ຢາປິ່ນປົວໂຣກສມອງເສື່ອມ.

Lecanemab is undergoing the regulatory approval process in Australia but the cost means accessibility is an issue_AP.jpg

Lecanemab ກຳລັງຖືກພິຈາຣະນາໂດຍ ໜ່ວຍງານຄວບຄຸມຢາ ອອສເຕຣເລັຍ ແຕ່ລາຄາຂອງຢາອາດເຮັດໃຫ້ການເຂົ້າເຖິງໄດໜ້ອຍ. Credit: AP.

ອອສເຕຣເລັຍກຳລັງພິຈາຣະນາ ຢາປິ່ນປົວໂຣກສມອງເສື່ອມ ທີ່ຖືກຄົ້ນພົບໃໝ່ ແລະໄດ້ຖືກນຳໃຊ້ແລ້ວໃນຫຼາຍປະເທດ. ຯຕ່ລາຄາຂອງຢານີ້ແພງຫຼາຍ, ແຕ່ນັກວິຊາການກ່າວວ່າ ມັນກໍມີສາເຫດທີ່ລາຄາແພງ.


ຢາປິ່ນປົວໂຣກສມອງເສື່ອມ.

ການພັດທະນາ ຢາຊະນິດທໍາອິດ ໃນຮອບ 30 ປີ ທີ່ປ່ຽນແປງໂຣກພາວະສມອງເສື່ອມ ທີ່ພົບຫລາຍທີ່ສຸດ ຊຶ່ງໄດ້ໃຫ້ຄວາມຫວັງ ແກ່ຄົນໄຂ້-ແລະບໍ່ແມ່ນພຽງແຕ່ ອາການຂອງໂຣກເທົ່ານັ້ນ.

ການທົດລອງຂນາດໃຫຍ່ລະດັບໂລກ ທີ່ທົດລອງໃຊ້ Lecanemab ໃຫ້ຫຼັກຖານທໍາອິດ ຂອງການປິ່ນປົວ ເພື່ອເຮັດໃຫ້ຄວາມກ້າວຫນ້າ ຂອງໂຣກ Alzheimer ນັ້ນຊ້າລົງ.

ຢາ Lecanemab ກໍາລັງຢູ່ລະຫວ່າງຂັ້ນຕອນການອະນຸມັດການຄວບຄຸມ ໃນອອສເຕຣເລັຍ ແລະປະເທດອື່ນໆໃນໂລກ,ແຕ່ລາຄານັ້ນແພງຫລາຍ ຊຶ່ງຫມາຍຄວາມວ່າ ຫນ້ອຍຄົນຈະສາມາດເຂົ້າເຖິງມັນໄດ້.

Sydney Lang ແລະ Biwa Kwan ລາຍງານ.

ຢາ Alzheimer ຊະນິດໃຫມ່ ທີ່ມີຈຸດປະສົງ ທີ່ຈະຫລຸດຄວາມເສື່ອມຂອງຄວາມຮູ້ຄວາມເຂົ້າໃຈ (Cognition) ຫາກໍໄດ້ຖືກອະນຸມັດ ໃນປະເທດອັງກິດ ແລະອີກບໍ່ດົນ ກໍສາມາດເຂົ້າເຖິງໄດ້ ໃນ

Lecanemab ກໍາລັງຖືກປະເມີນ ໂດຍອົງການຄວບຄຸມຢາ ໃນອອສເຕຣເລັຍ (the Therapeutic Goods Administration), ແລະຖ້າຫາກໄດ້ຮັບອະນຸຍາດ, ຢາຈະມີຂາຍຢູ່ທີ່ນີ້ ໃນທ້າຍປີ, ແຕ່ມັນຈະມີລາຄາປະມານ 38,000 ໂດລາຕໍ່ປີ ຕໍ່ຄົນ.

