ການເລືອກຕັ້ງແບບ “ບູລິມຸສິດ” (Preferential) ແມ່ນຫຍັງ?

Casting vote at an election.

A voter placing a ballot paper in the ballot box. Source: AAP

ການເລືອກຕັ້ງແບບບຸລິມະສິດຂອງ ອອສເຕຣເລັຍນັ້ນ ແຕກຕ່າງກັນກັບລະບົບເລືອກຕັ້ງ ຂອງ ອະເມຣິກາ, ສຫະຣາຊອານາຈັກອັງກິດ ຫຼື ອິນເດັຍ. ຄຳອະທິບາຍຢ່າງສັງເຂບ:


ການເລືອກຕັ້ງຂອງລັດຖະບານອອສເຕຣເລັຍໃຊ້ລະບົບການລົງຄະແນນສຽງເລືອກຕັ້ງແບບ ບຸລິມະສິດ ຫຼື Preferential Voting System ເພື່ອເລືອກ ເອົາຜູ້ສະຫມັກ... Stephanie Corsetti ລາຍງານກ່ຽວກັບຂະບວນການ.

ການເລືອກຕັ້ງ ທົ່ວໄປດໍາເນີນການ ພາຍໃຕ້ລະບົບການເລືອກ ຕັ້ງແບບ ບຸລິມະສິດ ຫຼື Preferential Voting System.

ການເລືອກຕັ້ງນີ້ ແຕກຕ່າງຈາກລະບົບ The First Past-The Post ທີ່ໃຊ້ໃນ ປະເທດຕ່າງໆ ຮວມທັງ ສະຫະລັດ, ສະຫະຣາຊອານາຈັກ, ການາດາ ແລະ ອິນເດຍ.

ຂັ້ນຕອນ ການເລືອກຕັ້ງແບບບຸລິມະສິດນັ້ນ ຜູ້ເລືອກ ຕ້ອງຫມາຍກາໃນບັດຂອງການເລືອກຕັ້ງຂອງພວກເຂົາເຈົ້າ. ສໍາລັບຜູ້ລົງສະຫມັກກໍຈະໄດ້ຮັບ ບຸລິມະສິດ ຫຼື preferences ໃນ ການເລືອກຕັ້ງ ຂອງພວກເຂົາເຈົ້າ.

ທ່ານ Evan Ekin-Smyth ອະທິບາຍວ່າ:

"ເມື່ອທ່ານມາບ່ອນລົງຄະແນນສຽງ ທ່ານຈະໄດ້ຮັບເອກະສານປ່ອນບັດສອງສະບັບ. ຫນຶ່ງແມ່ນສີຂຽວຂະຫນາດນ້ອຍ ແລະນັ້ນແມ່ນສໍາລັບສະມາຊິກສະພາແລະອີກອັນຫນຶ່ງອາດຈະແມ່ນສີຂາວ ຂຶ້ນຢູ່ກັບວ່າທ່ານຢູ່ໃສ ແຕ່ມັນເປັນເຈ້ຍການລົງຄະແນນສຽງຂອງສະພາສູງ. ສະນັ້ນ ທ່ານ ຈຶ່ງໄດ້ລົງຄະແນນສຽງໃຫ້ ສະມາຊິກໃນທ້ອງຖິ່ນ ຂອງທ່ານ ໃນສະພາຕ່ຳ ແລະ ສະມາຊິກໃນສະພາສູງ ທີ່ເປັນຕົວແທນໃນລັດ ຫຼື ເຂດຂອງທ່ານ. ຢູ່ໃນເຈ້ຍການປ່ອນບັດສີຂຽວນັ້ນ, ທ່ານ ຈະຕ້ອງໃສ່ເລກໃນກ່ອງ ຈາກຜູ້ລົງສະຫມັກທີ່ທ່ານມັກທີ່ສຸດ ໄປຫາຜູ້ລົງສະຫມັກເລືອກຕັ້ງທີ່ທ່ານມັກຫນ້ອຍທີ່ສຸດ."

ໃນການເລືອກຕັ້ງ ຂອງ ລັດຖະບານອອສເຕຣເລັຍ, ຜູ້ປ່ອນບັດໝາຍຟອມ ເລືອກຕັ້ງສອງສະບັບໃຫ້ຄົບ, ນຶ່ງ ສຳລັບສະພາຕ່ຳ ອີກອັນນຶ່ງສຳລັບສະພາສູງ.

ຢູ່ໃນສະພາຕ່ຳ, ມີຜູ້ແທນຄົນດຽວທີ່ຖືກເລືອກສໍາລັບການແຂ່ງຂັນແຕ່ລະຄັ້ງ ໃນຂະນະທີ່ຢູ່ໃນສະພາສູງ ມີຜູ້ແທນຫຼາຍຄົນໄດ້ຖືກເລືອກ.

