ການປ່ຽນແແປງໃນການດູແລ ຜູ້ສູງອາຍຸ

ANTHONY ALBANESE AGED CARE PRESSER

ຣັຖມົນຕີກະຊວງຜູ້ສູງອາຍຸ Annika Wells ແລະນາຍົກຣັຖມົນຕີ Anthony Albanese ຖແລງຂ່າວທີ່ຣັຖສະພາໃນວັນທີ 12 ກັນຍາ 2024. Source: AAP / MICK TSIKAS/AAPIMAGE

ການປ່ຽນແປງໃນການດູແລຜູ້ສູງອາຍຸ ໄດ້ເປັນທີ່ເຫັນພ້ອມຈາກພັກຝ່າຍຄ້ານ ຊຶ່ງກ່າວວ່າ ລາຄາທີ່ສູງກວ່ານັ້ນ ແມ່ນກຸ້ມຄ່າ, ແລະເຊື່ອວ່າ ມັນຈະປັບປຸງພາກສ່ວນນີ້. ການປ່ຽນແປງໂດຍພື້ນຖານກໍຄື ຊາວອອສເຕຣເລັຍທີ່ຮັ່ງມີກວ່າ ຈະຈ່າຍຫລາຍຂຶ້ນ ສໍາລັບການດູແລ. ແຕ່ກໍຍັງມີປັນຫາກ່ຽວກັບການຫາພນັກງານທີ່ຈະເຮັດໜ້າທີ່ເຫຼົ່ານີ້ ເຖິງແມ່ນຈະມີການຈັດຫາເງິນຊ່ອຍເຫຼືອເພີ່ມຕື່ມກໍຕາມ.


ການປ່ຽນແແປງໃນການດູແລ ຜູ້ສູງອາຍຸ.

ຊາວອອສເຕຣເລັຍທີ່ຮັ່ງມີກວ່າ ຈະຈ່າຍຫລາຍຂຶ້ນ ສໍາລັບການດູແລຜູ້ສູງອາຍຸ, ຫລັງຈາກຣັຖບານ ໄດ້ຮັບການສນັບສນູນຈາກຝ່າຍຄ້ານ ເພື່ອຮັກສາພາກສ່ວນນີ້ ໃຫ້ຫມັ້ນຄົງ.

ການປ່ຽນແປງນັ້ນ ໄດ້ຮັບການຕ້ອນຮັບ ໂດຍຜູ້ໃຫ້ການດູແລຜູ້ສູງອາຍຸ, ຜູ້ທີ່ກ່າວວ່າ ກົດຫມາຍໃຫມ່ຂອງຣັຖບານ ໃຫ້ຄວາມແນ່ນອນແກ່ອຸດສະຫະກັມ ສຳລັບອະນາຄົດ.

Rania Yallop ແລະ Sara Tomevska ລາຍງານ.

ຫລັງຈາກພາກພຽນໃນການຕົກລົງກັນ ເປັນເວລາຫລາຍເດືອນ, ຣັຖບານ ໄດ້ຮັບການສນັບສນູນ ຈາກສອງຝ່າຍ ເພື່ອສ້ອມແປງລະບົບການດູແລຜູ້ສູງອາຍຸ ຂອງອອສເຕຣເລັຍ.

ນາຍົກຣັຖມົນຕີ Anthony Albanese ກ່າວວ່າ ຈຸດປະສົງ ແມ່ນທີ່ຈະໃຫ້ຊາວອອສເຕຣເລັຍ ອາສັຍຢູ່ເຮືອນຂອງຕົວເອງຫລາຍກວ່າເກົ່າ ເມື່ອເຂົາເຈົ້າມີອາຍຸສູງຂຶ້ນ, ແຕ່ຈ່າຍເງິນຫລາຍຂຶ້ນ ສໍາລັບການດູແລທີ່ເຂົາເຈົ້າໄດ້ຮັບ ຢູ່ທີ່ນັ້ນ.

"ພວກເຮົາຮູ້ວ່າ ເມື່ອເຂົາເຈົ້າມີອາຍຸສູງຂຶ້ນ, ຊາວອອສເຕຣເລັຍ ຢາກໃຊ້ເວລາຫລາຍກວ່າເກົ່າຢູ່ທີ່ບ້ານ (ຂອງຕົນເອງ). ຈາກການປະຕິຮູບ ທີ່ພວກເຮົາປະກາດໃນມື້ນີ້, ຊາວອອສເຕຣເລັຍ ປະມານ 1.4 ລ້ານຄົນຈະໄດ້ຮັບຜົນປໂຍດ ຈາກໂຄງການສນັບສນູນໃຫມ່ ຢູ່ໃນເຮືອນພາຍໃນປີ 2035."