ຢານີ້ ໄດ້ຖືກອະນຸຍາດໃຫ້ໃຊ້ ໃນສະຫະຣັດອາເມຣິກາ, ຍີ່ປຸ່ນ, ປະເທດຈີນ, ເກົາຫລີໃຕ້ ແລະອິດສະຣາເອລ.

ມີປະມານ 55 ລ້ານຄົນທົ່ວໂລກ ທີ່ໄດ້ຮັບຜົນກະທົບ ຈາກພາວະສມອງເສື່ອມ (Dementia), ຊຶ່ງຮວມເຖິງ ຊາວອອສເຕຣເລັຍ ເຄິ່ງລ້ານຄົນ.

ຖ້າປາດສະຈາກການປິ່ນປົວ ທີ່ມີປະສິດທິພາບ, ຈໍານວນຊາວອອສເຕຣເລັຍ ທີ່ອາສັຍຢູ່ກັບ ພາວະສມອງເສື່ອມ (Dementia) ຈະເພີ່ມຂຶ້ນສາມເທົ່າ ໃນປີ 2050.

Dr Richard Oakley ເປັນຮອງຜູ້ອໍານວຍການ ຝ່າຍຄົ້ນຄວ້າ ທີ່ສະມາຄົມ Alzheimer ໃນປະເທດອັງກິດ.

ລາວເວົ້າວ່າ Lecanemab ເປັນຂັ້ນຕອນທໍາອິດ ທີ່ນໍາໄປສູ່ການປິ່ນປົວທີ່ດີກວ່າ.

"ນີ້ບໍ່ແມ່ນຢາວິເສດ ທີ່ຢຸດຫລືປີ້ນກັບ ຫລືປິ່ນປົວຜູ້ໃດ, ສິ່ງນີ້ ຈະຊ່ອຍໃຫ້ຄວາມເສື່ອມຂອງສມອງ ນັ້ນຊ້າລົງ. ມັນເປັນເທື່ອທໍາອິດ ໃນປະເທດອັງກິດ ທີ່ເຮົາໄດ້ເຫັນການປິ່ນປົວ ທີ່ສາມາດຊະລໍຄວາມກ້າວຫນ້າ ຂອງສິ່ງທີ່ເປັນຄາດຕະກອນ ທີ່ຍິ່ງໃຫຍ່ທີ່ສຸດ ຂອງປະເທດອັງກິດ. ສະນັ້ນ, ນີ້ຈຶ່ງເປັນຊ່ວງເວລາທີ່ສໍາຄັນແທ້ໆ. ແລະເຮົາທຸກຄົນຄວນຕື່ນເຕັ້ນ ກ່ຽວກັບຢາ ເພາະນີ້ເປັນຢາທໍາອິດ ແລະມັນອີງຕາມການຄົ້ນຄວ້າ ຂອງສະມາຄົມ Alzheimer's, ຊຶ່ງເປັນສິ່ງ ທີ່ຫນ້າອັດສະຈັນ, ແຕ່ມັນຈະບໍ່ເປັນຢາສຸດທ້າຍ, ນີ້ຄືການເລີ່ມຕົ້ນ ຂອງການເດີນທາງ ແລະເປັນເວລາທີ່ສໍາຄັນແທ້ໆ."

ການທົດລອງ ທາງຄະລີນິກທົ່ວໂລກ ຂອງຜູ້ມີສ່ວນຮ່ວມ 1,795 ຄົນ(ການສຶກສາ ທີ່ຖືກພິມໃນເດືອນພະຈິກ ປີ 2022) ໄດ້ສະແດງໃຫ້ເຫັນວ່າ Lecanemab ໄດ້ເຮັດໃຫ້ຄວາມເສື່ອມຂອງຄວາມຮູ້ຄວາມເຂົ້າໃຈ (Cognition) ຊ້າລົງ ປະມານຫນຶ່ງສ່ວນສີ່ ຂອງຄົນໄຂ້ ໃນໄລຍະທໍາອິດຂອງໂຣກ Alzheimer’s, ເມື່ອໃຊ້ເປັນເວລາ 18 ເດືອນ.

