ພັກ National ມີຄວາມພາກພູມໃຈໃນການເປັນຕົວແທນ ຜົນປະໂຫຍດຂອງປະຊາຊົນໃນພູມິພາກ ແລະຊົນນະບົດຂອງ ອອສເຕຣເລັຍ ແລະໄດ້ເຮັດເຊັ່ນນັ້ນເປັນເວລາຫຼາຍກວ່າ 100 ປີ.
ພັກນີ້ໄດ້ສ້າງຕັ້ງຂຶ້ນໃນປີ 1920 ແລະໄດ້ຜ່ານການປ່ຽນແປງຊື່ຫຼາຍຄັ້ງ ແລະ ເປັນເວລາຫຼາຍປີທີ່ເອີ້ນຕົນເອງວ່າ ພັກ National ແຕ່ຕໍ່ມາກໍໄດ້ຖືກປະຕິຮູບໃຫມ່ໃນປີ 2006. Peggy Giakoumelos.....ລາຍງານ.
National ແມ່ນພັກທີ່ເຊື່ອວ່າ ອະນາຄົດຂອງ ພູມິພາກມີຄວາມ ສໍາຄັນຕໍ່ ອະນາຄົດ ຂອງອອສເຕຣເລັຍ.
ພັກ National ກ່າວວ່າ ພັກໄດ້ອຸທິດຕົນເພື່ອເປັນພື້ນຖານທີ່ເຂັ້ມແຂງ ສໍາລັບ ຜູ້ທີ່ອາໄສຢູ່ນອກເມືອງ ເພື່ອມອບໂອກາດ ແລະ ຄວາມຈະເລີນ ຮຸ່ງເຮືອງໃຫ້ແກ່ຊາວ ອອສເຕຣລຽນ ທຸກ ພູມິພາກ.
ພັກ National ຮ່ວມກັບພັກ Liberal ກໍ່ຕັ້ງອັນທີ່ຮູ້ກັນວ່າເປັນພັກປະສົມ. ມັນເປັນຄວາມສໍາພັນທີ່ແໜ້ນແກ່ນເຖິງແມ່ນວ່າ ລຳດັບຄວາມສໍາຄັນໃນການແຂ່ງຂັນ ລະຫວ່າງສອງພັກສາມາດສ້າງຄວາມເຄັ່ງຕຶງໄດ້.
ພັກ Liberal ໄດ້ສະຫນັບສະຫນູນ ຕະຫລາດເສລີ ໃນຂະນະທີ່ ພັກ National ພຍາຍາມທີ່ຈະປົກປ້ອງຜົນປະໂຫຍດ ທາງເສດຖະກິດ ຂອງຜູ້ທີ່ຢູ່ໃນພູມິພາກ ແລະໃນເຂດຊົນນະບົດ ອອສເຕຣເລັຍ.
ດຣ Peter Chen ເປັນອາຈານສອນອາວຸໂສໃນ ລັດຖະບານ ແລະ ການພົວພັນສາກົນ ທີ່ມະຫາວິທະຍາໄລ ຊິດນີ ກ່າວວ່າ ພັກສືບຕໍ່ໄດ້ຮັບການສະຫນັບສະຫນຸນຢ່າງຫນັກແຫນ້ນຢູ່ໃນເຂດພູມິພາກ ຕ່າງໆ, ເຖິງແມ່ນວ່າຈະມີການປາກົດຕົວຂຶ້ນຂອງພັກການເມືອງອື່ນໆກໍຕາມ.
