ເກາະ ຢູ່ໃນອ່າວ Sydney ກໍາລັງຈະຖືກສົ່ງກັບຄືນໄປຫາ ເຈົ້າຂອງເດີມຂອງຕົນ. ຣັຖບານ New South Wales ໄດ້ປະກາດວ່າ ຈະໃຊ້ເງິນ 43 ລ້ານໂດລາ ເປັນເວລາສີ່ປີເພື່ອສ້ອມແປງ ແລະ ຟື້ນຟູ Me-Mel ແລະ ຍັງເປັນທີ່ຮູ້ກັນອີກວ່າ ເກາະ Goat, ໃນຂະນະທີ່ ດິນຖືກໂອນໄປໃຫ້ ຄະນະກໍາມະການ ທີ່ນໍາພາໂດຍຊາວ Aboriginal.
Goat Island ເປັນສິ່ງທີ່ຄຸ້ນຕາສໍາລັບຄົນ Sydney ແລະຜູ້ມາຢ້ຽມຢາມຫຼາຍຄົນທີ່ມັກ Sydney Harbour ໃນແຕ່ລະປີ. ເກາະ Goat ແມ່ນຫນຶ່ງໃນ 13 ເກາະ ພາຍໃນສວນສາທາລະນະແຫ່ງຊາດ ຂອງອ່າວ Sydney, ມັນເປັນສະຖານທີ່ສໍາຄັນ ໂດຍສະເພາະໃນຫົວໃຈຂອງຊາວພື້ນເມືອງ ອອສເຕຣເລັຍ ຜູ້ທີ່ຮູ້ວ່າມັນແມ່ນ Me-Mel ແລະບັດນີ້, Me-Mel ກໍາລັງຈະຖືກສົ່ງກັບຄືນສູ່ເຈົ້າຂອງເດີມຂອງຊາດທໍາອິດ.
ທ່ານນາງ Yvonne Weldon ຮອງປະທານສະພາ ທີ່ດິນ ຂອງ ຊາວ Aboriginal ໃນທ້ອງຖິ່ນນະຄອນຫລວງ (Metropolitan Local Aboriginal Land Council) ກ່າວວ່າ ເກາະດັ່ງກ່າວ ແມ່ນສິ່ງທີ່ພິເສດສະເຫມີ ສໍາລັບຊາວ Aboriginal.
"ຄວາມເປັນວິນຍານຂອງເກາະນີ້, ຂ້າພະເຈົ້າບໍ່ຮູ້ວ່າໃຜແດ່ໃນຈຳນວນພວກທ່ານບໍ່ສາມາດຮູ້ສຶກມັນໄດ້ ເພາະວ່າມັນເປັນສິ່ງທີ່ໜ້າອັດສະຈັນ ທີ່ວ່າມັນໄດ້ຜ່ານການທົດສອບຂອງເວລາ ໃນຄວາມສວຍງາມ, ແມ່ນແຕ່ຢືນຢູ່ທ່າມກາງ ທໍາມະຊາດ ທີ່ເປັນພະຍານໃນທີ່ນີ້ ກໍເຊັ່ນດຽວກັນ - ມັນເປັນເວລາດົນນານເກີນໄປ. ມັນເປັນສິ່ງສໍາຄັນສໍາລັບພວກເຮົາທີ່ຈະສາມາດເຮັດໃຫ້ສິ່ງນີ້ຖືກຕ້ອງ."
ນາຍົກຣັຖ New South Wales, ທ່ານ Dominic Perrottet, ກ່າວວ່າ ການມອບຄືນນັ້ນໄດ້ກາຍເວລາ ມາດົນນານແລ້ວ.
"ເລື້ອງນີ້ໄດ້ຖືກຄຶດວ່າເປັນເລື້ອງຍາກເກີນໄປ ແລະເປັນເວລາດົນເກີນໄປ. ຂ້າພະເຈົ້າ ຫມາຍຄວາມວ່າ, ນີ້ຄື ເພັດເມັດງາມຢູ່ ໃນອ່າວຂອງ ເມືອງຊິດນີ, ແລະ ມັນກໍຖືກຖິ້ມໄວ້ຊື່ໆ ເປັນເວລາຫລາຍປີ....ເປັນທົດສະວັດ."
ການຂາດການບໍາລຸງຮັກສາຢູ່ເກາະໃນໄລຍະຫລາຍປີນັ້ນ ຫມາຍຄວາມ ວ່າ ໃນເວລານີ້ ມີການທໍາຄວາມສະອາດຫລາຍຢ່າງທີ່ຕ້ອງເຮັດ.
ໃນເກາະ ມີອາຄານຫຼາຍກວ່າ 30 ແຫ່ງ, ອາຄານທີ່ເກົ່າທີ່ສຸດທີ່ມີອາຍຸຕັ້ງແຕ່ປີ ຄ.ສ. 1830 ແລະ ອາຄານທີ່ ຖືກສ້າງຂຶ້ນເມື່ອມໍ່ໆມານີ້ໃນປະມານຊຸມປີ 1960 ແລະ ລັດຖະບານ ກໍາລັງໃຊ້ເງິນ 43 ລ້ານໂດລາ ເປັນເວລາສີ່ປີ ຕໍ່ການສ້ອມ ແປງ.
