ມື້ເລືອກຕັ້ງຂອງຣັຖບານໃກ້ຈະຮອດແລ້ວ, ແລະຊາວອອສເຕຣລຽນ ຫລາຍກວ່າເຄິ່ງລ້ານຄົນກໍຈະມີສິດປ່ອນບັດເລືອກຕັ້ງເປັນເທື່ອທໍາອິດ.
ສໍາລັບຜູ້ທີ່ມີອາຍຸລະຫວ່າງ 18 ຫາ 20 ປີ, ມັນຈະເປັນໂອກາດທໍາອິດຂອງພວກເຂົາທີ່ຈະໃຊ້ສິດຂອງເຂົາເຈົ້າໃນຂະບວນການເລືອກຕັ້ງ ໃນລະດັບຊາດ... Tys Occhiuzzi... ລາຍງານ.
ມັນເປັນເວລາອັນສໍາຄັນໃນການເລືອກຕັ້ງ ສໍາລັບຫລາຍຄົນ ໃນກຸ່ມນັກເຄື່ອນໄຫວດ້ານການປ່ຽນແປງຂອງດິນ ຟ້າ ອາກາດ.
ການເຄື່ອນໄຫວຂອງ The School For Climate ໄດ້ມີຄວາມໂດດເດັ່ນຂຶ້ນໃນປີ 2019, ແລະກໍເພີ່ມຄວາມໂດດເດ່ນຂື້ນອີກ ຫຼັງຈາກ ພັຍໄຟໄຫມ້ ແລະ ພັຍນ້ຳຖ້ວມ ໃນອອສເຕຣເລັຍ ເມື່ອບໍ່ດົນມານີ້.
Varsha Yajman ອາຍຸສິບເກົ້າປີ ແມ່ນຜູ້ຈັດງານສໍາຄັນຂອງການເຄື່ອນໄຫວນີ້. ຕອນນີ້ນາງກໍາລັງເຮັດວຽກທາງດ້ານກົດໝາຍ ຫຼື paralegal ໃນ Sydney, ແລະສືບຕໍ່ການເຄື່ອນໄຫວດ້ານສະພາບອາກາດຂອງນາງ.
“ຂ້ອຍຕື່ນເຕັ້ນຫຼາຍ, ແຕ່ຂ້ອຍກໍຄິດວ່າມັນມີຄວາມກົດດັນຫຼາຍເຊັ່ນກັນ ເພາະວ່າມັນເປັນຄັ້ງທໍາອິດທີ່ຫຼາຍຄົນໃນລຸ້ນຂອງຂ້ອຍສາມາດລົງຄະແນນສຽງ. ມັນຮູ້ສຶກວ່າ ພາລະສ່ວນຫລາຍ ແມ່ນຂຶ້ນຢູ່ກັບ 'ການເລືອກທີ່ຖືກຕ້ອງ' ແລະ ການເລືອກທີ່ເຫມາະສົມທີ່ຈະໃຫ້ເຮົາມີ ອະນາຄົດທີ່ປອດໄພ. ພວກເຮົາມີພາລະຕໍ່ຄວາມຮັບຜິດຊອບຫລາຍແລ້ວ ແລະ ພວກເຮົາບໍ່ຢາກໃຫ້ສິ່ງນັ້ນ ຮຸນແຮງຂຶ້ນໃນອະນາຄົດ."
ເພື່ອນຜູ້ສະຫນັບສະຫນູນດ້ານສະພາບອາກາດ Niamh [NEEV]] O'Connor Smith ໃນເມືອງ Melbourne ກ່າວວ່າ ນາງພົບວ່າ ນະໂຍບາຍ ຂອງ ຣັຖບານ ໜ້າລັງກຽດ.
“ຂ້ອຍນັ່ງຄິດຢູ່ທີ່ນີ້ວ່າ 'ຂ້ອຍບໍ່ຮູ້ວ່າອະນາຄົດຂອງຂ້ອຍຈະເປັນແນວ ໃດ'. ເຂົາເຈົ້າບໍ່ໄດ້ເປັນຕົວແທນຂອງສິ່ງທີ່ຂ້ອຍຕ້ອງການ ແລະ ເຂົາເຈົ້າກໍບໍ່ໄດ້ເປັນຕົວແທນຂອງສິ່ງທີ່ຄົນຫນຸ່ມຕ້ອງການ. ຂ້ອຍບໍ່ເຫັນຫຍັງໃນນະໂຍບາຍຂອງເຂົາເຈົ້າ ທີ່ຈະຊ່ວຍຂ້ອຍໃນໄລຍະຍາວໄດ້ ຫລື ສ້າງຊຸມຊົນຮອບຕົວຂ້ອຍ ແລະຊ່ວຍຄົນຫນຸ່ມອື່ນໆຄືກັນກັບຂ້ອຍ ໃນການສ້າງອະນາຄົດ."
