ມີການຮຽກຮ້ອງ ໃຫ້ຫ້າມໂຄສະນາການພະນັນທັງໝົດ.

Mobile casino background. Poker online application concept. Bookmaker's website interface template. Gambling app design.

ການພະນັນທີ່ມີຫຼາກຫຼາຍ ໃນ ອອສເຕຣເລັຍ ແລະ ເຂົ້າເຖິງໄດ້ງ່າຍ. Source: iStockphoto / Sinenkiy/Getty Images

Get the SBS Audio app

Other ways to listen


Published

By Omoh Bello
Presented by Sak Phoumirath
Source: SBS

Share this with family and friends


ສະພາຊຸມຊົນຫຼາຍວັດທະນະທັມ (The Multicultura lCommunities Council-MCC) ຂອງ New South Wales ກ່າວວ່າ ຜູ້ຄົນທີ່ແຕກຕ່າງທາງວັດທະນະທັມ ແລະພາສາ ມີຄວາມສ່ຽງເປັນພິເສດ, ແລະບໍ່ມີຫຍັງຫນ້ອຍກວ່າ ການສັ່ງຫ້າມທັງໝົດເທົ່ານັ້ນ ຈຶ່ງເປັນທີ່ຍອມຮັບໄດ້. ແຕທາງ ຣັຖບານຍັງບໍ່ໄດ້ປະຕິບັດຕາມຄຳແນະນຳຂອງຜູ້ແທນຂອງພັກຕົນເອງ.


ມີການຮຽກຮ້ອງ ໃຫ້ຫ້າມໂຄສະນາການພະນັນທັງໝົດ.

ອົງການ ຫຼາຍວັດທະນະທັມ (Multicultural Organisation) ກໍາລັງ ສນັບສນູນຜູ້ຮຽກຮ້ອງການຕໍ່ຕ້ານການພະນັນ ໃນການຫ້າມໂຄສະນາການພະນັນທັງໝົດ.

ສະພາຊຸມຊົນຫຼາຍວັດທະນະທັມ (The Multicultura lCommunities Council-MCC) ຂອງ New South Wales ກ່າວວ່າ ຜູ້ຄົນທີ່ແຕກຕ່າງທາງວັດທະນະທັມ ແລະພາສາ ມີຄວາມສ່ຽງເປັນພິເສດ, ແລະບໍ່ມີຫຍັງຫນ້ອຍກວ່າ ການສັ່ງຫ້າມທັງໝົດເທົ່ານັ້ນ ຈຶ່ງເປັນທີ່ຍອມຮັບໄດ້.

Omoh Bello ລາຍງານ.

ການຫ້າມໂຄສະນາ ການພະນັນທັງໝົດ ເບິ່ງຄືວ່າເປັນໄປບໍ່ໄດ້ເລື້ອຍໆ.

ການສອບສວນ ທີ່ນໍາໂດຍອະດີດຜູ້ແທນພັກແຮງງານ, Peta Murphy, ຫລາຍກວ່າຫນຶ່ງປີກ່ອນ ໄດ້ແນະນໍາໃຫ້ສັ່ງຫ້າມ ການໂຄສະນາກາພະນັນທັງໝົດ. ແຕ່ຣັຖບານ ໄດ້ອອກກົດຫມາຍສໍາລັບການສັ່ງຫ້າມບາງສ່ວນ, ເບິ່ງຄືວ່າບໍ່ຍອມຮັບຄໍາແນະນໍາ.

ຂໍ້ແກ້ຕົວ ທີ່ສະມາຊິກຜູ້ແທນຣັຖບານ ບາງຄົນໄດ້ສເນີ, ຮວມທັງ Bill Shorten, ແມ່ນວ່າ ການສັ່ງຫ້າມບາງສ່ວນ ຈະຊ່ອຍເຫລືອພາກສື່ສານຊຶ່ງກໍາລັງປະເຊີນກັບການສູນເສັຍ $300 ລ້ານໂດລາ ຈາກການໂຄສະນາ.

