ບັນດາຜູ້ນໍາຈາກທົ່ວ ປາຊີຟິກ ກໍາລັງ ໂຮມກັນທີ່ ຟີຈີ (Fiji) ເພື່ອການປະຊຸມທີ່ສໍາຄັນຂອງກອງປະຊຸມໝູ່ເກາະປາຊີຟິກ.
ແຕ່ມັນເປັນການຜິດຫວັງຢ່າງໜັກຕໍ່ຄວາມສາມັກຄີໃນພູມີພາກ ເມື່ອ ຄີຣີບັສ - Kiribati - ໄດ້ຖອນໂຕອອກ ກ່ອນການປະຊຸມສຸດຍອດ.
ປາຊີຟິກໄດ້ຢູ່ໃນຄວາມສົນໃຈໃນຫລາຍເດືອນມໍ່ໆມານີ້, ເນື່ອງຈາກຈີນ ຄ້າຍກັບວ່າຈະບັນລຸໃນການຕົກລົງດ້ານຄວາມປອດພັຍ, ແຕ່ບັນດາຜູ້ນໍາ ຈະແນໃສ່ ການຄຸກຄາມດ້ານ ຄວາມປອດພັຍທີ່ໃຫຍ່ທີ່ສຸດຂອງເຂົາເຈົ້າ - ການປ່ຽນແປງຂອງ ສະພາບພູມອາກາດ.
ອອກຈາກເມືອງ Suva ເມືອງຫຼວງຂອງ ຟີຈີ ພຽງຊົ່ວໂມງດຽວ, ນ້ຳ ກໍາລັງ ຄືບຄານເຂົ້າໃກ້ບ້ານເຮືອນຂອງປະຊາຊົນ.
Lavenia McGoon ໄດ້ອາສັຍ ຢູ່ໃນຫມູ່ບ້ານ Togoru ຕລອດຊີວິດ ຂອງນາງ. ນາງເວົ້າວ່ານາງເຖົ້າເກີນໄປທີ່ຈະຈາກໄປ.
"ຣັຖບານທີ່ພວກເຂົາບອກພວກເຮົາຫຼືຢາກໃຫ້ພວກເຮົາຍົກຍ້າຍຖິ່ນຖານ ແລະຂ້ອຍໄດ້ບອກພວກເຂົາວ່າບໍ່ແມ່ນໃນອາຍຸສ່ຳນີ້, ບໍ່ແມ່ນເທື່ອນີ້...ຂ້ອຍເຖົ້າເກີນໄປ ທີ່ຈະກັບໄປ ແລະເລີ່ມຕົ້ນໃໝ່ອີກເທື່ອຫນຶ່ງ."
ຄົນຂ້າງເຮືອນ, Mereia Brown ແລະ John ສາມີຂອງລາວ ກໍກໍາລັງຕໍ່ສູ້ ກັບຜົນກະທົບຈາກການປ່ຽນແປງຂອງສະພາບພູມອາກາດ ເຊັ່ນກັນ.
ນາງ Mereia ກ່າວວ່າ ລາວໄດ້ເຫັນວ່ານ້ຳ ກໍາລັງຂຶ້ນໄວປານໃດ.
"ແຕ່ກ່ອນ, ຖ້າຢາກເຫັນຄົນທີ່ລົງມາແຄມຫາດ ທ່ານຕ້ອງຍ່າງອອກໄປແລ້ວທ່ານຈຶ່ງສາມາດເຫັນຄົນນັ້ນໄດ້. ແຕ່ດຽວນີ້ຂ້ອຍສາມາດຢືນຢູ່ບ່ອນປະຕູ ຂ້ອຍກໍສາມາດເຫັນວ່າໃຜກໍາລັງລົງໄປແລະໃຜກໍາລັງຈະຂຶ້ນມາ, ນັ້ນແມ່ນ ການປ່ຽນແປງຂອງຂອງສະພາບພູມອາກາດວ່າໄວສໍ່າໃດ."
ມະຫາສມຸດ ປາຊີຟິກ ກໍາລັງໄດ້ຮັບຜົນກະທົບຢ່າງແຮງຈາກການປ່ຽນແປງ ຂອງສະພາບພູມອາກາດ, ປະສົບກັບອາກາດ ທີ່ຮ້າຍແຮງຂຶ້ນ ແລະ ລະດັບນ້ຳທະເລທີ່ສູງຂຶ້ນ.
