ພັກແຮງງານ ອອສເຕຣເລັຍ ຫຼື The Australian Labor Party ເປັນ ພັກການເມືອງທີ່ເກົ່າແກ່ທີ່ສຸດ ຂອງ ອອສເຕຣເລັຍ ໃນລະບອບປະຊາທິ ປະໄຕຢ່າງຕໍ່ເນື່ອງທີ່ເກົ່າແກ່ທີ່ສຸດໃນໂລກ.
ພັກແຮງງານ ອອສເຕຣເລັຍ ແມ່ນຫນຶ່ງໃນບັນດາພັກແຮງງານທໍາອິດ ໃນໂລກ - ມັນໄດ້ເຕີບໃຫຍ່ອອກຈາກການເຄື່ອນໄຫວຂອງສະຫະພາບແຮງງານກ່ອນ ການຈັດຕັ້ງສະຫະພັນ ອອສເຕຣເລັຍ ຫຼື Federation.
ຢ່າງທີ່ Peggy Giakoumelos ລາຍງານ, ນັບຕັ້ງແຕ່ນັ້ນມາ ພັກໄດ້ມີການພັດທະນາ ແລະ ບັດນີ້ກໍປະເຊີນກັບການທ້າທາຍໃນການຖືກເບິ່ງ ໂດຍ ຜູ້ເລືອກຕັ້ງວ່າອາດຈະເປັນ ລັດຖະບານໃນວາຣະຕໍ່ໄປ ແລະ ບໍ່ແມ່ນ ພຽງແຕ່ເປັນຝ່າຍຄ້ານເທົ່ານັ້ນ.
ເມື່ອປະເຊີນກັບ ຄວາມຕົກຕ່ຳທາງເສດຖະກິດໃນປີ 1890, ແຮງງານ ໃນ ລັດ Queensland ໄດ້ຕັດສິນໃຈວ່າ ພວກເຂົາເຈົ້າຕ້ອງການ ພັກ ການເມືອງເພື່ອເປັນຕົວແທນໃຫ້ແກ່ພວກເຂົາເຈົ້າ.
ມາຮອດປີ 1899 ພັກແຮງງານໄດ້ ຕັ້ງລັດຖະບານເທື່ອທໍາອິດຂຶ້ນ ໃນລັດຄວີນສະແລນ, ແລະໄດ້ຮັບບ່ອນນັ່ງໃນສະພາແຫ່ງຊາດຊຸດທໍາອິດຫຼັງຈາກການຈັດຕັ້ງສະຫະພັນ ອອສເຕຣເລັຍຫຼື Federation ໃນປີ 1901.
ໃນປີ 1904, Chris Watson ໄດ້ກາຍເປັນ ນາຍົກລັດຖະມົນຕີຄົນ ທໍາອິດຂອງພັກແຮງງານຊຶ່ງ ເປັນລັດຖະບານສ່ວນຫນ້ອຍ.
ໃນການເລືອກຕັ້ງປີ 1910 ນັ້ນ ພັກແຮງງານໄດ້ກາຍມາເປັນຜູ້ທໍາອິດທີ່ໄດ້ຮັບ ໄຊຊະນະສ່ວນໃຫຍ່ ໃນທັງສະພາຕ່ຳ ແລະສະພາສູງ.
ແຕ່ກໍແມ່ນທ່ານ Gough Whitlam ທີ່ບາງທີອາດເປັນນາຍົກ ລັດຖະມົນຕີ ພັກແຮງງານທີ່ໂດດເດ່ນ ທີ່ສຸດ, ທີ່ໄດ້ຮັບການເຄົາລົບນັບຖືຈາກຜູ້ສະຫນັບສະຫນູນໃນແຜນການປະຕິຮູບຂອງທ່ານ, ແລະໄດ້ເປັນຂ່າວດັງ ໂດຍການຖືກປົດອອກຂອງທ່ານໂດຍ ທ່ານ Sir John Kerr ຜູ້ສຳເຣັດຣາຊການ ໃນເວລານັ້ນ.
ທ່ານ Whitlam ໄດ້ ຖືກປົດອອກຈາກຕຳແໜ່ງຂອງທ່ານ ໃນຖານະ ນາຍົກລັດຖະມົນຕີ ໃນວັນທີ 11 ເດືອນ ພະຈິກ ປີ 1975 ໂດຍ Sir John Kerr ຫຼັງຈາກຝ່າຍຄ້ານໄດ້ສະກັດກັ້ນລາຍຈ່າຍງົບປະມານ ໃນສະພາສູງທີ່ນໍາພາໂດຍຜູ້ນໍາພັກ Liberal, ທ່ານ Malcolm Fraser.
