ອອສເຕຣເລັຍຈະເປີດສະຖານທູດອີກ ທີ່ Ukraine

Meeting of Foreign Ministers of Ukraine and Australia in Kyiv

ໃນວັນທີ 18 ທັນວາ, Penny Wong, ຣັຖມົນຕີການຕ່າງປະເທດ ແລະທ່ານ Andrii Sybiha, ຣັຖມົນຕີການຕ່າງປະເທດຂອງ Ukraine ໄດ້ສາງພວງມາລາໃນການລະຣຶກເຖິງຜູ້ທີ່ສລະຊີວິດເພື່ອ Ukraine. Source: SIPA USA / Serhii Chuzavkov/Serhii Chuzavkov/Ukrinform/Sipa USA

Get the SBS Audio app

Other ways to listen


Published

By Ben Lewis, Sophie Bennett
Presented by Sak Phoumirath
Source: SBS

Share this with family and friends


ຫຼັງຈາກທີ່ຖືກປິດເນື່ອງຈາກການບຸກຣຸກ ຂອງ ຣັສເຊັຍ, ອອສເຕຣເລັຍຈະເປີດສະຖານທູດອີກເທື່ອນຶງໃນ Ukraine ຕົ້ນປີໜ້າ. ໃນຂນະທີ່ ປະເທດຕາເວັນຕົກອື່ນໆ ໄດ້ເປີດສະຖານທູດຂອງຕົນເອງຄືນເປັນເວລານານແລ້ວກໍຕາມ. ຣັຖມົນຕີການຕ່າງປະເທດ, Penny Wong ກ່າວວ່າ ອອສເຕຣເລັຍເຮັດເຊັ່ນນັ້ນກໍດ້ວຍເຫດຜົນດ້ານຄວາມປອດພັຍ ບໍ່ແມ່ນຍ້ອນການຕອບຮັບໂຕ້ ຕໍ່ຄໍາສັນຍາຂອງຝ່າຍຄ້ານ ທີ່ຈະເປີດສະຖານທູດອີກ ຖ້າຫາກຊນະການເລືອກຕັ້ງ.


ອອສເຕຣເລັຍຈະເປີດສະຖານທູດອີກ ທີ່ Ukraine.

ໃນຕອນຕົ້ນຂອງການຮຸກຮານ Ukraine ຢ່າງເຕັມທີ່ຂອງຣັສເຊັຍ ໃນເດືອນກຸມພາ ປີ 2022, ອອສເຕຣເລັຍ ໄດ້ປິດສະຖານທູດຂອງຕົນ ໃນເມືອງ Kyiv.

ຕອນນີ້, ໃນການເຄື່ອນໄຫວ ຂອງອອສເຕຣເລັຍ ໄດ້ຮັບການຕ້ອນຮັບຈາກຣັຖບານ ຂອງ Ukraine, ສະຖານທູດ ຈະເປີດອີກ ໃນເດືອນມັງກອນ.

ແຕ່ມັນຍັງບໍ່ຊັດແຈ້ງວ່າ ເປັນຫຍັງ ຈຶ່ງໃຊ້ເວລານານ ໃນເມື່ອປະເທດຕາເວັນຕົກອື່ນໆ ໄດ້ກັບຄືນໄປໃຫ້ບໍຣິການ ທາງການທູດເມື່ອຫລາຍປີກ່ອນ.

Ben Lewis ແລະ Sophie Bennett ລາຍງານ.

ອີກບໍ່ດົນ ອອສເຕຣເລັຍ ຈະມີຕົວແທນດ້ານການທູດ ຢູ່ເມືອງ Kyiv ອີກ.

ຣັຖມົນຕີການຕ່າງປະເທດ ໄດ້ຢືນຢັນຂ່າວດັງກ່າວ ໂດຍເດີນທາງໄປ Ukraine ເພື່ອຢ້ຽມຢາມສະຖານທູດ.

