ການລົງຄະແນນສຽງໃນການເລືອກຕັ້ງຂອງທ່ານ

General elections in Australia

Source: Getty Images

ຊາວ ອອສເຕຣເລັຍ ປະມານ 17 ລ້ານ ຄົນທີ່ອາດຈະລົງຄະແນນ ສຽງ ໃນການເລືອກຕັ້ງທີ່ຈະມາເຖິງນີ້. ອົງການ AEC ກ່າວວ່າ ມັນເປັນສິດ ແລະ ຄວາຮັບຜິດຊອບ ຂອງ ປະຊາຊົນໃນການລົງຄະແນນສຽງ ແລະກໍາລັງຊຸກຍູ້ໃຫ້ທຸກຄົນ ອັບເດດລາຍລະອຽດສ່ວນຕົວຂອງຕົນ ກ່ອນການເລືອກຕັ້ງ ຂອງລັດຖະບານ.


ປະມານ 96 ເປີເຊັນ ຂອງ ຊາວອອສເຕຣເລັຍ ໄດ້ລົງທະບຽນປ່ອນບັດເລືອກຕັ້ງທົ່ວໄປໃນປີນີ້. ປະຊາຊົນອອສເຕຣລຽນທຸກຄົນ ທີ່ມີອາຍຸສູງກວ່າ 18 ປີ ຄາດວ່າ ຈະມີສ່ວນຮ່ວມໃນຂະບວນການເລືອກຕັ້ງທີ່ບັງຄັບ ຄັ້ງນີ້ ແລະ ຈະຖືກປັບໃໝ ຖ້າຫາກວ່າເຂົາເຈົ້າ ບໍ່ເຮັດ... Stephanie Corsetti  ອະທິບາຍວ່າ ການລົງຄະແນນສຽງເປັນ ແນວໃດ.

ໃນຕອນຕົ້ນຂອງປີນີ້ ຄະນະກໍາມະການເລືອກຕັ້ງຂອງອອສເຕຣເລັຍ ໄດ້ເລີ່ມຕິດຕໍ່ຫາປະມານ 560 000 ຄົນ ທີ່ມີທ່າທີວ່າຈະບໍ່ລົງທະບຽນປ່ອນບັດ ເລືອກຕັ້ງຄັ້ງນີ້.

ການເລືອກຕັ້ງ ໃນປີນີ້ ຈະຕ້ອງຖືກຈັດຂຶ້ນ ໃນວັນທີ 21 ພຶດສະພາ ແລະ ຫຼາຍຄົນ ກໍກໍາລັງຄາດຄະເນກ່ຽວກັບ ຜົນເລືອກຕັ້ງ ທີ່ອາດຈະ ເກີດຂຶ້ນ...ກ່ອນທີ່ຈະມີການປ່ອນບັດເລືອກຕັ້ງ.

 ນັກວິຊາການບາງຄົນ ລາຍງານວ່າ ການເລືອກຕັ້ງຄັ້ງນີ້ ອາດຈະບໍ່ມີ ພັກການເມືອງພັກໃດຈະໄດ້ຄະແນນສຽງສ່ວນໃຫຍ່ ແລະບໍ່ສາມາດຕັ້ງລັດຖະບານໄດ້ ຊຶ່ງໃນພາສາອັງກິດເອີ້ນວ່າ  Hung Parliament ແຕ່ວ່າ ທັງຫມົດນັ້ນແມ່ນຂຶ້ນຢູ່ກັບການນັບຄະແນນສຽງ ແລະຜົນເລືອກຕັ້ງ.

ຄວາມເປັນໄປໄດ້ຢ່າງນຶ່ງກໍຄື Hung Parliament - ຊຶ່ງເປັນ ເວລາທີ່ບໍ່ມີ ພັກໃດພັກນຶ່ງ ມີສຽງສ່ວນໃຫຍ່ໃນ ສະພາຕໍ່າ.

Ian Tulloch ຜູ້ຊ່ອຍນັກຄົ້ນຄ້ວາ ຈາກ ມະຫາວິທະຍາ ໄລ La Trobe ອະທິບາຍວ່າ ຕ້ອງມີຫຍັງເກີດຂຶ້ນ ຖ້າວ່າມີ Hung Parliament.

"ມັນຈະແລ້ວແຕ່ຈຳນວນຜູ້ແທນອິດສະຫຼະ, ໃນຕອນ ມີເຈັດຄົນ, ຜູ້ແທນອິດສະຫລະເຫຼົ່ານີ້ ຈະກໍານົດວ່າພັກໃດຈະຕັ້ງ ລັດຖະບານ."

Hung Parliament ນັບມື້ຈະມີສ່ວນ ກ່ຽວຂ້ອງຫລາຍຂຶ້ນ ໃນຂະນະທີ່ ພັກ ນ້ອຍໆ ແລະ ຜູ້ແທນອິດສະຫລະ ມີອໍານາດໃນຄວາມດຽງດຸນ ຂອງ ລັດຖະບານ ສະໄຫມໃຫມ່.

ທ່ານ Paul Williams ຮອງສາດສະດາຈານ ມະຫາວິທະຍາໄລ Griffith ກ່າວວ່າ Hung Parliament ແມ່ນອາໄສການສະຫນັບສະຫນູນຂອງພັກນ້ອຍໆ.