David ແລະ Cheryl Essam ເມັຍຂອງລາວ ຮູ້ດີເຖິງຄວາມຍາກລໍາບາກ ທີ່ເກີດຈາກໂຣກ Alzheimer's.

David ເປັນໂຣກ Alzheimer's ມາແລ້ວແປດປີ-ແລະລາວໄດ້ມີສ່ວນຮ່ວມ ໃນການທົດລອງທາງຄະລີນິກ.

CHERYL ESSAM: "ເຖິງແມ່ນວ່າ ມັນໄດ້ໃຫ້ພວກເຮົາພຽງແຕ່ຫົກເດືອນ ທີ່ຈະພະຍາຍາມໃຊ້ຊີວິດ ຕາມປົກກະຕິ, ແລະພວກເຮົາ ກໍໃຊ້ຊີວິດຕາມປົກກະຕິ ເທົ່າທີ່ຈະເປັນໄປໄດ້, ແມ່ນບໍ່?"

David Essam: "ເຮັດໃນສິ່ງທີ່ດີທີ່ສຸດ ທີ່ເຈົ້າສາມາດເຮັດໄດ້."

ແຕ່ເຖິງແມ່ນ ຈະມີຄວາມຕື່ນເຕັ້ນກ່ຽວກັບ Lecanemab, ຫລາຍຄົນຢ້ານວ່າ ເຂົາເຈົ້າຈະບໍ່ສາມາດຊື້ມັນໄດ້.

ຄໍາວ່າພາວະສມອງເສື່ອມ (Dementia) ໝາຍເຖິງອາການ ທີ່ເມື່ອເວລາຜ່ານໄປ ອາດກະທົບກະເທືອນ ຕໍ່ຄວາມຈໍາ, ການແກ້ໄຂບັນຫາ, ພາສາແລະພຶດຕິກັມ.

ໂຣກ Alzheimer's ເປັນໂຣກພາວະສມອງເສື່ອມ ຊະນິດຫນຶ່ງໂດຍສະເພາະ ທີ່ມີອາການໄດ້ແກ່: ການສູນເສັຍຄວາມຈໍາ ແລະຄວາມຮູ້ຄວາມເຂົ້າໃຈຫຼຸດໜ້ອຍລົງ.

Lecanemab ທໍາງານໃນໄລຍະທໍາອິດຂອງໂຣກ, ແລະໂຈມຕີ ການສະສົມຂຶ້ນຢ່າງໄວ ຂອງໂປຣຕີນທີ່ເອີ້ນວ່າ 'Beta amyloid' ຊຶ່ງເຊື່ອວ່າເປັນຕົ້ນເຫດ ຂອງໂຣກ Alzheimer's.

Dr Bill Brooks ຈາກ Neuroscience Research Australia, ໄດ້ສຶກສາໂຣກ Alzheimer's ມາ 36 ປີແລ້ວ.

ລາວກ່າວວ່າ ຄ່າໃຊ້ຈ່າຍຂອງຢາ $38,000 ຕໍ່ຄົນ ແມ່ນຍ້ອນວິທີນຳໃຊ້ຢາ.

"ທໍາອິດ, ຕ້ອງໃຫ້ຢາທາງເສັ້ນເລືອດ ເປັນເວລາຫນຶ່ງຊົ່ວໂມງ ທຸກໆສອງອາທິດ. ມັນບໍ່ຄືກັນກັບການກິນຢາ ທຸກເທື່ອທີ່ທ່ານທໍາຄວາມສະອາດແຂ້ວ, ພະຍາບານຕ້ອງມາບ້ານ ຫລືຄົນໄຂ້ຕ້ອງໄປໂຮງຫມໍ ຫລືບ່ອນໃດບ່ອນຫນຶ່ງ ບ່ອນທີ່ເຂົາເຈົ້າສາມາດເອົາຢາໃສ່ເສັ້ນເລືອດ ແລະຕັ້ງການໃສ່ຢາ."

