ການຮຽກຮ້ອງ ນັບມື້ນັບດັງຂຶ້ນສໍາລັບຜູ້ຊື້ເຮືອນເທື່ອທໍາອິດ ທີ່ຈະໄດ້ຮັບອະນຸຍາດໃຫ້ ໃຊ້ເງິນທ້ອນບຳນານ ຫຼື superannuation ຂອງເຂົາເຈົ້າ ເປັນ ຫຼັກປະກັນສໍາລັບການກູ້ຢືມເງິນຊື້ເຮືອນ.
ຄໍາແນະນໍານີ້ມີຂຶ້ນຫລັງຈາກການ ກວດສອບຂອງ ຣັຖສະພາ ຊຶ່ງໄດ້ແນະນໍາ ໃຫ້ມີການປ່ຽນແປງຫຼາຍຢ່າງ ເພື່ອຊ່ວຍຫຼຸດຜ່ອນ ບັນຫາຄວາມສາມາດໃນການ ຊື້ທີ່ຢູ່ອາໄສ ຂອງອອສເຕຣເລັຍ.
ຄູ່ຜົວເມຍ Abbie Hutchinson ແລະ Simon D'Souza ໃນ Sydney ບໍ່ເຄີຍລືມຄວາມຝັນຂອງພວກເຂົາໃນການເປັນເຈົ້າຂອງເຮືອນ.
“ຄຸນຄ່າຂອງການມາຮອດຈຸດສຸດທ້າຍ ແມ່ນການຍ່າງເຂົ້າໄປໃນປະຕູນັ້ນເປັນເທື່ອທໍາອິດ ເພາະວ່າ ເຮົາສາມາດຍ່າງເຂົ້າໄປພ້ອມຄອບຄົວຂອງສີ່ຄົນ. ພວກເຮົາໄດ້ຜ່ານຫຼາຍຢ່າງໃນໄລຍະສອງສາມປີທີ່ຜ່ານມາດັ່ງຫຼາຍໆຄົນ ແຕ່ວ່າມັນເປັນໄລຍະເວລາທີ່ຍາວນານ, ການປະຢັດ ແລະ ການເສຍສລະທັງຫມົດ."
ແຕ່ມັນບໍ່ໄດ້ເປັນເລື່ອງງ່າຍ, ເຂົາເຈົ້າຕ້ອງຂໍ ແລະຢືມເງິນຈາກຄອບຄົວ.
"ຂ້ອຍ ບໍ່ຄິດວ່າມັນຊິຍາກປານນີ້, ຂ້ອຍຄິດວ່າມັນຄວນຈະມີການຊ່ວຍເຫຼືອຫລາຍກວ່ານັ້ນ ສໍາລັບຄົນເຊັ່ນພວກເຮົາ. ອາຍຸພວກເຮົາຢູ່ໃນໄລຍະສາມສິບກາງໆ, ພວກເຮົາໄດ້ເຮັດວຽກຕະຫຼອດຊີວິດຂອງພວກເຮົາ. ພວກເຮົາໂຊກດີຫຼາຍທີ່ ພວກເຮົາມີຄອບຄົວທີ່ສາມາດຊ່ວຍພວກເຮົາໄດ້, ພວກເຮົາສາມາດຢູ່ກັບຄອບຄົວຂອງພວກເຮົາໄດ້ໃນເວລາທີ່ພວກເຮົາທ້ອນເງິນ, ສະນັ້ນພວກເຮົາແມ່ນຜູ້ໂຊກດີ."
ບົດລາຍງານຂອງສະພາ ກ່ຽວກັບການຈັດຫາເຮືອນໃນຂອງອອສເຕຣເລັຍ ກໍເຫັນດີ ແລະ ພົບວ່າທຸກລະດັບຂອງລັດຖະບານຈໍາເປັນຕ້ອງແກ້ໄຂບັນຫາຄວາມສາມາດໃນການຊື້ ທີ່ຢູ່ອາໄສ.
ທ່ານ Jason Falinski ຜູ້ຂຽນລາຍງານ ກ່າວວ່າ ລາຄາເຮືອນ ຂອງອອສເຕຣເລັຍ ເປັນປະເດັນສໍາຄັນໃນການເລືອກຕັ້ງ ຂອງລັດຖະບານ ທີ່ຈະມາເຖິງມໍ່ໆນີ້.