Sir John ໄດ້ແຕ່ງຕັ້ງ ທ່ານ Fraser ເປັນນາຍົກລັດຖະມົນຕີ ຊົ່ວຄາວ ແລະ ພັກແຮງງານຂອງ ທ່ານ Gough Whitlam ໄດ້ຮັບການສູນເສຍ ຢ່າງໃຫຍ່ຫລວງໃນການເລືອກຕັ້ງຄັ້ງຕໍ່ໄປ.
ອະດີດຫົວຫນ້າ ສະພາແຮງງານຂອງ ອອສເຕຣເລັຍ Bob Hawke ເປັນນາຍົກລັດຖະມົນຕີ ເປັນເວລາດົນນານທີສຸດ ຂອງພັກແຮງງານ ຕັ້ງແຕ່ປີ 1983 ຫາ 1991.
ທ່ານ Hawke ເປັນທີ່ຮູ້ຈັກກັນວ່າ ເປັນຄົນເກເຣ ຫຼືຄົນດື້ ທີ່ມັກດື່ມ ເບຍ ທີ່ສາມາດເຂົ້າເຖິງຊາວອອສເຕຣເລັຍໄດ້ໃນທຸກຊົນຊັ້ນ.
ທ່ານ Hawke ໄດ້ນໍາພາ ລັດຖະບານ ທຳການປະຕິຮູບ ເພື່ອລົບລ້າງ ການຄວບຄຸມເສດຖະກິດ ຂອງ ອອສເຕຣເລັຍຮວມທັງການ ປ່ອຍ ເງິນໂດລາ ໃຫ້ລອຍໂຕ ໃນຂະນະດຽວກັນ ອອສເຕຣເລັຍກໍຢູ່ໃນພາວະຕົກຕ່ຳ ຊຶ່ງເປັນໄລຍະຂອງການວ່າງງານຂຶ້ນສູງສຸດ ນັບຕັ້ງແຕ່ ໄພພິບັດທາງເສດຖະກິດຄັ້ງໃຫຍ່.
ແຕ່ ທຸກຄົນອາດຈະຈຳລາວໄດ້ດີທີ່ສຸດ ໃນຄຳເວົ້າຂອງລາວ ຕໍ່ໄຊຊະນະ ຂອງ ອອສເຕຣເລັຍໃນການແຂ່ງຂັນເຮືອໄບ ຫຼື the America's Cup.
"ຂ້າພະເຈົ້າຈະບອກວ່າ, ນາຍຄົນໃດທີ່ໄລ່ຄົນງານອອກ ຍ້ອນບໍ່ມາວຽກມື້ນີ້ ນາຍຜູ້ນັນແມ່ນ ຄົນບ້າ .... ທ່ານຕ້ອງເຮັດວຽກທົດແທນຫນັກຂຶ້ນຫນ້ອຍຫນຶ່ງໃນມື້ຕໍ່ມາ. ມັນເປັນມື້ ສໍາລັບຊາວ ອອສເຕຣເລັຍທຸກຄົນ ບໍ່ແມ່ນບໍ? ມັນເຮັດໃຫ້ເຮົາທຸກຄົນ າຮວມກັນ. ຄັກຫລາຍ....ຈັ່ງແມ່ນມັນຄັກແທ້ໆ."
ທ່ານ Hawke ໄດ້ສູນເສຍ ຕຳແໜ່ງຜູ້ນໍາ ແລະ ຕຳແໜ່ງ ນາຍົກລັດຖະມົນຕີ ຫຼັງຈາກການ ທ້າທາຍຊິງຕຳແໜ່ງ ອັນເຈັບປວດຂອງ ທ່ານ Paul Keating ຜູ້ທີ່ອ້າງວ່າໄດ້ຮັບຄໍາສັນຍາວ່າຈະໄດ້ຮັບຕຳແໜ່ງໃນການຕົກລົງກັນລະຫວ່າງທັງສອງຄົນ - ເມື່ອຫຼາຍປີກ່ອນນັ້ນ.
ການແຍ່ງຊິງຕຳແໜ່ງຜູ້ນໍານັ້ນ ໄດ້ກັບຄືນມາອີກ ບໍ່ດົນຫລັງຈາກ ທ່ານ Kevin Rudd ໄດ້ກວາດອໍານາດ ດ້ວຍສຽງສ່ວນໃຫຍ່ ໃນການເລືອກຕັ້ງ ປີ 2007.
