ພັກແຮງງານແລະການຜ່ານຮ່າງກົດໝາຍວ່າດ້ວຍພູມອາກາດ

Australian Parliament House exterior at sunset

제47대 연방의회가 26일 개원한다. Source: Getty

ພັກແຮງງານ ຈະສາມາດຜ່ານຮ່າງກົດໝາຍວ່າດ້ວຍພູມອາກາດຫຼືບໍ່ ເຖິງແມ່ນວ່າຈະມີສຽງສ່ວນໃຫຍ່ໃນສະພາຕ່ຳ ແຕ່ວ່າໃນສະພາສູງແລ້ວ ພັກແຮງງານຕ້ອງການການສນັບສນູນຈາກ ພັກ ກຣີນສ໌ ແລະອີກໜຶ່ງສຽງ. ທັງຝ່າຍສນັບສນູນ ແລະ ຝ່າຍຄ້ານກໍມີທັສນະຄະຕິທີ່ແຕກຕ່າງ.


ທ່ານນາຍົກຣັຖມົນຕີ Anthony Albanese ໄດ້ສົ່ງເສີມນະໂຍບາຍ ການປ່ຽນແປງສະພາບພູມອາກາດຂອງຣັຖບານຂອງລາວ ຢູ່ ເວທີສາກົນ ເພື່ອເປັນສັນຍານຂອງວິທີການໃຫມ່ຈາກອອສເຕຣເລັຍ. ແຕ່ ແຜນການຂອງລາວທີ່ຈະຮັກສາເປົ້າຫມາຍ ການຫລຸດຜ່ອນການປ່ອຍມົນລະພິດ 43 ເປີເຊັນ ພາຍໃນ ປີ 2030 ນັ້ນ ອາດຈະຕ້ອງປະເຊີນກັບການທົດສອບໄດ້ ເມື່ອສະພາກັບມາໃນເດືອນນີ້.

ພັກ ກຣີນສ໌  ແລະ ພວກຜູ້ແທນອິສຣະ ທີ່ກຳລັງຈະເຂົ້າມາ ຢາກໃຫ້ມີເປົ້າໝາຍ (ການຫລຸດຜ່ອນການປ່ອຍມົນລະພິດ) ທີ່ສູງກວ່ານັ້ນ, ໃນຂນະທີ່ພັກແນວຮ່ວມຝ່າຍຄ້ານ ກໍຄັດຄ້ານຕໍ່ການຕັ້ງເປົ້າຫມາຍ ດ້ວຍກົດຫມາຍ.

ນະໂຍບາຍ ສະພາບພູມອາກາດ  ໄດ້ເປັນສາເຫດຂອງ ການແບ່ງແຍກທາງການເມືອງໃນ ອອສເຕຣເລັຍມາດົນນານແລ້ວ ແລະ ມັນເປັນທາງຕັນທີ່ ນາຍົກຣັຖມົນຕີ ໄດ້ບອກຢ່າງຊັດເຈນວ່າ ລາວຢາກເອົາຊະນະ ແຕ່ລາວກໍາລັງປະເຊີນ ກັບສິ່ງກີດຂວາງບາງຢ່າງ ໂດຍມີການຮຽກຮ້ອງໃຫ້ມີການເຈຣະຈາຕື່ມອີກ ກ່ຽວກັບກົດຫມາຍການປ່ຽນແປງສະພາບພູມອາກາດ ທີ່ລາວໄດ້ສເນີໄປ.

ຮ່າງກົດຫມາຍວ່າດ້ວຍພູມິອາກາດ ຂອງຣັຖບານຂອງລາວທີ່ຮົ່ວໄຫຼອອກມາໃນສັບປະດານີ້ ສະແດງໃຫ້ເຫັນເຖິງຄວາມຕັ້ງໃຈຂອງຣັຖບານທີ່ຈະອອກກົດຫມາຍ ວ່າດ້ວຍ ເປົ້າຫມາຍການຫລຸດຜ່ອນການປ່ອຍມົນລະພິດ 43 ເປີເຊັນພາຍໃນປີ 2030.