ຣັຖບານ ຍັງບໍ່ໄດ້ຢືນຢັນ ແຜນການຂອງຕົນ ຕໍ່າທາຣະນະ, ແລະຂໍ້ຕົກລົງທີ່ເຄັ່ງຄັດ ທີ່ຫ້າມເປີດເຜີຍ ໄດ້ເຮັດໃຫ້ຜູ້ທີ່ມີສ່ວນຮ່ວມ ໃນຂັ້ນຕອນການປຶກສາຫາລື ມິດງຽບ.

ສະພາ ຊຸມຊົນຫຼາຍວັດທະນະທັມ (The Multicultural Communities Council-MCC) ຂອງ New South Wales ກ່າວວ່າ ມັນເປັນຫ່ວງກ່ຽວກັບຜົນກະທົບ ຂອງການພະນັນ ຕໍ່ຜູ້ຄົນທີ່ແຕກຕ່າງ ທາງວັດທະນະທັມ ແລະພາສາ.

Mark Franklin, ປະທານຂອງ MCC ສາຂາ New South Wales ກ່າວວ່າ ຄົນເຫລົ່ານີ້ ຄວາມສ່ຽງທີ່ຈະມີບັນຫາ ເລື່ອງການພະນັນ ເມື່ອປຽບທຽບໃສ່ກັບຄົນທົ່ວໄປ.

"ໂດຍສະເພາະ ຜົນກະທົບຕໍ່ບາງຊຸມຊົນ ເປັນໜ້າວິຕົກ ເພາະສ່ວນຫລາຍແລ້ວ, ຖ້າຫາກເຂົາເຈົ້າ ມີສ່ວນຮ່ວມຢ່າງເລິກເຊິ່ງ ແລະຕິດການພະນັນ, ຈະມີຄວາມອັບອາຍຢ່າງຫຼາຍ ໃນການຍອມຮັບວ່າເຂົາເຈົ້າມີສ່ວນຮ່ວມຫລາຍເກີນໄປ ແລະກີດກັນເຂົາເຈົ້າ ຈາກການຂໍຄວາມຊ່ອຍເຫລືອ."

ລາວເວົ້າວ່າ ການໂຄສະນາສົ່ງຂໍ້ຄວາມທີ່ຜິດ.

"ຮູບແບບຂອງການໂຄສະນາ ເຮັດໃຫ້ເຫັນວ່າ ການໂຄສະນາ ເປັນສິ່ງສໍາຄັນ ທີ່ຈະມີສ່ວນຮ່ວມໃນຊີວິດ ແລະວັດທະນະທັມ ຂອງອອສເຕຣເລັຍ, ຊຶ່ງແນ່ນອນວ່າ ເປັນຕົວຢ່າງທີ່ບໍ່ດີ ສໍາລັບຜູ້ອົບພະຍົບໃຫມ່. ສິ່ງທີ່ເຮົາຕ້ອງການ ຄືໃຫ້ຣັຖບານ ດໍາເນີນການຕັດສິນໃຈ ຢ່າງເປັນເອກກະສັນ ຂອງການສອບສວນ ທີ່ທຸກຝ່າຍເຫັນພ້ອງຕ້ອງກັນ. ສະນັ້ນ, ຍິ່ງຍອມຮັບການຄົ້ນພົບຂອງຕົນເອງ ແລະລົງມືເຮັດຕາມນັ້ນ ໄວເທົ່າໃດ, ກໍຍິ່ງດີເທົ່ານັ້ນ."