ໄຊຊະນະນັ້ນໄດ້ເຮັດໃຫ້ ຜູ້ຄອງຕຳແໜ່ງ (ນາຍົກລັດຖະມົນຕີ) ຄົນກ່ອນທ່ານ Rudd ກໍຄື ທ່ານ John Howard ຂອງ ພັກ Liberal ຊຶ່ງ ເປັນ ນາຍົກລັດຖະມົນຕີ ຊຶ່ງຢູ່ໃນຕຳແໜ່ງນານ ເປັນທີສອງ ຂອງ ອອສເຕຣເລັຍ - ໂດຍ ເສັຍທັງຕຳແໜ່ງ ນາຍົກລັດຖະມົນຕີ ແລະ ທີ່ນັ່ງໃນສະພາ.
ທ່ານ Rudd ໄດ້ອອກຄຳ ຂໍໂທດ ຂອງຊາດຢ່າງຮີບເຮ່ງ ຕໍ່ພວກເດັກນ້ອຍ ຊາວພື້ນເມືອງລຸ້ນໃຫມ່ ຜູ້ຊຶ່ງພາຍໃຕ້ນະໂຍບາຍຂອງລັດຖະບານ ໄດ້ຖືກບັງຄັບໃຫ້ແຍກຈາກຄອບຄົວຂອງພວກເຂົາເຈົ້າ.
"ພວກເຮົາຂໍໂທດ ໂດຍສະເພາະ ສໍາລັບການຍົກຍ້າຍເດັກນ້ອຍຊາວAboriginal ແລະ Torres Strait Islander ອອກຈາກຄອບຄົວຂອງເຂົາເຈົ້າ, ຊຸມຊົນຂອງເຂົາເຈົ້າ ແລະຖິ່ນຖານຂອງເຂົາເຈົ້າ. ສໍາລັບ ຄວາມເຈັບປວດ, ແລະ ຄວາມທຸກທໍລະມານ ຂອງຄົນລຸ້ນທີ່ຖືກລັກພາໂຕເຫລົ່ານີ້, ລູກຫລານຂອງເຂົາເຈົ້າ ແລະ ຄອບຄົວຂອງເຂົາເຈົ້າ ທີ່ຢູ່ເບື້ອງຫຼັງ ພວກເຮົາຂໍໂທດ."
ແຕ່ໃນສະໄໝຂອງ Rudd ຍັງເປັນທີ່ຮູ້ຈັກກັນດີ ໃນການທ້າຊິງການ ເປັນຜູ້ນໍາທີ່ຮຸນແຮງ.
ທ່ານ Kevin Rudd ໄດ້ ລາອອກຈາກຕໍາແຫນ່ງຜູ້ນໍາຂອງພັກແຮງງານ ແລະ ນາຍົກລັດຖະມົນຕີ ໃນເດືອນ ມິຖຸນາ ປີ 2010 ຫລັງຈາກທ່ານ ນາງ Julia Gillard ຜູ້ຮອງຂອງທ່ານ ໄດ້ໃຫ້ສັນຍານວ່າ ນາງຈະທ້າ ຊິງຕຳແໜ່ງທ່ານ.
ທ່ານນາງ Gillard ໄດ້ຮັບຕໍາແຫນ່ງ ແລະ ການກ້າວເລື່ອນຂັ້ນຂອງນາງ ໄດ້ເຮັດໃຫ້ນາງເປັນນາຍົກລັດຖະມົນຕີຍິງ ຄົນທໍາອິດ ຂອງ ອອສເຕຣເລັຍ ຫລັງຈາກທີ່ນາງໄດ້ເປັນຮອງນາຍົກລັດຖະມົນຕີຍິງ ຄົນທໍາອິດ ຂອງ ອອສເຕຣເລັຍກ່ອນໜ້ານັ້ນ.
ໃນຊ່ວງເວລາທີ່ ນາງເປັນນາຍົກລັດຖະມົນຕີນັ້ນ, ທ່ານ ນາງ Gillard ໄດ້ ປະເຊີນກັບການຄັດຄ້ານ ຢ່າງຕໍ່ເນື່ອງຈາກ ທ່ານ Rudd ແລະ ພວກ ສະຫນັບສະຫນຸນ ຂອງທ່ານ ຈາກພາຍໃນພັກຂອງ ນາງເອງ ໃນຂະນະ ທີ່ ນາງຍັງຕ້ອງປະເຊີນຫນ້າກັບ ຜູ້ນໍາພັກ Liberal ທ່ານ Tony Abbott ນໍາອີກດ້ວຍ.