ທີ່ນັ້ນ, ນາງໄດ້ຂອບໃຈ ເຈົ້າໜ້າທີ່ທ້ອງຖິ່ນ ທີ່ໄດ້ຮັບໃຊ້ຢູ່ເມືອງ Kyiv ຕໍ່ໄປໃນຂນະທີ່ ເອກອັກຄະຣັຖທູດ ທໍາງານຈາກປະເທດ Poland.

"ທ່ານໄດ້ເຮັດ ໃນເວລາທີ່ປະເທດຂອງທ່ານ ຢູ່ໃນສົງຄາມ, ສະນັ້ນຂ້າພະເຈົ້າ ຈຶ່ງຢາກຂອບໃຈທ່ານເປັນສ່ວນຕົວ ສໍາລັບສິ່ງນັ້ນ, ຈາກປະຊາຊົນອອສເຕຣເລັຍ, ແລະຣັຖບານຂອງອອສເຕຣເລັຍ ໄປຈົນເຖິງທ່ານທຸກຄົນ ແລະຄອບຄົວຂອງທ່ານ. ຂອບໃຈຫລາຍໆ ສໍາລັບວຽກງານທີ່ທ່ານໄດ້ເຮັດ."

ຄນະທູດ ຕາເວັນຕົກສ່ວນຫລາຍ ໄດ້ກັບມາເປີດອີກ...ຫລາຍກວ່າສອງປີກ່ອນ.

ສະນັ້ນ, ເປັນຫຍັງອອສເຕຣເລັຍ ຈຶ່ງຊັກຊ້າ?

ຣັຖມົນຕີ Wong ກ່າວວ່າມັນຂຶ້ນຢູ່ກັບ ຄວາມປອດພັຍ.

"ຂ້າພະເຈົ້າ ຈະບໍ່ກ່າວເຖິງທຸກດ້ານ ຂອງການຈັດຕຽມ ເລື່ອງຄວາມປອດພັຍ ດັ່ງທີ່ທ່ານເຂົ້າໃຈ, ແຕ່ຕອນນີ້ ພວກເຮົາມາເຖິງຈຸດ ທີ່ຄໍາແນະນໍາຕໍ່ຂ້າພະເຈົ້າ ແລະເລຂາແມ່ນວ່າ ການຈັດຕຽມນັ້ນປອດພັຍ ທີ່ຈະເຮັດເຊັ່ນນັ້ນ, ພວກເຮົາຮູ້ວ່າ ພວກເຮົາເຮັດດ້ວຍຄວາມຮັບຜິດຊອບ."

ມັນບໍ່ຊັດແຈ້ງວ່າ ເປັນຫຍັງເດືອນແລ້ວນີ້ ຈຶ່ງບໍ່ປອດພັຍ ສໍາລັບທູດ ທີ່ຈະປະຈຳການໃນເມືອງ Kyiv, ແຕ່ມັນຈະປອດພັຍໃນເດືອນຫນ້າ.

ສະຖານທູດອອສເຕຣເລັຍ ຢູ່ໃນອາຄານດຽວກັນ ກັບສະຖານທູດ ຂອງການາດາ ແລະສະຖານທູດຂອງການາດາ ໄດ້ເປີດຄືນອີກ ພຽງແຕ່ 3ເດືອນ ຫຼັງຈາກການບຸກຣຸກຢ່າງເຕັມທີ.

ຣັຖມົນຕີການຕ່າງປະເທດ Wong ກ່າວວ່າ ສະຖານະການຂອງການາດາ ແມ່ນແຕກຕ່າງ ຈາກຂອງອອສເຕຣເລັຍ.

"Canada ເປັນສະມາຊິກຂອງNATO ແລະເຫັນໄດ້ຢ່າງຊັດແຈ້ງວ່າ ມີຂໍ້ຕົກລົງ ໃນຖານະທີ່ເປັນພັນທະມິດ ຂອງ NATO ແລະເຮົາບໍ່ໄດ້ເປັນສ່ວນນຶ່ງ ຂອງ NATO. ສະນັ້ນ, ເຮົາດີໃຈ ທີ່ພວກເຮົາໄດ້ບັນລຸຂໍ້ຕົກລົງ ແລະທຸກສິ່ງ ທີ່ພວກເຮົາຕ້ອງເຮັດ ເພື່ອໃຫ້ແນ່ໃຈວ່າ ຈະມີຄວາມປອດພັຍ ສໍາລັບຜູ້ຄົນຂອງພວກເຮົາ."

