ທ້າຍອາທິດນີ້ແມ່ນວັນຄົບຮອບ ເຈັດສິບເຈັດປີ ຂອງລະເບີດປະຣະມານູ (Atomic bomb) ລູກທໍາອິດຂອງໂລກ - ທີ່ໄດ້ຖືກຖິ້ມລົງເຫນືອເມືອງ Hiroshima ຂອງ ຍີ່ປຸ່ນ ໃນອາທິດສຸດທ້າຍຂອງສົງຄາມໂລກຄັ້ງທີສອງ.
ຫົວຫນ້າອົງການສະຫະປະຊາຊາດ ໄດ້ຮ່ວມກັບຝູງຊົນ ໃນເມືອງ ເພື່ອລະນຶກເຖິງການຖິ້ມລະເບີດດັ່ງກ່າວ ຊຶ່ງໄດ້ເຮັດ ໃຫ້ມີຜູ້ເສັຍຊີວິດຢ່າງຫນ້ອຍ 140 ພັນ ຄົນ ແລະ ທ່ານໄດ້ອອກຄໍາເຕືອນຢ່າງໜັກແໜ້ນກ່ຽວກັບການແຂ່ງຂັນອາວຸດໃຫມ່ ຫຼັງຈາກທີ່ຣັສເຊັຍ ບຸກຣຸກ ຢູເຄຣນ.... Lin Evlin and Gareth Boreham ລາຍງານ.
... ກ່ອນການສງົບບຶດຫນຶ່ງ ທີ່ຖືກຂັ້ນໂດຍສຽງຂອງກ້ອງຖ່າຍຮູບ.
ທັງຫມົດນີ້ຫມາຍເຖິງວັນ ທີ່ເຈັບປວດ ທີ່ສຸດໃນປວັດສາດ ຂອງຍີ່ປຸ່ນ.
ໃນເວລາ ແປດໂມງກັບ ສິບຫ້ານາທີ ຂອງຕອນເຊົ້າ ຂອງເດືອນ ສິງຫາ ປີ 1945 ເມື່ອເມືອງທີ່ມີຄົນຈໍານວນ 350,000 ຄົນ ຖືກທໍາລາຍໂດຍກໍາລັງ ທໍາລາຍລ້າງ ທີ່ໂລກບໍ່ເຄີຍເຫັນ ຫລື ໄດ້ຍິນມາກ່ອນ.
ການຖິມລະເບີດທີ່ Hiroshima ແລ້ວ ສາມມື້ຕໍ່ມາທີ່ Nagasaki ໄດ້ຖືກສລັກໄວ້ໃນປວັດສາດ ເພື່ອເປັນການເຕືອນເຖິງຄວາມໜ້າຢ້ານກົວຂອງອາວຸດ ນິວເຄຼັຍ.
ເຈັດສິບເຈັດປີຕໍ່ມາ, ນາຍົກຣັຖມົນຕີຍີ່ປຸ່ນ ທ່ານ Fumio Kishida ໄດ້ບອກພິທີລະນຶກໃນ Hiroshima ວ່າ ມັນເປັນ ຄໍາເຕືອນທີ່ຈໍາເປັນຕ້ອງໄດ້ຈົດຈຳໃສ່ໃຈຕະຫຼອດເວລາ.
"ດຽວນີ້ພັຍຄຸກຄາມໂດຍອາວຸດນິວເຄຼັຍກໍາລັງເກີດຂຶ້ນ, ແລະ ແມ້ກະທັ້ງ ການໃຊ້ອາວຸດນິວເຄຼັຍ ກໍໄດ້ກາຍເປັນ ບັນຫາທີ່ແທ້ຈິງ, ແລະແຮງບັນດານໃຈ ໃນການ ຮັບຮູ້ໂລກ ທີ່ບໍ່ມີອາວຸດນິວເຄຼັຍຖືກເວົ້າວ່າ ກໍາລັງຫຼຸດລົງ, ຂ້າພະເຈົ້າ ຂໍຮ້ອງຢ່າງແຮງຕໍ່ປະຊາຊົນຂອງໂລກຈາກ Hiroshima ແຫ່ງນີ້ ວ່າ ພວກເຮົາຈະຢ່າໃຫ້ຄວາມໜ້າຢ້ານກົວ ຂອງການໃຊ້ອາວຸດ ນິວເຄຼັຍ ໄດ້ເກີດຊ້ຳຂຶ້ນອີກເລີຍ."
