ສະຖານະການໃນ ຢູເຄຣນ ກ່ອນເຂົ້າ ນາໂຕ.

a Ukrainian girl holds both EU flag and Ukraine flag

a Ukrainian girl holds both EU flag and Ukraine flag during the March supporting Ukraine for EU candidate membership in Duesseldorf on June 19, 2022 Source: NurPhoto

ສະຖານະການໃນ ຢູເຄຣນ ກ່ອນການຖືກໃຫ້ມີສະຖານະພາບ ເປັນຜູ້ສມັກເປັນ ສມາຊິກ ນາໂຕ. Lithuania ໄດ້ຫ້າມຣົດໄຟຂົນສິນຄ້າຜ່ານປະເທດຂອງຕົນ ເຊິ່ງໄດ້ສົ່ງຜົນກະທົບຕໍ່ຊາວເມືອງ Kaliningrad ຂອງຣັສເຊັຍ. ທະນາຄານໂລກໄດ້ປະກາດເງິນຊ່ອຍເຫຼືອຈຳນວນ 30 ພັນລ້ານໂດລາເພື່ອຈະຫຼີກລ່ຽງການຂາດແຄນອາຫານໃນທົ່ວໂລກ.


ຄນະກັມການ ຢູໂຣບ ມີກໍານົດ ທີ່ຈະລົງຄະແນນສຽງກ່ຽວກັບ ຄຳຮ້ອງຂອງ ຢູເຄຣນ ທີ່ຈະເຂົ້າຮ່ວມກັບ ສະຫະພາບ ຢູໂຣບ (European Union) ດ້ວຍຄວາມເປັນໄປໄດ້ ທີ່ຈະປະສົບຄວາມສໍາເລັດ.

ເລື່ອງນີ້ເກີດຂຶ້ນໃນຂນະທີ່ທ່ານ Dimitry Peskov ໂຄສົກຂອງ Kremlin ໄດ້ປະນາມການຫ້າມສົ່ງສິນຄ້າບາງຢ່າງທາງລົດໄຟຂອງປະເທດ Lithuania ຕໍ່ Kaliningrad ວ່າ "ບໍ່ເປັນທີ່ຍອມຮັບຢ່າງເດັດຂາດ", ແລະຍັງເຕືອນວ່າຣັຖບານຣັສເຊັຍກໍາລັງດໍາເນີນມາຕການຕອບໂຕ້ຢູ່... Essam Al-Ghalib... ລາຍງານ

ເຈົ້າຫນ້າທີ່ ຢູເຄຣນ ຜູ້ທີ່ດູແລ ຄຳຂໍຮ້ອງ ຂອງປະເທດຢູເຄຣນທີ່ຈະເຂົ້າຮ່ວມໃນ ສະຫະພາບ ຢູໂຣບ ກ່າວວ່າ ນາງມີຄວາມແນ່ໃຈ "100 ເປີ ເຊັນ" ວ່າທັງ 27 ປະເທດ ຂອງ E-U ຈະອະນຸມັດ ການສມັກເປັນສມາຊິກຂອງ E-U ຂອງຢູເຄຣນ ໃນລະຫວ່າງກອງປະຊຸມສຸດຍອດ ໃນອາທິດນີ້.

ທ່ານຮອງນາຍົກຣັຖມົນຕີຂອງ ຢູໂຣບ ແລະ ການເຊື່ອມໂຍງຢູໂຣ-ແອັດແລນຕິກ (European and Euro-Atlantic Integration) ຍານາງ Olha Stefanishyna ກ່າວວ່າ ການຕັດສິນໃຈນີ້ ອາດຈະມີຂຶ້ນ ທັນທີທີ່ກອງປະຊຸມສຸດຍອດຂອງຜູ້ນໍາໄດ້ເລີ່ມຂຶ້ນ.

