ຂໍ້ມູນຂອງພັກ Liberal

Sir Robert Menzies

Sir Robert Menzies, the longest serving Prime Minister of Australia. Source: Getty

ຖ້າຈະເວົ້າເຖິງອະດີດແລ້ວ, ພັກ Liberal ຂອງ ອອສເຕຣເລັຍ ເປັນພັກການເມືອງທີ່ເກົ່າແກ່ແລະມີປວັດອັນຍິ່ງໃຫຍ່ ຈາກ Sir Robert Gordon Menzies ຈົນເຖິງ John Howard. ແຕ່ໃນການເລືອກຕັ້ງຄັ້ງນີ້, ພັກອາດຈະພົບກັບອຸປສັກ ຈາກພາຍໃນພັກເອງ.


ບໍ່ມີບຸກຄົນໃດ ຈະຍິ່ງໃຫຍ່ໄປກວ່າ Sir Robert Menzies ຂອງພັກ Liberal ຂອງ ອອສເຕຣເລັຍ. ທີ່ຈິງແລ້ວ ຊາວ ອອສເຕຣເລັຍ ຈໍານວນຫນ້ອຍຄົນທີ່ຈະໄດ້ຮັບຊື່ສຽງ, ຫລືມີອິດທິພົນເຊັ່ນນັ້ນ ກວ່າອະດີດ ນາຍົກລັດຖະມົນຕີ ຂອງພັກ Liberal.

ເພິ່ນກໍ່ຕັ້ງພັກ, ເປັນນາຍົກລັດຖະມົນຕີ ທີ່ຮັບຕຳແໜ່ງເປັນເວລາດົນທີ່ສຸດຂອງ ອອສເຕຣເລັຍ ແລະ ຈະຖືກອ້າງອີງ ຫລື ກ່າວເຖິງໂດຍ ຜູ້ລົງສະຫມັກເລືອກຕັ້ງ ຂອງພັກ Liberal ໃນລະຫວ່າງການຫາສຽງເລືອກຕັ້ງຂອງ ລັດຖະບານ...Peggy Giakoumelos ..ລາຍງານ.

 "ເພື່ອນຊາວອອສເຕຣເລັຍ, ມັນເປັນຫນ້າທີ່ ອັນເສົ້າສະຫລົດໃຈຂອງຂ້າພະເຈົ້າ ທີ່ຈະແຈ້ງໃຫ້ທ່ານຊາບຢ່າງເປັນທາງການວ່າ ເນື່ອງຈາກ ຄວາມແຂງຂືນຂອງ ເຢຍລະມັນ ໃນການຮຸກຮານ ປະເທດໂປແລນ, ປະເທດອັງກິດຈຶ່ງໄດ້ປະກາດສົງຄາມກັບເຢຍລະມັນ ແລະ ຜົນສະທ້ອນ ກໍຄື ອອສເຕຣເລັຍ ກໍເຂົ້າສູ່ພາວະສົງຄາມຄືກັນ."

ນັ້ນຄື Sir Robert Gordon Menzies, ຜູ້ທີ່ເກີດຢູ່ໃນ Jeparit ໃນລັດວິກຕໍເຣຍ ໃນວັນທີ 20 ທັນວາ 1894.

ເພິ່ນໄດ້ກາຍເປັນ ນາຍົກຣັຖມົນຕີ ອອສເຕຣເລັຍ ທີ່ ໄດ້ຕຳແໜ່ງ ເປັນເວລາດົນນານທີ່ສຸດ, ທ່ານຢູ່ໃນຕໍາແຫນ່ງສອງເທື່ອ - ຈາກປີ 1939 ເຖິງປີ 1941, ແລະ ຈາກປີ 1949 ເຖິງປີ 1966 - ເປັນເວລາລວມທັງໝົດ 18 ປີ 5 ເດືອນ.

ສະໄຫມທໍາອິດຂອງເພິ່ນທີ່ເປັນ ນາຍົກຣັຖມົນຕີ ໃນປີ 1939 ພາຍໃຕ້ພັກ United Australia ທີ່ລົບລ້າງ ໄປແລ້ວ, ໃນຂະນະທີ່ໄພຄຸກຄາມຂອງສົງຄາມກໍາລັງກໍ່ໂຕຂຶ້ນໃນຢູໂຣບ.

