ຈີນ ໄດ້ມີບາດກ້າວທີ່ລັງເລນ້ອຍໆກ້າວນຶ່ງ ເພື່ອຍຸດຕິການຢຸດສະງັກ ທາງການທູດຂອງຕົນຕໍ່ອອສເຕຣເລັຍ; ປະທານາທິບໍດີຈີນ ໄດ້ຍື່ນມືອອກໄປສະແດງຄວາມຍິນດີຕໍ່ ນາຍົກຣັຖມົນຕີ Albanese ມື້ວານນີ້.
ເຖິງແມ່ນວ່າເປັນຜູ້ຮອງຂອງປະເທດ ທີ່ມີຫນ້າທີ່ຮັບຜິດຊອບ, ແຕ່ມັນເປັນສັນຍານ ເລັກນ້ອຍວ່າການພົວພັນສາມາດ ປັບປຸງໃຫ້ດີຂຶ້ນພາຍໃຕ້ຣັຖບານໃຫມ່. ແຕ່ການປາກົດໂຕທີ່ຫລາຍຂຶ້ນຂອງປັກກິ່ງໃນເຂດປາຊີຟິກ - ໂດຍສະເພາະແມ່ນ ສັນຍາຄວາມປອດໄພ ທີ່ມີການໂຕ້ຖຽງກັນກັບ Solomon Islands - ສາມາດບົດບັງ ການສ້າງຄວາມສຳພັນຕ່າງໆ ໄດ້.
Honiara ກໍາລັງຕຽມພ້ອມສໍາລັບຄະນະຜູ້ແທນລະດັບສູງຈາກຈີນ.
ນາຍົກຣັຖມົນຕີຂອງ The Solomon Islands ເອີ້ນການຢ້ຽມຢາມທີ່ຈະມາເຖິງນີ້ວ່າ ເປັນເຫດການສໍາຄັນ.
ໃນຖະແຫຼງການສະບັບຫນຶ່ງ, ຣັຖບານໄດ້ກ່າວວ່າ: "ທ່ານນາຍົກຣັຖມົນຕີ Sogavare ຄອຍຖ້າການພົວພັນຢ່າງມີປະສິດທິຜົນກັບສາທາລະນະລັດປະຊາຊົນຈີນ ໃນຖານະເປັນຄູ່ຮ່ວມພັດທະນາທີ່ສໍາຄັນໃນເວລາທີ່ສໍາຄັນຫຼາຍໃນປະຫວັດສາດຂອງພວກເຮົາ."
ຣັຖມົນຕີ ການຕ່າງປະເທດ Wang Yi ແລະ ບັນດານັກການທູດຈີນ ອີກຫລາຍກວ່າສິບຄົນ ຈະໄປຢ້ຽມຢາມ Papua New Guinea ແລະ ອີກຫົກປະເທດ ໃນພູມິພາກນັ້ນ ນັບແຕ່ວັນພະຫັດ ຈົນຮອດວັນເສົາ ຂອງສັບປະດາຫນ້າ.
ການຢ້ຽມຢາມແມ່ນເສີມຂະຫຍາຍການປາກົດໂຕຂອງຈີນໃນພູມິພາກ; ສາດສະດາຈານ John Blaxland ຈາກມະຫາວິທະຍາໄລແຫ່ງຊາດ ອອສເຕຣເລັຍ ກ່າວວ່າ ເລື້ອງມັນບໍ່ຈົບແຕ່ເທົ່ານັ້ນ.
"ອອສເຕຣເລັຍຍັງມີທາງເລືອກຫຼາຍຢ່າງທີ່ຈະສືບຕໍ່ພົວພັນກັບເພື່ອນບ້ານໃນເຂດປາຊີຟິກ ດ້ວຍຄວາມເຄົາລົບ ແລະການຮ່ວມມືຊຶ່ງກັນແລະກັນ, ແລະຍັງຮ່ວມມືກັບຈີນດ້ວຍຄວາມເຄົາລົບ. ແນ່ນອນວ່າການແຂ່ງຂັນນັ້ນຍັງຄົງມີຢູ່, ແຕ່ການແຂ່ງຂັນບໍ່ແມ່ນສິ່ງທີ່ບໍ່ດີ. ການແຂ່ງຂັນສາມາດສ້າງແຮງບັນດານໃຈໃນທາງບວກໄດ້ ແລະມີໂອກາດຢູ່ ກັບສິ່ງທີ່ Penny Wong ໄດ້ກ່າວເຊັ່ນກັນ ກ່ຽວກັບສະພາບອາກາດແລະຄວາມສໍາຄັນຂອງສະພາບແວດລ້ອມສໍາລັບການປະເມີນຄືນໃຫມ່ຂອງຄວາມສໍາພັນລະຫວ່າງອອສເຕຣເລັຍແລະປາຊີຟິກ ດັ່ງນັ້ນເກມນີ້ບໍ່ໄດ້ສິ້ນສຸດລົງໃນຕອນນີ້."
Canberra ຈະເຝົ້າລະວັງຢ່າງໃກ້ຊິດຕໍ່ການເດີນທາງໄປຕ່າງປະເທດຂອງປັກກິ່ງ, ຢ່າງທີ່ຣັຖມົນຕີການຕ່າງປະເທດຄົນໃຫມ່ ທ່ານນາງ Penny Wong ໄດ້ກ່າວຢໍ້າເຖິງຄໍາຫມັ້ນສັນຍາຂອງອອສເຕຣເລັຍຕໍ່ເພື່ອນບ້ານໃນປາຊີຟິກຂອງຕົນ.