ຈຸດສໍາຄັນ ຂອງຮ່າງກົດຫມາຍ ແມ່ນໂຄງການ Support at Home ໃຫມ່, ຊຶ່ງສັນຍາວ່າ ຈະໃຊ້ເວລາສັ້ນໆ ໃນການເຂົ້າເຖິງການສນັບສນູນ ແລະໃຫ້ຄວາມຊ່ອຍເຫລືອ ທີ່ເຫມາະສົມ.

ມັນຈະເລີ່ມຕົ້ນຈາກວັນທີ 1 ເດືອນກໍລະກົດປີຫນ້າ, ໂດຍທີ່ຣັຖບານ ໄດ້ໃຊ້ເງິນ 4.3 ພັນລ້ານໂດລາ ໃນການຈັດຕັ້ງ.

ຣັຖບານ ຈະຈ່າຍຄ່າການປິ່ນປົວທັງຫມົດ, ໃນຂນະທີ່ ຄວາມເປັນອິດສຣະ ແລະຄ່າຄອງຊີບໃນແຕ່ລະມື້ ຈະຖືກທົດສອບ (Means tested).

ມີເພດານການຈໍາກັດ ຕລອດຊີວິດ $130,000 ຊຶ່ງຈະຂຶ້ນກັບ ອັດຕາເງິນເຟີ້ ໃນແຕ່ລະປີ, ຈໍາກັດຄ່າຈ່າຍທັງຫມົດ ທີ່ບຸກຄົນຈະຈ່າຍ ສໍາລັບການດູແລ-ຊຶ່ງເພີ່ມຫລາຍຂຶ້ນ ຈາກ $80,000 ໃນປະຈຸບັນ.

Anne Ruston ໂຄສົກກະຊວງຜູ້ສູງອາຍຸ ຂອງພັກຝ່າຍຄ້ານກ່າວວ່າ ລາຄາທີ່ສູງກວ່ານັ້ນ ແມ່ນກຸ້ມຄ່າ, ແລະເຊື່ອວ່າ ມັນຈະປັບປຸງພາກສ່ວນນີ້.

"ພາຍໃຕ້ແພັກເກດພິເສດນີ້, ຊາວອອສເຕຣເລັຍທຸກຄົນ, ຄວນຈະຈ່າຍຫລາຍກວ່າເກົ່າ ສໍາລັບການດູແລຂອງເຂົາເຈົ້າ. ແຕ່ສິ່ງທີ່ສໍາຄັນທີ່ສຸດ ຄືການໃຫ້ແນ່ໃຈວ່າ ພວກເຮົາມີພາກສ່ວນ ທີ່ບໍ່ພຽງແຕ່ຢູ່ທີ່ນີ້ພຽງແຕ່ມື້ນີ້ເທົ່ານັ້ນ, ແຕ່ໃຫ້ແນ່ໃຈວ່າ ມັນຢູ່ທີ່ນີ້ ສໍາລັບຄົນລຸ້ນໃຫມ່ຂອງອອສເຕຣເລັຍ ທີ່ຕ້ອງການ ການດູແລຜູ້ສູງອາຍຸໃນອະນາຄົດ."

ສໍາລັບການດູແລຜູ້ສູງອາຍຸ ທີ່ຢູ່ໃນເຮືອນດູແລຜູ້ສູງອາຍຸ (Residential Aged Care), ຈະໃຊ້ວິທີທົດສອບທີ່ຄ້າຍຄືກັນນີ້, ໂດຍທີ່ຄົນອອສເຕຣເລັຍທີ່ຮັ່ງມີກວ່າ ຈະຈ່າຍຫຼາຍກວ່າ ໃນການດູແລຂອງເຂົາເຈົ້າ.

ຈະມີການດັດແປງເລັກນ້ອຍ ກ່ຽວກັບເງິນມັດຈຳຄ່າບ່ອນພັກອາສັຍ, ເພີ່ມຄ່າໃຊ້ຈ່າຍສູງສຸດຕໍ່ຫ້ອງ ໂດຍບໍ່ຕ້ອງໄດ້ຮັບອະນຸຍາດພິເສດ ເປັນ750,000 ໂດລາ, ແລະອະນຸຍາດໃຫ້ຜູ້ໃຫ້ບໍຣິການ ເກັບສອງເປີເຊັນ ຂອງເງິນມັດຈຳ ໄດ້ເຖິງຫ້າປີ.