"Sydney ແລະ Melbourne ຕອນນີ້ຢູ່ໃນອັນດັບຫ້າໃນໂລກ ຂອງຕະຫຼາດເຮືອນທີ່ຄົນບໍ່ສາມາດຊື້ໄດ້. ບົດລາຍງານສະບັບນີ້ເຮັດໃຫ້ເຫັນຢ່າງຊັດເຈນ ວ່າພວກເຮົາສາມາດສືບຕໍ່ເວົ້າເຖິງການເສຍພາສີ, ຫຼືພວກເຮົາສາມາດພະຍາຍາມແກ້ໄຂບັນຫາໂດຍການເພີ່ມການຈັດຫາ ເພາະໃນຫົວໃຈຂອງຊາດນີ້ ແມ່ນຄວາມຝັນທີ່ເຮົາແຕ່ລະຄົນຈະໄດ້ເປັນເຈົ້າຂອງ ເຮືອນຂອງຕົນເອງ."
ແຕ່ຫົວຫນ້າການຄົ້ນຄວ້າຂອງ CoreLogic Australia, Eliza Owen, ກ່າວວ່າ ຄວາມສໍາພັນຂອງຊາວ ອອສເຕຣລຽນ ກັບ ຊັບສິນທີ່ແທ້ຈິງ (Real estate) ນີ້ ກຳລັງມີການປ່ຽນແປງ.
"ຈະມີຄົນຫນ້ອຍລົງ ທີ່ສາມາດເປັນເຈົ້າຂອງເຮືອນໃນລະບົບປະຈຸບັນຂອງພວກເຮົາ. ບ່ອນທີ່ ມັນກາຍເປັນບັນຫາ ກໍຄືການເປັນເຈົ້າຂອງບ້ານນັ້ນ ເປັນເສັ້ນທາງໄປ ສູ່ການອອກກິນເບ້ຍບໍານານທີ່ສະດວກສະບາຍ ແລະ ຫມັ້ນຄົງ."
ແຕ່ດ້ວຍຄວາມຕ້ອງການ ທີ່ຫຼາຍເກີນກວ່າ ການຕອບສະຫນອງ, ການຊອກຫາບ່ອນທີ່ຈະຮ້ອງວ່າ ເຮືອນບໍ່ເຄີຍມີຄວາມຫຍຸ້ງຍາກປານນີ້.
ນາຍົກຣັຖມົນຕຣີ Scott Morrison ກ່າວວ່າ ອອສເຕຣເລັຍ ຕ້ອງມີການ ຂຍາຍບ້ານເຮືອນຫລາຍຂຶ້ນກວ່າເກົ່າ.
"ບໍ່ມີຂໍ້ສົງໄສວ່າໃນຕະຫຼາດເຮືອນໃດໆ, ບໍ່ວ່າທ່ານຈະຢູ່ທີ່ນີ້ໃນ Kalgoorlie, ຫຼື Kununurra, ຫຼື ໃນຕົວເມືອງຂອງ Sydney ແລະ Melbourne, ການສ້າງເຮືອນເພີ່ມເຕີມແມ່ນສິ່ງທີ່ຫຼຸດຄວາມກົດດັນຂອງລາຄາເຮືອນ."
ຫນຶ່ງໃນການພົບເຫັນ ທີ່ສໍາຄັນ ຂອງລາຍງານແມ່ນ ເນັ້ນເຖິງຄວາມຈໍາເປັນ ທີ່ຈະເພີ່ມຄວາມໜາແໜ້ນຂອງປະຊາກອນໃນຕົວເມືອງ ຂອງ ອອສເຕຣເລັຍ.
ນອກນັ້ນ ຍັງມີການຮຽກຮ້ອງໃຫ້ ລັດຖະບານທ້ອງຖິ່ນ ແລະ ລັດຖະບານລັດ ປ່ອຍບ້ານເຮືອນທີ່ມີຣາຄາບໍ່ແພງ ແລະ ທີ່ພັກອາໄສສຸກເສີນ ໃຫ້ຫລາຍຂຶ້ນ ແລະ ອະນຸຍາດໃຫ້ ຜູ້ຊື້ເຮືອນເທື່ອທໍາອິດສາມາດ ນໍາໃຊ້ຊັບສິນ superannuation ຂອງເຂົາເຈົ້າເປັນຫຼັກປະກັນ ສໍາລັບການກູ້ຢືມເງິນຊື້ເຮືອນ.
