ສຳພາດທ່ານນາງ Sally Sitou ຜູ້ແທນຣາສດອນຜູ້ຍິງລາວພັກ Labor Party

Sally Sitou, MP for Reid

L-R: Sak Phoumirath, Sally Sitou, Mrs. Phet Sitou, Ivy (Chinese Producer) Source: Sak Phoumirath

ທ່ານນາງ Sally Sitou ເປັນແມ່ຍິງລາວເຊື້ອສາຍຈີນ ຄົນທໍາອິດທີ່ໄດ້ຮັບການເລືອກຕັ້ງ ໃນລະດັບ Federal ໃນເຂດເລືອກຕັ້ງ Reid ໃນປີນີ້.ແມ່ນຫຍັງເປັນສິ່ງບັນດານໃຈ ແລະຊຸກຍູ້ ໃຫ້ໃຫ້ຜູ້ຍິງລາວຄົນນຶ່ງກ້າວສູ່ຫົນທາງການເມືອງໃນ ອອສເຕຣເລັຍ?


ທ່ານນາງ Sally Sitou ໄດ້ຮັບໄຊຊນະການເລືອກຕັ້ງໃນເຂດ Reid ໃນປີນີ້. ທ່ານນາງ Sitou ເປັນແມ່ຍິງລາວ ເຊື້ອສາຍຈີນ ຄົນທໍາອິດທີ່ໄດ້ຮັບການເລືອກຕັ້ງ ໃນລະດັບ Federal.

ໃນວັນທີ 16 ມິຖຸນາ, ວິທະຍຸ SBS, ພາກພາສາລາວ ໄດ້ມີໂອກາດສົນທະນາກັບ Sally Sitou, MP ທີ່ຫ້ອງການ ຂອງນາງໃນ Burwood.

ມື້ນັ້ນ, ແມ່ຂອງທ່ານນາງ Sally Sitou, ຍານາງ ເພັດ ສີທູ (Mrs Phet Sitou) ກໍໄດ້ຢູ່ໃນຫ້ອງການດ້ວຍ ແລະຂ້າພະເຈົ້າກໍເລີຍໄດ້ມີໂອກາດໂອ້ລົມກັບທັງສອງຝ່າຍ.

ນີ້ແມ່ນບົດສະຫຼຸບຂອງການສົນທະນາ:

ຄອບຄົວ Sitou ມາອອສເຕຣເລັຍມາຈາກແຂວງ ຈຳປາສັກ ໃນເດືອນມິຖຸນາ 1978. ຄອບຄົວໄດ້ໃຊ້ເວລາ ປະມານ 6 ເດືອນ ຢູ່ສູນອົບພະຍົບອຸບົນ, ປະເທດໄທ. ໃນເວລານັ້ນ, ນາງ Sally Sitou ຍັງບໍ່ທັນເກີດເທື່ອມີແຕ່ພໍ່ແມ່ແລະອ້າຍເທົ່ານັ້ນ. ຕອນມາຮອດ ອອສເຕຣເລັຍນັ້ນ ຄອບຄົວໄດ້ຢູ່ໃນສູນຕ້ອນຮັບອົບພະຍົບ Cabramatta Hostel ປະມານ 3 ເດືອນ ກ່ອນຈະຍ້າຍອອກໄປ ຕອນພໍ່ມີວຽກເຮັດກັບ Borg-Warner. ສາມເດືອນຫຼັງຈາກນັ້ນ, ແມ່ກໍໄດ້ໄປເຮັດວຽກຢູ່ Cyclop Toys.

Sally Sitou ໄດ້ໄປຮຽນຢູ່ໂຮງຮຽນປະຖົມສຶກສາ Canley Vale ແລ້ວໄປຮຽນທີ່ໂຮງຮຽນຄັດເລືອກ (Selective School) ທີ່ Sefton ຈົນຮອດປີ 12.