"ຂ້າພະເຈົ້າ ລຸກຂຶ້ນເພື່ອ ຄັດຄ້ານຍັດຕິ ຂອງຜູ້ນໍາຂອງພັກຝ່າຍຄ້ານ ແລະ ໃນການເຮັດເຊັ່ນນັ້ນ ຂ້າພະເຈົ້າກ່າວຕໍ່ ຜູ້ນໍາຂອງ ພັກຝ່າຍຄ້ານ ຂ້າພະເຈົ້າ ຈະບໍ່ຖືກສອນກ່ຽວກັບ ເລື້ອງຄວາມບໍ່ສເມີພາບທາງເພດ ແລະ ຄວາມກຽດຊັງຜູ້ຍິງ ໂດຍຊາຍຄົນນີ້. ຂ້າພະເຈົ້າ ແລະ ລັດຖະບານ ຈະ ບໍ່ຮັບການ ປາໄສກ່ຽວກັບ ເລື້ອງຄວາມບໍ່ສເມີພາບທາງເພດ ແລະ ຄວາມກຽດຊັງຜູ້ຍິງ ໂດຍຊາຍຄົນນີ້. ບໍ່ແມ່ນໃນເວລານີ້. ບໍ່ມີຈັກເທື່ອ."
ທ່ານ Rudd ໄດ້ ທ້າຊິງຕຳແໜ່ງ ທ່ານ ນາງ Gillard ແຕ່ບໍ່ສໍາເລັດ ໃນ ເດືອນ ກຸມພາ ປີ 2012 ແລະ ເຖິງແມ່ນວ່າຄວາມເຄັ່ງຕຶງເລື້ອງຜູ້ນໍາ ທີ່ ຍັງຄ້າງຄາຢູ່ ແຕ່ກໍບໍ່ໄດ້ລົງສມັກ ເມື່ອທ່ານນາງ Gillard ໄດ້ ປະກາດ ການລົງຄະແນນສຽງອີກເທື່ອຫນຶ່ງໃນ ເດືອນ ມີນາ ປີ 2013.
ທ່ານ Rudd ໄດ້ລົງສມັກ ແລະ ປະສົບຜົນສໍາເລັດ ໃນການທ້າຊິງຕຳແໜ່ງ ອີກເທື່ອຫນຶ່ງໃນເດືອນ ມິຖຸນາປີດຽວກັນ ແລະກັບຄືນມາເປັນຜູ້ນໍາຂອງພັກແຮງງານ ແລະນາຍົກລັດຖະມົນຕີອີກເທື່ອນຶ່ງ, ແລະຕໍ່ມາກໍນຳພາພັກແຮງງານສູນເສຍການເລືອກຕັ້ງໃນເດືອນກັນຍາ.
ຊາຍຄົນນຶ່ງ ທີ່ມີບົດບາດສຳຄັນໃນການແຍ່ງຊິງການເປັນຜູ້ນໍາພັກ ນັ້ນ ແມ່ນອະດີດຜູ້ນໍາ ສະຫະພາບແຮງງານ - ທ່ານ Bill Shorten.
ທ່ານ Bill Shorten ໄດ້ ປ່ຽນການສະຫນັບສະຫນູນ ຈາກ ທ່ານ Rudd ໄປທີ່ທ່ານ ນາງ Gillard, ຊຶ່ງໄດ້ຊ່ວຍໃຫ້ ນາງໄດ້ຮັບຕຳແໜ່ງຜູ້ນຳພັກ ແຕ່ ຕໍ່ມາໄດ້ປ່ຽນການສະຫນັບສະຫນູນຂອງທ່ານ ກັບຄືນໄປຫາທ່ານ Rudd, ໃນ ການທ້າຊິງຕຳແໜ່ງຜູ້ນໍາຂອງທ່ານ ກ່ອນການເລືອກຕັ້ງ ປີ 2013.
ທ່ານ Shorten ໄດ້ຮັບໄຊຊະນະໃນການເປັນຜູ້ນໍາພັກ ຫລັງຈາກການ ສູນເສຍ ຂອງພັກແຮງງານ ໃນການເລືອກຕັ້ງ ຄັ້ງນັ້ນ.