ເພິ່ນແມ່ນຫນຶ່ງໃນຜູ້ກໍ່ຕັ້ງພັກ Liberal Party ໃນ ປີ 1944, ແລະເພິ່ນ ຍັງເປັນຜູ້ສະຫນັບສະຫນູນຢ່າງເຂັ້ມແຂງຂອງ ກົດຫມາຍ ວ່າດ້ວຍ ການຈໍາກັດຄົນເຂົ້າເມືອງ ປີ 1901 - ທີ່ຮູ້ກັນທົ່ວໄປວ່າ 'ນະໂຍບາຍ ອອສເຕຣເລັຍ ສີຂາວ' ຫຼື 'White Australia Policy'.

"ຕາບໃດທີ່ພວກເຮົາສາມາດເຮັດໄດ້ ພວກເຮົາຄວນຈະມຸ່ງຫມາຍທີ່ຈະມີປະຊາກອນທີ່ເປັນໜຶ່ງດຽວກັນ. ຂ້າພະເຈົ້າບໍ່ຢາກເຫັນ ບັນຫາແບບທີ່ເຂົາເຈົ້າມີ ຢູ່ໃນ ອາຟຣິກາໃຕ້ ຫຼື ໃນອາເມຣິກາ ຫຼື ນັບມື້ນັບຫຼາຍຂຶ້ນ ໃນປະເທດອັງກິດ ສືບພັນຂຶ້ນໃນ ອອສເຕຣເລັຍ. ຂ້າພະເຈົ້າຄິດວ່າມັນເປັນນະໂຍບາຍທີ່ດີຫຼາຍແລະມັນເປັນຄຸນຄ່າທີ່ຍິ່ງໃຫຍ່ສໍາລັບພວກເຮົາ."

ບຸກຄົນສໍາຄັນທາງດ້ານການເມືອງອີກທ່ານນຶ່ງ ຄື ທ່ານ Malcolm Fraser ຊຶ່ງເປັນຜູ້ນໍາພັກ Liberal ແລະ ນາຍົກຣັຖມົນຕີ  ແຕ່ປີ 1975 ຈົນເຖິງປີ 1983.

ເພິ່ນໄດ້ຮັບຜົນປະໂຫຍດໂດຍກົງ ຈາກເຫດການທາງການເມືອງທີ່ ມີ ເປັນທີ່ຮູ້ຈັກດີທີ່ສຸດໃນປະເທດ.

ໃນຖານະທີ່ເປັນຜູ້ນໍາຝ່າຍຄ້ານ, ທ່ານໄດ້ສະກັດກັ້ນ ງົບປະມານຂອງ ນາຍົກຣັຖມົນຕີ ພັກແຮງງານ ທ່ານ Gough Whitlam ໃນສະພາສູງ ໃນເດືອນ ຕຸລາ ແລະເດືອນ ພະຈິກ ປີ 1975.

ນັ້ນໄດ້ພາໃຫ້ ຜູ້ສຳເຣັດຣາຊການ Sir John Kerr ຖອດຖອນຕຳແໜ່ງຂອງ ທ່ານ Whitlam ໃນຖານະ ນາຍົກຣັຖມົນຕີ  ໃນວັນ ທີ 11 ພະຈິກ  ແລະ ໄດ້ ແຕ່ງຕັ້ງ ທ່ານ Fraser ເປັນນາຍົກຣັຖມົນຕີຮັກສາການ  ຊົ່ວຄາວ.

"ບັດນີ້ ຈະມີການເລືອກຕັ້ງ ຕາມລັດຖະທໍາມະນູນ. ການປ້ອງກັນອັນ ຍິ່ງໃຫຍ່ຂອງ ປະຊາທິປະໄຕ ຂອງພວກເຮົາແມ່ນວ່າ ລັດຖະທໍາມະນູນ ຕ້ອງໄດ້ຮັບການ ຍົກສູງ. ຊາວອອສເຕຣເລັຍ ຈະມີສິດອອກສຽງ ຂອງ ເຂົາເຈົ້າ. ທາງເລືອກຂອງພວກເຂົາຢູ່ໃນກ່ອງປ່ອນບັດ."

ທ່ານ Fraser ໄດ້ຮັບໄຊຊະນະ ຢ່າງລົ້ນຫຼາມ. ເຖິງແມ່ນວ່າ ທ່ານ Fraser ເປັນຜູ້ມີຄວາມຄິດອະນຸຣັກນິຍົມ ທາງດ້ານເສດຖະກິດ ແຕ່ເພິ່ນກໍຖື ວ່າ ເປັນຄົນຄວາມຄິດກ້າວຫນ້າທາງສັງຄົມ.

