ການປິດລົງຂອງເຄືອຂ່າຍໂທຣະສັບ 3G.

MOBILE PHONE TOWER STOCK

ເສົາສົ່ງສັນຍານໂທຣະສັບ. Source: AAP / LUKAS COCH/AAPIMAGE

ເຄືອຂ່າຍໂທຣະສັບ 3G ໄດ້ປິດລົງໃນວັນທີ 28 ຕຸລາ. ມັນໄດ້ກໍ່ໃຫ້ເກີດຄວາມເປັນຫ່ວງສຳລັບຜູ້ຄົນໃນພູມີພາກ ແລະຊົນນະບົດ. ອອສເຕຣເລັຍ ບໍ່ໄດ້ເປັນພຽງປະເທດດຽວທີ່ປິດ 3G. ໃນສະຫະຣັດອາເມຣິກາ, ບໍຣິການ 2G ແລະ 3G ສ່ວນຫລາຍໄດ້ຖືກຍົກເລີກ ໃນທ້າຍປີ 2022, ໃນຂນະທີ່ປະເທດຈີນ ໄດ້ປິດ 3G ໃນປີທີ່ຜ່ານມາ. Singapore ກໍໄດ້ເລີ້ມປິດເຄືອຂ່າຍ 3G ໃນປີນີ້ຄືກັນ.


ການປິດລົງຂອງເຄືອຂ່າຍໂທຣະສັບ 3G.

ໂທຣະສັບມືຖືເກົ່າ ຫຼາຍໝື່ນເຄື່ອງ ໄດ້ຢຸດທໍາງານໃນວັນທີ 28 ຕຸລາ, ຫລັງຈາກບໍຣິສັດໂທຣະສັບໃຫຍ່ ເຊັ່ນ Telstra ແລະ Optus ໄດ້ເລີ່ມປິດເຄືອຂ່າຍ 3G.

ໃນຖານະເປັນເຄືອຂ່າຍໂທຣະສັບມືຖື ຄວາມໄວສູງທໍາອິດໃນໂລກ, 3G ໄດ້ຖືກເປີດໃຊ້ ໃນອອສເຕຣເລັຍ ໃນປີ 2003, ກ່ອນຈະມີການເຊື່ອມຕໍ່ທີ່ດີກວ່າ ແລະໄວກວ່າ.

ເຖິງຢ່າງໃດກໍຕາມ, ຊຸມຊົນໃນພູມີພາກ ແລະຊົນນະບົດບາງແຫ່ງ ກັງວົນວ່າ ເຂົາເຈົ້າຈະໄດ້ຮັບຜົນກະທົບຫຼາຍທີ່ສຸດ ໃນລະຫວ່າງການປ່ຽນແປງ... ດັ່ງທີ່ Phoebe Daes ແລະ Wing Kuang ລາຍງານ.

ໃນໂລກທີ່ຜູ້ຄົນຕິດຕໍ່ຫາກັນ ທາງອິນເຕີເນັດ, ບໍ່ພຽງແຕ່ເບິ່ງຂໍ້ມູນ ໃນສື່ສານມວນຊົນເທົ່ານັ້ນ ທີ່ຕ້ອງໃຫ້ມີລະບົບໂຄງສ້າງທີ່ດີ ແລະຫມັ້ນຄົງ.

ອຸປະກອນການແພດຫຼາຍຢ່າງ ທີ່ຊ່ວຍຊີວິດໄດ້ ເຊັ່ນສັນຍານເຕືອນການລົ້ມ, ເຄື່ອງກວດຫົວໃຈ, ລະບົບອົກຊີແຊນ (Oxygen Systems) ແລະເຄື່ອງກະຕຸ້ນຫົວໃຈ ກໍອາສັຍການເຊື່ອມຕໍ່ທີ່ຫມັ້ນຄົງ ເພື່ອເຮັດວຽກຕໍ່ໄປ.

ນັ້ນແມ່ນເຫດຜົນທີ່ Susi Tegan, CEO ຂອງ National Rural Health Alliance, ເປັນຫ່ວງ ກ່ຽວກັບເຄືອຂ່າຍ 3G ທີ່ຖືກປິດ ຕັ້ງແຕ່ວັນທີ 28 ຕຸລາ.