Tom Symondson, ຫົວຫນ້າຜູ້ອໍານວຍການໃຫຍ່ ຂອງສະມາຄົມຜູ້ໃຫ້ບໍຣິການດູແລ ຜູ້ສູງອາຍຸ ແລະຊຸມຊົນ (the Aged and Community Care Providers Association), ກ່າວວ່າ ການປ່ຽນແປງ ຈະຊ່ອຍເຫລືອພາກສ່ວນທີ່ກຳລັງດີ້ນລົນ.

"ພວກເຮົາມີພາກສ່ວນທີ່ມີປັນຫາ. ພວກເຮົາ ຄວນສ້າງຕຽງໃຫມ່ 10,000 ຕຽງສໍາລັບເຮືອນດູແລຜູ້ສູງອາຍຸທຸກປີ ໃນໄລຍະ 20 ປີຕໍ່ໄປ,ແລະພວກເຮົາບໍ່ໄດ້ສ້າງຫຍັງເລີຍ. ເຮົາປິດຫລາຍກວ່າເປີດ. ພວກເຮົາມີຜູ້ຄົນທີ່ລໍຖ້າຫລາຍກວ່າຫນຶ່ງປີ ສໍາລັບການດູແລທີ່ບ້ານ, ແລະຄົນເຫລົ່ານັ້ນ, ຫນ້າເສັຍໃຈ ທີ່ເຂົາເຈົ້າຈະເຂົ້າໂຮງຫມໍ ຫລືເຂົ້າໄປຢູ່ໃນເຮືອນດູແລຜູ້ສູງອາຍຸ ໄວກວ່າທີ່ຄວນ, ຫລືເຂົາເຈົ້າໄດ້ເສັຍຊີວິດໄປ ກ່ອນທີ່ເຂົາເຈົ້າຈະໄດ້ຮັບການບໍຣິການ. ນັ້ນບໍ່ແມ່ນລະບົບ ທີ່ຢູ່ໃນສະຖານະທີ່ດີ. ສະນັ້ນ, ການປະຕິຮູບເຫລົ່ານີ້ ຄວນແກ້ໄຂ, ເຖິງແມ່ນວ່າບໍ່ແມ່ນຊົ່ວເວລາຂ້າມຄືນກໍຕາມ, ແຕ່ມັນຄວນແກ້ໄຂບັນຫາເຫລົ່ານັ້ນ, ແລະແລ້ວຜູ້ສູງອາຍຸ ຈະມີຄວາມຫມັ້ນໃຈ ໃນລະບົບຂອງເຮົາອີກ."

ການປ່ຽນແປງທັງຫມົດ ຢູ່ພາຍໃຕ້ຫຼັກການ “No-Worse-Off Principle”, ສະນັ້ນ ຜູ້ໃດກໍຕາມ ທີ່ໄດ້ຮັບການດູແລຢູ່ແລ້ວ ຈະບໍ່ຈ່າຍເງິນຕື່ມອີກ.

ການດູແລຜູ້ສູງອາຍຸ ຈະເຮັດໃຫ້ຜູ້ເສັຍພາສີ ໃຊ້ເງິນ 36 ພັນລ້ານໂດລາ ໃນປີນີ້-ພ້ອມດ້ວຍ ການປ່ຽນແປງ ເພື່ອຈະປະຢັດເງິນ 12.6 ພັນລ້ານໂດລາ ໃນໄລຍະເວລາ ສິບເອັດປີ.

Jim Chalmers ຣັຖມົນຕີກະຊວງການຄັງກ່າວວ່າ ມັນຈະເຮັດໃຫ້ລະບົບນີ້ ຫມັ້ນຄົງຫລາຍຂຶ້ນ.

"ນີ້ ແມ່ນກ່ຽວກັບການດູແລທີ່ດີກວ່າ ສໍາລັບຜູ້ຄົນ, ໃນວິທີທີ່ຍືນຍົງຫລາຍກວ່າເກົ່າ. ມັນບໍ່ແມ່ນກ່ຽວກັບພາສີໃຫມ່ ແລະບໍ່ແມ່ນກ່ຽວກັບການປ່ຽນແປງ ການປະຕິບັດຕໍ່ຊັບສົມບັດ ບ້ານເຮືອນຂອງຄອບຄົວ."

ການທ້າທາຍພື້ນຖານ ທີ່ການດູແລຜູ້ສູງອາຍຸ ຕ້ອງປະເຊີນໃນອະນາຄົດ ແມ່ນການຂາດພະນັກງານ ຢ່າງຊຳເຮື້ອ-ແລະການຂາດແຄນເຫລົ່ານັ້ນ ຈະຂຍາຍໂຕຂຶ້ນ ເມື່ອຈໍານວນຄົນທີ່ມີອາຍຸສູງກວ່າ 85 ປີ ຈະເພີ່ມຂຶ້ນສາມເທົ່າ ໃນສີ່ສິບປີຂ້າງໜ້າ.

