ທ່ານ Anthony Albanese ໄດ້ສາບານໂຕເຂົ້າຮັບຕໍາແຫນ່ງເປັນ ນາຍົກຣັຖມົນຕີ ຄົນທີ 31 ຂອງ ອອສເຕຣເລັຍ- ຢ່າງບໍ່ໄດ້ເສຍເວລາ -ລາວກໍຂຶ້ນເຮືອບິນເພື່ອໄປປະຊຸມ ເທື່ອທໍາອິດຂອງລາວ.
ພັກ Coalition ຊຶ່ງຕອນນີ້ກໍໄດ້ກາຍເປັນພັກຝ່າຍຄ້ານ ກໍາລັງພິຈາລະນາເຖິງອະນາຄົດຂອງຕົນ - ຊຶ່ງເລີ້ມມີການໂຍນຄວາມຜິດໃຫ້ກັນ - ແລະວິເຄາະວ່າມີຫຍັງຜິດເກີດຂຶ້ນໃນວັນເສົາ Krishani Dhanji ລາຍງານ
ດ້ວຍສັນຍາວ່າຈະໃຊ້ວິທີການໃຫມ່ຕໍ່ການເມືອງໃນ ອອສເຕຣເລັຍ- ທ່ານ Anthony Albanese ໄດ້ໂດດຂຶ້ນສູ່ ເວທີໃນກອງປະຊຸມຖະແຫລງຂ່າວຄັ້ງທໍາອິດຂອງທ່ານໃນຖານະ ນາຍົກຣັຖມົນຕີ.
"ຂ້າພະເຈົ້າມີກຽດຢ່າງສູງ ແລະ ດ້ວຍຄວາມນອບນ້ອມ ທີ່ໄດ້ສາບານຕົວເຂົ້າຮັບຕໍາແຫນ່ງນາຍົກຣັຖມົນຕີ ຄົນທີ 31 ຂອງ ອອສເຕຣເລັຍ. ຊາວອອສເຕຣເລັຍໄດ້ເລືອກເອົາການປ່ຽນແປງ."
ຢືນຢູ່ຕໍ່ຫນ້າບໍ່ພຽງແຕ່ທຸງຂອງ ອອສເຕຣເລັຍ ເທົ່ານັ້ນ, ແຕ່ໄດ້ຕື່ມທຸງຂອງ ຊາວ Aboriginal and Torres Strait Islander - ແລະ ກ່າວຢ້ຳເຖິງຄວາມມຸ່ງໝັ້ນ ຂອງເພິ່ນທີ່ຈະຍົກສູງເສີມແລະຂະຫຍາຍ ສຽງຂອງ ຣັຖສະພາ ໃນຣັຖທັມນູນ, ຮວມເຖິງຄວາມສໍາຄັນອື່ນໆ.
"ພວກເຮົາຈະຈັດຕັ້ງຄະນະກໍາມະການຕ້ານການສໍ້ລາດບັງຫຼວງແຫ່ງຊາດ ແລະ ຂ້າພະເຈົ້າໄດ້ຂໍໃຫ້ວຽກງານດັ່ງກ່າວເລີ່ມຕົ້ນແລ້ວ. ແລະ ແນ່ນອນວ່າ ພວກເຮົາ ຈະສືບຕໍ່ຄວາມຈໍາເປັນທີ່ຈະຕ້ອງມີການຮັບຮູ້ ຣັຖທັມນູນຂອງປະຊາຊົນປະເທດທໍາອິດ, ຮວມທັງການອອກສຽງຕໍ່ຣັຖບານ."
ກ່ອນຫນ້ານີ້ ທ່ານ Anthony Albanese ໄດ້ສາບານໂຕເຂົ້າຮັບຕໍາແຫນ່ງຮ່ວມກັບທີມທີ່ສໍາຄັນ ຂອງລາວ - ລວມທັງທ່ານ ຮອງ ນາຍົກຣັຖມົນຕີ Richard Marles, ຣັຖມົນຕີການຕ່າງປະເທດ ທ່ານນາງ Penny Wong, ທ່ານ Jim Chalmers ແລະ ຣັຖມົນຕີການເງິນ ທ່ານນາງ Katy Gallagher.
ນາຍົກຣັຖມົນຕີ ແລະ ຣັຖມົນຕີການຕ່າງປະເທດ ກໍາລັງເດີນທາງໄປຍັງ ໂຕກຽວ - ທ່ານ Anthony Albanese ກ່າວ ວ່າການເດີນທາງຈະເປັນສັນຍານເຖິງແຜນການນາໆຊາດຂອງ ຣັຖບານຊຸດໃຫມ່.
"ເພື່ອສົ່ງສັນຍານໄປຍັງໂລກວ່າ ມີຣັຖບານໃຫມ່ໃນອອສເຕຣເລັຍ ແລະມັນແມ່ນຣັຖບານທີ່ສະແດງເຖິງການປ່ຽນແປງ, ໃນແງ່ຂອງວິທີ ທີ່ພວກເຮົາຮັບມືກັບໂລກກ່ຽວກັບບັນຫາຕ່າງໆເຊັ່ນການປ່ຽນແປງດິນຟ້າອາກາດ."