ທີ່ເດີ່ນຊ້ອມເຕະບານຢູ່ພາກຕາເວັນຕົກ ຂອງເມືອງ Sydney, ການເລືອກຕັ້ງທີ່ໃກ້ຈະມາເຖິງນັ້ນ ບໍ່ໄດ້ຢູ່ໃນຄວາມຄຶດຂອງນັກກິລາ.
" ຂ້ອຍຢາກເວົ້າວ່າ ຂ້ອຍຮູ້ຈັກ ພັກແຮງງານ ແລະ ພັກ Liberal ແລະ ຂ້ອຍແນ່ໃຈວ່າ ທ່ານ Scott Morrison's ນັ້ນຢູ່ພັກ Liberal. ນັ້ນແມ່ນສິ່ງທີ່ຂ້ອຍຮູ້...ຄັນຊິເວົ້າແທ້."
"ທ່ານເຫັນສິ່ງຕ່າງໆ ທີ່ທ່ານເຫັນໃນສື່ສັງຄົມອອນລາຍ, ດັ່ງນັ້ນ ຂ້ອຍອາດຈະຕັດສິນໃຈຂອງຂ້ອຍໂດຍອີງໃສ່ສິ່ງທີ່ຂ້ອຍເຫັນໃນອິນເຕີເນັດໃນເວລານັ້ນ. ຂ້ອຍບໍ່ໄດ້ຄິດຫຼາຍເກີນໄປວ່າ ຂ້ອຍຈະເລືອກເອົາໃຜ, ແຕ່ເມື່ອເຖິງເວລາແລ້ວ ຂ້ອຍຈະເຮັດການຄົ້ນຄວ້າຂອງຂ້ອຍເອງ ແລະເບິ່ງວ່າຂ້ອຍຮູ້ສຶກແນວໃດກ່ຽວກັບພັກໃດ."
ຕໍ່ໄປທາງໃຕ້ໃນ ເຂດເມືອງ Sutherland ຂອງ Sydney, Kurranulla Aboriginal Corporation ຊຶ່ງເປັນສູນກາງ “ແວ່ມາຫາ” ຫຼື drop-in centre ສໍາລັບຊຸມຊົນຊາວພື້ນເມືອງໃນທ້ອງຖິ່ນ. ສູນກາງນີ້ ອາໄສການຊ່ວຍເຫຼືອຂອງ ພວກຄົນງານຊາວຫນຸ່ມ ເຊັ່ນ ນາງ Tameika Lee Fitzgerald ອາຍຸ 19 ປີ. ລາວເວົ້າວ່າ ການລົງຄະແນນສຽງ ຂອງຊາວຫນຸ່ມ ອາດຈະບໍ່ເປັນສິ່ງສໍາຄັນ ສໍາລັບພັກໃຫຍ່.
"ຂ້ອຍຄິດວ່າ ມັນຄວນຈະມີສ່ວນກ່ຽວກັບຊາວຫນຸ່ມ ທົ່ວອອສເຕຣເລັຍຫຼາຍກວ່ານີ້ ບໍ່ວ່າຈະເປັນຊາວພື້ນເມືອງ ຫຼືບໍ່ກໍຕາມ. ຂ້ອຍຄິດວ່ານັກການເມືອງໃຫ້ຄວາມສຳຄັນກັບຄົນທີ່ມີອາຍຸ ແທນທີ່ ຈະເປັນຊາວຫນຸ່ມ.”