ທ່ານກ່າວວ່າ ກອງປະຊຸມສຸດຍອດ G7 ປີຫນ້າທີ່ Hiroshima ຈະເປັນໂອກາດທີ່ເຫມາະສົມ ສຳຣັບບັນດາຜູ້ນໍາທີ່ຈະສເນີ ຄວາມເປັນເອກະພາບກັນ.
"ປີຫນ້າ, ກອງປະຊຸມສຸດຍອດ G7 ຈະຈັດຂຶ້ນທີ່ນີ້ໃນ Hiroshima. ພວກເຮົາຫວັງວ່າຈະສະແດງໃຫ້ໂລກ ເຫັນຄໍາຫມັ້ນສັນຍາ ຂອງພວກເຮົາວ່າມະນຸດ ຈະບໍ່ເຮັດ ຊ້ໍາຄວາມຢ້ານກົວ ຂອງການໃຊ້ອາວຸດ ນິວເຄຼັຍ ອີກຕໍ່ໄປ. ຮ່ວມກັບຜູ້ນໍາ G7, ຢູ່ຕໍ່ຫນ້າອະນຸສາວະຣີແຫ່ງສັນຕິພາບ, ພວກເຮົາຈະຢືນຢັນ ຄໍາຫມັ້ນສັນຍາ ຂອງພວກເຮົາ ທີ່ຈະເປັນເອກະພາບກັນ ເພື່ອປົກປ້ອງສັນຕິພາບ, ຄວາມເປັນ ລະບຽບຮຽບຮ້ອຍ ຂອງສາກົນ, ແລະຄ່ານິຍົມສາກົນເຊັ່ນ: ເສຣີພາບ, ປະຊາທິປະໄຕ, ສິດທິມະນຸດ ແລະ ຫຼັກກົດຫມາຍ."
ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານ Antonio Guterres ເປັນຫົວຫນ້າອົງການ ສະຫະປະຊາຊາດ ຄົນທໍາອິດໃນຮອບ 12 ປີ ທີ່ເຂົ້າຮ່ວມພິທີລະນຶກເຖິງການ ຖິ້ມລະເບີດ ຢ່າງເປັນທາງການ.
ທ່ານໄດ້ເຕືອນກ່ຽວກັບຄວາມສ່ຽງ ທີ່ເກີດຈາກ ວິກິດການ ທີ່ເພີ່ມຂຶ້ນໃນທົ່ວໂລກສໍາລັບພັຍພິບັດນິວເຄຼັຍ.
ເຈັດສິບເຈັດປີ ຕົວອາຄານຍັງຄົງເປັນສັນຍາລັກທີ່ຊັດແຈ້ງແລະຊົງພະລັງຂອງການສູນເສັຍ ຂອງສົງຄາມ... ແລະ ຄວາມຫວັງເພື່ອສັນຕິພາບ.
"ມີອາວຸດນິວເຄຼັຍເກືອບ 13,000 ລູກທີ່ມີຢູ່ໃນຄັງອາວຸດທົ່ວໂລກ. ແລະ ວິກິດການ ທີ່ມີອາດຈະອາວຸດ ນິວເຄຼັຍກ່ຽວຂ້ອງ ກໍາລັງແຜ່ລາມໄປຢ່າງວ່ອງໄວ — ຈາກພາກຕາເວັນອອກກາງ, ຈົນເຖິງແຫຼມ ເກົາຫຼີ, ຈົນເຖິງການຮຸກຮານຂອງຣັສເຊັຍ ໃນຢູເຄຣນ. ເປັນທີ່ຍອມຮັບບໍ່ໄດ້ເລີຍ ສໍາລັບຣັດທີ່ ມີອາວຸດນິວເຄຼັຍຄອບຄອງທີ່ຈະຍອມຮັບຄວາມເປັນໄປໄດ້ ຂອງສົງຄາມນິວເຄຼັຍ."