"ພວກເຮົາຮູ້ວ່າ ມັນຈະມາເຖິງ, ຄົນສ່ວນຫລາຍ ໄດ້ຮັບການແຈ້ງບອກ,ແລະໄດ້ຍິນ ກ່ຽວກັບການປິດລົງຂອງ 3G ແລະຍ້າຍໄປຫາ 4G, ຫລືອາດເປັນ 5G. ບັນຫາກໍຄື ມີຜູ້ສູງອາຍຸ, ຄົນພິການນໍາອີກ, ແລະພວກເຮົາຢາກໃຫ້ແນ່ໃຈວ່າ ຜູ້ຄົນທີ່ມີສັນຍານ ດ້ານການແພດສ່ວນຕົວ,ສັນຍານສ່ວນຕົວ ທີ່ບໍ່ແມ່ນດ້ານການແພດ ທີ່ໃຊ້ໃນກໍຣະນີສຸກເສີນ ແລະຄວາມປອດພັຍ, ແລະເຄື່ອງມື CPAP, ຜູ້ຄົນເຫລົ່ານັ້ນຮູ້ວ່າ ຂໍ້ມູນນັ້ນອາດຈະບໍ່ຜ່ານອີກຕໍ່ໄປ."

ຖືກນຳໃຊ້ ໃນຕົ້ນປີ 2003, ທໍາອິດແມ່ນໃນຕົວເມືອງ ແລະຈາກນັ້ນ ກໍແມ່ນໃນເຂດຊົນນະບົດ. ເຄືອຂ່າຍ 3G ຖືກສ້າງຂຶ້ນ ໂດຍອີງໃສ່ເຕັກໂນໂລຈີການສື່ສານ ແລະລະບົບການສື່ສານທີ່ມີມາກ່ອນ, ແລະຊ່ວຍຜູ້ຄົນໃຫ້ສາມາດໂທຣະສັບທາງໄກ ກັບຄອບຄົວ ແລະຫມູ່ເພື່ອນ.

ນັ້ນແມ່ນການເລີ່ມຕົ້ນ ຂອງຍຸກອິນເຕີເນັດໃນມືຖື, ອະນຸຍາດໃຫ້ຜູ້ຄົນຊອກຫາເວບໄຊ້ຕ໌ ແລະສົ່ງອີເມລໃນມືຖືຂອງເຂົາເຈົ້າ, ແລະໄດ້ວາງຮາກຖານ ຂອງຊີວິດທາງອິນເຕີເນັດ ຂອງເຮົາໃນທຸກວັນນີ້.

ແຕ່ດ້ວຍການປາກົດຂຶ້ນ ຂອງເທັກໂນໂລຈີ 4G, 5G ແລະແມ່ນແຕ່ 6Gໃນບາງສ່ວນຂອງໂລກ, ບໍຣິສັດໂທຣະສັບ ຂອງອອສເຕຣເລັຍ ເລີ່ມວາງແຜນ ທີ່ຈະປິດ 3G ທີ່ລ້າສມັຍ ແລະເປີດທາງໃຫ້ເຄືອຂ່າຍທີ່ໄວກວ່າ.

ແລະເນື່ອງຈາກປວັດສາດອັນຍາວນານ ຂອງເຄືອຂ່າຍ ແລະຜົນກະທົບຕໍ່ເຂດຊົນນະບົດ, Ms Tegan ເປັນຫ່ວງວ່າ ການປິດ ອາດເຮັດໃຫ້ຊາວອອສເຕຣເລັຍ ໃນເຂດພູມີພາກ ຖືກຕັດຂາດ ຈາກການບໍຣິການທີ່ຈຳເປັນ.