ນອກເຫນືອໄປຈາກການນັດຫມາຍປະຈໍາ ທີ່ຈໍາເປັນ ໃນການໃຫ້ຢາ Lecanemab ແລ້ວ,  ລາວກ່າວວ່າຍັງມີຄ່າໃຊ້ຈ່າຍຈຳນວນຫລາຍ ທີ່ກ່ຽວຂ້ອງກັບການກວດຫາໂຣກ Alzheimer's ໃນຕອນຕົ້ນ ແລະການຕິດຕາມເບິ່ງຜົນຂ້າງຄຽງ ທີ່ອາດເກີດຂຶ້ນ.

"ບໍ່ມີປໂຍດຫຍັງ ທີ່ຈະໃຊ້ຢານີ້ ເວັ້ນແຕ່ທ່ານມີ Amyloid ໃນສມອງ. ແຕ່ເພື່ອສະແດງໃຫ້ເຫັນ Amyloid ໃນສມອງ, ເຮົາຕ້ອງມີການທົດສອບ ທີ່ມີລາຄາແພງ ທີ່ເອີ້ນວ່າ PET scan, ຊຶ່ງຄຶດເປັນສອງສາມພັນໂດລາຕໍ່ຄົນ. ນອກເຫນືອຈາກນັ້ນ, ເຮົາຕ້ອງກວດກາເບິ່ງຜົນຂ້າງຄຽງໃນສມອງ. ສະນັ້ນ, ຜູ້ຄົນຈຶ່ງຕ້ອງໄດ້ຮັບ MRI scan ເປັນໄລຍະ, ຊຶ່ງມີຄ່າໃຊ້ຈ່າຍປະມານ 800 ຫາ 1,000 ໂດລາ ຕໍ່ເທື່ອ ເພື່ອກວດກາເບິ່ງວ່າ ເຂົາເຈົ້າບໍ່ໄດ້ຮັບຜົນກະທົບຂ້າງຄຽງ ຂອງເລືອດຕົກ ແລະບວມໃນສມອງ ຍ້ອນຢາເຫລົ່ານີ້. ນັ້ນນອກເຫນືອໄປຈາກ ຄ່າການຜລິດຢາ ແລະການຂົນສົ່ງ ແລະໃຫ້ແນ່ໃຈວ່າ ມັນຢູ່ໃນອຸນຫະພູມທີ່ເຫມາະສົມ ແລະອື່ນໆ. ນັ້ນແມ່ນສາເຫດວ່າ ເປັນຫຍັງ ມັນຈຶ່ງມີລາຄາແພງຫລາຍ."

ຢານີ້ ຍັງຢູ່ລະຫວ່າງການພິຈາຣະນາ ໃນການຮວມເຂົ້າ ໃນລາຍຊື່ຂອງຢາ ທີ່ໃຫ້ການຊ່ອຍເຫລືອ: ໂຄງການຜົນປໂຍດ ທາງຢາ (the Pharmaceutical Benefits Scheme - PBS).

ໃນປະເທດອັງກິດ, Lecanemab ຈະບໍ່ມີ ໂດຍຜ່ານລະບົບການປິ່ນປົວສຸຂະພາບ ໂດຍເງິນຊ່ອຍເຫຼືອສາທາຣະນະ, ອົງການບໍຣິການ ສຸຂະພາບແຫ່ງຊາດ (the National Health Service - NHS) ເນື່ອງຈາກ ຮ່າງຄຳແນະນໍາທີ່ສລຸບວ່າ, ໃນຕອນນີ້, ປໂຍດຂອງຢາ "ນ້ອຍເກີນໄປສຳລັບຄ່າໃຊ້ຈ່າຍ".