"ໃນຂະນະທີ່ພັກ National ຈະເປັນພັກນ້ອຍ ແລະ ສ່ວນນ້ອຍຂອງພັກຮ່ວມກໍຕາມ, ແຕ່ວ່າ ພວກເຂົາເຈົ້າ ໄດ້ຮັບການສະຫນັບສະ ຫນູນ ຢ່າງເຂັ້ມແຂງຢູ່ໃນເຂດພູມີພາກຕ່າງໆ. ແນ່ນອນວ່າ ພວກເຂົາເຈົ້າໄດ້ ຕົກຢູ່ໃນການທ້າທາຍ ໃນລະດັບໜຶ່ງ ໃນບໍ່ຫຼາຍປີມານີ້ຈາກພັກ Shooters, Fishers and Farmers Party ແລະ One Nation. ພວກເຮົາຍັງໄດ້ເຫັນພັກ Greens ໃນລະດັບລັດ ທີ່ທ້າທາຍຜູ້ສະຫມັກບາງຄົນຂອງພັກ National. ແຕ່ຕາມຄວາມຈິງແລ້ວ, ຂ້າພະເຈົ້າຄິດວ່າ ພັກ National ຈະຍັງຄົງຢູ່ໃນຕໍາແຫນ່ງທີ່ສໍາຄັນຂອງຕົນໃນຖານະທີ່ເປັນສ່ວນໜຶ່ງຂອງພັກປະສົມ ແລະ ແນ່ນອນວ່າ ວ່າເຂົາເຈົ້າຍັງຈະໄດ້ຮັບການສະຫນັບສະຫນູນທີ່ ເຂັ້ມແຂງ ຢູ່ໃນພື້ນທີ່ຂອງເຂົາເຈົ້າຊຶ່ງ ຢູ່ໃນເຂດຊົນນະບົດ ແລະ ພູມີພາກຂອງ ອອສເຕຣເລັຍ."
ໃນຖານະເປັນພັກການເມືອງທີ່ເກົ່າແກ່ທີ່ສຸດອັນດັບສອງຂອງອອສເຕຣເລັຍ, ພັກ National ໄດ້ສະເຫຼີມສະຫຼອງສະເຫຼີມສະຫຼອງວັນຄົບຮອບຮ້ອຍປີ ໃນວັນທີ 22 ມັງກອນ 2020.
ເຊັ່ນດຽວກັບພັກໃຫຍ່ອື່ນໆ, ພັກ National ກໍມີບັນຫາ ເລື້ອງຜູ້ນໍາພັກ ຂອງເຂົາເຈົ້າໃນບໍ່ເທົ່າໃດປີ ທີ່ຜ່ານມານີ້.
ຜູ້ນໍາຄົນປະຈຸບັນ, ທ່ານ Barnaby Joyce ໄດ້ຖືກເລືອກເປັນຜູ້ນໍາຄືນໃຫມ່ ໂດຍເພື່ອນຮ່ວມງານຂອງພັກ ໃນວັນທີ 21 ມິຖຸນາ 2021 - ຫຼັງຈາກທີ່ຜ່ານມາໄດ້ດໍາລົງຕໍາແຫນ່ງໃນລະຫວ່າງປີ 2016-2018.
Mr Joyce ໄດ້ລົງຈາກຕໍາແຫນ່ງ ໃນປີ 2018 ຫລັງຈາກການເປີດເຜີຍ ວ່າການແຕ່ງງານຂອງເພິ່ນໄດ້ສິ້ນສຸດລົງ ແລະ ເພິ່ນໄດ້ມີຄວາມສໍາ ພັນກັບ ອະດີດພະນັກງານ.
ທ່ານ Michael McCormack ກໍໄດ້ກາຍມາເປັນຜູ້ນໍາ ກ່ອນທີ່ທ່ານ Joyce ໄດ້ກັບເຂົ້າມາຮັບຕໍາແຫນ່ງຄືນ.
ຜູ້ຊ່ຽວຊານດ້ານການເມືອງ, ທ່ານ Dr Ian Tregenza ຮອງສາດສະດາຈານ ໂຮງຮຽນວິທະຍາສາດສັງຄົມ ຂອງມະຫາວິທະຍາໄລ Macquarie ກ່າວວ່າ ຄວາມໜ້າສົນໃຈຂອງ ທ່ານ Joyce ໃນຖານະຜູ້ນໍາແຕກຕ່າງກັນໄປທົ່ວປະເທດ.