ລັດຖະບານເພິ່ນ ໄດ້ສືບຕໍ່ ແລະ ຂະຫຍາຍການປະຕິຮູບຕ່າງໆ ຊຶ່ງ ພັກແຮງງານເປັນຜູ້ເລີ້ມຕົ້ນ ຕົວຢ່າງເຊັ່ນສານຄອບຄົວ, ໄດ້ສ້າງຕັ້ງຫນ່ວຍບໍລິການກະຈາຍສຽງພິເສດ ຫຼື  Special Broadcasting Service ແລະ ໄດ້ປະກາດພາກສ່ວນຕ່າງໆຂອງ Great Barrier Reef ເປັນສວນທາງທະເລ ຫຼື Marine Park.

ໃນຂະນະດຽວກັນ ສະມາຊິກພັກ Liberal ອີກຄົນນຶ່ງທີ່ໄດ້ກາຍເປັນ ນາຍົກຣັຖມົນຕີ  ທີ່ຮັບໜ້າທີ່ຍາວນານ ເປັນທີສອງຂອງອອສເຕຣເລັຍ.

ທ່ານ John Howard - ຜູ້ ທີ່ ເປັນ ນາຍົກຣັຖມົນຕີ  ແຕ່ປີ 1996 ຫາ 2007 - ໄດ້ຜ່ານກົດຫມາຍປືນ ທີ່ແຂງແກ່ນມາໃຊ້ ຫລັງຈາກມີການສັງຫານຫມູ່ ຢູ່ Port Arthur, ໄດ້ຍົກເລີກ ຄະນະກໍາມະການ ຊາວ ພື້ນເມືອງ ແລະ Torres Strait Islander ຫຼື Aboriginal and Torres Strait Islander Commission ແລະ ໄດ້ສ້າງລະບົບ ກວດຄົນເຂົ້າເມືອງນອກຝັ່ງ ຂອງ ອອສເຕຣເລັຍ ສໍາລັບ ຜູ້ລີ້ໄພ.

"ມັນແມ່ນປະເທດຊາດນີ້ເວົ້າຕໍ່ໂລກ, ພວກເຮົາເປັນຄົນທີ່ເອື້ອເຟື້ອເພື່ອແຜ່, ເປີດໃຈກວ້າງເອົາອົບພະຍົບໃນໂດຍສະເຫຼັ່ຍ ຫຼາຍກວ່າຊາດໃດໆ ຍົກເວັ້ນ ການາດາ. ພວກເຮົາມີປະຫວັດທີ່ໜ້າພາກພູມໃຈໃນ ການຕ້ອນຮັບປະຊາຊົນຈາກ 140 ປະເທດທີ່ແຕກຕ່າງກັນ, ແຕ່ພວກເຮົາຈະເປັນຜູ້ຕັດສິນ ວ່າໃຜມາປະເທດນີ້ແລະສະຖານະການທີ່ພວກເຂົາມາ."

ທ່ານ John Howard ຍັງໄດ້ເຮັດຂໍ້ຜູກມັດ ວ່າ ອອສເຕຣເລັຍຈະຮ່ວມ ສົງຄາມໃນ ອີຣັກ ແລະ ອັຟການິສຖານ ໂດຍການນຳພາຂອງ ສະຫະລັດ ຫລັງຈາກການໂຈມຕີຂອງພວກກໍ່ການຮ້າຍ ໃນ ວັນທີ 11 ກັນຍາ.

ແຕ່ຄວາມຫມັ້ນຄົງຂອງສະໄໝ Menzies ແລະ Howard ໄດ້ ຕົກຕໍ່າລົງ ຫຼັງຈາກ ທ່ານ Howard ໄດ້ ສູນເສຍການເລືອກຕັ້ງ ໃນປີ 2007 ໃຫ້ ແກ່ພັກແຮງງານຂອງ ທ່ານ Kevin Rudd.

 ການເລືອກຕັ້ງຄັ້ງນັ້ນ ໄດ້ກໍ່ໃຫ້ເກີດ ໄລຍະ ປະຫວັດສາດການເມືອງຂອງ ອອສເຕຣເລັຍ ໃນການມີຜູ້ນໍາທີ່ບໍ່ຫມັ້ນຄົງຂອງ ທັງສອງພັກໃຫຍ່.

ແມ່ນທ່ານ Tony Abbott ທີ່ໄດ້ນໍາພາພັກຮ່ວມ Liberal Party ກັບຄືນສູ່ລັດຖະບານໃນເດືອນກັນຍາ ປີ 2013.

