ເປັນທາງການ, ແທ້ຈິງແລ້ວ ມັນແມ່ນ ການລົງຄະແນນສຽງທີ່ເປັນທາງການ.

" 'ການລົງຄະແນນສຽງລາຫຼືdonkey vote' ແມ່ນການລົງຄະແນນສຽງທີ່ມີຜົນສັກສິດ. ແຕ່ເຮົາຄິດວ່າລາເປັນສັດທີ່ໂງ່. ສະນັ້ນແນວຄວາມຄິດຄືມີຄົນເຂົ້າໄປໃນສະຖານທີ່ລົງຄະແນນສຽງ, ເຂົ້າໄປໃນຕູ້ປ່ອນບັດ, ແລະຄິດວ່າ, ຂ້ອຍບໍ່ຮູ້ວ່າມີຫຍັງເກີດຂຶ້ນໃນເລື່ອງການເມືອງ, ຂ້ອຍບໍ່ສົນໃຈ, ຂ້ອຍພຽງແຕ່ເຮັດສິ່ງທີ່ງ່າຍທີ່ສຸດແລະໄວທີ່ສຸດເພື່ອໃຫ້ໄດ້ອອກຈາກທີ່ນີ້."

ນັ້ນແມ່ນຜູ້ອອກຄວາມເຫັນທາງການເມືອງ ແລະ ຮອງສາສດາຈານ ຂອງ ມະຫາວິທະຍາ ໄລ Griffith ທ່ານ Paul Williams.

ສິ່ງທີ່ໄວທີ່ສຸດ ແລະ ງ່າຍທີ່ສຸດ ຕາມປົກກະຕິແລ້ວ ຫມາຍຄວາມວ່າ ຄົນເລີ່ມຕົ້ນ ຢູ່ເບື້ອງເທິງ ແລະ ພວກເຂົາຂຽນໂຕເລກ ລົງໃນຫນ້າເຈັ້ຍ ໃນລຳດັບຕົວເລກ , ຈົນກວ່າພວກເຂົາເຈົ້າ ໄປເຖິງບ່ອນສຸດທ້າຍໂດຍບໍ່ໄດ້ຄິດ ຫຍັງກ່ຽວກັບສິ່ງທີ່ພວກເຂົາກໍາລັງເຮັດ ຫຼືວ່າພວກເຂົາເຈົ້າກໍາລັງເລືອກເອົາຜູ້ໃດ .

ຄໍາວ່າ 'ສະພາແຂວນຫຼື'hung parliament' ແມ່ນອີງໃສ່ແນວຄວາມຄິດດຽວກັນກັບ ຄນະຕຸລາການ ຫຼື ຄນະລູກຂຸນ ທີ່ບໍ່ສາມາດຕັດສິນຄະດີໄດ້. ແຕ່ຢູ່ໃນສະພາແຫ່ງຊາດແລ້ວ, ມັນຫມາຍຄວາມວ່າບໍ່ມີພັກໃດມີບ່ອນນັ່ງດ້ວຍສຽງສ່ວນໃຫຍ່, ດັ່ງນັ້ນບໍ່ມີພັກໃດສາມາດທີ່ຈະຕັ້ງຣັຖບານ ແລະສາມາດຄວບຄຸມສະພາແຫ່ງຊາດໄດ້ດ້ວຍຕົນເອງ.

ດັ່ງນັ້ນ, ພວກເຂົາເຈົ້າຈຶ່ງຕ້ອງອາໃສ ການສະຫນັບສະຫນູນຈາກພັກອື່ນໆ ແລະຜູ້ສະຫມັກອິດສະລະ.

ທ່ານອາດໄດ້ຍິນ ທ່ານ Scott Morrison ແລະ ທ່ານ Anthony Albanese 'ຢູ່ໃນ hustings'.

ຄໍາວ່າ hustings ແມ່ນຄໍາສັບພາສາອັງກິດ, ເຊິ່ງຖືກນໍາມາໃຊ້ໃນອອສເຕຣເລັຍ ໃນຂະນະທີ່ປະເທດອອສເຕຣເລັຍໄດ້ຮັບເອົາຣະບົບການເມືອງ Westminster ຂອງອັງກິດ.