"ພວກເຮົາຕ້ອງການທີ່ຈະຊ່ວຍສ້າງຄອບຄົວປາຊີຟິກທີ່ເຂັ້ມແຂງ. ດ້ວຍເຫດນີ້ເຮົາ ຈຶ່ງຈະເຮັດຫລາຍກວ່ານັ້ນ ແຕ່ເຮົາກໍຈະເຮັດໃຫ້ມັນດີ ຂຶ້ນຄືກັນ ເຮົາກໍຈະຟັງເພາະເຮົາສົນໃຈກັບສິ່ງທີ່ Pacific ເວົ້າ. ຣັຖບານ ອອສເຕຣເລັຍຮູ້ວ່າບໍ່ມີຫຍັງສຳຄັນຕໍ່ຄວາມປອດໄພ ແລະ ຄວາມຜາສຸກຂອງປາຊີຟິກ ຫລາຍໄປກວ່າ ການປ່ຽນແປງ ຂອງດິນ ຟ້າ ອາ ກາດ. ພວກເຮົາໄດ້ຍິນ ປາຊິຟິກເວົ້າຢ່າງໃດແລະ ພວກເຮົາກໍຈະປະຕິບັດ."
ໃນຄືນວັນຈັນ ກະຊວງການຕ່າງປະເທດຈີນ ໄດ້ສະເຫນີສິ່ງທີ່ຄ້າຍກັບວ່າ ຄວາມເປັນມິດ. ທ່ານ Wang Wenbin ໄດ້ກ່າວເຖິງ ເມື່ອຣັຖບານ ພັກແຮງງານ ຊຶ່ງນໍາພາ ໂດຍ ທ່ານ Whitlam ທີ່ໄດ້ສ້າງຄວາມສໍາພັນທາງການທູດ ທີ່ສໍາຄັນກັບຈີນຂຶ້ນໃນປີ 1971.
"ຈີນພ້ອມທີ່ຈະເຮັດວຽກຮ່ວມກັບຣັຖບານໃຫມ່ຂອງອອສເຕຣເລັຍເພື່ອຢຶດຫມັ້ນໃນອະດີດ, ເບິ່ງອະນາຄົດ, ຍົກສູງຫຼັກການເຄົາລົບເຊິ່ງກັນ ແລະກັນ, ຜົນປະໂຫຍດເຊິ່ງກັນແລະກັນ, ແລະ ສົ່ງເສີມການພັດທະນາທີ່ເຂັ້ມແຂງ ແລະ ຫມັ້ນຄົງຂອງການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ລະຫວ່າງຈີນ-ອອສເຕຣເລັຍ”.
ການປູທາງສໍາລັບການຟື້ນຟູຄວາມສໍາພັນທີ່ອາດຈະເກີດຂຶ້ນ... ອີງຕາມສາດສະດາຈານ Blaxland.
"ມັນເປັນການເປີດປະຕູ ຕູ້ເຢັນຫນ້ອຍຫນຶ່ງ. ມັນມີໂອກາດທີ່ ອອສເຕຣເລັຍຈະສຳຫຼວດ ໃນຮອບຂອບເຂດ ຊຶ່ງເປັນວິທີ ທີ່ຈະພັດທະນາຄວາມສໍາພັນກັບຈີນໃຫ້ດີຂຶ້ນ. ສະນັ້ນ ຂ້າພະເຈົ້າຄິດວ່າ ໃນອະນາຄົດຈະເຫັນຂັ້ນຕອນການເສີມສ້າງທີ່ເພີ່ມຂຶ້ນພໍປະມານ ທີ່ນຳໄປສູ່ຄວາມສຳພັນບາງຢ່າງ."
ການສ້າງຄວາມສຳພັນຊຶ່ງຈະໄດ້ຮັບການຕ້ອນຮັບຢ່າງດີ ຈາກຊຸມຊົນຊາວຈີນໃນ ອອສເຕຣເລັຍ. ທ່ານ Simon Chan ຈາກກອງປະຊຸມຂອງ ອອສເຕຣເລັຍ-ຈີນ ກ່າວວ່າ ຕ້ອງ ມີຄວາມອົດທົນ.
"ມັນຈະບໍ່ເກີດຂຶ້ນໃນເວລາຂ້າມຄືນ, ແຕ່ພວກເຮົາກໍຫວັງວ່າຢ່າງຫນ້ອຍ ວ່າ- ຖ້າຫາກວ່າມັນບໍ່ເປັນທາງລົບຄືກັບຫຼາຍປີທີ່ຜ່ານມາ, ແລ້ວສິ່ງຕ່າງໆຈະເລີ່ມດີຂຶ້ນ...ແຕ່ມັນຈະຕ້ອງໃຊ້ເວລາ."
ມັນເປັນເທື່ອທໍາອິດ ນັບແຕ່ປີ 2020 ທີ່ໄດ້ມີການ ສົນທະນາທາງການທູດໃດໆ ລະຫວ່າງຈີນ ແລະ ອອສເຕຣເລັຍ.
ເນື້ອເລື່ອງໂດຍ Richelle Harrison Plesse ຂ່າວ SBS News,
ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