"ຫນຶ່ງມື້ກ່ອນລະດູຮ້ອນເລີ່ມຕົ້ນ, ຂ້າພະເຈົ້າສາມາດເວົ້າໄດ້ວ່າແມ່ນ 100% (ແນ່ນອນວ່າທັງຫມົດ 27 ປະເທດ EU ຈະອະນຸມັດການເຂົ້າສມັກເປັນສມາຊິກ ຂອງ EU ຂອງ Ukraine ໃນລະຫວ່າງກອງປະຊຸມສຸດຍອດໃນອາທິດນີ້). ການຕັດສິນໃຈຂອງຄນະກັມການຢູໂຣບ (European Commission) ບໍ່ແມ່ນພຽງແຕ່ປະທານຄນະກັມການຢູໂຮບ, ສະມາຊິກທັງຫມົດຂອງຄະນະກັມການ ໄດ້ສະຫນັບສະຫນູນຢ່າງເປັນເອກະສັນຕໍ່ການຕັດສິນໃຈທີ່ຈະໃຫ້ ສະຖານະພາບຜູ້ສມັກ ແກ່ Ukraine.

ປະທານາທິບໍດີ ຢູເຄຣນ, ທ່ານ Volodymyr Zelenskyy ໄດ້ສະແດງຄວາມເຫັນໃນແງ່ດີທີ່ຄ້າຍຄືກັນນີ້.

"ພວກເຮົາຢູ່ ຫ່າງຈາກການຕັດສິນໃຈ ຄັ້ງປະຫວັດສາດຂອງ ສະຫະພາບ ຢູໂຣບ ກ່ຽວກັບ ຢູເຄຣນ ພຽງບໍ່ເທົ່າໃດມື້ເທົ່ານັ້ນ ແລະ ຂ້າ ພະເຈົ້າກໍແນ່ໃຈວ່າບໍ່ມີຜູ້ໃດໃນພວກເຮົາ ແລະ ບໍ່ມີໃຜໃນພວກທ່ານ ຈະມີຄວາມສົງໄສວ່າ ຢູເຄຣນ ຄວນຈະໄດ້ຮັບການຕັດສິນໃຈໃນທາງ ບວກ. ການໂຈມຕີຂອງ ຣັສເຊັຍ ຕໍ່ ຢູເຄຣນ ໄດ້ຟື້ນຟູຄວາມຊົງຈໍາ ຂອງພວກເຮົາໃນເຣື້ອງທີ່ຮ້າຍແຮງທີ່ສຸດ ໃນປວັດສາດ. ລະເບີດຂອງຣັສເຊຍ ກໍາລັງທໍາລາຍເມືອງຕ່າງໆ, ທະຫານຣັສເຊັຍ ກໍາລັງສັງຫານພົນລະເຮືອນຫຼາຍພັນຄົນ. ຣັສເຊັຍ ຍັງເນຣະເທດ ຊາວຢູເຄຣນ ຢ່າງຫຼວງຫຼາຍ.

ຄຳຣ້ອງເປັນ ສະມາຊິກຂອງ ຢູເຄຣນ ແມ່ນຢູ່ລະດັບສູງສຸດ ຂອງຄວາມສຳຄັນ ສໍາລັບຜູ້ນໍາ EU ທີ່ປະຊຸມຢູ່ ນະຄອນ Brussels.

ກ່ຽວກັບ ຄຳຣ້ອງເປັນສະມາຊິກ ຂອງ ຢູເຄຣນ ທີ່ຈະເຂົ້າຮ່ວມ NATO ນັ້ນ, ເລຂາທິການໃຫຍ່ ອົງການ NATO, ທ່ານ Jens Stoltenberg ກ່າວວ່າ ຣາຄາຂອງ ໄຊຊະນະ ຂອງ ຣັສເຊັຍ ໃນຢູເຄຣນນັ້ນ ສໍາລັບ NATO ແລ້ວ ຈະສູງກວ່າການສະຫນັບສະຫນູນ Kyiv ອີກ.