'ຢູ່ໃນ hustings' ນັ້ນແມ່ນ ການຫາສຽງເລືອກຕັ້ງ.

ຄຳວ່າ  “ຜູ້ດຳຣົງຕຳແໜ່ງ (incumbent)” ແລະ  “ການດຳຣົງຕຳແໜ່ງ(incumbency)” ເດ?

ພວກເຮົາຈະໄດ້ຍິນຄຳເຫຼົ່ານີ້ ໃນຊ່ວງເວລາເລືອກຕັ້ງ ແລະ “ຜູ້ດຳຣົງຕຳແໜ່ງ” ກໍເປັນພຽງຜູ້ທີ່ເຮັດວຽກໃນຕຳແໜ່ງນັ້ນ.

ທ່ານ Dr Williams ກ່າວວ່າ ແນວຄວາມຄິດໃນດ້ານການເມືອງແມ່ນວ່າ “ການດຳຣົງຕຳແໜ່ງ ຫຼື incumbency” ມີຂໍ້ໄດ້ປຽບໃນຖານະ “ຜູ້ດຳຣົງຕຳແໜ່ງ” ຊຶ່ງພັກຮ່ວມ Liberal-National ໃນຣັຖບານກາງ ທີ່ກໍາລັງເຮັດວຽກຢູ່ແລ້ວ.

"ການປ່ຽນແປງຂອງຣັຖບານນີ້ຍາກຫຼາຍ ເພາະວ່າບາງຄົນເວົ້າວ່ານັ້ນແມ່ນຍ້ອນວ່າມີຂໍ້ໄດ້ປຽບໃນການດຳຣົງຕຳແໜ່ງ ໃນອອສເຕຣເລັຍ. ເມື່ອທ່ານຢູ່ໃນຕໍາແຫນ່ງ, ປົກກະຕິແລ້ວມັນຈະຍາກຫຼາຍທີ່ຈະເຮັດໃຫ້ທ່ານອອກຈາກຕໍາແຫນ່ງ. ທ່ານຕ້ອງມີເຫດຜົນອັນໃຫຍ່ຫຼວງທີ່ຈະໄລ່ຣັຖບານອອກ. ດັ່ງນັ້ນ ການດຳຣົງຕຳແໜ່ງ ຈຶ່ງມີຄ່າຫຼາຍ. ແລະແນ່ນອນວ່າ ໃນລະຫວ່າງການລະບາດຂອງ COVID, ການດຳຣົງຕຳ

ແໜ່ງ ຈຶ່ງມີຄ່າ. ດັ່ງນັ້ນ, ພວກເຮົາຈຶ່ງໄດ້ເຫັນຣັຖບານຂອງລັດແລະເຂດປົກຄອງ ຊະນະການເລືອກຕັ້ງສ້ອມ ໄດ້ຢ່າງງ່າຍດາຍ ເພາະວ່າຊາວ ອອສເຕຣເລັຍມີຄວາມກັງວົນຫຼາຍກ່ຽວກັບການລະບາດຂອງໂຣກ, ແລະພວກເຂົາເຈົ້າຕ້ອງການທີ່ຈະຍຶດຕິດກັບຣັຖບານທີ່ພວກເຂົາຮູ້ວ່າສາມາດຈັດການກັບ COVID ແລະບໍ່ຕ້ອງການທີ່ຈະປ່ຽນແປງທິດທາງໃນເວລາທີ່ມີວິກິດ."

ທ່ານ ນາງ Amanda Laugesen ຜູ້ອໍານວຍການ ສູນກາງວັດຈະນານຸກົມແຫ່ງຊາດ ອອສເຕຣເລັຍ ກ່າວວ່າ ພາສາທີ່ໃຊ້ ໃນແວດວົງການເມືອງ ແລະ ໃນໄລຍະການເລືອກຕັ້ງແມ່ນ ມາຈາກສະຖານທີ່ຕ່າງໆ ແລະ ມັກຈະໄດ້ຮັບອິດທິພົນຈາກສິ່ງທີ່ກໍາລັງເກີດຂຶ້ນຢູ່ໃນທ້ອງຖິ່ນນັ້ນໆ.