"ຄວາມເປັນຫ່ວງທີ່ຍິ່ງໃຫຍ່ທີ່ສຸດທີ່ພວກເຮົາແມ່ນວ່າ ເຂົາເຈົ້າຈະບໍ່ສາມາດໂທຣະສັບຫາ Triple Zero ຫລັງຈາກການປິດລົງຂອງ 3G, ຖ້າຫາກເຂົາເຈົ້າບໍ່ໄດ້ປ່ຽນລະບົບ. ຜູ້ຄົນໃນເຂດຊົນນະບົດ ກໍມີສຸຂະພາບທີ່ຮ້າຍແຮງທີ່ສຸດຢູ່ແລ້ວ, ເຂົາເຈົ້າກໍາລັງຕາຍດ້ວຍອາຍຸ 12 ເຖິງ 16 ປີອ່ອນກວ່າຄົນອື່ນໆ ຂອງອອສເຕຣເລັຍ. ສະນັ້ນ, ເຮົາຈຶ່ງບໍ່ສາມາດມີຄົນທີ່ບໍ່ສາມາດໂທຣະສັບຫາ Triple Zero ໃນກໍຣະນີສຸກເສີນດ້ານສຸຂະພາບແລະການແພດ."

ອອສເຕຣເລັຍ ບໍ່ໄດ້ເປັນພຽງປະເທດດຽວທີ່ປິດ 3G.

ໃນສະຫະຣັດອາເມຣິກາ, ບໍຣິການ 2G ແລະ 3G ສ່ວນຫລາຍໄດ້ຖືກຍົກເລີກ ໃນທ້າຍປີ 2022, ໃນຂນະທີ່ປະເທດຈີນ ໄດ້ປິດ 3G ໃນປີທີ່ຜ່ານມາ.

Singapore ກໍໄດ້ເລີ້ມປິດເຄືອຂ່າຍ 3G ໃນປີນີ້ຄືກັນ.

ທໍາອິດ ອອສເຕຣເລັຍໄດ້ວາງແຜນ ທີ່ຈະປິດໃນປີ 2019, ແຕ່ການປິດຢ່າງເປັນທາງການ ໄດ້ຖືກຊັກຊ້າສອງເທື່ອ ເພາະຄວາມເປັນຫ່ວງ ກ່ຽວກັບຜົນກະທົບຂອງມັນ ຕໍ່ຊຸມຊົນໃນເຂດ ທີ່ມີປັນຫາ ເລື້ອງສັນຍານທີ່ບໍ່ດີ.

ບັດນີ້ ໂດຍທີ່ Optus ແລະ Telstra ໄດ້ເລີ່ມຕົ້ນປິດຢ່າງເປັນທາງການ, ກໍມີການຮຽກຮ້ອງ ໃຫ້ ແລະບໍຣິສັດໂທຣະສັບມືຖື ເພີ່ມການ ຂຍາຍເຄືອຂ່າຍສັນຍານໂທຣະສັບມືຖື ໃນເຂດພູມີພາກ ຂອງອອສເຕຣເລັຍ.

John Hassell ເປັນປະທານຂອງ WA Farmers. ລາວເປັນຫ່ວງວ່າ ເມື່ອ3G ຖືກປິດແລະ 4G ຖືກນຳໃຊ້, ເຄືອຂ່າຍໃຫມ່ ຈະຄອບຄຸມບໍ່ທົ່ວເຖິງພໍ.

"ຂ້າພະເຈົ້າຄິດວ່າ ບໍຣິສັດໂທຣະສັບ ພຽງແຕ່ອອກມາບອກພວກເຮົາ ວ່າເຂົາເຈົ້າກໍາລັງເຮັດຢູ່, ມັນບໍ່ໄດ້ເປັນສິ່ງທີ່ພວກເຮົາມີທາງເລືອກຫລາຍ ຫລືບໍ່ວ່າຈະເປັນແນວໃດກໍຕາມ, ພວກເຮົາຢາກເຫັນ ການມີສ່ວນຮ່ວມຫລາຍຂຶ້ນ ຈາກບໍຣິສັດໂທຣະສັບ ແລະແກ້ໄຂ ຄວາມເປັນຫ່ວງຂອງພວກເຮົາ ແທນທີ່ພຽງແຕ່ຈະບອກພວກເຮົາວ່າ ສິ່ງນີ້ຈະເກີດຂຶ້ນ ແລ້ວພວກເຮົາກໍເຫັນວ່າ ມີຫຍັງເກີດຂຶ້ນ. ແລະຂ້າພະເຈົ້າຄິດວ່າ ນັ້ນບໍ່ແມ່ນການກະທຳທີ່ຫນ້າພໍໃຈ. ພວກເຮົາຢາກໃຫ້ແນ່ໃຈວ່າ ສັນຍານເຄືອຂ່າຍ ຄອບຄຸມຢ່າງທົ່ວເຖິງ ແລະກວ້າງຂວາງພໍ. ເຮັດທຸກສິ່ງທຸກຢ່າງທີ່ເຂົາເຈົ້າຕ້ອງເຮັດ, ແລະບໍ່ມີຜົນກະທົບຕໍ່ທຸຣະກິດຂອງເຮົາ ແລະຄວາມປອດພັຍຂອງເຮົາ. ຂ້າພະເຈົ້າຄິດວ່າມັນສໍາຄັນຫລາຍ."