ຣັຖມົນຕີການຕ່າງປະເທດ ໄດ້ປະຕິເສດວ່າ ການຕັດສິນໃຈ ນັ້ນເປັນການຕອບຮັບໂຕ້ ຕໍ່ຄໍາສັນຍາຂອງຝ່າຍຄ້ານ ທີ່ຈະເປີດສະຖານທູດອີກ ຖ້າຫາກຊນະການເລືອກຕັ້ງ.

ການສເລີມສລອງການປະກາດນັ້ນ ໄດ້ຖືກຈັດຂຶ້ນຢູ່ທີ່ຕຶກ ໃນສ່ວນຂອງສະຖານທູດການາດາ ໂດຍສ່ວນຂອງອອສເຕຣເລັຍ ຈະເປີດອີກໃນເດືອນມັງກອນ.

ເກືອບ 2 ປີມາແລ້ວ, SBS News ໄດ້ຖາມ Volodymyr Zelenskyy ວ່າລາວຢາກໃຫ້ ຄນະທູດອອສເຕຣເລັຍ ກັບຄືນມາຫຼືບໍ່.

"ການຈັບມື ກັບເອກອັກຄະຣັຖທູດຂອງອອສເຕຣເລັຍ, ຂ້າພະເຈົ້າ ຈະເຮັດດ້ວຍຄວາມຍິນດີ. ຂໍໃຫ້ມາ. ໃຫ້ກັບຄືນມາ. ແຕ່ສໍາລັບ Bushmaster, ພວກເຮົາຍັງຕ້ອງການຕື່ມອີກ."

ລາວບໍ່ໄດ້ຂັບ Bushmaster ແຕ່ເອກອັກຄະຣັຖທູດ Paul Lehmann ກໍດີໃຈ ທີ່ຈະປະຈຳການ ທີ່ເມືອງ Kyiv ແທນທີ່ຈະແມ່ນທີ່ Warsaw.

"ຂ້າພະເຈົ້າຄຶດວ່າ ຂ້າພະເຈົ້າຈະຕ້ອງປ່ຽນນິສັຍການເຮັດວຽກບາງຢ່າງ ຂອງຂ້າພະເຈົ້າ ໂດຍທາງໄກ, ແຕ່ມັນຈະກັບຄືນມາ ຕາມທັມມະຊາດແລະໄວ, ຂ້າພະເຈົ້າແນ່ໃຈ. ຂ້າພະເຈົ້າຈະເວົ້າວ່າ ພວກເຮົາໄດ້ຮັບການຕ້ອນຮັບເປັນຢ່າງດີຢູ່ທີ່ນີ້, ຂ້າພະເຈົ້າແນ່ໃຈວ່າ ຊຸມຊົນນາໆຊາດ ຈະໃຫ້ການສນັບສນຸນຂ້າພະເຈົ້າທຸກຢ່າງ ເພື່ອເຮັດໃຫ້ການປ່ຽນແປງນັ້ນ ເປັນໄປຢ່າງວ່ອງໄວ ແລະມີປະສິດທິພາບ."

Andrii Sybiha, ຣັຖມົນຕີການຕ່າງປະເທດຂອງ Ukraineຢືນຢັນວ່າ ການຊັກຊ້ານັ້ນ ບໍ່ໄດ້ທໍາລາຍຄວາມສໍາພັນລະຫວ່າງສອງຝ່າຍ ແຕ່ກ່າວຕື່ມວ່າ ການຕັດສິນໃຈ ທີ່ຈະເປີດສະຖານທູດອີກ ຈະເຮັດໃຫ້ມັນດີຂຶ້ນ.