ໃນເມືອງ Perth, ຊຸມຊົນ Tigrayan ໄດ້ສະຫນັບສະຫນູນ ໃຫ້ຣັຖບານປະນາມ ຣັຖບານ ເອທິໂອເປຍ ກ່ຽວກັບການຖືກກ່າວຫາວ່າມີອາຊະຍາກໍາສົງຄາມ ຢູ່ບ້ານເກີດເມືອງນອນຂອງພວກເຂົາເຈົ້າມາດົນແລ້ວ. ນັກສຶກສາ ຊີວະວິທຍາ Noha Tsehaye [[no-har tseh-har-yeh]] ອາຍຸ 18 ປີ ໄດ້ເຫັນ ຣັຖບານປະນາມ ຣັດເຊຍ ກ່ຽວກັບການບຸກລຸກ ທີ່ Ukraine ແລະ ຜິດຫວັງທີ່ ຣັຖບານ ບໍ່ໄດ້ເຮັດແບບດຽວກັນກັບ Tigray.
"ໃນອະນາຄົດ, ບໍ່ວ່າພັກໃດຈະຊະນະການເລືອກຕັ້ງ, ຂ້າພະເຈົ້າປາຖະຫນາວ່າພັກນັ້ນຈະປະນາມ ຣັຖບານ ເອທິໂອເປຍ ໃນສິ່ງທີ່ກໍາລັງເກີດຂຶ້ນໃນ Tigray. ຣັຖບານໄດ້ປະຕິບັດ ກັບ Ukraine ພາຍໃນເວລາ 24 ຊົ່ວໂມງ ແຕ່ກັບ Tigray, ມັນເປັນເວລາຫຼາຍກວ່າ 500 ມື້."
ທີ່ມະຫາວິທະຍາໄລ ຄວີນສະແລນ, ນັກສຶກສາກໍາລັງພິຈາລະນາບັນຫາຕ່າງໆທີ່ຈະຂັບເຄື່ອນວິທີທີ່ພວກເຂົາເຈົ້າລົງຄະແນນສຽງ.
"ການປ່ຽນແປງດິນຟ້າອາກາດ. 100 ເປີເຊັນ ແມ່ນການປ່ຽນແປງດິນຟ້າອາກາດ. ນອກຈາກນັ້ນ ຂ້ອຍຄິດວ່າລາຄາເຮືອນແລະຄ່າເຊົ່າ. ໂດຍສະເພາະແມ່ນຄ່າເຊົ່າໃນເມືອງແພງຫຼາຍ ແລະມັນມີຄວາມກົດດັນ ຫຼາຍທີ່ພະຍາຍາມທີ່ຈະກາຍເປັນຜູ້ໃຫຍ່ ແລະບໍ່ຮູ້ວ່າຂ້ອຍຈະໃຊ້ເວລາດົນປານໃດຈຶ່ງຈະໄດ້ຊື້ເຮືອນ ແລະຕັ້ງໂຕໄດ້.”
"ທຸກຄົນທີ່ເປັນນັກສຶກສາ, ເຂົາເຈົ້າສຶກສາສິ່ງໃນທີ່ຕົນເອງຕ້ອງການເຮັດ. ມັນບໍ່ຄວນຈະແມ່ນວ່າ ເຂົາເຈົ້າຖືກບັງຄັບໃຫ້ເລືອກເສັ້ນທາງອາຊີບທີ່ແຕກຕ່າງ ຍ້ອນເຫດຜົນທາງດ້ານເສດຖະກິດ. ມັນຄວນຈະແມ່ນສຶກສາໃນສິ່ງທີ່ທ່ານຕ້ອງການເຮັດ, ເພາະວ່າທ່ານບໍ່ຕ້ອງການທີ່ຈະໃຊ້ຊີວິດຂອງທ່ານ ເຮັດວຽກທີ່ທ່ານຊັງ."
ອາຈານອະວຸໂສ ດ້ານການເມືອງ ທີ່ ມະຫາວິທະຍາໄລແຫ່ງຊາດ ອອສເຕຣເລັຍ, ທ່ານນາງ Jill Sheppard ກ່າວວ່າ ທໍາມະຊາດ ຂອງລະບົບ ບັງຄັບ ຂອງການເລືອກຕັ້ງຂອງ ອອສເຕຣເລັຍນັ້ນ ຫມາຍຄວາມວ່າ ຜູ້ລົງຄະແນນໄວຫນຸ່ມມັກຈະຖືກເບິ່ງຂ້າມ ໂດຍພັກການເມືອງໃຫຍ່.