ການກາ ບຸລິມະສິດ ເພື່ອເລືອກເອົາຜູ້ສະຫມັກທຸກຄົນ ຢູ່ໃນສະພາຕ່ຳມັນສາມາດຖືກນໍາໃຊ້ໄດ້ຫລາຍເທື່ອ ໃນລະຫວ່າງຂະບວນການນັບ ຄະແນນ ເພື່ອກໍານົດວ່າຜູ້ໃດໄດ້ ຮັບຄະແນນສຽງ ສ່ວນໃຫຍ່ທັງຫມົດ ຢ່າງເດັດຂາດ, ຊຶ່ງແມ່ນຫຼາຍກວ່າ 50 ເປີເຊັນຂອງຄະແນນທີ່ເປັນທາງການ.

ສໍາລັບສະພາສູງ, ຜູ້ໄດ້ຖືກເລືອກເມື່ອຄະແນນສຽງເທົ່າກັບສິ່ງທີ່ເອີ້ນວ່າ”ເປັນຕົວແທນຕາມສັດສ່ວນ” ຫຼື Proportional Representation.

ການນັບຄະແນນ  ກໍານົດວ່າ ຜູ້ສະຫມັກຄົນໃດໄດ້ ຄະແນນສຽງສ່ວນແບ່ງ ທີ່ຈໍາເປັນຂອງການເລືອກຕັ້ງຢ່າງ ເປັນທາງການ.

Ian Tulloch ຜູ້ຊ່ວຍນັກຄົ້ນຄວ້າ ຈາກມະຫາວິທະຍາໄລ La Trobe ກ່າວວ່າ ກ່ອງທັງຫມົດຕ້ອງໄດ້ຖືກກາຫມາຍເລກ ເພື່ອໃຫ້ການລົງຄະແນນສຽງຖືກຕ້ອງ.

"ຜູ້ສະຫມັກທີ່ມີຈໍານວນຫນ້ອຍທີ່ສຸດຂອງການເລືອກແບບບຸລິມະສິດ ເທື່ອທໍາອິດຈະຖືກກໍາຈັດອອກໄປ ແລະຫຼັງຈາກນັ້ນກໍແມ່ນການເລືອກຄັ້ງທີສອງແລະ ຮອບຕໍ່ໆໄປ ຂອງພວກເຂົາ ແລ້ວໄດ້ຖືກແຈກຢາຍໃຫ້ຜູ້ສະຫມັກນັ້ນ ແລະຂະບວນການນັ້ນຈະດຳເນີນໄປຈົນກວ່າຜູ້ໃດຜູ້ຫນຶ່ງຈະສິ້ນສຸດລົງດ້ວຍຄະແນນສຽງຫຼາຍກວ່າ 50 ເປີເຊັນແລະຈາກນັ້ນພວກເຂົາຊະນະບ່ອນນັ່ງ"

ໃນມື້ລົງຄະແນນສຽງ, ເຈ້ຍການລົງຄະແນນສຽງຂອງ ສະພາຕ່ຳ ແມ່ນສີຂຽວ ໃນຂະນະທີ່ເຈ້ຍການລົງຄະແນນສຽງຂອງສະພາສູງແມ່ນສີຂາວ ແລະ ລະບົບເລືອກຕັ້ງ ແບບບຸລິມະສິດ ຈະເຫັນໄດ້ໃນຂະນະ ທີ່ຄະແນນສຽງຖືກໂອນໄປລະຫວ່າງ ບຸລິມະສິດ ເລືອກຕັ້ງຕາມທີ່ໄດ້ຫມາຍໄວ້.

ນັ້ນຫມາຍຄວາມວ່າໃນ ສະພາຕ່ຳ, ຖ້າຫາກ ບໍ່ມີຜູ້ສະຫມັກຜູ້ໃດ ໄດ້ມີ ສ່ວນໃຫຍ່ຢ່າງເດັດຂາດ,ນັ້ນຫມາຍຄວາມວ່າ ຜູ້ທີ່ມີ ຄະແນນສຽງ ຫນ້ອຍ ທີ່ສຸດແມ່ນຖືກກໍາຈັດອອກຈາກການນັບຄະແນນ.

 ຄະແນນສຽງຂອງຜູ້ລົງສມັກ ທີ່ຖືກກຳຈັດອອກນີ້ ຈະຖືກໂອນໄປຫາຜູ້ລົງສມັກ ຄົນທີສອງ ໃນເອກະສານການລົງຄະແນນສຽງການເລືອກຄັ້ງທີສອງຂອງຜູ້ປ່ອນບັດ ແລະ ຂັ້ນຕອນຂອງການນັບຄະແນນນີ້ຍັງດໍາເນີນຕໍ່ໄປຈົນກວ່າ ຜູ້ສະຫມັກຄົນໃດຄົນນຶ່ງມີຄະແນນສຽງຢ່າງເປັນທາງການຫລາຍກວ່າເຄິ່ງນຶ່ງ ແລະ ຖືກປະກາດ ວ່າໄດ້ຮັບການເລືອກຕັ້ງ.

 ເນື້ອເລື່ອງໂດຍ   Stephanie Corsetti  ຂ່າວ SBS News,

ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.


Share