ປະຈຸບັນນີ້ Ukraine ໄດ້ຮັບເງິນສນັບສນູນ ແລະອຸປະກອນການທະຫານ ຫລາຍກວ່າ 1.5 ພັນລ້ານໂດລາ ຈາກອອສເຕຣເລັຍ.

ແຕ່ຍັງຊອກຫາຫລາຍກວ່ານັ້ນ, ໂດຍສະເພາະ Bushmasters ທີ່ໂດ່ງດັງ.

"ສະພາບການໃນສນາມຣົບ ຍັງຍາກລຳບາກຢູ່, ຄວາມຈໍາເປັນ ທີ່ຈະເສີມສ້າງຄວາມເຂັ້ມແຂງ ໃຫ້ແກ່ທະຫານຂອງເຮົາ ຍັງຮີບດ່ວນຢ່າງຍິ່ງ. ສະນັ້ນ, ມື້ນີ້ ຂ້າພະເຈົ້າ ຈຶ່ງໄດ້ຂໍຄວາມຊ່ອຍເຫລືອ ທາງທະຫານເພີ່ມເຕີມ, ຮວມທັງ Bushmaster ທີ່ໂດ່ງດັງຂອງອອສເຕຣເລັຍ"

ຣັຖມົນຕີ ການຕ່າງປະເທດກ່າວວ່າ ຄໍາຂໍຮ້ອງນັ້ນ ຈະຖືກນໍາກັບຄືນໄປ Canberra.

ສຳລັບຕອນນີ້, Ms Wong ໄດ້ປະກາດເງິນ 66 ລ້ານໂດລ າເພື່ອຊ່ອຍເຫລືອການຟື້ນຟູ ແລະການສ້ອມແປງ, 10 ລ້ານໂດລາ ເພື່ອຊ່ອຍສ້ອມແປງອຸປະກອນພະລັງງານ, ແລະ 80 ພັນໂດລາ ເພື່ອຊ່ອຍເຫລືອອົງກອນການກຸສົນ ສຳລັບເດັກນ້ອຍ.

Anastasiia Dovbina, ຜູ້ອໍານວຍການ ໂຄງການຂອງ Save Ukraine ກ່າວວ່າ ການບໍຣິຈາກ ຈະສ້າງຄວາມແຕກຕ່າງຢ່າງຫຼວງຫຼາຍ.

"ສົງຄາມນີ້ ແມ່ນກ່ຽວກັບເດັກນ້ອຍ, ແລະກ່ຽວກັບຜູ້ຄົນຂອງເຮົາ, ມັນບໍ່ແມ່ນພຽງແຕ່ ກ່ຽວກັບດິນແດນຂອງເຮົາເທົ່ານັ້ນ. ເດັກນ້ອຍເປັນເຫດຜົນໃຫຍ່ ທີ່ເຮົາຄວນຕໍ່ສູ້ເພື່ອທີ່ນີ້ ແລະດ້ວຍເຫດນີ້ ການຊ່ອຍເຫລືອໃນການປິ່ນປົວ ແລະການຟື້ນຟູຂອງເດັກນ້ອຍ ແລະຄອບຄົວ ຈຶ່ງສໍາຄັນຫລາຍ ເພາະເຮົາຕ້ອງເຂົ້າໃຈວ່າ ຖ້າຫາກເຮົາສ້າງຄົນລຸ້ນໃຫມ່ ທີ່ມີຄວາມອົດທົນ ກໍຈະມີອະນາຄົດທີ່ດີກວ່າສໍາລັບUkraine."

ແລະນັ້ນ ເປັນສາເຫດທີ່ Ukraine ຍັງຕ້ອງການຄວາມຊ່ວຍເຫລືອ ຂອງຫມູ່ເພື່ອນ, ແມ່ນແຕ່ຜູ້ຄົນທີ່ຢູ່ອີກຟາກຫນຶ່ງຂອງໂລກ.

ເນື້ອເລື່ອງໂດຍ  Ben Lewis and Sophie Bennett,  ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌  sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao

Share