ສຳພາດທ່ານ ຈັນທະບູນ ແກ້ວມາລາວົງ ນັກແຕ່ງເພງລາວ.

A Lao songwriter, Mr Chanthaboun Keomalavong

Mr Chanthaboun Keomalavong wrote a song to show gratefulness to Australia to give Lao refugees a new life in Australia> Source: Sak Phoumirath

ໃນໂອກາດວັນສລອງ ວັນອົພຍົບ, ທ່ານ ຈັນທະບູນ ແກ້ວມາລາວົງ ໄດ້ໃຫ້ສຳພາດ ກັບ ວິທຍຸ SBS ພາກພາສາລາວ ແລະໃຫ້ທັສນະຄະຕິກ່ຽວກັບຄວາມເປັນອົພຍົບ ແລະໄດ້ມາຕັ້ງຖິ່ນຖານທີ່ ອອສເຕຣເລັຍ ພ້ອມທັງ ສະແດງຄວາມຮູ້ບຸນຄຸນຕໍ່ ອອສເຕຣເລັຍ ໂດຍຜ່ານທາງເພງ.


ໃນວັນທີ 25 ມີຖຸນາ, ວິທຍຸ SBS ພາກພາສາລາວ ໄດ້ໄປຮ່ວມສລອງ ວັນອົບພະຍົບ ທີ່ ສູນວັທນະທັມ ສະມາຄົມສົ່ງເສີມຊຸມຊົນລາວ ທີ່ ຊິດນີ ແລະ ໄດ້ມີໂອກາດລົມກັບທ່ານ ຈັນທະບູນ ແກ້ວມາລາວົງ.

ສຳຣັບ ທ່ານ ຈັນທະບູນ ແລ້ວ ຊຸມຊົນລາວໃນຊິດນີຄົງຈະຕ້ອງເປັນທີ່ຮູ້ຈັກດີ ເພາະທ່ານໄດ້ຢູ່ໃນວົງການດົນຕີມາຫຼາຍສິບປີ ຕັ້ງແຕ່ສມັຍວົງດົນຕີ 7UP.

ນອກຈາກເຫຼັ້ນດົນຕີແລ້ວ, ທ່ານ ຈັນທະບູນ ຍັງມີບົດບາດໃນ ສມາຄົມສິລປິນລາວໃນ ຊິດນີອີກດ້ວຍ.

ທ່ານ ຈັນທະບູນ ມາອອສເຕຣເລັຍ ໃນຖານະອົບພະຍົບຜູ້ໜຶ່ງ ແລະກໍໄດ້ມາສ້າງຊີວິດໃໝ່ໃນ ດິນແດນໃໝ່ ຊຶ່ງມອບໃຫ້ທັງເສຣີພາບ, ຄວາມສເມີພາບ ແລະໂອກາດໃໝ່ໃນຊີວິດ. ທ່ານ ຈັນທະບູນ  ມີຄວາມຣະເລິກຢູ່ ສະເຫມີວ່າການໄດ້ມາຢູ່ທີ່ ອອສເຕຣເລັຍນີ້ ແມ່ນໂຊກດີທີ່ສຸດ ເມື່ອປຽບທຽບໃສ່ກັບຊີວິດໃນອະດີດ ໂດຍສະເພາະຕອນຢູ່ໃນສູນອົພຍົບທີ່ປະເທດໄທ.

ທ່ານ ຈັນທະບູນ ໄດ້ແຕ່ງເພງເປັນຈຳນວນຫຼາຍເພງ ແຕ່ ມື້ນີ້ ວິທຍຸ SBS ພາກພາສາລາວ ໄດ້ມາລົມກັບ ທ່ານ ຈັນທະບູນ ກ່ຽວກັບເພງຊື່ວ່າ: ພູມໃຈ

ເນື້ອເພງມີດັ່ງຕໍ່ໄປນີ້:

ດີໃຈ   ທີ່ໄດ້                   ເກີດເປັນຄົນລາວ

ລ້ານຊ້າງຮົ່ມຂາວ          ຊາວລາວຖນອມຮັກໃຄ່

ແຕ່ຄວາມຈຳເປັນ        ພວກເຮົາຈື່ງຕ້ອງຫ່າງໄກ

ໄດ້ມາອາສັຍ                 ເມືອງກ້ວາງໃຫຍ່ທີ່ ອົສຕຣາລີ

            ພູມໃຈທີ່ໄດ້                   ເປັນອອເຕຣລຽນ

            ເຮົາເລີຍໄດ້ປ່ຽນ            ກາຍເປັນສັນຊາດອອສຊີ

            ຢູ່ແດນສວັນ                 ສຸກສັນ ອຸດົມຮັ່ງມີ

            ມີສິທເສຣີ                     ມະນຸດຊົນເທົ່າທຽມກັນ

ດີໃຈ ພູມໃຈ      ຂອບໃຈຫຼາຍໆ

ໄດ້ສຸຂສບາຍ     ຫາໃສຈະມາປຽບປານ

ຂໍຮູ້ບຸນຄຸນ        ຊາບຊຶ້ງຕໍ່ຣັຖບານ

ທີ່ໄດ້ສ້າງສັນ     ໃຫ້ເຮົາໄດ້ມີວັນນີ້

   ພູມໃຈທີ່ໄດ້                   ມີຊຸມຊົນຊາວລາວ

   ລາວຊ່ວຍລາວ              ສ້າງຄົນລາວໃຫ້ສາມະຄີ

   ຮ່ວມແຮງຮ່ວມໃຈ        ເພື່ອຈະໄດ້ເປັນພົລເມືອງດີ

   ຊ່ອຍສ້າງອົສຕຣາລີ      ໃຫ້ຮຸ່ງເຮືອງຈເຣີນຕລອດໄປ

ໝາຍເຫດ: ການຂຽນແລະການສະກົດ ແມ່ນຂຽນ ແລະ ສະກົດຕາມທີ່ທ່ານ ຈັນທະບູນທຸກຢ່າງ.

ເຖິງແມ່ນວ່າ  ເພງລາວອາດຈະບໍ່ເຂົ້າເຖິງເດັກນ້ອຍລາວ ທີ່ໄດ້ມາໃຫຍ່ ຫຼື ເກີດໃນ ອອສເຕຣເລັຍ, ແຕ່ທ່ານ ຈັນທະບູນ ກໍຍັງມີຄວາມຫວັງວ່າ ມັນອາດຈະຜ່ານເຂົ້າໄປໃນຈິດສຳນຶກຂອງພວກເຂົາ ແລະຈະຮູ້ສຶກວ່າປະເທດອອສເຕຣເລັຍນີ້ໄດ້ໃຫ້ເຂົາທຸກຢ່າງ ແລະຄວນຮູ້ສຶກສຳນຶກໃນບຸນຄຸນນັ້ນ ເຖິງແມ່ນວ່າມັນຈະບໍ່ເປັນການສ່ວນຕົວ ແຕ່ ມັນກໍຍ້ອນປະເທດອອສເຕຣເລັຍ ໄດ້ໃຫ້ໂອກາດແກ່ ພໍ່ ແມ່ ຂອງພວກເຂົາໃນຕອນທີ່ມາຕັ້ງຊີວິດໃໝ່ໃນປະເທດນີ້ໃນຖານະ ອົພຍົບ.


Share