"ແຕ່ອີກໃນດ້ານຫນຶ່ງ, ພວກເຮົາມີບາງຢ່າງທີ່ກ່ຽວກັບລະບົບການລົງຄະແນນສຽງຂອງພວກເຮົາ. ສະນັ້ນ ເຮົາຈຶ່ງມີສິ່ງທີ່ “ຢູ່ເທິງເສັ້ນ” ແລະ “ຢູ່ລຸ່ມເສັ້ນ”, ຊຶ່ງເປັນສັນຍາລັກພິເສດ ຂອງ ອອສເຕຣເລັຍ ສໍາລັບ ລະບົບການເລືອກຕັ້ງ ທີ່ເປັນເອກກະລັກຂອງ ອອສເຕຣເລັຍ ຂອງເຮົາ. ແລະເຮົາກໍມີສິ່ງທີ່ມີຜົນກະທົບ ຕໍ່ສະພາບການທາງການເມືອງຂອງເຮົາ. ສະນັ້ນ, ການໃນເລືອກຕັ້ງຄັ້ງນີ້, ພວກເຮົາອາດຈະມີສິ່ງທີ່ກ່ຽວຂ້ອງກັບຜົນກະທົບຂອງ COVID, ຜົນສະທ້ອນທີ່ມີຕໍ່ໄປ ຂອງມັນ, ລວມທັງຜົນສະທ້ອນທາງດ້ານເສດຖະກິດ, ສິ່ງທີ່ກ່ຽວກັບຄວາມປອດໄພ, ສິ່ງຕ່າງໆທີ່ກ່ຽວຂ້ອງກັບການຈັດການຊາຍແດນ ແລະ ບັນຫາສະເພາະຕ່າງໆທັງຫມົດ ທີ່ມີຜົນກະທົບຕໍ່ ອອສເຕຣເລັຍ."

ແລະ ຖ້າຫາກວ່າທ່ານສົງໄສວ່າ 'ຂ້າງເທິງເສັ້ນ' ແລະ 'ຂ້າງລຸ່ມເສັ້ນ' ຫມາຍຄວາມວ່າແນວໃດ, ໃນການເລືອກຕັ້ງຂອງ ອອສເຕຣເລັຍ, ທ່ານຈະມີທາງເລືອກທີ່ຈະເລືອກເອົາ ຢູ່ຂ້າງເທິງ ຫຼື ຕ່ໍາກວ່າເສັ້ນ ໃນການປ່ອນບັດເລືອກຕັ້ງສໍາລັບ ສະພາສູງ.

ການລົງຄະແນນສຽງ ເທິງເສັ້ນ ຫມາຍຄວາມວ່າ ທ່ານພຽງແຕ່ຂຽນເລກໃສ່ໃນຫນຶ່ງກ່ອງເທົ່ານັ້ນ - ເຖິງຢ່າງໃດ ກໍຕາມ, ນີ້ຫມາຍຄວາມວ່າ ສຽງການເລືອກຕັ້ງຂອງທ່ານຈະໄປໃຫ້ຜູ້ໃດກໍໄດ້ ຕາມທີ່ພັກນັ້ນໄດ້ເລືອກເອົາ.

ການລົງຄະແນນສຽງ ຕ່ຳກວ່າເສັ້ນ ຫມາຍຄວາມວ່າທ່ານຕ້ອງໝາຍຕົວເລກ ຢ່າງຫນ້ອຍຫ້າກ່ອງ, ດັ່ງນັ້ນທ່ານຮູ້ຢ່າງແນ່ນອນວ່າ ທ່ານກໍາລັງເລືອກເອົາໃຜ.