ທ່ານນາງເວົ້າວ່າ ມັນບໍ່ແມ່ນເລື່ອງທີ່ຫນ້າແປກໃຈທີ່ຜູ້ລົງຄະແນນສຽງຄັ້ງທໍາອິດຫຼາຍຄົນກໍຮູ້ສຶກຖືກຕັດປ່ອຍຈາກລະບົບການເມືອງ.
"ຂ້າພະເຈົ້າຄິດວ່າມັນເປັນວຽກທີ່ງ່າຍທີ່ສຸດໃນໂລກສໍາລັບພາກສ່ວນທີ່ຈະມີສ່ວນຮ່ວມກັບຄົນຫນຸ່ມ ຫຼາຍກວ່າທີ່ພວກເຂົາເຮັດໃນຕອນນີ້ ເພາະວ່າໃນເວລານີ້ພວກເຂົາກໍບໍ່ໄດ້ເຮັດຫຍັງ. ສິ່ງທີ່ເຂົາເຈົ້າຕ້ອງເຮັດແມ່ນການເວົ້າກັບຄົນຫນຸ່ມສາວໃນເງື່ອນໄຂທີ່ດຶງດູດໃຈເຂົາເຈົ້າ. ດັ່ງນັ້ນຄວນເວົ້າເຖິງການປ່ຽນແປງຂອງສະພາບດິນຟ້າອາກາດ, ເວົ້າເລື້ອງການເຂົ້າເຖິງການສຶກສາ, ເວົ້າເຖິງບັນຫາທີ່ຜູ້ເຊົ່າ ແລະການປະເຊີນຫນ້າກັບການກູ້ເງິນສໍາລັບເຮືອນຫຼັງທໍາອິດຂອງເຂົາເຈົ້າ. ນີ້ແມ່ນ ບັນຫາທີ່ ບັນດາພັກໃຫຍ່ໆຄ້າຍກັບວ່າຢ້ານທີ່ຈະເວົ້າເຖິງ ເພາະວ່າພວກເຂົາເຈົ້າ ຈະປະຖິ້ມຜູ້ເລືອກຕັ້ງ ທີ່ມີອາຍຸສູງ ແລະ ພວກເຂົາເຈົ້າຕ້ອງປະເຊີນໜ້າກັບ ຄວາມສ່ຽງນັ້ນ."
ຄະນະ ກໍາມະການເລືອກຕັ້ງ ຂອງ ອອສເຕຣເລັຍ ກ່າວວ່າ ໃນທ້າຍ ເດືອນ ກຸມພານີ້ ມີຊາວອອສເຕຣເລັຍ ຫລາຍກວ່າ 610 ພັນ ຄົນ (612,300 ຄົນ) ທີ່ໄດ້ລົງທະບຽນເລືອກຕັ້ງ ຊຶ່ງມີອາຍຸ 18,19 ຫລື 20 ປີ.
ທ່ານ Evan Ekin-Smyth ກ່າວວ່າ ຫລັງຈາກການເລືອກຕັ້ງໄດ້ ຖືກປະກາດ, ມັນມີພຽງ ເຈັດ ມື້ເທົ່ານັ້ນທີ່ຈະລົງທະບຽນເພື່ອປ່ອນບັດເລືອກຕັ້ງ. ລາວຊຸກຍູ້ໃຫ້ປະຊາຊົນລົງທະບຽນໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້.
"ຂໍ້ຄວາມເຖິງທຸກຄົນທີ່ຟັງພວກເຮົາກໍຄື ເມື່ອພວກເຮົາ ເວົ້າເຖິງການລົງທະບຽນ ແມ່ນໃຫ້ເຮັດໃນຕອນນີ້. ມັນງ່າຍແທ້ໆ. ທ່ານພຽງແຕ່ເຂົ້າໄປທີ່ AEC.com.gov.au. ມັນເປັນແບບຟອມອອນໄລນ໌. ທ່ານສາມາດເຮັດໄດ້ໃນໂທລະສັບມືຖືຂອງທ່ານ ຊຶ່ງໃຊ້ເວລາປະມານຫ້ານາທີ."
ນີ້ແມ່ນການລົງທຶນໄລຍະສັ້ນ ສໍາລັບຜູ້ ທີ່ຈະປະກອບສ່ວນໃນຂະບວນການປະຊາທິປະໄຕຂອງ ອອສເຕຣເລັຍ.
ເນື້ອເລື່ອງໂດຍ Tys Occhiuzzi ຂ່າວ SBS News,
ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.