"ຣາຄາທີ່ພວກເຮົາສ່ຽງທີ່ຈະຈ່າຍຖ້າທ່ານ Putin ໄດ້ຕາມຄວາມຕ້ອງການຂອງຕົນໂດຍການໃຊ້ກໍາລັງທະຫານຕໍ່ ປະເທດປະຊາທິປະໄຕ ອິສຣະໃນຢູໂຮບຈະສູງກວ່າຣາຄາທີ່ພວກເຮົາຈ່າຍໃນມື້ນີ້ເພື່ອສະຫນັບສະຫນູນ Ukraine."

ນອກນັ້ນ ທ່ານ Stoltenberg ຍັງໄດ້ກ່າວເຖິງທ່າທີຂອງ Turkeyກ່ຽວກັບ ສວີເດັນ (Sweden) ແລະ ຟິນແລນ (Finland)  ທີ່ຈະເຂົ້າຮ່ວມ NATO ໂດຍກ່າວວ່າ ມັນເປັນທັມຊາດ ສໍາລັບບາງປະເທດ ທີ່ຈະມີຄວາມ ບໍ່ລົງຮອຍກັນ ແຕ່ບັນດາປະເທດພັນທະມິດ ກໍພວມຫາທາງ ແກ້ໄຂຢູ່.

"ສິ່ງທີ່ຫນ້າປະທັບໃຈກັບ NATO ຄືວ່າ ເຖິງແມ່ນວ່າພວກເຮົາຈະເປັນ ມິດທີ່ແຕກຕ່າງກັນ 30 ຄົນ ຈາກຄວາມຄິດເຫັນທີ່ແຕກຕ່າງກັນ ໃນ ຫຼາຍບັນຫາທີ່ພວກເຮົາເຫັນພ້ອມກັນໃນຫຼາຍເລື່ອງ ແລະ ວ່າພວກ ເຮົາທຸກຄົນອາດບໍ່ເຫັນພ້ອມໃນບັນຫາທີ່ຈໍາເປັນ ແຕ່ພວກເຮົາພ້ອມທີ່ຈະປ້ອງກັນ ແລະ ປົກປ້ອງເຊິ່ງກັນແລະກັນ. ສະນັ້ນຂ້າພະເຈົ້າຫມັ້ນໃຈວ່າພວກເຮົາມີຄວາມເຫັນກົງກັນກ່ຽວກັບ ຟິນແລນ (Finland) ແລະ ສວີເດັນ (Sweden), ແຕ່ວ່າພວກເຮົາຕ້ອງເຮັດໃນສິ່ງທີ່ພວກເຮົາເຮັດຢູ່ສເມີໃນ NATO, ແລະນັ້ນແມ່ນການໂອ້ລົມ ແລະແກ້ໄຂຄວາມແຕກຕ່າງແລະຄວາມກັງວົນ ເມື່ອພັນທະມິດໄດ້ ສະແດງອອກຢ່າງຈະແຈ້ງ, ດັ່ງທີ່ Turkey ໄດ້ສະແດງອອກໃນຕອນນີ້."

ໃນຂນະດຽວກັນ ຢູ່ໃນເຂດເມືອງ Kaliningrad ຂອງ ຣັສເຊັຍ, ປະຊາຊົນ ກໍພາກັນຟ້າວຊື້ສິນຄ້າ ຢ່າງຫລວງຫລາຍ ຫຼັງຈາກທີ່ ປະເທດ Lithuania ໄດ້ຢຸດການຂົນສົ່ງສິນຄ້າ ຈໍານວນນຶ່ງໂດຍທາງລົດໄຟຜ່ານ ດິນແດນຂອງຕົນ ຊຶ່ງເປັນພາກສ່ວນນຶ່ງ ຂອງການລົງໂທດຂອງ E-U ຕໍ່ Kremlin.