Dr Wes Morgan ຜູ້ຊ່ຽວຊານດ້ານການທູດ ດ້ານພູມອາກາດ ກ່າວວ່າ ເຣື້ອງນີ້ເຮັດໃຫ້ເປັນຈຸດສໍາຄັນ ໃນການຫາລືສໍາລັບ ການປະຊຸມເກາະ ປາຊີຟິກ ໃນສັບປະດານີ້.
"ປະເທດໃນໝູ່ເກາະປາຊີຟິກໄດ້ກ່າວມາເປັນເວລາຫຼາຍທົດສະວັດແລ້ວວ່າພັຍຄຸກຄາມທີ່ຍິ່ງໃຫຍ່ທີ່ສຸດດ້ານຄວາມປອດໄພອັນດຽວແມ່ນການປ່ຽນແປງຂອງສະພາບພູມອາກາດ."
ເທື່ອສຸດທ້າຍທີ່ເວທີປາສັຍໄດ້ເຂົ້າຮ່ວມ ດ້ວຍຕົວເອງ ແມ່ນໃນປີ 2019, ທີ່ Tuvalu, ໂດຍມີການປ່ຽນແປງຂອງສະພາບພູມອາກາດ ເປັນຫົວໃຈ ຂອງການເຈຣະຈາ.
ແຕ່ນັບແຕ່ນັ້ນມາ, ພວກເຂົາເຈົ້າເວົ້າວ່າ ການດໍາເນີນການນັ້ນຍັງບໍ່ພຽງພໍ ແລະບັດນີ້ Jess Collins, ນັກຄົ້ນຄວ້າປາຊີຟິກ ສະຖາບັນ Lowy ກ່າວວ່າ ຂໍ້ຂັດແຍ່ງ ຂອງຜູ້ນໍາ ກໍາລັງຈະເຮັດໃຫ້ກຸ່ມດັ່ງກ່າວເສື່ອມຄວາມໝັ້ນຄົງ.
"Kiribati ຖອນໂຕອອກໃນເວລາຊົ່ວໂມງສຸດທ້າຍຂອງຂໍ້ຕົກລົງ Suva ແມ່ນມີຄວາມສໍາຄັນ, ມັນກໍ່ໃຫ້ເກີດຄໍາຖາມກ່ຽວກັບບົດບາດຂອງພູມິພາກນິຍົມ ແລະຄວາມຍືນຍົງຂອງໂຄງຮ່າງ ຄວາມປອດພັຍຂອງພູມິພາກ.”
ຫຼາຍປະເທດໃນ Micronesia ໄດ້ເຮັດ "ຂໍ້ຕົກລົງຊູວາ-Suva agreement " ທີ່ອະນຸຍາດໃຫ້ ເລຂາທິການໃຫຍ່ໃນ ປະຈຸບັນ ທ່ານ Henry Puna ຍັງຄົງ ເປັນຫົວຫນ້າ ຂອງ PIF, ແລະ ຈາກນັ້ນກໍໄດ້ສົ່ງຕຳແໜ່ງໄປໃຫ້ຜູ້ນໍາ ຂອງ Micronesia.
ແຕ່ Kiribati ບໍ່ໄດ້ເປັນສ່ວນໜຶ່ງຂອງການຕົກລົງນັ້ນ.
ນາຍົກຣັຖມົນຕີ Anthony Albanese ໄດ້ສະທ້ອນ ເຖິງການຕັດສິນໃຈຂອງຕົນ, ແຕ່ກ່າວວ່າ ເວທີປາສັຍຈະສືບຕໍ່ເຮັດວຽກຮ່ວມກັນ ເພື່ອຮັບມືກັບບັນຫາຕ່າງໆ ລວມທັງການປ່ຽນແປງຂອງສະພາບພູມອາກາດ.