ອີງຕາມ the Responsible Gambling Foundation, ການໂຄສະນາການພະນັນ ແລະການຊັກຈູງ ເປັນທີ່ຮູ້ຈັກກັນວ່າ ເປັນການສົ່ງເສີມ ການພະນັນທີ່ສ່ຽງຫຼາຍຂຶ້ນ, ເພີ່ມຈໍານວນເງິນໃນການພະນັນ ແລະກໍ່ໃຫ້ເກີດຄວາມຕື່ນເຕັ້ນ ທີ່ຊຸກຍູ້ຜູ້ຄົນ ໃຫ້ຫຼິ້ນການພະນັນ ເຖິງແມ່ນວ່າ ເຂົາເຈົ້າບໍ່ຕ້ອງການກໍຕາມ.

Martin Thomas ຫົວຫນ້າຜູ້ອໍານວຍການໃຫຍ່ຂອງ Alliance for Gambling Reform ຍັງເຊື່ອວ່າ ຊຸມຊົນຂອງອອສເຕຣເລັຍ ຈະເຮັດໄດ້ດີກວ່າ ຖ້າບໍ່ມີການໂຄສະນາການພະນັນ.

"ພວກເຮົາຮູ້ວ່າ ຊາວອອສເຕຣເລັຍ ສູນເສັຍເງິນຫລາຍກວ່າ ຊາວຫ້າພັນລ້ານໂດລາ ຈາກການຫລິ້ນການພະນັນທຸກປີ, ແລະຖ້າຫາກທ່ານເອົາເງິນຈໍານວນຫລວງຫລາຍນັ້ນ ອອກຈາກຊຸມຊົນ, ໂດຍສະເພາະໃນຊ່ວງວິກິດຄ່າຄອງຊີບ, ມັນຈະກໍ່ໃຫ້ເກີດຄວາມລຳບາກທາງການເງິນ. ມັນເຮັດໃຫ້ມີບັນຫາເລື່ອງສຸຂະພາບ ແລະສຸຂະພາບທາງຈິດ. ມີຫລັກຖານວ່າ ມັນເພີ່ມຄວາມເປັນໄປໄດ້ ຂອງຄວາມຮຸນແຮງໃນຄອບຄົວ ແລະຄວາມຮຸນແຮງຂອງຄູ່ຜົວເມັຍ. ແລະໃນທີ່ສຸດ, ຍັງມີການຄົ້ນຄວ້າທີ່ໜ້າເຊື່ອຖື ທີ່ສະແດງໃຫ້ເຫັນວ່າ ຖ້າຫາກເຮົາຮວບຮວມຂໍ້ມູນທີ່ຖືກຕ້ອງ, ເປັນໄປໄດ້ວ່າ ການຂ້າຕົວຕາຍ ທີ່ກ່ຽວຂ້ອງກັບການຫລິ້ນພະນັນ ອາດສູງເຖິງ 20 ເປີເຊັນ."

ໃນຂນະດຽວກັນ, ສະຖາບັນອອສເຕຣເລັຍ (Australia Institute) ກໍາລັງສເນີການເກັບພາສີ 2 ເປີເຊັນ ເພື່ອຊົດໃຊ້ລາຍໄດ້ ທີ່ສູນເສັຍໄປໂດຍສື່ ຖ້າຫາກການໂຄສະນາການພະນັນ ຖືກຫ້າມ.

ໃນປີ 2022-23 ລາຍໄດ້ຂອງບໍຣິສັດການພະນັນ ລວມທັງຫມົດ 17.2ພັນລ້ານໂດລາ ແລະອຸດສາຫະກັມ ໄດ້ໃຊ້ຈ່າຍເງິນປະມານ 239 ລ້ານໂດລາ ໃນການໂຄສະນາທາງໂທລະພາບ, ທາງວິທະຍຸໃນເມືອງໃຫຍ່ ແລະອອນລາຍ.

ນັກວິຈັຍອາວຸໂສຂອງສະຖາບັນອອສເຕຣເລັຍ, Stephen Long, ກ່າວວ່າ ການເກັບພາສີລາຍໄດ້ ຈາກການຫລິ້ນພະນັນ ພຽງແຕ່ 1.4 ເປີເຊັນ ກໍສາມາດທົດແທນລາຍໄດ້ ຈາກການໂຄສະນາທີ່ສູນເສັຍໄປ.