ແຕ່ເວລາ ຂອງ ທ່ານ Shorten ໃນຖານະຜູ້ນໍາ ALP ໄດ້ ສິ້ນສຸດລົງຢ່າງ ກະທັນຫັນ ຫລັງຈາກ ທ່ານ ໄດ້ສູນເສຍການເລືອກຕັ້ງປີ 2019 ຊຶ່ງ ພັກ Liberal ໄດ້ໄຊຊະນະ ໃນການເລືອກຕັ້ງ ພາຍໃຕ້ການນໍາພັກຂອງ ທ່ານ Scott Morrison - ແລະ ທ່ານ Shorten ກໍໄດ້ລົງຈາກການເປັນ ຜູ້ນໍາ ຂອງ ພັກແຮງງານ.
"ນີ້ແມ່ນການໂຄສະນາຫາສຽງທີ່ຍາກລໍາບາກ ແລະກໍມີພິດສົງໃນບາງຄັ້ງ. ແຕ່ດຽວນີ້ການແຂ່ງຂັນໄດ້ສິ້ນສຸດລົງແລ້ວ, ພວກເຮົາທຸກຄົນມີຄວາມຮັບຜິດຊອບທີ່ຈະເຄົາລົບໃນຜົນເລືອກຕັ້ງ, ເຄົາລົບຄວາມຕ້ອງການ ຂອງປະຊາຊົນອອສເຕຣເລັຍ ແລະ ນຳປະເທດຊາດມາຮ່ວມກັນ. ເຖິງຢ່າງໃດກໍຕາມ, ນັ້ນແມ່ນຫນ້າທີ່ ຂອງຜູ້ນໍາຄົນຕໍ່ໄປຂອງ ພັກແຮງງານ ເພາະວ່າ ໃນຂະນະທີ່ຂ້າພະເຈົ້າຍັງ ຈະສືບຕໍ່ຮັບໃຊ້ເປັນ ສະມາຊິກ ຜູ້ແທນໃນເຂດ Maribyrnong, ຂ້າພະເຈົ້າ ຈະບໍ່ລົງສມັກເລືອກຕັ້ງຜູ້ນໍາຂອງພັກແຮງງານ ໃນຄັ້ງຕໍ່ໄປ."
ໄຊຊະນະ ໃນການເລືອກຕັ້ງເທື່ອນີ້ ຖືວ່າເປັນໄຊຊະນະທີ່ບໍ່ຄາດຄິດ ແລະ ບໍ່ໜ້າເປັນໄປໄດ້ ທີ່ສຸດໃນ ປະຫວັດສາດ ຂອງ ອອສເຕຣເລັຍໃນ ປະຈຸບັນ.
ຜົນການສໍາຫຼວດ ເປັນເວລາສອງປີ, ໄດ້ສະແດງໃຫ້ເຫັນວ່າ ພັກຂອງ ຝ່າຍ ລັດຖະບານກຳລັງມຸ້ງຫນ້າ ໄປສູ່ການ ສູນເສັຍການເລືອກຕັ້ງຈາກ ກໍາມືຂອງ ພັກແຮງງານ.
ດຣ Peter Chen ອາຈານສອນອາວຸໂສໃນ ວິຊາ ຣັຖສາດ ແລະ ການພົວພັນສາກົນ ທີ່ມະຫາວິທະຍາໄລ ຊິດນີ ກ່າວວ່າ ຜົນການສຳຫຼວດ ໄດ້ເຮັດ ໃຫ້ບັນດາບໍລິສັດທີ່ທຳ ການສຳຫຼວດ ຕ້ອງທົບທວນວິທີການຂອງພວກເຂົາເຈົ້າ.
"ທ່ານເຮັດຜິດພາດບາງຢ່າງພຽງເລັກນ້ອຍ ໃນວິທີທີ່ທ່ານສຸ່ມຕົວຢ່າງຄົນ ແລະທ່ານກໍຈະໄດ້ຮັບຜົນບິດເບືອນແບບນັ້ນ. ສະນັ້ນ ຄໍາຖາມ ສໍາລັບຜູ້ທີ່ທຳການສຳຫຼວດ ທີ່ເປັນບໍລິສັດສ່ວນຕົວ, ເຂົາເຈົ້າບໍ່ໄດ້ເປັນ ພາກສ່ວນຂອງ ມະຫາວິທະຍາໄລ. ພວກເຂົາເຈົ້າແມ່ນບໍລິສັດເອກະຊົນແລະພວກເຂົາເຈົ້າເຮັດແບບເປັນທຸລະກິດຂອງພວກເຂົາ. ຄໍາຖາມກໍຄື, ເຂົາເຈົ້າໄດ້ ບົດຮຽນຈາກການ ເລືອກຕັ້ງຄັ້ງກ່ອນແລ້ວ ແລະ ເຂົາເຈົ້າໄດ້ປັບປຸງ ວິທີການ ສຸ່ມຕົວຢ່າງ ຂອງເຂົາເຈົ້າແລ້ວບໍ?”