 "ພາຍໃນໄລຍະສາມປີ ພາສີ ກາກບອນ ຈະຫມົດໄປ ... ເຮືອຈະຖືກຢຸດ, ງົບປະມານ ສ່ວນເກີນຈະເປັນໄປຕາມຄາດຫມາຍໄວ້.... ແລະເສັ້ນທາງຂອງສັຕະວັດທີ 21 ໃນທີ່ສຸດກໍຈະດໍາເນີນໄປເປັນຢ່າງດີ."

 ແຕ່ ທ່ານ Abbott ໄດ້ ຖືກປົດອອກຈາກການ ເປັນຜູ້ນໍາຂອງພັກ ແລະ ນາຍົກຣັຖມົນຕີ  ຊຶ່ງບໍ່ແມ່ນໃນ ການເລືອກຕັ້ງ ແຕ່ແມ່ນຈາກການ ຊິງຕຳແໜ່ງຜູ້ນໍາ ໂດຍ ທ່ານ Malcolm Turnbull ໃນເດືອນ ກັນຍາ ປີ 2015.

ທ່ານ Turnbull ເອງກໍໄດ້ ສູນເສຍ ການເປັນຜູ້ນໍາ ຂອງ ພັກ Liberal ແລະ ຕຳແໜ່ງຂອງທ່ານໃນຖານະ ນາຍົກຣັຖມົນຕີ  ຫລັງຈາກການຊິງຕຳແໜ່ງຜູ້ນໍາ ອີກເທື່ອຫນຶ່ງໃນ ເດືອນ ສິງຫາ ປີ 2018.

 "ຊາວອົດສະຕາລີຈະມີຄວາມງົງ ແລະ ຕົກໃຈ ກັບເຫດການ ຂອງອາທິດທີ່ຜ່ານມາ. ລອງຄຶດເບິ່ງວ່າລັດຖະບານຈະຖືກສັ່ນສະເທືອນ ຍ້ອນຄວາມບໍ່ຊື່ສັດ ແລະການກໍ່ການກະບົດ ໂດຍເຈດຕະນາແບບນີ້, ນັນແມ່ນຄຳອະທິບາຍທີ່ດີທີ່ສຸດ, ການທໍາລາຍໂດຍເຈດຕະນາ."

 ການ ຊິງຕຳແໜ່ງຂອງ ທ່ານ Peter Dutton ລັດຖະມົນຕີ ກະຊວງພາຍໃນ ໄດ້ພາໃຫ້ມີການຊິງຕຳແໜ່ງ ສອງເທື່ອ.

ທ່ານ Turnbull ໄດ້ ຊະນະ ການຊິງຕຳແໜ່ງ ຄັ້ງທໍາອິດ ຂອງ ທ່ານ Peter Dutton, ແຕ່ ບໍ່ໄດ້ລົງສະໝັກໃນຄັ້ງທີສອງ ແລະ ທ່ານ Scott Morrisonຊຶ່ງເປັນ ຣັຖມົນຕີການຄັງ ໄດ້ເອົາຊະນະ ທ່ານ Dutton ແລະໄດ້ກາຍ ເປັນ ນາຍົກຣັຖມົນຕີພັກ Liberals, ແລະ ນາຍົກຣັຖມົນຕີ  ຄົນທີສາມ ຂອງ ອອສເຕຣເລັຍ ພາຍໃນບໍ່ເຖິງ ສອງ ວາຣະຂອງຣັຖບານ - ເປັນຄັ້ງທີ ເຈັດ ຂອງປະເທດຕັ້ງແຕ່ປີ 2007.

 "ຖ້າຫາກວ່າທ່ານມີມຸ່ງໝັ້ນໃນປະເທດນີ້, ທ່ານກໍຈະມີໂອກາດ. ຄວາມເປັນ ທັມ ມີສເມີສໍາລັບ ຜູ້ທີ່ມີຄວາມມຸ່ງໝັ້ນ. ນັ້ນຄືຄວາມຍຸດຕິທໍາໃນອອສເຕຣເລັຍ.

ແລະ ມັນກໍແມ່ນ ທ່ານ Morrison ທີ່ໄດ້ນໍາພາ ພັກຮ່ວມໄປ ສູ່ໄຊຊະນະ ໃນການຫາສຽງເລືອກຕັ້ງຕໍ່ ພັກແຮງງານ ທີ່ນໍາພາ ໂດຍ ທ່ານ Bill Shorten ໃນປີ 2019.