Dr Brooks ກ່າວວ່າ ມັນເປັນສິ່ງຍາກ ທີ່ຈະຮູ້ໃນເວລານີ້ ວ່າລາຄາຂອງຢາ ສາມາດເຮັດໃຫ້ມີການເຂົ້າເຖິງ ໄດ້ຫຼາຍຂຶ້ນກວ່າເກົ່າ ຫລືບໍ່.

"ຖ້າຫາກມັນສາມາດປ້ອງກັນໂຣກ Alzheimer's, ນັ້ນຈະເປັນການປະຢັດເງິນຫລາຍ. ແຕ່ສິ່ງທີ່ເຮົາຮູ້ຕອນນີ້ ແມ່ນວ່າ, ເຮົາບໍ່ຮູ້ວ່າ ຈະໃຫ້ຢານີ້ ຫລາຍປານໃດ ແລະດົນປານໃດ ແລະມີຈັກຄົນ ທີ່ສາມາດຮັບມັນໄດ້."

ສະນັ້ນ, ເຖິງແມ່ນວ່າ ຄວາມພ້ອມຂອງການປິ່ນປົວ ໃນອອສເຕຣເລັຍຍັງບໍ່ໄດ້ຖືກຢືນຢັນ, Dr Brooks ກ່າວວ່າ ຢານັ້ນ ເປັນການພັດທະນາທີ່ຫນ້າຕື່ນເຕັ້ນ ແລະເປັນການເລີ່ມຕົ້ນ ຂອງຂັ້ນຕອນໃຫມ່ ໃນການຄົ້ນຄວ້າກ່ຽວກັບໂຣກ Alzheimer's.

"ມັນເປັນສິ່ງທີ່ຫນ້າຕື່ນເຕັ້ນຫລາຍ ເພາະໃນທີ່ສຸດ ນີ້ເປັນຜົນສະທ້ອນຂອງວຽກງານ ສອງສາມທົດສະວັດ. ແລະໃນທີ່ສຸດ ກໍມີຢາທີ່ກໍາຈັດ Amyloid ອອກຈາກສມອງ. ເມື່ອເບິ່ງ Scans, ເຮົາຈະເຫັນວ່າ ມັນເຕັມໄປດ້ວຍ Amyloid. ແລະຫລັງຈາກໄດ້ຮັບການປິ່ນປົວຫນຶ່ງປີ, Amyloid ຫາຍໄປເກືອບຫມົດ. ສະນັ້ນ, ຖ້າຫາກທ່ານສາມາດ ຄິດຄືກັບ Churchill ເຮັດໃນຕອນກາງຂອງສົງຄາມໂລກຄັ້ງທີສອງ, ວ່ານີ້ບໍ່ການສິ້ນສຸດ. ມັນບໍ່ແມ່ນ. ບາງທີ ອາດບໍ່ແມ່ນຕອນຕົ້ນ ຂອງການສິ້ນສຸດ,ແຕ່ແນ່ນອນວ່າ ມັນເປັນການສິ້ນສຸດ ຂອງການເລີ່ມຕົ້ນ."

Cheryl Essam ກ່າວວ່າ ການປິ່ນປົວຈະປ່ຽນຊີວິດ.

"ສໍາລັບຄົນລຸ້ນໃຫມ່ມັນຈະສ້າງຄວາມແຕກຕ່າງເຊັ່ນນັ້ນ."

If this story has prompted any questions or concerns, please call the National Dementia Helpline on 1800 100 500 (24 hours, 7 days a week) or visit

ຖ້າຫາກເລື້ອງນີ້ ເຮັດໃຫ້ທ່ານມີຄວາມກັງວົນ ຫຼືມີຄຳຖາມຕ່າງໆ, ກະຣຸນາໂທຣະສັບຫາ National Dementia Helpline ທີ່ 1800 100 500 ( ຕລອດ 24 ຊົ່ວໂມງ, ທຸກມື້) ຫຼືໄປທີ່ dementia.org.au

ເນື້ອເລື່ອງໂດຍ Sydney Lang and Biwa Kwan  ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao

Share