ທ່ານ Adam Bandt ຜູ້ນໍາພັກ ກຣີນສ໌ ໄດ້ ບອກກັບຣາຍການ Insiders ຂອງ ABC ວ່າ ພັກຂອງທ່ານ ຍັງບໍ່ທັນໄດ້ຕັດສິນໃຈເຖິງຈຸດຢືນຂອງຕົນ ກ່ຽວກັບຮ່າງກົດຫມາຍນັ້ນເທື່ອ, ແຕ່ກໍຍັງມີຄວາມເປັນຫ່ວງຢູ່ຫລາຍຢ່າງ.

"ແນວທາງຂອງພວກເຮົາແມ່ນການເວົ້າກັບຣັຖບານວ່າມັນເປັນສິ່ງທີ່ດີທີ່ໃນທີ່ສຸດພວກເຮົາກໍລົງມືປະຕິບັດກ່ຽວກັບສະພາບພູມິອາກາດແຕ່ພວກເຮົາຈຳເປັນຕ້ອງເຮັດໃຫ້ດີກວ່ານັ້ນ. ພວກເຮົາໄດ້ ຍິນກ່ຽວກັບເຣື້ອງນີ້ຈາກຊາວເກາະປາຊີຟິກໃນສັບປະດານີ້. ພວກເຮົາໄດ້ຍິນຈາກພວກນັກວິທຍາສາດ. ສະນັ້ນພວກເຮົາຈຶ່ງພ້ອມແລ້ວທີ່ຈະລົມກັນ. ພວກເຮົາພ້ອມແລ້ວທີ່ຈະຍ້າຍບາດກ້າວ. ພວກເຮົາພ້ອມແລ້ວທີ່ມີການປ່ຽນແປງ. ມັນຈະຕ້ອງໃຊ້ ຄວາມຮ່ວມມືກັນ ໃນການທີ່ຈະໃຫ້ກົດຫມາຍ ຜ່ານ ຣັຖສະພາແລະ ສະນັ້ນ ພວກເຮົາຈຶ່ງຢາກມີການສົນທະນາດ້ວຍຄວາມຈິງໃຈກັບ ຣັຖບານ."

ພັກ ກຣີນສ໌ ໄດ້ອະທິບາຍ ເຖິງສີ່ປະເດັນທີ່ພວກເຂົາເຈົ້າມີກັບກົດຫມາຍ ໃນຮູບແບບປະຈຸບັນ.

ເຂົາເຈົ້າກ່າວວ່າວ່າ ເປົ້າຫມາຍໃນປີ 2030 ອາດຈະວາງຂີດຈຳກັດໃສ່ຄວາມອາດເປັນໄປໄດ້ທີ່ສູງກວ່ານັ້ນ ແລະນັ້ນຫມາຍຄວາມວ່າ ຖ້າຫາກ ຣັຖບານ ໃນອະນາຄົດ ຢາກຍົກເລີກເປົ້າຫມາຍນັ້ນ ມັນກໍຈະຕ້ອງກັບຄືນໄປຫາຣັຖບານ ເພື່ອລົງຄະແນນສຽງອີກເທື່ອຫນຶ່ງ.

ເຊັ່ນດຽວກັນ, ພວກເຂົາເຈົ້າມີຄວາມກັງວົນວ່າເປົ້າຫມາຍບໍ່ແມ່ນຂັ້ນຕ່ຳທີ່ແທ້ຈິງເຊັ່ນກັນ, ຫມາຍເຖິງວ່າຣັຖບານ ໃນອະນາຄົດ ທີ່ບໍ່ເປັນມິດ ສາມາດຫຼຸດລະດັບເປົ້າໝາຍນັ້ນລົງໄດ້ເຊັ່ນກັນ.

ພວກເຂົາເຈົ້າຕ້ອງການຮັບຮອງວ່າ ກົດຫມາຍ ຈະບໍ່ພຽງແຕ່ເປັນສັນຍາລັກ, ແຕ່ຈະບັງຄັບໃຫ້ຣັຖບານລົງມືປະຕິບັດຢ່າງແທ້ຈິງ ກ່ຽວກັບການປ່ຽນແປງພູມອາກາດ ແລະ, ທ່ານ Adam Bandt ກ່າວວ່າ, ນຶ່ງໃນວິທີທໍາອິດ ທີ່ພວກເຂົາເຈົ້າສາມາດເຮັດໄດ້ ແມ່ນມີຄວາມມຸ່ງໝັ້ນ ທີ່ຈະປ້ອງກັນ ບໍ່ໃຫ້ມີໂຄງການຖ່ານຫີນແລະແກັສໃຫມ່ທັງຫມົດ.