"ດັ່ງນັ້ນລັດຖະບານຫຼື ພັກນັ້ນຕ້ອງໄດ້ບ່ອນນັ່ງຮ່ວມກັນ 76 ບ່ອນ. ຊຶ່ງກໍແມ່ນ ພັກ Liberal National ຂອງ Scott Morrison ກໍາລັງເປັນຢູ່ໃນເວລານີ້. ພວກເຂົາເຈົ້າຕ້ອງການທີ່ມີສຽງສ່ວນໃຫຍ່. ຖ້າພວກເຂົາເຈົ້າ ໄດ້ ເສຍບ່ອນນັ່ງ ຢ່າງໃນຕົ້ນປີນີ້ ແລະ ພວກເຮົາໄດ້ມີການເລືອກຕັ້ງສ້ອມ ແລະພັກແຮງງານ ໄດ້ຮັບໄຊຊະນະ, ນັ້ນ ຕາມປົກກະຕິແລ້ວ ກໍຈະ ເປັນລັດຖະບານສ່ວນນ້ອຍ ແລະ ມັນກໍຈະເປັນ Hung Parliament ຢ່າງເປັນທາງການ."

ມັນເປັນສິ່ງສໍາຄັນສໍາລັບປະຊາຊົນທີ່ຈະປະຕິບັດຕາມຄໍາແນະນໍາໃນການລົງຄະແນນສຽງເພື່ອໃຫ້ເຂົາເຈົ້າສາມາດມີສິດປາກເວົ້າ ແລະເຮັດໃຫ້ການລົງຄະແນນສຽງຂອງເຂົາເຈົ້າມີສ່ວນໃນ ການຕັດສິນວ່າໃຜຈະປົກຄອງປະເທດໃນອະນາຄົດ.

ຄະນະກໍາມະການເລືອກຕັ້ງຂອງ ອອສເຕຣເລັຍ ກ່າວວ່າ ຜູ້ປ່ອນບັດເລືອກຕັ້ງ ສາມາດຮ້ອງຂໍເຈ້ຍ ອີກສະບັບນຶ່ງໄດ້ ຖ້າພວກເຂົາເຈົ້າເຮັດ ຜິດ ແລະ ຢາກຈະຂຽນໃໝ່.

ອົງການ AEC ກ່າວຕື່ມວ່າ ມັນເປັນສິດ ແລະ ຄວາຮັບຜິດຊອບ ຂອງ ປະຊາຊົນ ໃນການລົງຄະແນນສຽງ ແລະ ປະຊາຊົນສາມາດ ຖືກຄຸກໄດ້ ຖ້າຫາກພວກ ເຂົາເຈົ້າລົງຄະແນນສຽງຫຼາຍກວ່ານຶ່ງເທື່ອໃນການ ເລືອກຕັ້ງເທື່ອດຽວກັນ.

ສໍາລັບພວກທີ່ທໍານາຍວ່າ ຈະມີຫຍັງເກີດຂຶ້ນນັ້ນ ທ່ານ Dr Peter Chen ຈາກ ມະຫາວິທະຍາໄລ Sydney ກ່າວວ່າ ການສໍາຫລວດ ສາມາດໃຫ້ ການບົ່ງຊີ້ບາງລະດັບ ໄດ້.

"ມີຊາວ ອອສເຕຣເລັຍ ປະມານ 17 ລ້ານ ຄົນທີ່ອາດຈະລົງຄະແນນ ສຽງ ໃນການເລືອກຕັ້ງທີ່ຈະມາເຖິງນີ້, ແລະ ພວກຜູ້ສຳຫຼວດໄດ້ ຈັດ ການປະເມີນວ່າ ຜູ້ຄົນ ເຫຼົ່ານັ້ນ ຈະເລືອກແນວໃດໂດຍ ອີງຕາມຕົວ ຢ່າງຂອງ ຫນຶ່ງ ຫາ 2000 ຄົນ. ດັ່ງນັ້ນມັນຈຶ່ງເປັນການປະເມີນ ທີ່ດີ ແລະ ມັນຖືກຕ້ອງຫຼາຍເຕີບ."

ທ່ານ Evan Ekin-Symth ຄະນະ ກໍາມະການເລືອກຕັ້ງ ຂອງ ອອສເຕຣເລັຍກໍາລັງຊຸກຍູ້ໃຫ້ທຸກຄົນ ອັບເດດລາຍລະອຽດສ່ວນຕົວຂອງຕົນ ກ່ອນການເລືອກຕັ້ງ ຂອງລັດຖະບານ.

"ດັ່ງນັ້ນຖ້າຫາກວ່າທ່ານເປັນຫນຶ່ງໃນຄົນເຫຼົ່ານັ້ນຫຼືທ່ານໄດ້ຍ້າຍເຮືອນເມື່ອບໍ່ດົນມານີ້, ທ່ານຈໍາເປັນຕ້ອງເຂົ້າໄປໃນເວັບໄຊທ໌ AEC, ທຳການກວດສອບຫຼື ທ່ານສາມາດລົງທະບຽນຄັ້ງທໍາອິດຫຼືອັບເດດລາຍລະອຽດຂອງທ່ານຖ້າຫາກວ່າທ່ານຕ້ອງການ."

ຂໍ້ມູນການລົງຄະແນນສຽງແມ່ນມີຢູ່ໃນພາສາຕ່າງໆ ນອກຈາກພາສາ ອັງກິດ ແລະ ພາສາພື້ນເມືອງ ເພື່ອໃຫ້ແນ່ໃຈວ່າ ທຸກຄົນເຂົ້າໃຈ ໃນຂະ ບວນການເລືອກຕັ້ງ.

 ເນື້ອເລື່ອງໂດຍ   Stephanie Corsetti     ຂ່າວ SBS News,

ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ


Share