ແຕ່ສໍາລັບຜູ້ນໍາທີ່ສັນຍາວ່າຈະຍຸດຕິສົງຄາມດິນຟ້າອາກາດ - ອາດຈະຍັງມີການຕໍ່ຕ້ານບາງຢ່າງຢູ່.
ອະດີດຮອງນາຍົກຣັຖມົນຕີ Barnaby Joyce ກ່າວວ່າ ການສະຫນັບສະຫນຸນຕໍ່ Net Zero ໃນປີ 2050 ທີ່ ພັກຮ່ວມຣັຖບານໄດ້ໃຫ້ສັນຍາຫວ່າງ ປີກາຍນີ້ - ບັດນີ້ສາມາດໄດ້ຮັບການພິຈາລະນາຄືນໃຫມ່ໂດຍພັກຂອງທ່ານ.
"ເພື່ອຄວາມແນ່ໃຈ ດັ່ງທີ່ຂ້າພະເຈົ້າຮູ້ວ່າພວກເຮົາມີເປົ້າຫມາຍຢູ່ແລ້ວ ແຕ່ຂ້າພະເຈົ້າຈະປ່ອຍໃຫ້ພວກໃນພັກ Nationals ໄດ້ມີໂອກາດຂອງເຂົາເຈົ້າທີ່ຈະເວົ້າ ຢູ່ໃນຫ້ອງປະຊຸມພັກຂອງພວກເຂົາໃນສອງໃນສອງອາທິດໜ້າ. ຫຼັງຈາກການເລືອກຕັ້ງ, ກໍຈະມີການສົນທະນາກ່ຽວກັບນະໂຍບາຍທັງຫມົດ ແລະນັ້ນບໍ່ໄດ້ໝາຍຄວາມວ່າ ທ່ານຈະຖິ້ມມັນ ຫລື ທ່ານຈະເກັບມັນໄວ້ຢູ່. ພວກເຮົາອະນຸຍາດໃຫ້ທຸກຄົນ ໃຫ້ກຽດແກ່ຫ້ອງຂອງພວກເຮົາ ທີ່ສະທ້ອນເຖິງສິ່ງທີ່ກ່ຽວຂ້ອງ ກັບເຂດເລືອກຕັ້ງ ຂອງພວກເຂົາ."
ໃນຂະນະ ທີ່ພວກ Liberals ທຳການວິເຄາະກ່ຽວກັບສິ່ງທີ່ຜິດໄປນັ້ນ - ຜູ້ນໍາຂອງ ພັກ Nationals ກໍເອົາໂຕອອກຫ່າງໄກ ຈາກການກ່າວໂທດ.
ນັກຂ່າວ: “ທ່ານເວົ້າວ່າມັນແມ່ນຄວາມຜິດຂອງພວກ Liberals ເອງທີ່ພວກເຂົາເຈົ້າໄດ້ສູນເສຍບ່ອນນັ່ງຈໍານວນຫຼາຍ, ມັນບໍ່ມີສ່ວນກ່ຽວຂ້ອງກັບພັກ Nationals ແລະມັນເປັນພາລະຂອງພວກເຂົາພຽງຢ່າງດຽວບໍ່?”
JOYCE: “ນັ້ນແມ່ນການສົນທະນາສໍາລັບຄົນອື່ນ ແຕ່ຂ້າພະເຈົ້າເວົ້າວ່າ ພັກ Nationals ແມ່ນພັກຂອງພວກເຮົາເອງ"
ທີ່ເອີ້ນກັນວ່າ 'teal' ອິດສຣະ ('teal' independents) - ຜູ້ທີ່ໄດ້ໂຄ່ນລົ້ມພວກ Liberals ຝ່າຍກາງຫຼາຍຄົນ - ໄດ້ໂຄສະນາຫາສຽງກ່ຽວກັບ ເລື້ອງຂອງດິນຟ້າອາກາດ.
ຣັຖມົນຕີການຄັງ ຂອງ New South Wales, ແລະ Matt Keane ຂອງພັກ Liberal moderate - ໄດ້ບອກ ABC ວ່າ ພັກຕ້ອງຮັບຜິດຊອບໃນຜົນທີ່ໄດ້ຮັບຈາກການເລືອກຕັ້ງ.
"ພວກເຮົາບໍ່ໄດ້ສູນເສຍບ່ອນນັ່ງດຽວ ໃຫ້ແກ່ຜູ້ສະຫມັກ ຫລື ພັກຝ່າຍຂວາຂອງພັກ Liberal. ບ່ອນນັ່ງທັງຫມົດທີ່ພວກເຮົາໄດ້ສູນເສຍໄປນັ້ນແມ່ນເສຍໃຫ້ ແກ່ຜູ້ສະຫມັກທີ່ສະຫນັບສະຫນູນ ໃຫ້ມີການກະທໍາທີ່ເຂັ້ມແຂງ ກ່ຽວກັບການປ່ຽນແປງຂອງ ດິນ ຟ້າ ອາ ກາດ ແລະການ ສະຫນັບສະຫນູນທີ່ເຂັ້ມແຂງຂຶ້ນ ເມື່ອເວົ້າເຖິງຄວາມສະເຫມີພາບຂອງແມ່ຍິງ."
