ເວລາຢູ່ຫນ້າຈໍ (Screentime) ອາດລົບກວນ ການພັດທະນາພາສາ ໃນເດັກວັຍຫັດຍ່າງ.
ນັ້ນແມ່ນອີງຕາມການສຶກສາທໍາອິດ ຂອງ ທີ່ພົບວ່າ ເດັກອາຍຸສາມປີໂດຍທົ່ວໄປ ສາມາດໃຊ້ເວລາສາມຊົ່ວໂມງ ຕໍ່ຫນ້າຈໍໃນແຕ່ລະມື້.
ນັກຄົ້ນຄວ້າ ໄດ້ຕິດຕາມພຶດຕິກັມ ການໃຊ້ສື່ສານ ຂອງຄອບຄົວອອສເຕຣເລັຍ ຫຼາຍກວ່າ 200 ຄອບຄົວ ໃນໄລຍະສອງປີເຄິ່ງ, ແລະພວກເຂົາເຈົ້າ ຈະສືບຕໍ່ເຮັດເຊັ່ນນັ້ນ, ດັ່ງທີ່ Abbie O'Brien ລາຍງານ.
Saoirse ອາຍຸສອງປີ ມັກຫຼິ້ນຢູ່ນອກບ້ານ ແລະດັ່ງນັ້ນ, Sophie, ແມ່ຂອງນາງ ຈຶ່ງພານາງໄປຫຼິ້ນຢູ່ນອກເຮືອນ ເປັນປະຈໍາ.
ການຈະໃຫ້ລູກສາວຂອງລາວ ຢູ່ໃນເຮືອນນັ້ນ, ເປັນສິ່ງທ້າທາຍ.
"ເມື່ອຂ້ອຍໃຫ້ນາງຢູ່ເຮືອນ ແລະລາວເບື່ອ, ເປັນເລື້ອງຍາກຫຼາຍ ທີ່ຈະໃຫ້ລາວຢູ່ໄກຈາກ TV ຫຼືໂທຣະສັບມືຖື. ດັ່ງນັ້ນ, ສິ່ງທີ່ຂ້ອຍເຮັດກໍຄື ເຮົາອອກໄປນອກເຮືອນທຸກມື້. ນາງເປັນເດັກນອກບ້ານ."
ເຊັ່ນດຽວກັບພໍ່ແມ່ສ່ວນໃຫຍ່, Sophie ພະຍາຍາມຈໍາກັດ ການໃຊ້ອຸບປະກອນ ເອເລັກໂຕຣນິກ ແຕ່ນາງເວົ້າວ່າ ມັນບໍ່ງ່າຍ.
"ຂ້ອຍພະຍາຍາມຫຼີກເວັ້ນມັນ ເທົ່າທີ່ຂ້ອຍສາມາດເຮັດໄດ້ ແຕ່ຂ້ອຍບໍ່ສາມາດຫຼີກເວັ້ນມັນໄດ້ທັງໝົດ. ຂ້ອຍຄິດວ່າ ມັນເປັນການດີ ສໍາລັບຜູ້ດູແລ ເພາະວ່າໃນບາງຄັ້ງ ພວກເຮົາກໍຕ້ອງການພັກຜ່ອນ."
ດັ່ງນັ້ນ, ການໃຊ້ຫນ້າຈໍ ມີຕໍ່ຜົນກະທົບເດັກນ້ອຍແນວໃດ, ຖ້າວ່າມີ?
ການສຶກສາໃຫມ່ ຊີ້ໃຫ້ເຫັນວ່າ ມັນອາດຈະລົບກວນ ການພັດທະນາພາສາ ຂອງເຂົາເຈົ້າ.
ການຄົ້ນຄວ້ານີ້ ນໍາໂດຍ Dr Mary Brushe ເຈົ້າຫນ້າທີ່ວິຈັຍອາວຸໂສ ຂອງ Telethon Kids Institute.