"ມີຫລັກການພື້ນຖານໃນເສດຖະສາດທີ່ວ່າ, ເຫດຜົນຫນຶ່ງ ທີ່ທ່ານເກັບພາສີ ແມ່ນເພື່ອກີດກັນສິ່ງທີ່ທ່ານບໍ່ຢາກໃຫ້ເກີດຂຶ້ນ. ສະນັ້ນ, ພວກເຮົາ ຈຶ່ງເກັບພາສີຢ່າງຫລວງຫລາຍ ສໍາລັບຢາສູບ ເພື່ອກີດກັນການສູບຢາ. ການເກັບພາສີນີ້, ຈະຊ່ວຍກີດກັນ ການຫລິ້ນພະນັນນໍາອີກ. ຢ່າງຫນ້ອຍກໍໃນໄລຍະສັ້ນ. ມັນຫມາຍຄວາມວ່າ ເຄືອຂ່າຍສື່ ຈະບໍ່ສູນເສັຍລາຍໄດ້ ເພື່ອປໂຍດສາທາຣະນະ ແລະສື່ສາທາຣະນະ. ສະນັ້ນ, ມັນເປັນສິ່ງທີ່ດີ ສໍາລັບສື່ໃນ, ມັນເປັນສິ່ງທີ່ດີ ສໍາລັບສັງຄົມ ແລະສຸຂະພາບຂອງສັງຄົມ ແລະຜູ້ທີ່ອາດຈະສູນເສັຍ ກໍແມ່ນບໍຣິສັດການພະນັນ."

ເຖິງແມ່ນຈະມີການຈໍາກັດທີ່ເຄັ່ງຄັດ ໃນລະຫວ່າງການຖ່າຍທອດ ການຫລິ້ນກິລາສົດ ໃນປີ 2018, ແຕ່ປະຣິມານການໂຄສະນາການພະນັນ ໃນໂທລະພາບ ແລະວິທະຍຸ ໄດ້ເພີ່ມຂຶ້ນ 50 ເປີເຊັນ, ໂດຍມີການໃຊ້ຈ່າຍ503.7 ລ້ານໂດລາ ສໍາລັບການໂຄສະນາ ນັບແຕ່ນັ້ນມາ.

Mr Thomas ຈາກພັນທະມິດເພື່ອການປະຕິຮູບການພະນັນ (the Alliance for Gambling Reform) ໄດ້ກ່າວຢ້ຳວ່າ ຕ້ອງດຳເນີນການທັນທີ ເພື່ອປົກປ້ອງຊາວອອສເຕຣເລັຍ.

"ພວກເຮົາ ກໍາລັງຮຽກຮ້ອງໃຫ້ຣັຖບານ ລົງມືເຮັດຕາມຄໍາແນະນໍາຂອງລາຍງານ Murphy, ຊຶ່ງເປັນການລາຍງານ ຂອງຜູ້ແທນຄົນຫນຶ່ງຂອງເຂົາເຈົ້າເອງ ທີ່ມີຄໍາແນະນໍາ 31 ຂໍ້, ແລະຫນຶ່ງໃນນັ້ນ ແມ່ນການສັ່ງຫ້າມການໂຄສະນາການພະນັນທັງຫມົດ ໃນໄລຍະສາມປີ. ພວກເຮົາເຊື່ອວ່າ ສິ່ງນີ້ ສະທ້ອນເຖິງສິ່ງທີ່ໄດ້ເກີດຂຶ້ນ ກັບການໂຄສະນາຢາສູບເມື່ອຫລາຍສິບປີກ່ອນ ແລະສາມາດເຮັດໄດ້ງ່າຍໆ ແລະຄວນເຮັດເພື່ອປົກປ້ອງຊາວອອສເຕຣເລັຍ."

ເນື້ອເລື່ອງໂດຍ Omoh Bello ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່

Share