ຮອງຫົວຫນ້າໂຮງຮຽນເສດຖະກິດຊັ້ນສູງຂອງຣັສເຊຍ, ນາງ Andrey Suzdaltsev ກ່າວວ່າ ການຕັດສິນໃຈຂອງ Lithuania ຈະສົ່ງຜົນກະທົບຕໍ່ເສດຖະກິດຂອງພາກພື້ນ Kaliningrad.

"Kaliningrad ມີສິ່ງອໍານວຍຄວາມສະດວກທີ່ສໍາຄັນຈໍານວນຫນຶ່ງຕໍ່ຕລາດຣັສເຊັຍ: ສິ່ງອໍານວຍຄວາມສະດວກດ້ານລົດຍົນ, ການຜລິດເຄື່ອງໃຊ້ໃນຄົວເຮືອນ, ມີສິນຄ້າສະຫນອງຕລາດຣັສເຊັຍຫຼາຍ. (ສິນຄ້າ) ຈະຖືກສົ່ງໂດຍທາງທະເລກໍຈະແພງຂຶ້ນ. ແນ່ນອນ, ນີ້ແມ່ນຄວາມເສັຍຫາຍຕໍ່ເສດຖະກິດຂອງພາກພື້ນນັ້ນ."

ໂຄສົກຂອງ ປະທານາທິບໍດີ ຣັສເຊັຍ ທ່ານ Vladimir Putin, ທ່ານ Dimitry Peskov ໄດ້ປະນາມການຫ້າມຂອງLithuania ວ່າ "ເປັນທີ່ບໍ່ຍອມຮັບຢ່າງເດັດຂາດ" ແລະ ໄດ້ເຕືອນວ່າ ມົສກູ (Moscow) ກໍາລັງຫາ ມາຕການແກ້ແຄ້ນຢູ່.

"ໃນກໍລະນີນີ້, ພວກເຮົາເຊື່ອວ່າ ການລົງໂທດທີ່ບໍ່ຖືກຕ້ອງຕາມກົດຫມາຍ ທີ່ສະຫະພາບຢູໂຣບ ໄດ້ກໍານົດໄວ້ເຫຼົ່ານີ້ແມ່ນບໍ່ເປັນທີ່ຍອມຮັບຢ່າງເດັດຂາດໃນສະຖານະການນີ້ ແລະການລົງໂທດເຫຼົ່ານັ້ນຕໍ່ການຂົນຖ່າຍສິນຄ້າທີ່ Kaliningrad  ຈະເປັນການລະເມີດເອກະສານພື້ນຖານ - ຂໍ້ຕົກລົງ '94 ແລະອື່ນໆ. ສນັ້ນ, ພວກເຮົາ ມີຄວາມເຊື່ອຫມັ້ນທີ່ຫນັກແຫນ້ນ ເພາະ ສະຖານະການແມ່ນເຫັນໄດ້ຊັດເຈນ. ແລະ ມາຕການທີ່ກໍາລັງຕຽມໄວ້ - ຫຼັງຈາກທີ່ເຮົາ ພິຈາຣະນາຢ່າງລະມັດລະວັງແລ້ວ, ເຮົາຈະສາມາດສົນທະນາບາງເຣື້ອງໄດ້."

ສິ່ງນີ້ມີຂຶ້ນໃນ ຂນະທີ່ປະທານ ກຸ່ມທະນາຄານໂລກ, ທ່ານ David Malpass ໄດ້ປະກາດເຖິງການ ຊ່ອຍເຫລືອ 30 ພັນລ້ານໂດລາ ສຫະຣັຖ ໃນຄວາມພະຍາຍາມ ທີ່ຈະຫຼີກລ່ຽງການຂາດແຄນອາຫານໃນທົ່ວໂລກ.