Dr Laugesen ກ່າວວ່າ ສຳນວນຫນຶ່ງ ທີ່ສູນວັດຈະນານຸກົມແຫ່ງຊາດຂອງ ອອສເຕຣເລັຍໄດ້ຕິດຕາມເບິ່ງແມ່ນ 'ຂ້ອຍບໍ່ໄດ້ຖືທໍ່ນ້ຳ' ເຊິ່ງກັບໄປຫາປີ 2019 ເມື່ອ ນາຍົກຣັຖມົນຕີ Scott Morrison ໄດ້ໄປພັກຜ່ອນຢູ່ Hawaii ໃນລະຫວ່າງລະດູການໄຟໄຫມ້ປ່າຂອງອອສເຕຣເລັຍ.

"ລາວໃຊ້ຄໍາວ່າ 'ຂ້ອຍບໍ່ໄດ້ຖືທໍ່ນ້ຳ' ເພື່ອຈະເວົ້າວ່າ ລາວບໍ່ແມ່ນຜູ້ທີ່ຈັດການຮັບມືກັບໄຟປ່າໂດຍກົງ. ແຕ່ຄຳເວົ້ານັ້ນກໍຖືກກັບເອົາມາໃຊ້ກັບລາວເພື່ອຈະເວົ້າວ່າລາວກ່ຽວກັບທັງເລື້ອງຂອງໄຟປ່າ ແລະ ລາວກໍບໍ່ໄດ້ຮັບຜິດຊອບໂດຍກົງຕໍ່ບາງເລື້ອງ ຊຶ່ງລາວກໍຖິ້ມຄວາມຮັບຜິດຊອບໃສ່ຄົນອື່ນຫຼື ປັດໄຈອື່ນ ໃນເວລາຕໍ່ມາ.”

ພວກເຮົາຍັງໄດ້ຍິນຄໍາວ່າ 'ຜູ້ສະຫມັກ Manchurian ຫຼື Manchurian candidate’ ' ໃນຫມໍ່ໆມານີ້, ແຕ່ວ່າມັນຫມາຍຄວາມວ່າແນວໃດ?

"ພວກເຮົາໄດ້ເຫັນຄໍາວ່ານີ້ປາກົດຂຶ້ນເມື່ອບໍ່ດົນມານີ້ໃນຣັຖສະພາໂດຍທັງສອງຝ່າຍຂອງການເມືອງ. ແຕ່ຂ້າພະເຈົ້າຄິດວ່າໃນເບື້ອງຕົ້ນແມ່ນພັກຮ່ວມ ເວົ້າໃຫ້ ພັກແຮງງານ ວ່າພວກເຂົາເຈົ້າອາດຈະເຂົ້າຂ້າງຈີນຫຼາຍກວ່າຣັຖບານໃນປັດຈຸບັນ ເທົ່າທີ່ຄວນ. ດັ່ງນັ້ນມັນຈຶ່ງເປັນການໃສ່ຮ້າຍ ທີ່ຮຸນແຮງຫຼາຍ ເພາະວ່າມັນປຽບທຽບ ກັບການທໍລະຍົດເຊິ່ງທ່ານກໍຮູ້ວ່າ ເປັນການໃຊ້ທີ່ຮຸນແຮງທີ່ສຸດຂອງຄຳເວົ້ານັ້ນ, ສະນັ້ນ ຂ້າພະເຈົ້າ ຄິດວ່າມັນສາມາດເປັນຄໍາ ທີ່ມີອານຸພາບຫລາຍ."

ບາດນີ້ ເຮົາມາເບິ່ງ “ຖັງໝູ

ມັນຖືກແປໃນວັດຈະນານຸກົມ Macquarie ວ່າ: ຈະສະເໜີໃຫ້ ສ່ວນແບ່ງທີ່ບໍ່ເຫມາະສົມຂອງເງິນຂອງຣັຖບານ ໃນການຕອບແທນສໍາລັບການສະຫນັບສະຫນູນທາງດ້ານການເມືອງ.