"ຂ້າພະເຈົ້າຄິດວ່າ ມັນປົນກັນ. ໄດ້ມີການປ່ຽນແປງ ການເປັນຜູ້ນໍາໃນປີກາຍນີ້, ທ່ານ Barnaby Joyce ກໍໄດ້ກັບຄືນມາເປັນຜູ້ນໍາ ແລະ ແນ່ນອນວ່າ ທ່ານ Barnaby Joyce ມີຈຸດໜ້າສົນໃຈ ໃນຫຼາຍພູມີພາກຂອງ ອອສເຕຣເລັຍ ແຕ່ ຂ້າພະເຈົ້າຄິດວ່າຈຸດໜ້າສົນໃຈນັ້ນ ບໍ່ຄືກັນໃນໝົດທຸກທ້ອງທີ່. ຍົກຕົວຢ່າງວ່າ ລາວອາດຈະເປັນທີ່ນິຍົມຫຼາຍໃນພາກສ່ວນຕ່າງໆຂອງ Queensland ແລະ New South Wales ແຕ່ ບໍ່ແມ່ນໃນວິກທໍເຣຍ "
ນັບແຕ່ການເລືອກຕັ້ງຄັ້ງສຸດທ້າຍໃນປີ 2019 - ຫຼາຍເຂດ ພູມີພາກແລະ ເຂດຊົນນະບົດ ຂອງ ອອສເຕຣເລັຍໄດ້ຮັບຜົນກະທົບຈາກ ໄພທໍາມະຊາດ ຢ່າງຫລວງຫລາຍເຊັ່ນ ໄພນ້ຳຖ້ວມ ໄຟໄຫມ້ປ່າ ແລະ ໄພ ແຫ້ງແລ້ງ.
ດຣ Tregenza ກ່າວວ່າມັນຈະເປັນເລື້ອງຫນ້າສົນໃຈ ທີ່ຈະເຫັນວ່າ ໄພ ທໍາມະຊາດ ດ້ານສິ່ງແວດລ້ອມເຫລົ່ານີ້ ຈະມີຜົນກະທົບຕໍ່ການເລືອກ ຕັ້ງ ຂອງພວກສະຫນັບສະຫນູນດັ້ງເດີມຂອງພັກ National.
"ຂ້າພະເຈົ້າຄິດວ່າ ມັນຈະມີສ່ວນ ກ່ຽວກັບພັນທະມິດ ທາງການເມືອງ ກໍາລັງປ່ຽນໄປ ຢູ່ໃນພູມິພາກ. ດັ່ງນັ້ນທ່ານກໍາລັງໄດ້ເຫັນຊາວກະສິກອນຫຼາຍຄົນ ແລະອີກຫຼາຍຄົນໃນພູມິພາກ ໄດ້ມີຄວາມກັງວົນຫຼາຍຂຶ້ນກ່ຽວກັບບັນຫາດິນຟ້າອາກາດເຫຼົ່ານີ້ ແລະ ມີຈຸດປະສົງທີ່ຈະເຮັດບາງສິ່ງບາງຢ່າງກ່ຽວກັບເລື່ອງນີ້ ໂດຍການປ່ຽນແປງໃນການເຮັດຟາມ ແລະສິ່ງຕ່າງໆ. ແລະ ສະນັ້ນ ມັນຈຶ່ງເປັນເລື້ອງທີ່ແນ່ນອນວ່າ ພັກ National ບໍ່ສາມາດທີ່ເພິ່ງ ຊາວກະສິກອນໄດ້ອີກຕໍ່ໄປ ຢ່າງທີ່ພວກເຂົາ ເຄີຍເຮັດມາ ເພາະວ່າການເຮັດຟາມ ກຳລັງມີການປ່ຽນແປງ ສະນັ້ນ ບັນຫາ ດິນ ຟ້າ ອາ ກາດ ເຫຼົ່ານີ້ ໄດ້ສົ່ງຜົນສະທ້ອນໃນຫຼາຍຂົງເຂດພູມີພາກ."
ເນື້ອເລື່ອງໂດຍ Peggy Giakoumelos ຂ່າວ SBS News,
ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.