ສິ່ງທີ່ພວກເຮົາກໍາລັງຮຽນຮູ້ຢ່າງຊັດເຈນ ແມ່ນພັກແຮງງານ ມີເຈດຕະນາໃນການເປີດໂຄງການຖ່ານຫີນແລະແກັສໃຫມ່.  ສ່ວນຫນຶ່ງຂອງວຽກຂອງGreens ແມ່ນພະຍາຍາມຊຸກຍູ້ພວກເຂົາແລະເວົ້າວ່າຖ້າຫາກວ່າພວກເຮົາຢູ່ໃນພາວະສຸກເສີນດ້ານພູມອາກາດ, ຊຶ່ງພວກເຮົາກຳລັງເປັນຢູ່ຕອນນີ້, ແລະຣັຖບານຫາກໍ່ໄດ້ຕົກລົງກັນໃນອາທິດນີ້, ໃນພາວະສຸກເສີນທ່ານບໍ່ຄວນຈະເຮັດໃຫ້ບັນຫາຮ້າຍແຮງຂຶ້ນ. ທ່ານບໍ່ໄດ້ດັບໄຟ ດ້ວຍການຖອກນ້ໍາມັນໃສ່ມັນ.

ຝ່າຍຄ້ານຍັງຢືນຢັນວ່າມັນເປັນວິທີການທີ່ຜິດ - ແຕ່ດ້ວຍເຫດຜົນທີ່ແຕກຕ່າງກັນ.

ຜູ້ນໍາພັກ Liberal, ທ່ານ Peter Dutton ໄດ້ບອກ Sky News ວ່າ ພັກຂອງທ່ານສນັບສນູນການຫຼຸດຜ່ອນການປ່ອຍມົນລະພິດ, ແຕ່ການຍຶດຕິດຢູ່ກັບເປົ້າຫມາຍຈະເປັນຄວາມຜິດພາດ.

ນີ້ແມ່ນ ການຈັດສາກແລະ ເວົ້າຢ່າງກົງໄປກົງມາ ດັ່ງທີ່ຂ້າພະເຈົ້າກ່າວວ່າ ມັນເປັນ ຫຼິ້ມສໍາລັບພັກແຮງງານ. ເປັນການສະແດງທາງດ້ານການເມືອງ. ແລະ ຂ້າພະເຈົ້າ ໄດ້ ສະແດງຈຸດຢືນຂອງພວກເຮົາຢ່າງຊັດເຈນ ແລະ ນັ້ນກໍແມ່ນວ່າພວກເຮົາບໍ່ສນັບສນຸນກົດຫມາຍນັ້ນ. ພວກເຮົາມີຄວາມພໍໃຈສໍາລັບການຫຼຸດຜ່ອນການປ່ອຍມົນລະພິດແຕ່ໃນເວລານີ້ການຕັດສິນໃຈບາງຢ່າງທີ່ພັກແຮງງານກໍາລັງເຮັດຈະເຮັດໃຫ້າຄາໄຟຟ້າສູງຂຶ້ນສໍາລັບຄອບຄົວ, ຈະເຮັດໃຫ້ການຈ່າຍໄຟຟ້າມີຄວາມເຊື່ອຖືໜ້ອຍລົງ"

ທ່ານ Jim Chalmers ຣັຖມົນຕີກະຊວງການເງິນ ກໍາລັງເຕືອນບໍ່ໃຫ້ ເສັຍໂອກາດທີ່ຈະກຳ ເອົາຄວາມແນ່ນອນສໍາລັບການປ່ຽນຜ່ານພະລັງງານ.