ເຕີບໂຕໃນອອສເຕຣເລັຍ, Sally Sitou ຮູ້ສຶກສະເຫມີວ່າຕົນເອງເປັນຄົນອອສເຕຣເລັຍ... ຈົນກວ່າຕອນນາງ ມີອາຍຸ ໄດ້ 14 ປີ, ທ່ານນາງ Pauline Hanson ໄດ້ກ່າວຄໍາປາໄສຢູ່ໃນສະພາ ໃນທາງລົບກ່ຽວກັບ ຊາວອາຊຽນທີ່ມາອາສັຍຢູ່ໃນ ອອສເຕຣເລັຍ ແລະຢາກໃຫ້ຣັຖບານໃນຕອນນັ້ນ ຢຸດການຮັບເອົາຄົນເອເຊັຍເຂົ້າມາໃນປະເທດ. ຄໍາປາໄສນັ້ນໄດ້ສົ່ງຜົນກະທົບຢ່າງເລິກເຊິ່ງຕໍ່ Sally Sitou. ທ່ານນາງ ຮູ້ສຶກວ່າ ບາງພາກສ່ວນໃນຊຸມຊົນບໍ່ຢາກໃຫ້ ຄົນແບບນາງຢູ່ໃນ ອອສເຕຣເລັຍ. ໃນຄໍາເວົ້າຂອງນາງເອງທີ່ວ່າ "ນັ້ນແມ່ນການຕື່ນຕົວ".

“ການຕື່ນຕົວ" ນັ້ນເຮັດໃຫ້ Sally Sitou ມີຄວາມມຸ່ງໝັ້ນທີ່ຈະມີຄວາມສໍາເລັດໃນຊີວິດ.. "ພຽງແຕ່ເພື່ອສະແດງໃຫ້ລາວເຫັນວ່າຂ້ອຍເປັນສ່ວນນຶ່ງ ອອສເຕຣເລັຍ.ຂ້ອຍກໍເປັນຄົນອອສເຕຣເລັຍຄືກັນກັບເຈົ້າ"

ຕໍ່ຄໍາຖາມທີ່ວ່າ ແມ່ນຫຍັງທີ່ກະຕຸ້ນໃຫ້ນາງເຂົ້າສູ່ການເມືອງ, ທ່ານນາງ Sally Sitou  ໄດ້ກ່າວວ່າລາວໄດ້ ຮັບການສະຫນັບສະຫນູນ ຢ່າງຫຼວງຫຼາຍຈາກຄູສອນ ແລະ ຜູ້ໃຫ້ຄໍາປຶກສາຂອງນາງທີ່ໄດ້ນໍາພານາງໄປສູ່ "ຈຸດຫມາຍປາຍທາງ" ນັ້ນ. ທ່ານນາງຮູ້ສຶກ ອອສເຕຣເລັຍມີບຸນຄຸນຕໍ່ນາງແລະຄອບຄົວຫຼາຍ ທີ່ໄດ້ໃຫ້ບ່ອນຫລົບໄພແກ່ນາງ ແລະ ຄອບຄົວ ແລະ ນີ້ເປັນໂອກາດທີ່ຈະຕອບແທນແກ່ສັງຄົມ. ນາງຍັງມີຄວາມເຊື່ອຫມັ້ນໃນຄະຕິຂອງພັກ Labor  ທີ່ສັງຄົມມີຄວາມຍຸດຕິທັມ, ມີໂອກາດສໍາລັບທຸກຄົນທີ່ພ້ອມທີ່ຈະເຮັດວຽກຢ່າງຫນັກເພື່ອໃຫ້ປະສົບຄວາມສໍາເລັດ.
Sally Sitou
Sally Sitou Source: AAP Image/Mick Tsikas
ເຖິງວ່າ ນາງ Sally Sitou ຈະປະສົບຄວາມສໍາເລັດໃນ ດ້ານຊີວິດສ່ວນຕົວ ແລະ ອາຊີບຂອງນາງ ແຕ່ນາງຍັງພົບວ່າ ໃນດ້ານການເມືອງມີສິ່ງທ້າທາຍຫລາຍກວ່າ. ນາງເຂົ້າໄປໃນວົງການ ການເມືອງກໍເພື່ອຈະຕອບແທນແກ່ສັງຄົມ, ເພື່ອເຮັດໃຫ້ມີລະບົບການສຶກສາທີ່ດີ, ປັບປຸງລະບົບສຸຂະພາບ ໂດຍສະເພາະ ໃນເລື້ອງການດູແລຜູ້ສູງອາຍຸ ແລະ ທີ່ສໍາຄັນກວ່ານັ້ນ ກໍແມ່ນການສ້າງ ອະນາຄົດທີ່ຍືນຍົງ ໃຫ້ແກ່ຄົນລຸ້ນໃຫມ່ ໂດຍສະເພາະເຣື້ອງກ່ຽວກັບການປ່ຽນແປງຂອງ ດິນຟ້າອາກາດ.