"ທະນາຄານໂລກເຮັດວຽກກ່ຽວກັບບັນຫາການພັດທະນາຫຼາຍຢ່າງ, ໂດຍສະເພາະໃນຕອນນີ້ແມ່ນອາຫານແລະປຸ໋ຍ. ພວກເຮົາໄດ້ປະກາດການຊ່ວຍເຫຼືອຈໍານວນ 30 ພັນລ້ານໂດລາແມ່ນການຊ່ວຍເຫຼືອ ທີ່ກ່ຽວຂ້ອງກັບອາຫານ ຊຶ່ງເປັນສ່ວນຫນຶ່ງຂອງການແກ້ໄຂຂອງພວກເຮົາຕໍ່ວິກິດການໃນປະຈຸບັນ."

ເລື້ອງນີ້ມີຂຶ້ນ ໃນຂນະທີ່ໂຄສົກກະຊວງ ປ້ອງກັນປະເທດ ຣັສເຊັຍ, ນາຍ ພົນ Igor Konashenkov ອ້າງວ່າທະຫານ ຢູເຄຣນ ເຖິງ 500 ຄົນ ໄດ້ ຖືກຂ້າຕາຍໃນການໂຈມຕີ ຢູ່ໃນອູ່ເຮືອໃນ ເມືອງ Mykolaiv ໃນວັນທີ 21 ມິຖຸນາ ນີ້.

"ສັດຕູໄດ້ປະສົບກັບການສູນເສັຍຢ່າງຫຼວງຫຼາຍ. ໃນວັນທີ 21 ມິຖຸນາ ນີ້, ມີທະຫານ ເກືອບ 500 ຄົນ ຂອງກອງພົນຍານຍົນທີ 59 ຂອງ ກໍາ ລັງທະຫານຂອງ ຢູເຄຣນ ທີ່ຕັ້ງຢູ່ໃນ ໂຮງງານຂອງອູ່ສ້າງກໍາປັ່ນ Mykolaiv Okean ໄດ້ຖືກທໍາລາຍດ້ວຍອາວຸດ ແລະ ອຸປະກອນ ທາງທະຫານ ເນື່ອງຈາກການໂຈມຕີ ໂດຍອາວຸດທີ່ມີແນ່ນອນສູງຂອງກອງກໍາລັງອະວະກາດຣັສເຊຍ."

ທ່ານ ຍັງໄດ້ອ້າງວ່າ ຢູເຄຣນ ໄດ້ອົບພະຍົບ ພວກນັກຣົບ ຕ່າງຊາດທີ່ ໄດ້ຮັບບາດເຈັບ ຈໍານວນນຶ່ງ ແລະ ໄດ້ເກັບກູ້ຊາກສົບຂອງຄົນອື່ນໆ ຈາກໃກ້ໆກັບເມືອງ Mykolaiv.

"ເນື່ອງຈາກການຂົ່ມຂູ່ທີ່ຈະປາບປາມ ຫນ່ວຍ ທີ 14 ແລະ 21 ຂອງກອງພົນຍານຍົນ, ຢູເຄຣນ ຈຶ່ງໄດ້ມີຄຳສັ່ງຍົກຍ້າຍຜູ້ໄດ້ຮັບບາດເຈັບເຖິງ 30 ຄົນ ແລະທະຫານ ຮັບຈ້າງອາເມຣິກັນແລະອັງກິດທີ່ເສຍຊີວິດແປດ ຄົນໃນຍາມກາງຄືນ, ໃກ້ກັບ Mykolaiv ຂອງສາທາຣະນະຣັຖປະຊາຊົນ Donetsk (Donetsk People's Republic), ເພື່ອວ່າພວກເຂົາເຈົ້າຈະບໍ່ຕົກໃນມືຂອງກອງກໍາລັງປະກອບອາວຸດຣັສເຊັຍ."

ເນື້ອເລື່ອງໂດຍ Essam Al-Ghalib  ຂ່າວ SBS News,

ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

 


Share