ຕົວຢ່າງຂອງເລື່ອງນີ້ກໍຄື ຖ້າຫາກນັກການເມືອງຄົນນຶ່ງ ກ່າວຕໍ່ຜູ້ເລືອກຕັ້ງໃນSydney ວ່າພວກເຂົາເຈົ້າ ຈະສ້າງເສັ້ນທາງໃຫມ່ຖ້າຫາກພວກເຂົາເຈົ້າໄດ້ ຊະນະການເລືອກຕັ້ງໃນທ້ອງຖິ່ນ.

ສໍານວນ “ຖັງຫມູ” ນັ້ນມາຈາກອາເມລິກາ, ບ່ອນທີ່ ຊີ້ນຫມູຢູ່ໃນຖັງເປັນອາຫານປະຈຳ ສໍາລັບຄົນຂ້ອນຂ້າງຮັ່ງມີ ໃນສັຕວັດທີ 19. 

ຖ້າຈະເວົ້າແບບສັ້ນໆ, ມັນແມ່ນຄໍາສັນຍາທີ່ນັກການເມືອງສະເຫນີ ຕໍ່ຜູ້ເລືອກຕັ້ງວ່າ ຖ້າທ່ານສະຫນັບສະຫນູນພວກເຂົາ ແລະ ພວກເຂົາກໍຈະສະຫນັບສະ

ຫນູນທ່ານ.

Algene Cruz ກ່າວວ່າ ສຳນວນທາງການເມືອງ ເປັນສິ່ງດີສໍາລັບຜູ້ທີ່ ເກີດແລະໃຫຍ່ໃນ ອອສເຕຣເລັຍ ເພາະພວກເຂົາເຈົ້າ ມີເວລາທີ່ຈະຄຸ້ນເຄີຍກັບ slang ແຕ່ສໍາລັບຜູ້ຍົກຍ້າຍຖິ່ນຖານໃຫມ່ຄືກັບຕົນເອງ, ລາວເວົ້າວ່າເຖິງແມ່ນວ່າທ່ານພ້ອມທີ່ຈະຮຽນຮູ້ສໍານວນເຫຼົ່ານີ້ ແຕ່ພວກມັນກໍຍັງເປັນອຸປະສັກໃນການເຂົ້າໃຈເລື່ອງການເມືອງຂອງອອສເຕຣເລັຍ.

"ຖ້າຫາກວ່າທ່ານຈະບອກຂ້ອຍວ່າມັນຈະເປັນປະໂຫຍດຕໍ່ການເມືອງຂອງອອສເຕຣເລັຍ ຂ້ອຍຈະເວົ້າວ່າບໍ່ແມ່ນ ເພາະວ່າປະເທດ ອອສເຕຣເລັຍ ປະກອບດ້ວຍຜູ້ອົບພະຍົບທີ່ແຕກຕ່າງກັນ, ຈາກປະເທດທີ່ແຕກຕ່າງກັນ. ດັ່ງນັ້ນ ເມື່ອພວກຍົກຍ້າຍຖິ່ນຖານເຂົ້າມາແລະລົງຄະແນນສຽງຫຼາຍເທົ່າໃດ ພວກເຂົາເຈົ້າກໍ ບໍ່ຮູ້ວ່າພວກເຂົາເຈົ້າກໍາລັງເຮັດຫຍັງຢູ່. ພວກເຂົາເຈົ້າບໍ່ຮູ້ວ່າຈະເລືອກ ຫຼື ບໍ່ເລືອກເອົາຜູ້ໃດ. ດັ່ງນັ້ນມັນຈະສົ່ງຜົນກະທົບໃນທາງລົບຕໍ່ອະນາຄົດ. ບາງທີອາດບໍ່ແມ່ນຕອນນີ້, ແຕ່ໃນຂະນະທີ່ມັນກ້າວໄປເລື້ອຍໆ, ມັນອາດຈະມີບັນຫາ."

ເນື້ອເລື່ອງໂດຍ   Monique Pueblos ຂ່າວ SBS News,

ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາ


Share