ນຶ່ງໃນຕຳແໜ່ງທີ່ເສຍໃຫ້ 'teal' ອິດສຣະ ('teal' independents) ນັ້ນແມ່ນອະດີດ ຣັຖມົນຕີການຄັງ ທ່ານ Josh Frydenberg - ຜູ້ທີ່ໄດ້ຍອມຮັບການພ່າຍແພ້ ໃນຕອນເຊົ້າ ວັນຈັນ. ມັນໄດ້ສ້າງ ຄວາມແຕກແຍກ ຢ່າງກວ້າງຂວາງໃນ ຝ່າຍກາງຂອງພັກ - ໃນຂະນະທີ່ຄໍາຖາມທີ່ກໍາລັງຈະມາເຖິງວ່າໃຜເປັນຜູ້ນໍາ.
ນິ້ວມືໄດ້ຊີ້ ໄປຫາທ່ານ Peter Dutton ຜູ້ອາວຸໂສທີ່ສຸດ ທີ່ຍັງເຫລືອຂອງ ພັກ Liberal - ຜູ້ທີ່ໄດ້ທ້າຊິງຕຳແໜ່ງກັບ ທ່ານ Malcolm Turnbull ໃນການເປັນຜູ້ນໍາກ່ອນ ການເລືອກຕັ້ງພາຍໃນພັກ ຊຶ່ງກໍແມ່ນ ທ່ານ Scott Morrison ໄດ້ຮັບໄຊຊະນະ.
ອະດີດຣັຖມົນຕີກະຊວງສຶກສາທ່ານ Alan Tudge ໄດ້ໃຫ້ການສະຫນັບສະຫນູນ ເພື່ອນຮ່ວມງານຂອງທ່ານ - ທ່ານໄດ້ບອກ Sky News ວ່າ:
"Peter Dutton ຈະເປັນຜູ້ນໍາ. ຂ້າພະເຈົ້າ ຄິດວ່າ ລາວຈະມີປະສິດທິພາບແທ້ໆ. ລາວເປັນບຸກຄົນທີ່ມີບຸກຄະລິກກະພາບອັນໃຫຍ່ຫຼວງ ພ້ອມທັງມີປະສົບການອີກດ້ວຍ."
ອີກຊື່ຫນຶ່ງທີ່ກໍາລັງຖືກພິຈາລະນາ ອາດຈະແມ່ນອະດີດຣັຖມົນຕີກະຊວງພາຍໃນ ທ່ານນາງ Karen Andrews ຜູ້ທີ່ບໍ່ໄດ້ປະຕິເສດການລົງແຂ່ງຕຳແໜ່ງຜູ້ນໍາ - ທ່ານນາງໄດ້ບອກ Sky News ວ່າ:
"ຂ້າພະເຈົ້າສົນໃຈວ່າບົດບາດໃດຈະຊ່ວຍໃຫ້ຂ້າພະເຈົ້າເພີ່ມຄຸນຄ່າທີ່ສຸດໃຫ້ກັບພັກແລະສະມາຊິກຂອງພັກຂອງຂ້າພະເຈົ້າ ເຊັ່ນດຽວກັນດັ່ງນັ້ນຂ້າພະເຈົ້າຈະພິຈາລະນາວ່າຂ້າພະເຈົ້າຈະເຮັດແນວໃດ ໃນສອງສາມມື້ຂ້າງໜ້າ."
ອີກບໍ່ດົນ ພັກກໍຈະປະຊຸມກັນເພື່ອຕັດສິນໃຈໃນເລື້ອງນັ້ນ.
ການນັບຄະແນນສຽງກໍຍັງດຳເນີນຢູ່ - ບັດເລືອກຕັ້ງທາງໄປສະນີ ຫລາຍພັນກໍຍັງເຂົ້າມາຢູ່ - ແຕ່ ຄະນະກັມການ ເລືອກຕັ້ງຂອງ ອອສເຕຣເລັຍໄດ້ຊີ້ໃຫ້ເຫັນວ່າ ພັກແຮງງານ ສາມາດຕັ້ງຣັຖບານສ່ວນໃຫຍ່ໄດ້ - ໂດຍມີພຽງແຕ່ສອງສາມບ່ອນນັ່ງ ທີ່ຍັງມີຄວາມສົງໄສຢູ່.
ທ່ານ Anthony Albanese ກ່າວວ່າ ຄນະຣັຖມົນຕີ ຂອງທ່ານ ຈະຖືກເລືອກ ແລະ ສາບານໂຕເຂົ້າຮັບຕໍາແຫນ່ງ ໃນສັບປະດາຫນ້າ.
ເນື້ອເລື່ອງໂດຍ Krishani Dhanji ຂ່າວ SBS News,
ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