Mr Symondson ກ່າວວ່າ ລະບົບທີ່ດີກວ່າ ຄວນຊ່ອຍດຶງດູດຄົນງານ ໃຫ້ເຂົ້າມາ ໃນອຸດສາຫະກັມນີ້.

"ພວກເຮົາຕ້ອງການພະນັກງານຕື່ມອີກ 100,000 ຄົນທົ່ວລະບົບການດູແລຜູ້ສູງອາຍຸ ໃນສອງສາມທົດສະວັດຂ້າງໜ້າ. ສະນັ້ນ, ພວກເຮົາ ຈຶ່ງບໍ່ໃກ້ຄຽງ ກັບບ່ອນທີ່ພວກເຮົາຕ້ອງການ ກ່ຽວກັບພະນັກງານ. ສະພາບການ ກໍາລັງດີຂຶ້ນຢ່າງຊ້າໆ. ພວກເຮົາ ໄດ້ເພີ່ມຄ່າຈ້າງຢ່າງຫລວງຫລາຍ ສໍາລັບພະນັກງານ ດູແລຜູ້ສູງອາຍຸ. ພວກເຮົາ ເຫັນການເພີ່ມຂຶ້ນ 15 ເປີເຊັນ ໃນປີທີ່ຜ່ານມາ ສໍາລັບຄົນງານຫລາຍຄົນ, ແລະພວກເຮົາ ໄດ້ເຫັນການເພີ່ມຫລາຍຂຶ້ນ ໃນປີນີ້. ນັ້ນເປັນສິ່ງດີແທ້ໆ. ຣັຖບານ ໄດ້ໃຫ້ເງິນສນັບສນູນ ໃນການເພີ່ມຂຶ້ນເຫລົ່ານັ້ນ. ສະນັ້ນ, ເມື່ອປຽບທຽບໃສ່ກັບອະດີດ, ພວກເຮົາຈຶ່ງຢູ່ໃນບ່ອນທີ່ດີ ໃນເລື້ອງຂອງຄ່າຈ້າງ, ແຕ່ຍັງບໍ່ມີຜູ້ຄົນພຽງພໍ ທີ່ຢາກເຮັດວຽກ ໃນການດູແລຜູ້ສູງອາຍຸ. ສິ່ງຫນຶ່ງ ທີ່ກົດຫມາຍນີ້ເຮັດ ຄືມັນໃຫ້ຄວາມຫມັ້ນໃຈຕໍ່ຊຸມຊົນ. ມີຄວາມຮັບຜິດຊອບໃຫມ່, ສິດທິຂອງຜູ້ສູງອາຍຸ ກໍຢູ່ໃນກົດໝາຍນັ້ນ. ມັນບໍ່ໄດ້ຖືກກ່າວເຖິງ ໃນກົດຫມາຍສະບັບປະຈຸບັນ ຕັ້ງແຕ່ປີ 1997 ແລະພວກເຮົາຫວັງວ່າ ສິ່ງນີ້ຈະໃຫ້ຄວາມຫມັ້ນໃຈ ແກ່ຜູ້ຄົນທີ່ຈະສ້າງອາຊີບຂອງເຂົາເຈົ້າ ດ້ວຍການດູແລຜູ້ສູງອາຍຸ."

ແລະລາວເຊື່ອວ່າ ກົດຫມາຍຈະສ້າງການປ່ຽນແປງທີ່ຍັ່ງຍືນ.

"ໃນທີ່ສຸດ, ພວກເຮົາມີຂໍ້ຕົກລົງ ທີ່ຈະເຮັດບາງສິ່ງທີ່ກ້າຫານ ຢ່າງແທ້ຈິງ, ເພື່ອເຮັດໃຫ້ ຜູ້ສູງອາຍຸຫມັ້ນໃຈວ່າ ເຂົາເຈົ້າຈະໄດ້ຮັບການດູແລ ແລະການສນັບສນູນ ທີ່ເຂົາເຈົ້າຕ້ອງການ, ບໍ່ພຽງແຕ່ໃນມື້ນີ້ເທົ່ານັ້ນ, ແຕ່ 10 ແລະ 20 ປີໃນອະນາຄົດ. ແລະຂ້າພະເຈົ້າຄິດວ່າ ນັ້ນເປັນຄວາມສໍາເລັດຜົນທີ່ດີຫຼາຍ."

ເນື້ອເລື່ອງໂດຍ   Rania Yallop and Sara Tomevska ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ 

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່


Share