ຂ້າພະເຈົ້າຄິດວ່າຄວາມຄິດເຫັນເຫຼົ່ານີ້ບໍ່ວ່າຈະມາຈາກ Peter Dutton ຫຼື Greens ສະແດງໃຫ້ເຫັນວ່າທັງພັກ ກຣີນສ໌ ແລະພວກ Liberals ແລະ Nationals ບໍ່ໄດ້ຮຽນຮູ້ສິ່ງໃດເລີຍຈາກການສັຍເວລາເປັນທົດສະວັດຂອງໂອກາດທີ່ຫຼຸດມືໄປກ່ຽວກັບພະລັງງານທີ່ສະອາດແລະລາຄາຖືກກວ່າ... ການອອກກົດຫມາຍຊຶ່ງກົງກັບເປົ້າຫມາຍແມ່ນການ ປະຕິບັດສາກົນທີ່ດີທີ່ສຸດ, ມັນເປັນວິທີທີ່ດີທີ່ສຸດ ທີ່ຈະໃຫ້ທຸະກິດ ແລະ ຜູ້ລົງທຶນຂອງພວກເຮົາ ແລະ ຊຸມຊົນທົ່ວໄປມີຄວາມໝັ້ນໃຈກ່ຽວກັບເປົ້າຫມາຍນັ້ນ. ດັ່ງນັ້ນຈຶ່ງແມ່ນຄວາມຕັ້ງໃຈຂອງພວກເຮົາ ທີ່ຈະອອກກົດຫມາຍ. ຖ້າພວກເຂົາເຈົ້າຄິດວ່າພວກເຂົາເຈົ້າຄວນຈະເຮັດບາງສິ່ງບາງຢ່າງກ່ຽວກັບການປ່ຽນແປງຂອງພູມິອາກາດຢ່າງມີຄວາມຮັບຜິດຊອບແລ້ວທຸກພັກຝ່າຍໃນສະພາແຫ່ງຊາດຄວນຈະລົງຄະແນນສຽງໃຫ້ມັນ."

ພັກແຮງງານ ມີສຽງສ່ວນໃຫຍ່ໃນສະພາຕໍ່າ ເຊິ່ງຫມາຍຄວາມວ່າ ມັນສາມາດຜ່ານຮ່າງກົດຫມາຍຢູ່ທີ່ນັ້ນໄດ້, ແຕ່ໃນສະພາສູງນັ້ນ ມັນເປັນອີກເລື່ອງໜຶ່ງ. ໃນສະພາສູງນີ້, ພັກແຮງງານ ມີ 26 ບ່ອນນັ່ງ, ເມື່ອທຽບໃສ່ 32 ບ່ອນນັ່ງຂອງພັກຝ່າຍຄ້ານ. ນີ້ກໍຫມາຍຄວາມວ່າພັກແຮງງານ ຈະຕ້ອງໄດ້ຮັບການ ສນັບສນູນ ຈາກສະມາຊິກສະພາພັກ ກຣີນສ໌ 12 ຄົນ, ແລະ ຢ່າງຫນ້ອຍ ອີກນຶ່ງສຽງ ເພື່ອຈະຜ່ານຮ່າງກົດໝາຍນັ້ນ.

ສະມາຊິກສະພາສູງອິສຣະ ທ່ານ David Pocock ຮຽກຮ້ອງໃຫ້ຣັຖບານມີຄວາມສ້າງສັນ.

"ທ່ານຣັຖມົນຕີBowen ໄດ້ກ່າວວ່າ ທ່ານເປີດກວ້າງຕໍ່ການແກ້ໄຂຢ່າງ ສົມເຫດສົມຜົນ. ເພິ່ນໄດ້ໃຫ້ເຮົາເບິ່ງມັນເມື່ອສອງສາມມື້ກ່ອນ. ພວກເຮົາກໍາລັງເຮັດວຽກກ່ຽວກັບມັນແລະພວກເຮົາຈະແນະນໍາການແກ້ໄຂເຫຼົ່ານັ້ນ.  ສິ່ງນີ້ຕ້ອງໃຫ້ເຫັນວ່າ ມັນແມ່ນຂັ້ນຕ່ຳແລະ ກໍບໍ່ແມ່ນເພດານ(ຂັ້ນສູງ) ແລະ ພວກ ເຮົາຕ້ອງການຫົນທາງທີ່ຈະຍົກໃຫ້ ສູງຂຶ້ນໄປອີກເມື່ອເວລາຜ່ານໄປ... ຄວາມຄາດຫມາຍຈາກຫຼາຍໆຄົນໃນຊຸມຊົນແມ່ນນັກການເມືອງກໍາລັງແກ້ໄຂບັນຫາໃຫຍ່ທີ່ພວກເຮົາກໍາລັງປະເຊີນຢູ່."