ທ່ານກ່າວວ່າ ປະເທດເຫລົ່ານັ້ນ ມີຄວາມຮັບຜິດຊອບຢ່າງ ຫນັກຕໍ່ໂລກ.
"ປະເທດທີ່ມີອາວຸດນິວເຄຼັຍຕ້ອງໃຫ້ຄໍາຫມັ້ນສັນຍາ ວ່າຈະບໍ່ໃຊ້ອາວຸດເຫຼົ່ານັ້ນກ່ອນ. ແລະ ພວກ ເຂົາເຈົ້າຍັງຕ້ອງໃຫ້ ຄວາມຫມັ້ນໃຈແກ່ຣັດທີ່ບໍ່ມີອາວຸດນິເຄຼັຍວ່າພວກເຂົາ ຈະບໍ່ໃຊ້ຫຼື ຂູ່ວ່າ ຈະໃຊ້ອາວຸດນິວເຄຼັຍຕໍ່ພວກເຂົາເຈົ້າ. ພວກເຮົາຕ້ອງ ຮັກສາຄວາມໜ້າຢ້ານກົວ ຂອງ Hiroshima ໄວ້ຢູ່ຕລອດເວລາ, ຮັບຮູ້ວ່າມີວິທີແກ້ໄຂ ພຽງທາງດຽວຕໍ່ພັຍຄຸກຄາມດ້ານນິວເຄຼັຍ: ບໍ່ຕ້ອງໃຫ້ມີອາວຸດນິວເຄຼັຍເລີຍ."
ໃນທົ່ວອອສເຕຣເລັຍ ຮວມທັງໃນ CBD ຂອງ ນະຄອນ Sydney ພວກປະທ້ວງຕໍ່ຕ້ານນິວເຄຼັຍ ກໍໄດ້ມີພິທີຣະນຶກເຖິງ ໂອກາດດັ່ງກ່າວນີ້ເຊັ່ນກັນ. ທ່ານ Gem Romuld, ຈາກການຣົນນະຣົງນາໆຊາດ ເພື່ອຍົກເລີກອາວຸດນິວເຄຼັຍເປັນຜູ້ນໍາພາ ໃນການຮຽກຮ້ອງໃຫ້ດໍາເນີນການ.
"ສິ່ງທີ່ໄດ້ເກີດຂຶ້ນໃນ ເມືອງHiroshima ແລະ ເມືອງ Nagasaki ກໍເປັນແກນຫຼັກວ່າ ເປັນຫຍັງຄົນ ທີ່ມີສະຕິຫລາຍຄົນ ຈຶ່ງກຽດຊັງອາວຸດນິວເຄຼັຍ ແລະ ຢາກເຫັນລະເບີດໜ່ວຍສຸດ ທ້າຍຖືກທໍາລາຍ ແລະ ທຸກປະເທດທີ່ອ້າງ ວ່າເພິ່ງອາວຸດເຫຼົ່ານັ້ນເພື່ອ ຍຸດຕິນະໂຍບາຍເຫລົ່ານີ້ ແລະ ທຳລາຍສິ່ງເຫລົ່ານີ້. ເບິ່ງຄືວ່າເປັນເປົ້າຫມາຍທີ່ເປັນໄປບໍ່ໄດ້, ແຕ່ແທ້ຈິງ ແລ້ວ...ມັນບໍ່ແມ່ນ."
ໃນພິທີ ທີ່ Hiroshima, ຫຼາຍພັນຄົນໄດ້ເຕົ້າໂຮມກັນ ຢູ່ອ້ອມຮອບສິ່ງກໍ່ສ້າງພຽງແຫ່ງດຽວ ທີ່ຍັງເຫຼືອຢູ່ ຫຼັງຈາກຖິ້ມລະເບີດ.
ເຈັດສິບເຈັດປີ ຕົວອາຄານຍັງຄົງເປັນສັນຍາລັກທີ່ຊັດແຈ້ງແລະຊົງພະລັງຂອງການສູນເສັຍ ຂອງສົງຄາມ... ແລະ ຄວາມຫວັງເພື່ອສັນຕິພາບ.
ເນື້ອເລື່ອງໂດຍ Lin Evlin and Gareth Boreham ຂ່າວ SBS News,
ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