"ເວລາຢູ່ຫນ້າຈໍ ຂັດຂວາງ ປະສົບການດ້ານພາສາໃນຕອນອາຍຸຍັງນ້ອຍ-ນັ້ນ ໝາຍເຖິງ ຈໍານວນຄໍາເວົ້າຂອງຜູ້ໃຫຍ່ ທີ່ເດັກນ້ອຍໄດ້ຍິນ ແລະປະຣິມານຂອງການສົນທະນາລະຫວ່າງເດັກ ແລະຜູ້ໃຫຍ່."
Ms Brushe ແລະທີມງານຂອງລາວ ໄດ້ຕິດຕາມຄອບຄົວຊາວອອສເຕຣເລັຍ 220 ຄອບຄົວ ເປັນເວລາສອງປີເຄິ່ງ.
ເດັກນ້ອຍສວມອຸບປະກອນ–ຄ້າຍຄືກັນກັບ fitbit-ທີ່ວັດແທກປະຣິມານສຽງ ເອເລັກໂຕຣນິກ ແລະສຽງຂອງການສົນທະນາ ລະຫວ່າງພໍ່ ແມ່ ກັບລູກ.
ພວກເຂົາສວມໃສ່ ເປັນເວລາ 16 ຊົ່ວໂມງ ຕອນເດັກນ້ອຍອາຍຸ 12 ເດືອນ, 18ເດືອນ, ສອງປີ, ສອງປີເຄິ່ງ, ແລະສາມປີ.
"ເດັກອາຍຸສະເລັ່ຍ 3 ປີ ໃນການສຶກສາຂອງພວກເຮົາ ແມ່ນໄດ້ໃຊ້ເວລາກັບຫນ້າຈໍ ປະມານສາມຊົ່ວໂມງ ໃນແຕ່ລະມື້. ແລະສະນັ້ນ ເມື່ອເຮົາປະເມີນ, ເຂົາເຈົ້າອາດຂາດຄໍາເວົ້າ ຂອງຜູ້ໃຫຍ່ຫລາຍກວ່າ 1100 ຄໍາ, ຫລາຍກວ່າ 800 ຄໍາເວົ້າຂອງເດັກນ້ອຍເອງ ແລະມີສ່ວນຮ່ວມ ໃນການສົນທະນາ ກັບພໍ່ແມ່ ຂອງເຂົາເຈົ້າຫນ້ອຍກວ່າ200 ຄຳ."
ພວກນັກຄົ້ນຄວ້າ ໄດ້ເຕືອນພໍ່ແມ່ ໃຫ້ຮູ້ເຖິງສິ່ງທີ່ເອີ້ນວ່າ 'technoference'-ເມື່ອເວລາຢູ່ກັບຫນ້າຈໍ ຈໍາກັດຄວາມສາມາດ ຂອງເດັກນ້ອຍ ໃນການເວົ້າລົມ, ພົວພັນ ແລະພັດທະນາທັກສະໃຫມ່.
ສະນັ້ນເທົ່າໃດຈຶ່ງວ່າຫຼາຍເກີນໄປ?
ແນວທາງລະດັບຊາດກ່າວວ່າ ເດັກນ້ອຍອາຍຸຕ່ຳກວ່າສອງປີ ບໍ່ຄວນມີເວລາຢູ່ຫນ້າຈໍ ເພື່ອການພັກຜ່ອນຢ່ອນອາລົມ (ສູນຊົ່ວໂມງ).
ຫນ້ອຍກວ່າຫນຶ່ງຊົ່ວໂມງ ຕໍ່ມື້ ແມ່ນຄໍາແນະນໍາ ສໍາລັບເດັກທີ່ມີອາຍຸ ສອງ ເຖິງຫ້າປີ, ໃນຂນະທີ່ ສອງຊົ່ວໂມງ ແມ່ນເວລາສູງສຸດ ສໍາລັບເດັກອາຍຸ 5 ຫາ 17 ປີ.
Ms Brushe ກ່າວວ່າ ຄໍາຕອບຈາກພໍ່ແມ່ ແມ່ນວ່າ ໃນໂລກໃນປະຈຸບັນນີ້, ແມ່ນເປັນໄປໄດ້ຍາກ.