ຫວນຄືນໃນປີ 2009, ພັກ ກຣີນສ໌ ໄດ້ຮ່ວມກັບ ພັກຮ່ວມ  (Coalition) ເພື່ອລົງຄະແນນສຽງຄັດຄ້ານນະໂຍບາຍພູມອາກາດຂອງພັກແຮງງານ ອີກນະໂຍບາຍຫນຶ່ງ - ເຊິ່ງແມ່ນ “ແຜນການຫຼຸດຜ່ອນການຄ້າ ປ່ອຍອາຍ ກາກບອນ”  (Carbon Emissions Trading Reduction Scheme)

ຜູ້ນໍາ ກຣີນສ໌ ຢືນຢັນໃນຄັ້ງນີ້ວ່າ ທ່ານຫວັງວ່າ ມັນຈະບໍ່ເກີດຂຶ້ນ

ການທົດສອບຈະເກີດຂຶ້ນເມື່ອ ຣັຖສະພາ ກັບມາເປີດວາຣະໃໝ່, ແລະ ມັນໄດ້ຖືກເປີດເຜີຍວ່າຈະສາມາດບັນລຸຄວາມເຫັນພ້ອມກັນໄດ້ຫລືບໍ່ ເຖິງແມ່ນວ່າ ຈະມີຄວາມເປັນຫ່ວງທີ່ມີຄວາມຂັດແຍ້ງກັນກ່ຽວກັບຂໍ້ ສເນີນັ້ນ.

ສາດສະດາຈານ Mark Howden ຈາກສະຖາບັນການແກ້ໄຂ ສະພາບອາກາດ, ພະລັງງານ ແລະ ພັຍພິບັດ ຂອງມະຫາວິທະຍາລັຍ ແຫ່ງຊາດອອສເຕຣເລັຍ (Australian National University's Institute for Climate) ກ່າວວ່າ ມັນເປັນບັນຫາທີ່ຈະແກ້ໄຂໄດ້ດີທີ່ສຸດຖ້າທຸກຄົນເຮັດວຽກຮ່ວມກັນ.

"ຂ້ອຍຄິດວ່າຂໍ້ຕົກລົງສອງຝ່າຍເຮັດວຽກໄດ້ດີແທ້ໆເມື່ອເຮົາຮັບມືກັບບັນຫາໄລຍະຍາວແບບນີ້. ປັນຫາໄລຍະສັ້ນ ບາງທີອາດຈະ ປະຕິບັດໄດ້ ດ້ວຍຝ່າຍດຽວ ແຕ່ບັນຫາທີ່ຍາວນານເຊັ່ນການປ່ຽນແປງຂອງພູມອາກາດແລ້ວ ຈໍາເປັນຕ້ອງໄດ້ຮັບການສນັບສນູນ ຈາກສອງຝ່າຍເພື່ອໃຫ້ພວກເຮົາສາມາດມີນະໂຍບາຍທີ່ຕໍ່ເນື່ອງແລະສ້າງຄວາມຫມັ້ນໃຈ ໃນຊຸມຊົນທຸລະກິດແລະໃນຊຸມຊົນທົ່ວໄປ."

Richie Merzian ຈາກ ໂຄງການ  ພູມອາກາດ ແລະ ພະລັງງານ ທີ່ ສະຖາບັນອອສເຕຣເລັຍ (Climate and Energy Program at the Australia Institute) ກ່າວວ່າ ມັນເປັນການໂຕ້ຖຽງ ທີ່ຈໍາເປັນຕ້ອງມີ.

"ນີ້ແມ່ນຮ່າງກົດຫມາຍ ສະພາບພູມອາກາດຄັ້ງທໍາອິດທີ່ພວກເຮົາມີໃນຮອບຫຼາຍປີ. ບາງທີອາດເຖິງສິບປີ. ສະນັ້ນມັນ ເປັນການດີທີ່ໄດ້ມີການຖົກຖຽງກັນ, ມັນເປັນເຣື້ອງດີທີ່ຈະເວົ້າເຖິງວິທີ ທີ່ເຮົາຈະມີຄວາມທະເຍີທະຍານຫລາຍຂຶ້ນໃນຖານະປະເທດ."

ຣັຖບານໃຫມ່ຊຸດ ທີ 47 ມີກຳໜົດຈະເລີ້ມຂຶ້ນເປັນເທື່ອທໍາອິດໃນອາທິດສຸດທ້າຍ ຂອງເດືອນ ກໍລະກົດ.

ເນື້ອເລື່ອງໂດຍ   Tom Stayner ແລະ Claire Slattery ຂ່າວ SBS News,

ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ


Share