 ການລົງຄະແນນສຽງ ແລະ ບັນດານັກສັນທັດກໍຣະນີ ກໍເຊື່ອວ່າ ພັກແຮງງານຈະ ຊະນະການເລືອກຕັ້ງ ແລະ ມີການກ່າວວ່າ ນາຍົກຣັຖມົນຕີ  Scott Morrison ບໍ່ສາມາດແກ້ໄຂຄວາມເສຍຫາຍທີ່ເກີດຂື້ນກັບຊື່ສຽງຂອງພັກ Liberal Party ຍ້ອນຄວາມວຸ້ນວາຍໃນການຊິງຕຳແໜ່ງຜູ້ນຳຂອງພັກ.

ແຕ່ ທ່ານ Morrison ແລະ ພັກ Liberal ໄດ້ພິສູດໃຫ້ທຸກຄົນເຫັນວ່າ ຜູ້ ເລືອກຕັ້ງ ບໍ່ໄດ້ ມັກທ່ານ Shorten ທີ່ເປັນຜູ້ນໍາຂອງ ພັກແຮງງານ ມາ ເປັນເວລາຫົກປີ.

ມັນເປັນໄຊຊະນະອັນຫອມຫວານສໍາລັບທ່ານ ມໍຣິສັນ.

..."ຂ້າພະເຈົ້າໄດ້ເຊື່ອສະເຫມີໃນສິ່ງມະຫັດສະຈັນ ແລະ ຄືນນີ້ ພວກເຮົາໄດ້ຮັບສິ່ງມະຫັດສະຈັນອີກອັນຫນຶ່ງ. ອອສເຕຣເລັຍ ດີປານໃດ?"

ນັບຕັ້ງແຕ່ ທ່ານ Morrison ໄດ້ຖືກເລືອກຕັ້ງ, ພັກໄດ້ປະສົບກັບຄວາມ ເຄັ່ງຕຶງຢູ່ພາຍໃນ ຂອງຕົນເອງ ກ່ຽວກັບບັນຫາຕ່າງໆ ເຊັ່ນ: ການແຕ່ງ ງານກັບ ເພດດຽວກັນ ແລະ ການປ່ຽນແປງຂອງດິນຟ້າອາກາດ.

ດຣ Peter Chen ເປັນອາຈານສອນອາວຸໂສ ດ້ານ ການຕ່າງປະເທດ ແລະ ການພົວພັນສາກົນ ທີ່ມະຫາວິທະຍາໄລ ຊິດນີ.

ທ່ານ ກ່າວວ່າ, ຕາມປະຫວັດສາດແລ້ວ ພັກ Liberal ແມ່ນ ການປະສົມປະສານ ທີ່ຫນ້າສົນໃຈ ຂອງກະແສ ທີ່ແຕກຕ່າງກັນຈໍານວນຫນຶ່ງ ໃນສັງຄົມ ອອສເຕຣເລັຍ - ທີ່ມີມາແຕ່ຕົ້ນສະໄຫມ ສັດຕະວັດທີ 20 .

 "ພັກ Liberal ມີປະເພນີທີ່ວ່າ ໃນບາງປະເດັນ ສະມາຊິກສະພາແຕ່ລະຄົນສາມາດລົງຄະແນນສຽງດ້ວຍສະຕິຮູ້ສຶກຜິດຊອບຂອງພວກເຂົາແລະບໍ່ຈໍາເປັນຕ້ອງປະຕິບັດຕາມນະໂຍບາຍຂອງພັກ. ດັ່ງນັ້ນ ຈຶ່ງເປັນວິທີ ທີ່ພວກເຂົາເຈົ້າ ໄດ້ຈັດການກັບ ຄວາມ ເປາະບາງ ແລະ ຄວາມເຄັ່ງຕຶງນັ້ນ. ແຕ່ຂ້າພະເຈົ້າຄິດວ່າພວກເຮົາໄດ້ເຫັນວ່າມີໄລຍະອັນຫ່າງກັນ ລະຫວ່າງ ຝ່າຍອະນຸລັກນິຍົມ ແລະ ຝ່າຍທີ່ຢູ່ສາຍກາງ ພາຍໃນພັກ ແລະ ຂ້າພະເຈົ້າ ຄິດວ່າ ພວກເຮົາກໍາລັງເຫັນວ່າມັນໄດ້ເກີດຂຶ້ນແລ້ວສ່ວນໜຶ່ງກັບການປາກົດໂຕຂຶ້ນຂອງ ຜູ້ສະຫມັກອິດສະລະ ຢ່າງ Zali Steggall ເຫຼົ່ານັ້ນ ໃນການປ່ຽນແປງຂອງ ດິນ ຟ້າ ອາກາດ. ຕາມໜ້າເຈ້ຍແລ້ວ, ຜູ້ສະຫມັກເຫຼົ່ານັ້ນອາດຈະເປັນຄົນຂອງພັກLiberals ພວກເຂົາເຈົ້າຈະລົງແຂ່ງຂັນເປັນເສລີນິຍົມກ້າວຫນ້າ  ຫຼື progressive liberals ແລະພວກເຂົາເຈົ້າບໍ່ໄດ້ລົງແຂ່ງຂັນຢ່າງເປັນສ່ວນນຶ່ງຂອງພັກນັ້ນ ສະແດງໃຫ້ເຫັນວ່າມີບັນຫາພື້ນຖານ ທີ່ພວກເຂົາເຈົ້າມີຢູ່ພາຍໃນພັກ ເພື່ອແກ້ໄຂບັນຫາສໍາຄັນນີ້ກ່ຽວກັບສະພາບອາກາດ. "