ຫຼັງຈາກການເລືອກຕັ້ງ ນຶ່ງມື້ ທ່ານ Anthony Albanese ໄດ້ ປະກາດ ການ ສມັກຂອງທ່ານ ໃນການເລືອກຕັ້ງຜູ້ນໍາພັກ ແລະຕໍ່ມາກໍກາຍ ເປັນ ຜູ້ນໍາຂອງພັກ ໂດຍບໍ່ມີການຄັດຄ້ານ ໃນ ວັນທີ 30 ພຶດສະພາ 2019.
ແລະ ກ່ອນການເລືອກຕັ້ງ ຄັ້ງຕໍ່ໄປນັ້ນ, ດຣ Chen ກ່າວວ່າ ນາຍ Albanese ແລະ ພັກແຮງງານຈະພະຍາຍາມ ທີ່ຈະປັບປ່ຽນຕົນເອງ ບໍ່ ພຽງແຕ່ຈະເປັນຝ່າຍຄ້ານເທົ່ານັ້ນ ແຕ່ ຈະເປັນລັດຖະບານດ້ວຍຕົນເອງ.
ສິ່ງທ້າທາຍອີກຢ່າງນຶ່ງທີ່ ທ່ານ Dr Chen ກ່າວວ່າ ສໍາລັບພັກ ແຮງງານ ແມ່ນພະຍາຍາມທີ່ຈະ ຊະນະ ການເລືອກຕັ້ງ ໃນສະຖານະການ ທັງພາຍໃນຊາດ ແລະ ທົ່ວໂລກ ຊຶ່ງອາດຈະມີຄວາມສ່ຽງຫລາຍກວ່າ ປົກກະຕິ.
"ບາງຄັ້ງເມື່ອສິ່ງຕ່າງໆບໍ່ແນ່ນອນຫນ້ອຍຫນຶ່ງ, ດັ່ງກັບຕອນນີ້ ກ່ຽວກັບ COVIDດ ສົງຄາມໃນຢູໂຣບ, ການຄ້າສາກົນ ແລະຄວາມເຄັ່ງຕຶງລະຫວ່າງຈີນ ແລະອື່ນໆນັ້ນ, ບາງຄັ້ງຄົນຈະໃຫ້ ຄ່າຄວາມສ່ຽງຫຼາຍເກີນໄປ, ແລະອາດຈະພາໃຫ້ເຂົາເຈົ້າເປັນຜູ້ລະວັງ ຫຼືບໍ່ມັກການປ່ຽນແປງຫຼາຍຂຶ້ນ. ແລະສະນັ້ນ ພັກແຮງງານຕ້ອງເວົ້າວ່າ, ມັນບໍ່ແມ່ນການຕັດສິນໃຈທີ່ມີຄວາມສ່ຽງທີ່ຈະປ່ຽນແປງລັດຖະບານໃນຊ່ວງນີ້. ແລະ ແນ່ນອນ, ມີສອງປະເດັນສໍາຄັນທີ່ພວກເຂົາຕ້ອງການ ໃນການໂຄສະນາຫາສຽງ - ຄວາມຫມັ້ນຄົງແຫ່ງຊາດ ແລະ ການຄຸ້ມຄອງເສດຖະກິດ. ແລະ ໃນໄລຍະ 20 ປີ ຜ່ານມານີ້ ພັກຮ່ວມລັດຖະບານ ໄດ້ມີທ່າທີ່ ຈະຖືກເບິ່ງວ່າເປັນພັກທີ່ດີກວ່າ ກ່ຽວກັບບັນຫາເຫຼົ່ານັ້ນ. ແລະສະນັ້ນພັກແຮງງານ ຕ້ອງພຍາຍາມ ບອກວ່າບໍ່, ບໍ່, ພວກເຮົາມີຄວາມສາມາດຫຼາຍໃນບັນຫານະໂຍບາຍຫຼັກເຫຼົ່ານີ້."
ເນື້ອເລື່ອງໂດຍ Peggy Giakoumelos ຂ່າວ SBS News,
ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