ສໍາລັບ ທ່ານ Ben Franklin ຣັຖມົນຕີ ກິຈການ Aboriginal (Aboriginal Affairs) ໃນຣັຖ New South Wales ກ່າວວ່າ ການໃຊ້ຈ່າຍ ນັ້ນແມ່ນ ເຫມາະສົມທັງຫມົດ ຊຶ່ງໂຄງການນີ້ຈະເປັນການຮ່ວມມືລະຫວ່າງອຸທິຍານແຫ່ງຊາດ ແລະ ຊຸມຊົນຊາວພື້ນເມືອງ.
"ນີ້ຈະເຮັດໂດຍຜ່ານຄະນະກໍາມະການໂອນ Me-Mel, ເຊິ່ງຈະປະກອບດ້ວຍຄົນAboriginal ເປັນສ່ວນໃຫຍ່ ຊຶ່ງເຫມາະສົມຢ່າງທີ່ສຸດ, ສິ່ງທີ່ສໍາຄັນຢ່າງຍິ່ງກໍຄື ໄດ້ຮັບການອະນຸມັດຈາກສະພາທີ່ດິນເມືອງ ເພາະເຮົາຕ້ອງເຮັດທຸກຢ່າງໃນທຸກບາດກ້າວ ເພື່ອການຮ່ວມມືຢ່າງແທ້ຈິງ ແລະ ການເປັນສ່ວນຮ່ວມ ກັບຄົນAboriginal."
ຄະນະກໍາມະການທີ່ຈະຮັບຜິດຊອບໃນການຟື້ນຟູ Me-Mel ຈະມີສິ່ງທີ່ຈະຕ້ອງເຮັດຫຼາຍຢ່າງ ເຊັ່ນກຳແພງທະເລ (Seawalls) ແລະຕົວອາຄານ ຈໍາເປັນຕ້ອງໄດ້ຮັບການສ້ອມແປງ, ການເຂົ້າເຖິງ ທ່າເຮືອຕ້ອງ ໄດ້ຮັບການປັບປຸງ, ຍົກລະດັບການບໍລິການນ້ຳ ແລະລະບົບທໍ່ນ້ຳເສັຍ ແລະສິ່ງປົນເປື້ອນເຊັ່ນ asbestosຖືກກໍາຈັດອອກໄປຢ່າງປອດໄພ.
ໃນຂະນະທີ່ເກາະດັ່ງກ່າວໄດ້ຮັບການຟື້ນຟູ, ນາຍົກຂອງຣັຖ ຫວັງວ່າຈະເຫັນ Me-Mel ກາຍເປັນຈຸດເດັ່ນໃນການບອກເຖິງປະຫວັດສາດຂອງຊາວພື້ນເມືອງ ແລະອານານິຄົມ.
"ນິທານເລື່ອງການສ້າງ Sydney ຢູ່ບ່ອນນີ້, ແລະຄວາມຫມາຍທີ່ເກາະນີ້ ມີ ສໍາລັບປະຊາຊົນຂອງຊາດທໍາອິດຂອງພວກເຮົາໃນ ”ຄວາມຝັນ” (The Dreaming), ແລະຍັງເປັນປະຫວັດສາດຂອງເມືອງອານານິຄົມຊຶ່ງກໍຢູ່ທີ່ນີ້, ຄົນທີ່ເປັນນັກໂທດກໍຢູ່ໃນເກາະນີ້. ມີຊາຍຄົນຫນຶ່ງ ທີ່ຖືກໃສ່ໂສ້ຕິດກັບກ້ອນຫີນເປັນເວລາຫລາຍອາທິດກໍບໍ່ໄກຈາກທີ່ນີ້... ພຽງແຕ່ລົງໄປຕາມທາງນັ້ນ. ປະຫວັດສາດ ແລະມໍລະດົກຂອງທີ່ນີ້ບໍ່ເຄີຍຖືກບອກເລົ່າມາກ່ອນ ແລະນີ້ແມ່ນໂອກາດທີ່ຕ້ອງເລົ່າເລື່ອງ ຂອງຊາດທໍາອິດຂອງ ພວກເຮົາ, ປະຫວັດສາດ ອານານິຄົມຂອງພວກເຮົາ."
ທ່ານນາງ Yvonne Weldon ກ່າວວ່າ ການໂອນກັມສິດ ໃນສັບປະດາ ການປອງດອງແຫ່ງຊາດນັ້ນ ສະທ້ອນໃຫ້ເຫັນແລ້ວວ່າເກາະດັ່ງກ່າວມີຄວາມຫມາຍແນວໃດສໍາລັບຊາວ Aboriginal ມາຕະຫລອດ.
"ເກາະນີ້ໄດ້ເຕົ້າໂຮມປະຊາຊົນຂອງຂ້າພະເຈົ້າແລະທ່ານ, ດັ່ງທີ່ມັນໄດ້ເຮັດມາແຕ່ຫຼາຍຊົ່ວຄົນຂອງ Eora (ຊົນເຜົ່າພື້ນເມືອງ). ພວກຊົນເຜົ່າຈາກທົ່ວEora ໄດ້ມາເຕົ້າໂຮມກັນຢູ່ທີ່ນີ້ ແລະພວກເຮົາກໍສືບຕໍ່ການເຕົ້າໂຮມໃນມື້ນີ້."
ເນື້ອເລື່ອງໂດຍ Kath Landers and Deborah Groarke ຂ່າວ SBS News,
ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.