ບົດລາຍງານສະບັບນີ້ຍັງແນະນໍາໃຫ້ຍົກເລີກພາສີເຮືອນ ແລະ ປ່ຽນແທນດ້ວຍພາສີທີ່ດິນທີ່ມີຖານທີ່ກວ້າງຂວາງກວ່າ ແຕ່ນັກເສດຖະສາດບາງຄົນ, ເຊັ່ນ Saule Eslake, ເຊື່ອວ່າເຮັດສ່ຳນີ້ຍັງບໍ່ພໍ.
"ໃນທັດສະນະຂອງຂ້າພະເຈົ້າ ພວກເຂົາຄວນຈະຍົກເລີກ Negative Gearing ແລະຫຼຸດຜ່ອນການເສຍພາສີລາຍຮັບຂອງຕົ້ນທຶນຊັບສິນແລະນັກລົງທຶນອື່ນໆ ແລະໃນທັດສະນະຂອງຂ້າພະເຈົ້າທີ່ຈະຫຼຸດຜ່ອນການແຂ່ງຂັນຂອງຜູ້ຈະຊື້ເຮືອນ ທີ່ຈະຕ້ອງປະເຊີນຫນ້າກັບນັກລົງທຶນທຸກຄັ້ງທີ່ພວກເຂົາພະຍາຍາມທີ່ຈະຊື້ເຮືອນຂອງຕົນເອງ, ເພາະວ່ານັກລົງທຶນທາງຊັບສິນ ຮັບເງິນອຸດຫນູນຜ່ານລະບົບພາສີ ທີ່ພວກເຂົາເອົາເງິນມາລົງທຸນດ້ານຜົນປະໂຫຍດຂອງເຂົາເຈົ້າໄດ້ ໂດຍທີ່ຜູ້ທີ່ຊື້ເຮືອນຈະບໍ່ໄດ້ຜົນປະໂຫຍດນີ້."
ບາງຄົນ ຮຽກຮ້ອງໃຫ້ມີການສົນທະນາ ຢ່າງກວ້າງຂວາງຂຶ້ນກວ່າເກົ່າ ໃນ ປະເທດ ກ່ຽວກັບເລື້ອງທີ່ພັກອາໄສ.
ທ່ານ Kate Colvin ຈາກອົງການ ຣົນນະຣົງ 'Everybody's Home' ກ່າວວ່າ ບໍ່ວ່າຈະເປັນການເປັນເຈົ້າຂອງເຮືອນ ຫຼື ເຊົ່າ, ຄົນອອສເຕຣລຽນທຸກຄົນ ຄວນມີທີ່ຢູ່ທີ່ໝັ້ນຄົງ ແລະ ປອດໄພໃນການດໍາລົງຊີວິດ.
"ສ່ວນປະກອບສໍາຄັນໃນຄໍາວ່າບ້ານແມ່ນແນວຄວາມຄິດກ່ຽວກັບຄວາມປອດໄພເພາະທີ່ຢູ່ອາໄສບໍ່ວ່າຈະເປັນການເຊົ່າຫຼືການເປັນເຈົ້າຂອງເຮືອນແລະນັ້ນເປັນສິ່ງທີ່ຂາດໄປ ສໍາລັບຊາວ ອອສເຕຣລຽນຫຼາຍຄົນ ໄດ້ເຂົ້າບໍ່ເຖິງໄດ້ ເພາະຄ່າໃຊ້ຈ່າຍໄດ້ເພີ່ມຂຶ້ນຢ່າງໄວ ດັ່ງນັ້ນມັນເຖິງເວລາແລ້ວ ທີ່ພວກເຮົາມີຍຸດທະສາດທີ່ຢູ່ອາໄສຂອງຊາດ ທີ່ຈະຮັບມືກັບບັນຫາເຫຼົ່ານັ້ນ ຢ່າງຈິງຈັງ ແລະເບິ່ງວ່າ ຜູ້ນໍາຂອງລັດຖະບານບາງຄົນມີຄວາມແນ່ໃຈວ່າທຸກຄົນໃນອອສເຕຣເລັຍສາມາດມີເຮືອນໄດ້."
ແລະ ຊາວອອສເຕຣລຽນ ກໍາລັງເບິ່ງໄປທີ່ ລັດຖະບານກາງ ເພື່ອຫາທາງແກ້ໄຂ ທີ່ສໍາຄັນຢູ່ໃນຂະນະນີ້.
ເນີ້ອເລື້ອງໂດຍ Brooke Young ແລະ Felicity Davey ຂ່າວ SBS,
ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