ນອກເຫນືອໄປຈາກ ຜູ້ຄົນທີ່ອາສັຍຢູ່ໃນເຂດພູມີພາກຂອງອອສເຕຣເລັຍແລ້ວ, ຜູ້ຄົນທີ່ໃຊ້ໂທຣະສັບມືຖືເກົ່າ ຫລືໂທຣະສັບມືຖື ທີ່ຊື້ຢູ່ຕ່າງປະເທດ ອາດໄດ້ຮັບຜົນກະທົບ ຈາກການປິດເຊັ່ນກັນ.

Optus ກ່າວວ່າ ມັນໄດ້ດໍາເນີນການຣົນນະຣົງ ຄວາມຮັບຮູ້ ເປັນເວລາຫົກອາທິດ ກ່ຽວກັບການປິດຂອງເຄືອຂ່າຍ, ແລະຈົນເຖິງເວລານີ້ ມັນໄດ້ສເນີໂທຣະສັບມືຖື 20,000 ຫນ່ວຍ ໃຫ້ລູກຄ້າບາງຄົນ ໂດຍບໍ່ຄິດຄ່າ, ຮວມທັງ ຜູ້ທີ່ປະສົບກັບບັນຫາ ເລື່ອງການເງິນ.

Michelle Rowland, ຣັຖມົນຕີກະຊວງໂທຣະຄົມມະນາຄົມ ຂອງຣັຖບານກາງ ຊຸກຍູ້ຊາວອອສເຕຣເລັຍ ໃຫ້ກວດກາເບິ່ງວ່າ ເຂົາເຈົ້າຈະໄດ້ຮັບຜົນກະທົບ ຈາກການປິດຫລືບໍ່, ແລະຍົກລະດັບໂທຣະສັບມືຖື ຂອງເຂົາເຈົ້າ ໃຫ້ໄວເທົ່າທີ່ຈະເປັນໄປໄດ້.

"ການປ່ຽນຈາກ 3G ແມ່ນການຕັດສິນໃຈ ທາງການຄ້າ ທີ່ຜູ້ໃຫ້ບໍຣິການເຄືອຂ່າຍ ແລະອຸດສາຫະກັມ ໄດ້ລົງມືປະຕິບັດ ເພື່ອລະບຸ ແລະຕິດຕໍ່ກັບລູກຄ້າ ທີ່ອາດໄດ້ຮັບຜົນກະທົບ ແລະຊຸກຍູ້ເຂົາເຈົ້າ ໃຫ້ກວດສອບ ແລະຍົກລະດັບອຸປະກອນຂອງເຂົາເຈົ້າ. ຜແນກຂອງຂ້າພະເຈົ້າ ຈະສືບຕໍ່ທໍາງານ ກັບບໍຣິສັດໂທຣະສັບມືຖື ໃນໄລຍະການປ່ຽນແປງ 3Gເພື່ອໃຫ້ແນ່ໃຈວ່າ ສິ່ງນີ້ຈະເກີດຂຶ້ນຢ່າງປອດພັຍ ແລະດ້ວຍການຈັດການຢ່າງດີ."

ຊາວອອສເຕຣເລັຍ ສາມາດຮູ້ວ່າໂທຣະສັບມືຖືຂອງເຂົາເຈົ້າ ໄດ້ຮັບຜົນກະທົບຫລືບໍ່ ໂດຍການສົ່ງຂໍ້ຄວາມ "3" ໄປຫາເລກ 3498.

ເນື້ອເລື່ອງໂດຍ  Phoebe Deas ແລະ Wing Kuang ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່


Share