ໃນການທຳໜ້າທີ່ສອງຢ່າງຣະຫວ່າງ ຊີວິດຄອບຄົວ ແລະ ຊີວິດການເມືອງບໍ່ແມ່ນເລື່ອງງ່າຍ, ແຕ່ທ່ານນາງ Sally Sitou ຄິດວ່າຕົນເອງໂຊກດີທີ່ໄດ້ມີພໍ່ແມ່ທັງສອງຝ່າຍແລະຍັງມີອ້າຍຂອງນາງທີ່ຄອຍຊ່ອຍເຫຼືອໃນການດູແລຄອບຄົວຂອງນາງ. "ທຸກຄົນໃນຄອບຄົວທັງຫມົດໄດ້ຊ່ອຍກັນ".

ເຖິງວ່າ ຢູ່ເຮືອນຈະໃຊ້ແຕ່ພາສາຈີນ(ເພາະສາມີຂອງເພິ່ນເປັນຄົນຈີນ)ແລະພາສາອັງກິດ ແຕ່ທ່ານນາງ Sally Sitou ມີຄວາມເຊື່ອຫມັ້ນໃນການຊຸກຍູ້ໃຫ້ລູກຂອງລາວຮັກສາພາສາເຫຼົ່ານັ້ນ ລວມທັງວັທນະທັມ ຈີນແລະລາວຂອງພວກເຂົາ ແລະ ຫາກມີໂອກາດ ທ່ານນາງກໍຢາກພາພວກເຂົາໄປພົບກັບຍາດພີ່ນ້ອງທັງໃນລາວ ແລະ ຈີນ.

ກ່ອນການສຳພາດຈະສຸດລົງ, ຂ້າພະເຈົ້າໄດ້ຖາມທ່ານນາງ SallySitou ວ່າມີຄຳເວົ້າອັນໃດແດ່ທີ່ຈະຝາກໄປເຖິງເດັກນ້ອຍຊາວລາວທີ່ ເກີດຢູ່ ອອສເຕຣເລັຍໂດຍສະເພາະເດັກນ້ອຍຜູ້ຍິງ  ເພື່ອຈະໃຫ້ເກີດແຮງບັນດານໃຈທີ່ຈະເຮັດໃຫ້ຕົວເອງປະສົບຄວາມສຳເຣັດໃນຊີວິດ.

SallySitou ກ່າວວ່າ:

ຖ້າໂອກາດມາຮອດແລ້ວ ຢ່າປ່ອຍໃຫ້ມັນຫຼຸດມືໄປ. ໂອກາດອາດຈະສ້າງຄວາມລຳບາກແລະອາດຈະເປັນໄປບໍ່ໄດ້... ແຕ່ໃຫ້ຮີບກຳໂອກາດນັ້ນເອົາໄວ້ ແລະບາງທີຫົນທາງທີ່ລຳບາກ ຫຼືພູເຂົາທີ່ປີນຂ້າມຍາກແມ່ນຣາງວັນອັນຫອມຫວານເມື່ອເຮົາເຮັດສຳເຣັດ.

ທີ່ທ່ານໄດ້ຟັງຈົບໄປແລ້ວນັ້ນ ແມ່ນການສຳພາດຂອງ ທ່ານນາງ  SallySitou ສະມາຊິກສະພາຜຼ້ແທນ ຣັຖບານກາງ (Federal Member of Parliament).

ຈັດທຳໂດຍ: ສັກ ພູມີຣັຕນ໌ ວິທຍຸ SBS ພາກພາສາລາວ.


Share