ນັ້ນແມ່ນເຫດຜົນສໍາຄັນ ທີ່ນາງແລະທີມງານຂອງນາງ ດໍາເນີນການສຶກສາ.
"ພວກເຮົາບໍ່ຕ້ອງການ ໃຫ້ເວລາຢູ່ຫນ້າຈໍ ຕ້ອງກາຍເປັນອີກສິ່ງຫນຶ່ງ ທີ່ພໍ່ແມ່ຖືກເຮັດໃຫ້ຮູ້ສຶກຜິດ. ພວກເຮົາຕ້ອງການ ທີ່ຈະແນໃສ່ວິທີ ທີ່ພໍ່ແມ່ສາມາດເລືອກ ທີ່ຈະນໍາເວລາຫນ້າຈໍ ເຂົ້າໄປໃນຊີວິດຂອງເຂົາເຈົ້າ ຖ້າເຂົາເຈົ້າຕ້ອງການ,ແຕ່ຊອກຫາວິທີ ທີ່ດີກວ່າ ໃນການເຮັດເຊັ່ນນັ້ນ."
ທ່ານນາງ Kathryn McKinley ກ່າວວ່າ ບໍ່ແມ່ນເວລາຢູ່ຫນ້າຈໍທັງຫມົດ ຈະບໍ່ດີ.ນາງເປັນປະທານຂອງ Speech Pathology Australia.
"ມີບາງວິທີ ທີ່ທ່ານສາມາດຕິດຕໍ່ພົວພັນ ເທິງຫນ້າຈໍ ກັບລູກຂອງທ່ານ ເພື່ອວ່າພວກເຂົາ ບໍ່ໄດ້ໃຊ້ເວລາເບິ່ງແຕ່ຫນ້າຈໍ ແລະບໍ່ຕິດຕໍ່ພົວພັນ. ດັ່ງນັ້ນ, ການເວົ້າເຖິງສິ່ງທີ່ທ່ານກໍາລັງເຫັນ, ສິ່ງທີ່ກໍາລັງເກີດຂຶ້ນໃນຫນ້າຈໍ, ສະແດງຄວາມສົນໃຈ ແລະມີການສົນທະນາກັນ."
Ms McKinley ກ່າວວ່າ ປະມານ20 ເປີເຊັນ ຂອງພວກເດັກນ້ອຍ ກໍາລັງເລີ້ມເຂົ້າໂຮງຮຽນ ມີຄວາມຫຼ້າຊ້າ ໃນດ້ານພາສາ ແລະການຮູ້ໜັງສືື.
ຄໍາແນະນໍາຂອງນາງ ສໍາລັບພໍ່ແມ່ ແມ່ນເພື່ອສ້າງສະພາບແວດລ້ອມ ທີ່ອຸດົມໄປດ້ວຍພາສາ ຕັ້ງແຕ່ອາຍຸນ້ອຍໆ.
"ການເວົ້າກັບລູກ, ການຫຼິ້ນ, ການຮ້ອງເພງ, ການອ່ານ ແລະຂຽນເປັນສ່ວນທີ່ສໍາຄັນຫຼາຍ. ດັ່ງນັ້ນ, ໂດຍການໃຊ້ປຶ້ມ ແຕ່ດ້ວຍການເບິ່ງປ້າຍ ແລະຂຽນລາຍການຊື້ຂອງ ,ເບິ່ງຊອງສິນຄ້າ ໃນຊຸບເປີມາເກັດ."
ພວກນັກຄົ້ນຄວ້າ ຍັງຈະສືບຕໍ່ຕິດຕາມເບິ່ງຄອບຄົວ ຕໍ່ໄປໃນອະນາຄົດ ເພື່ອຕິດຕາມເບິ່ງຜົນກະທົບ ຂອງເວລາຢູ່ຫນ້າຈໍລະຫວ່າງການຮຽນ.
ເນື້ອເລື່ອງໂດຍ Abbie O’Brien ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