 ດຣ Chen ກ່າວວ່າ ພັກໄດ້ຈັດການກັບການ ມີການແບ່ງແຍກ ອັນ ໃຫຍ່ຫລວງຢູ່ພາຍໃນພັກ ນັບຕັ້ງແຕ່ການສ້າງຕັ້ງຂຶ້ນໃນ ປີ 1944.

 ແລະ ເຖິງແມ່ນວ່າເພິ່ນບໍ່ເຫັນວ່າ ມັນເປັນບັນຫາ ທີ່ແກ້ບໍ່ຕົກ - ເພິ່ນ ເວົ້າວ່າມັນເປັນສິ່ງ ທີ່ພັກຕ້ອງ ຈັດການ ກັບຄໍາຖາມກ່ຽວກັບ ເລື້ອງ ຜູ້ນໍາ ແລະ ຄວາມເປັນເອກະພາບຂອງພັກ ຈົນຮອດການເລືອກຕັ້ງ ຄັ້ງຕໍ່ໆໄປ.

"ຫນຶ່ງໃນສິ່ງທີ່ເປັນຂ່າວຢ່າງ ກວ້າງຂວາງເມື່ອບໍ່ດົນມານີ້ ຊຶ່ງເຫັນໄດ້ ຢ່າງຊັດເຈນ ແມ່ນການໂຈມຕີ ເລື້ອງຄວາມຊື່ສັດ ແລະ ພຶດຕິກໍາ ຂອງ ນາຍົກຣັຖມົນຕີ ແລະ ເຮົາຢູ່ໃນຣະບົບທີ່ບາງເທື່ອເອີ້ນວ່າ ລະບົບ ປະທານາທິບໍດີ. ພວກເຮົາບໍ່ມີປະທານາທິບໍດີ, ແຕ່ດ້ວຍເຫດຜົນຫຼາຍຢ່າງ ທ່ານນາຍົກລັດຖະມົນຕີກາຍເປັນບຸກຄົນສໍາຄັນຫຼາຍກວ່ານັ້ນໃນສະພາບການເມືອງຂອງພວກເຮົາ ໃນຫຼາຍທົດສະວັດທີ່ຜ່ານມາ. ສະ ນັ້ນ ການໂຈມຕີ ຜູ້ນໍາຈຶ່ງສາມາດສ້າງຄວາມເສຍຫາຍໃຫ້ແກ່ ພັກ ໂດຍທົ່ວໄປໄດ້. ສະນັ້ນ ຂ້າພະເຈົ້າຈຶ່ງຄິດວ່າສິ່ງທີ່ ກ່ຽວຂ້ອງກັບຄວາມ ຫນ້າເຊື່ອຖື ແລະ ຄວາມເປັນອັນຫນຶ່ງດຽວກັນຂອງພັກ ຈະເປັນສິ່ງສໍາຄັນ ສໍາລັບພວກ Liberals ທີ່ຈະຕ້ອງຮັບມື, ກ່ອນການເລືອກຕັ້ງ ແລະພວກເຂົາມີພຽງແຕ່ສອງສາມອາທິດທີ່ຈະແກ້ໄຂສິ່ງນັ້ນ."

 ເນື້ອເລື່ອງໂດຍ   Peggy Giakoumelos    ຂ່າວ SBS News,

ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ


Share