“ມີການແບ່ງແຍກບາງຢ່າງໃນອະດີດເປັນບາງຄັ້ງຄາວ. ນັ້ນມັນກໍຈະເກີດຂື້ນ. ເປັນຫນ້າເສັຍດາຍ ໃນການຕັດສິນໃຈຂອງ Kiribati ແຕ່ພວກເຮົາຍັງຈະເຮັດວຽກຢ່າງສ້າງສັນຕໍ່ໄປ."
ຣັຖບານ ໄດ້ປະກາດວ່າ ຈະມອບເງິນເພີ່ມອີກ ສອງລ້ານ ໂດລາ ແກ່ Kiribati ໃນ ຂນະທີ່ປະເຊີນກັບພັຍແຫ້ງແລ້ງຄັ້ງໃຫຍ່.
ແຕ່ການຖອນໂຕຂອງປະເທດ ອາດເຮັດໃຫ້ ຊ່ອງທາງການທູດ ທີ່ສໍາຄັນນີ້ອ່ອນແອລົງ ເນື່ອງຈາກ ຈີນຍັງສືບຕໍ່ເຮັດວຽກ ຂອງຕົນ ເພື່ອເພີ່ມການ ມີຫນ້າຢູ່ໃນພູມິພາກນີ້.
Jess Collins ກ່າວວ່າ ການເຄື່ອນໄຫວດັ່ງກ່າວ ສາມາດເປັນຜົນປໂຍດ ຕໍ່ບຸກຄົນທີສາມ.
" Kiribati ຈະຖືກແຍກອອກຈາກໂຄງຮ່າງຄວາມປອດພັຍແລະແນ່ນອນວ່ານັ້ນເປັນປໂຍດຕໍ່ຈີນແລະແນ່ນອນວ່າມັນຍົກລະດັບບົດບາດຂອງຈີນໃນຂະບວນການນີ້ເຊັ່ນກັນ."
ໃນຂນະດຽວກັນ ຈີນ ກ່າວວ່າ ອອສເຕຣເລັຍເປັນ ສາເຫດຂອງ ຄວາມເຄັ່ງຕຶງທາງການທູດ ລະຫວ່າງສອງປະເທດ.
ປັກກິ່ງ ໄດ້ອອກລາຍການ ການດຳເນີນ ສີ່ ຈຸດ ສໍາລັບອອສເຕຣເລັຍ ທີ່ຈະເຮັດ ເພື່ອໃຫ້ຄວາມສັມພັນກັບຄືນມາຄືເກົ່າ.
ຣັຖມົນຕີການຕ່າງປະເທດຈີນ ທ່ານ Wang Yi ໄດ້ ອອກຄໍາຮຽກຮ້ອງ ໃນການພົບປະສອງຝ່າຍ ກັບ ຣັຖມົນຕີການຕ່າງປະເທດອອສເຕຣເລັຍ ຍານາງ Penny Wong.
ແຕ່ ທ່ານ Anthony Albanese ກ່າວວ່າ ປະເທດຊາດ ຈະບໍ່ຍອມຕໍ່ ການຮຽກຮ້ອງນັ້ນ.
"ອອສເຕຣເລັຍ ບໍ່ຕອບສນອງຕາມຄວາມຮຽກຮ້ອງ. ພວກເຮົາຕອບສນອງຕໍ່ຜົນປໂຍດຂອງຊາດຂອງພວກເຮົາເອງ. ຂ້າພະເຈົ້າຈະເວົ້າແບບນີ້. ພວກເຮົາຈະຮ່ວມມືກັບຈີນ ຕາມທີ່ພວກເຮົາສາມາດເຮັດໄດ້. ຂ້າພະເຈົ້າຢາກສ້າງຄວາມສັມພັນທີ່ດີກັບທຸກປະເທດ. ແຕ່ເຮົາກໍຈະຢືນຢັດເພື່ອຜົນປໂຍດຂອງອອສເຕຣເລັຍ ເມື່ອເຖິງເວລາທີ່ເຮົາຕ້ອງເຮັດ"
ເມື່ອນໍ້າສູງຂຶ້ນ, ຄວາມກົດດັນກໍສູງຂຶ້ນສຳຣັບພວກຜູ້ນໍາ ທີ່ຈະຕ້ອງປະຕິບັດເຊັ່ນກັນ.
ເນື້ອເລື່ອງໂດຍ Krishani Dhanji ຂ່າວ SBS News,
ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