ໃນວັນທີ 26 ພຶດສະພາ, ສະຖານີວິທຍຸ SBS ໄດ້ມີໂກາດຕ້ອນຮັບຄນະ ທັສນະສຶກສາຈາກ ສປປ ລາວ ໂດຍມີ:
ທ່ານ ສົມສະຫວັດ ພົງສາ ຫົວໜ້າກົມສື່ມວນຊົນ ກະຊວງຖະແລງຂ່າວ ວັດທະນະທັມ ແລະ ທ່ອງທ່ຽວ
ທ່ານ ກະເສີມສັກ ໄຊສຸຣິຍາ ຫົວໜ້າກົມຂ່າວ ກະຊວງຕ່າງປະເທດ ແລະ
ທ່ານນາງ ພອນສະຫວັນ ທີແກ້ວ ຮອງອຳນວຍການ ໜັງສືພິມພາສາຕ່າງປະເທດ.
ເຈົ້າໜ້າທີ່ຂອງ SBS ໄດ້ໃຫ້ການຮັບຕ້ອນ ແລະອະທິບາຍ ເລື້ອງຕ່າງໆກ່ຽວກັບບົດບາດ ແລະການບໍລິການຕໍ່ຜູ້ຟັງ ຂອງສະຖານີ.
ທາງຄນະ ຈາກ ເມືອງລາວກໍມີໂອກາດ ຖາມຄຳຖາມຕ່າງໆ ຕໍ່ຄນະຂອງ SBS.

Source: SBS
ຄຳຖາມໃນຕອນສຳພາດ ສ່ວນໃຫຍ່ແລ້ວກໍຈະກ່ຽວກັບ ຫົວຂໍ້ ສື່ສານມວນຊົນທີ່ ສ.ປ.ປ. ລາວ ແລະການປຽບທຽບທັງສອງຮະບົບ ຣະຫວ່າງ ລາວ ແລະ ອອສເຕຣເລັຍ. ການສຳພາດກໍເປັນໄປດ້ວຍບັນຍາກາດແບບກັນເອງ. ຂໍຂອບໃຈ ທ່ານ ສົມສະຫວັດ ພົງສາ ມານະທີ່ນີ້ດ້ວຍ.
SBS ຫວັງວາການມາທັສນະສຶກສາຂອງຄນະ ຈາກ ສປປ ລາວຄັ້ງນີ້ຈະເປັນປໂຍດແກ່ຄນະ ບໍ່ຫລາຍກໍໜ້ອຍ ແລະຫວັງຢ່າງຍິ່ງວ່າ ຈະມີການຮ່ວມມືກັນລະຫວ່າງ SBS ແລະ ສປປ ລາວ ໃນອະນາຄົດ.